ລອງສໍາຜັດລົດຊາດອາຫານຈາກ ຮ້ານໃໝ່ໆໃນຫຼວງພະບາງ

Author:

Category:

spot_img

ນອກຈາກມີວັດວາອາຮາມຫຼາຍແຫ່ງໃຫ້ທ່ຽວຊົມ ຍັງເປັນສະຫວັນຂອງນັກຊີມ ທີ່ລໍຄອຍທ່ານໄປລິ້ມລອງ
ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ

ຫຼວງພະບາງເຕັມໄປດ້ວຍຮ່ອງຮອຍປະຫວັດສາດ ທັງເຕັມໄປດ້ວຍຫຼາກຫຼາຍສິ່ງຢ່າງໃຫ້ເຮັດ ແລະ ທ່ຽວຊົມ, ຈົນຖືກເບິ່ງຂ້າມແບບງ່າຍໆວ່າ ອາດີດເມືອງຫຼວງເກົ່າແກ່ແຫ່ງນີ້ເຄີຍເປັນຈຸດໝາຍປາຍທາງອັນສໍາຄັນ ຂອງບັນດານັກຊີມອາຫານພື້ນເມືອງແບບລາວໆ ແລະ ອາຫານປະເພດຕ່າງໆຈາກທົ່ວທຸກມຸມໂລກ. ມີຫຼາຍບ່ອນທີ່ທ່ານອາດບໍ່ເຄີຍໄປເຊິ່ງໄດ້ນໍາມາລວມໄວ້ໃນທີ່ນີ້.

THE TEAHOUSE
ເຮືອນນໍ້າຊາ ຫຼວງພະບາງ ຖືເປັນສະຖານທີ່ແວ່ພັກທີ່ເໝາະສົມສໍາລັບທຸກຄົນ ໂດຍສະເພາະຜູ້ທີ່ຕ້ອງການສໍາຫຼວດໝູ່ບ້ານຫັດຖະກໍາຕໍ່າຫູກ ແລະ ຜະລິດເຈ້ຍສາ. ພາຍຫຼັງກັບມາຈາກທ່ຽວຊົມຜົນງານຫັດຖະກໍາທີ່ບ້ານຊ່າງຄ້ອງແລ້ວ ທ່ານສາມາດແວ່ພັກທີ່ເຮືອນນໍ້າຊາເພື່ອດື່ມຊາ ແລະ ກາເຟລາວແບບສົດໆໃໝ່ໆ ເຊິ່ງມີທັງຊາສະໝຸນໄພທີ່ປູກຈາກສວນຂອງຊາວບ້ານເອງ. ນອກຈາກນີ້, ຍັງມີອາຫານຫຼາຍຊະນິດທີ່ມີລົດຊາດແຊບຊ້ອຍໃຫ້ບໍລິການ ເປັນຕົ້ນແມ່ນ ປີ້ງໝາກເຂືອຍາວ, ຕໍາໝາກຫຸ່ງ, ເຂົ້າໜົມປັງຕ່າງໆອີກຫຼາຍຢ່າງ. ນັກທ່ອງທ່ຽວສາມາດເລືອກຊື້ສິນຄ້າປະເພດເຄື່ອງຕ້ອນຂອງຝາກທັງສາມາດຮັບປະທານໄດ້ ແລະ ຂອງທີ່ລະນຶກທົ່ວໄປເພື່ອນໍາກັບບ້ານ ຫຼື ເຂົ້າຮ່ວມກິດຈະກໍາທີ່ຊັ້ນເທິງໄດ້ເປັນບາງຄັ້ງຄາວ.

SECRET PIZZA
ເປັນທີ່ແນ່ນອນວ່າຄົງບໍ່ມີໃຜໃນເມືອງຫຼວງພະບາງທີ່ຈະບໍ່ຮູ້ຈັກຮ້ານ
Secret Pizza. ແມ່ນແລ້ວ, ເຈົ້າຂອງຮ້ານດັ່ງກ່າວແມ່ນເປັນຄູ່ຜົວເມຍຊາວອີຕາລີ-ລາວ ທີ່ໄດ້ຕິດຕັ້ງເຕົາຟືນເພື່ອອົບພິດຊາໃນສວນຂອງພວກເຂົາເປັນເວລາດົນກວ່າສິບປີແລ້ວ. ແຕ່ກໍຍັງມີບາງຢ່າງແອບແຝງເລັກນ້ອຍກ່ຽວກັບຮ້ານພິດຊາທີ່ບໍ່ໜ້າຈະເກີດຂຶ້ນແຫ່ງນີ້ ໂດຍເຊື່ອງຊ້ອນໄວ້ໃນເຂດທີ່ຢູ່ອາໄສດັ່ງກ່າວ. ສະເນ່ສ່ວນໜຶ່ງແມ່ນມາຈາກເວລາທີ່ເປີດໃຫ້ບໍລິການທີ່ຈໍາກັດ ໂດຍແມ່ນຊ່ວງ 6:00 ໂມງແລງ ຫາ 9:00 ໂມງແລງ ສະເພາະວັນອັງຄັນເຖິງວັນສຸກເທົ່ານັ້ນ. ຄໍາແນະນໍາຈາກຜູ້ມີປະສົບການ: ຄວນໄປເຖິງຮ້ານປະມານ 8:00 ໂມງແລງ ເພື່ອຫຼີກລ່ຽງການລໍຖ້າເປັນເວລາດົນ ແລະ ຢ່າລືມສັ່ງພາສຕ້າພິເສດໄວ້ກ່ອນລ່ວງໜ້າໜຶ່ງວັນ. ຮ້ານດັ່ງກ່າວບໍ່ມີເມນູນອກລາຍການອື່ນໆ ແຕ່ເມື່ອເວົ້າເຖິງພິດຊາແລ້ວ ບອກໄດ້ເລີຍວ່າແຊບສຸດໃນເມືອງ.

LA MAMA
La Mama ໃຫ້ບໍລິການອາຫານຄໍ່າສຸດແປກ ໂດຍມີພຽງອາທິດລະຄັ້ງເທົ່ານັ້ນ. ຄວາມແປກໃໝ່ນັ້ນຍັງໄດ້ບົ່ງບອກເຖິງລັກສະນະຂອງທ່ານ ນາງ ໂມນິກ້າ, ເຈົ້າພາບຜູ້ຈັດອາຫານຄໍ່າອັນມີສະເໜ່ ເຊິ່ງໄດ້ຈັດໂຕະອາຫານທີ່ມີສີສັນແບບລວມເອົາຄົນທ້ອງຖິ່ນ, ນັກທ່ອງທ່ຽວທີ່ຮູ້ຈັກ ແລະ ແຂກຈາກເຮືອນພັກຂອງລາວເອງ ໂດຍທີ່ທ່ານສາມາດເພີດເພີນກັບທິວທັດຕາເວັນຕົກດິນໃນຝັນ ທີ່ຢູ່ຟາກແມ່ນໍ້າຂອງ. ທ່ານ ໂມນິກ້າ ຖືເປັນແມ່ຄົວປະຈໍາເຮືອນທີ່ເຕັມປ່ຽມໄປດ້ວຍແຮງບັນດານໃຈ ຜ່ານການຈັດໂຕະອາຫານແບບແປກໃໝ່ ໂດຍວາງຈານອາຫານຕ່າງໆທີ່ຕົນມັກໃນມື້ນັ້ນໄວ້ຮ່ວມກັນໃນໂຕະດຽວ. ທ່ານຈະບໍ່ສາມາດຮູ້ໄດ້ວ່າ ມີໃຜແດ່ຈະມານັ່ງຮ່ວມໂຕະອາຫານກັບທ່ານ ແລະ ຄວາມບັງເອີນນັ້ນຊໍ້າພັດກາຍເປັນເຫດຜົນທີ່ດີພໍສົມຄວນ. ທ່ານສາມາດສອບຖາມເລື່ອງໝາກໄມ້ກວນທີ່ເຮັດດ້ວຍມືຈາກທ່ານ ນາງ ໂມນິກ້າ ໄດ້ນໍາອີກ.

LOST IN BAAN
Lost in Baan ເປັນຮ້ານອາຫານ ແລະ ບານ້ອງໃໝ່ ທີ່ຫາກໍເປີດໃຫ້ບໍລິການໃນຊ່ວງທ້າຍປີກາຍແຕ່ກໍໄດ້ຮັບຄວາມນິຍົມຢ່າງໄວວາ. ດ້ວຍການບໍລິການອາຫານອາຊີບາງປະເພດທີ່ພ້ອມເສີບສໍາລັບລູກຄ້າທຸກຄົນ ບວກກັບທໍາເລທີ່ຕັ້ງຢູ່ບໍ່ໄກຈາກຕະຫຼາດມືດ ເຮັດໃຫ້ຮ້ານອາຫານດັ່ງກ່າວກາຍເປັນທາງເລືອກແຫ່ງຄວາມສະດວກສະບາຍໃນໃຈກາງຕົວເມືອງ.ປີ້ງພັນໃບອີ່ເລີດ ແລະ ໄກ່ຫໍ່ໃບເຕີຍ ຖືເປັນອາຫານຈານຫຼັກອັນແຊບຊ້ອຍທີ່ໄດ້ຈາກ ເມນູອາຫານຫວຽດນາມ ແລະ ໄທ, ໃນຂະນະທີ່ແຄລັອດລັອກບິດຣູດທາແຜ່ນບລີນີ ຫຼື ໂຊບະຄາໂບນາຣາຟິວຊັນ ກໍແມ່ນສູດດັ້ງເດີມຂອງຮ້ານທີ່ມີລົດຊາດແຊບຖືກໃຈ. ຄັອກເທວ Age of Enlightenment (ປະສົມຈາກເຫຼົ້າເຕກິລາ, ອັບແຊັງ ແລະ ເຫຼົ້າຢູຊຸ) ເຊິ່ງເປັນສູດຂອງຮ້ານບາ ອາດຈະບໍ່ໄດ້ຊ່ວຍເຮັດໃຫ້ທ່ານມີສະຕິປັນຍາ ແຕ່ກໍເພີ່ມໂອກາດໃຫ້ທ່ານມີຄວາມສຸກຂຶ້ນບໍ່ຫຼາຍກໍໜ້ອຍ.

TROPICAL MEKONG
ການປາກົດຕົວຂຶ້ນຂອງຮ້ານອາຫານ Tropical Mekong ຫວ່າງບໍ່ດົນຜ່ານມານີ້ ໄດ້ນໍາເອົາຄວາມສໍາເລັດຢ່າງເກີນຄາດ ໃນການໃຫ້ບໍລິການອາຫານລາວແບບຄົບລົດຊາດ ແລະ ພິດຊາອັນແຊບຊ້ອຍທີ່ອົບໃໝ່ໆດ້ວຍເຕົາຟືນ. ເມື່ອທ່ານໄປເຖິງຮ້ານອາຫານດັ່ງກ່າວ, ທ່ານຈະເຫັນໂຕະເຕ້ຍຕັ້ງເປັນຈຸດຢ່າງເປັນລະບຽບຢູ່ແຄມແມ່ນໍ້າຂອງ ເພື່ອຮອງຮັບລູກຄ້າທີ່ນິຍົມນັ່ງກິນອາຫານກັບພື້ນ ແຕ່ທ່ານຈະຕ້ອງໄປເຖິງຮ້ານໃຫ້ທັນເວລາເພື່ອຈະໄດ້ນັ່ງຊົມຕາເວັນຕົກດິນ. ຈາກນັ້ນຈິ່ງເລືອກສັ່ງພິດຊ່າແປ້ງບາງກອບ ຫຼື ຖາດອາຫານເຍື່ອງພິເສດທີ່ນິຍົມກັນຫຼາຍທີ່ສຸດຂອງຫຼວງພະບາງ ເຊິ່ງລວມມີ ເອາະຫຼາມ ແລະ ໄຄແຜ່ນເພື່ອຈໍ້າກິນກັບແຈ່ວບອງ. ຜູ້ປະກອບການລາຍດຽວກັນຍັງໄດ້ເປີດໃຫ້ບໍລິການຮ້ານອາຫານ Redbul Bar ໃນເມືອງ ເຊິ່ງເປັນສະຖານທີ່ຍອດນິຍົມສໍາລັບນັກທ່ອງທ່ຽວແບັກແພັກເກີທັງເມື່ອກ່ອນຈົນຮອດປັດຈຸບັນ ເພື່ອໃຊ້ເປັນສະຖານທີ່ຜ່ອນຄາຍ ປະກອບກັບເຄື່ອງດື່ມ ແລະ ອາຫານທ້ອງຖິ່ນແບບຄົບລົດຊາດ ປະສົມປະສານກັນຢ່າງກົມກຽວໃນລັກສະນະດຽວກັນ ພ້ອມຍັງມີພິດຊ່າເຕົາຟືນອັນແຊບຊ້ອຍໃຫ້ບໍລິການ.

ARTISAN BAR
ອາທິສັນບາ (Artisan Bar) ອາດເປັນຮ້ານສຸດທ້າຍທີ່ທ່ານຄາດຫວັງຈະໄປໃຊ້ບໍລິການໃນໃຈກາງເມືອງມໍລະດົກຂອງອົງການອຸຍເນັສໂກ ເນື່ອງຈາກເປັນຮ້ານກິນດື່ມສະເພາະພ້ອມກັບກິ່ນອາຍຂອງຄວາມເປັນຕົວເມືອງ. ເມື່ອທ່ານຍູ້ປະຕູເຂົ້າໄປຂ້າງໃນຂອງຮ້ານບາລັບແຫ່ງນີ້, ທ່ານຈະຮູ້ສຶກຕົກຕະລຶງກັບສິ່ງທີ່ຕົນກໍາລັງພົບ ໂດຍສະເພາະກໍແມ່ນການອອກແບບທີ່ແປກຕາ ແລະ ຂອບເຂດແຫ່ງສິລະປະລອກຮຽນແບບທີ່ອາດຈະບໍ່ສົມບູນແບບແຕ່ກໍໜ້າດຶງດູດໃຈພໍສົມຄວນ. ຮ້ານບາລັບ 15 ບ່ອນນັ່ງແຫ່ງນີ້ບໍ່ຈໍາເປັນຕ້ອງໃຊ້ລະຫັດ (ແຕ່ຄວນໂທຈອງລ່ວງໜ້າຫາກທ່ານຕ້ອງການບ່ອນນັ່ງທີ່ໝັ້ນໃຈໄດ້). ບໍ່ຕ້ອງເປັນຫ່ວງເລື່ອງເມນູເຄື່ອງດື່ມ, ເນື່ອງຈາກມີທີມງານປະສົມເຄື່ອງດື່ມເຕັມໃຈພ້ອມຈະຄອຍຊ່ວຍອະທິບາຍຕົວເລືອກຄັອກເທວຂອງທ່ານ, ເຖິງແມ່ນວ່າທ່ານຈະເລືອກເປັນພຽງຄັອກເທວ Spicy Tamarind Margarita ທີ່ມາພ້ອມກັບຄວາມເຂັ້ມຂຸ້ນທົບສອງເທົ່າຂອງເຫຼົ້າເຕກີລາ ກັບໝາກເຜັດສົດອີກຫຼາຍໜ່ວຍກໍຕາມ.

 

ບໍ່ວ່າທ່ານຈະເປັນຜູ້ຫຼົງໄຫຼໃນປະຫວັດສາດ, ນັກຊີມທີ່ມັກພະຈົນໄພ ຫຼື ພຽງແຕ່ຕ້ອງການຄົ້ນຫາປະສົບການໃນເລື່ອງອາຫານການກິນທີ່ໜ້າຈົດຈໍາ, ສາມາດບອກໄດ້ເລີຍວ່າ ຫຼວງພະບາງຖືເປັນສະຖານທີ່ພິເສດອີກໜຶ່ງແຫ່ງທີ່ໜ້າຄົ້ນຫາ. ດັ່ງນັ້ນ, ຢ່າລືມປ່ອຍຈິດປ່ອຍໃຈໃຫ້ກັບຕ່ອມຮັບລົດຊາດຂອງທ່ານໄດ້ມີໂອກາດເພີດເພີນ ທ່າມກາງລົດຊາດອາຫານຫຼາກຫຼາຍປະເພດທີ່ເມືອງຫຼວງພະບາງ.

ການເດີນທາງ
ສາຍການບິນລາວມີບໍລິການຖ້ຽວບິນເປັນປະຈໍາ ຈາກຕົ້ນທາງນະຄອນຫຼວງວຽງຈັນ, ຮ່າໂນ່ຍ ແລະ ຊຽງໃໝ່ ໄປຍັງຫຼວງພະບາງ.

Read More

Related Articles