ດອນສັກສິດອັນລຶກລັບ
ບົດ ແລະ ຮູບໂດຍ: ວິລະວັນ ຈັນທະວົງ

ໃນອີກຟາກຝັ່ງແມ່ນ້ຳຂອງຄ້າຍຄືກັບວ່າເປັນຊາຍແດນຂອງປະເທດເພື່ອນບ້ານ ແຕ່ຄວາມຈິງແລ້ວນັ້ນກໍແມ່ນຜືນແຜ່ນດິນລາວທີ່ໄດ້ເຊື່ອງຊ້ອນເອົາເອກະລັກຂອງຄົນລາວເຮົາໄວ້ນັ້ນກໍຄື ວັດ ພະຍານາກ ດອນຊິງຊູ້.
ວັດແຫ່ງນີ້ຕັ້ງຢູ່ທາງທິດຕະເວັນອອກ ຂອງດອນຊິງຊູ້ ຫ່າງຈາກສະໜາມບິນວັດໄຕສາກົນ ປະມານ 20 ນາທີ ຫຼັງຈາກນັ້ນກໍສາມາດເດີນທາງໄປດ້ວຍການຂີ່ເຮືອ ຂ້າມແມ່ນ້ຳຂອງ.
ລະຫວ່າງການລ່ອງເຮືອທ່ານຈະໄດ້ສຳພັ

ດກັບທິວທັດຂອງ 2 ຟາກຂອງແມ່ນ້ຳຂອງ ເຊິ່ງ ຈະໄດ້ເຫັນວິວນ້ຳຂອງ, ປ່າໄມ້ ແລະ ບ້ານເຮືອນປະຊາຊົນ ທີ່ສວຍງາມລຽນລາຍຕາມແຄມນ້ຳ. ເມື່ອຮອດປາຍທາງແລ້ວເຮືອ ຈະຈອດທຽບຝັ່ງໃຫ້ທ່ານໄດ້ຍ່າງຂື້ນໄປ. ເລາະລຽບຕາມຫົນທາງຈະເຕັມໄປດ້ວຍຜູ້ຄົນ ທ້ອງຖິ່ນ ຄ້າຂາຍສິນຄ້າຕາມລະດູການເຊັ່ນໝາກໄມ້, ຜັກສົດ, ປາ ແລະ ອື່ນໆ ຈົນໄປຮອດເຄື່ອງທີ່ເອົາໄວ້ສຳລັບ ຂາບໄຫວ້ບູຊາ, ຫຼື ຂໍພອນ.

ຖ້າທ່ານບໍ່ແນ່ໃຈ ແມ່ຄ້າ ແລະ ຜູ້ຄົນທີ່ນັ້ນແມ່ນພ້ອມຈະໃຫ້ຄຳແນະນຳຕະຫຼອດເວລາວ່າ ຄວນໃຊ້ເຄື່ອງບູຊາປະເພດໃດ ສຳລັບ ການຂໍພອນ, ຂາບໄຫວ້ບູຊາ ຫຼື ຂໍບົນ. ທຸກໆມື້ກໍຈະເຫັນບັນດາຜູ້ຄົນຫຼາກຫຼາຍຈາກທຸກສາລາທິດເຂົ້າມາຢ້ຽມຢາມ, ທ່ຽວຊົມ. ວ່າກັນວ່າ ສະຖານທີ່ນີ້ແມ່ນເປັນທີ່ຮູ້ຈັກກັນດີ ເລື່ອງການຂໍພອນ ໂຊກລາບ ເລື່ອງເງິນ ແລະ ວຽກງານ.
ຈຸດເດັ່ນຂອງວັດແຫ່ງນີ້ແມ່ນມີຫຼາກຫຼາຍຈຸດເຊັ່ນ ຮູບປັ້ນພະຍານາຄະຣາດ ທີ່ງົດງາມ ແລະ ຮູບປັ້ນພະພຸດທະຮູບຕ່າງໆ, ເບິ່ງຜ່ານຮູບພາບວ່າງາມແລ້ວ ແຕ່ ຮູບປັ້ນຕົວຈິງຍິ່ງມີສະເໜ່ ແລະ ມົນຂັງ. ຄົນລາວໃຫ້ຄວາມເຄົາລົບນັບຖືພະຍານາກ ມາດົນນານ ເຫັນໄດ້ຈາກ ຮູບປັ້ນທີ່ຖືກແກະສະຫຼັກຕາມວັດວາອາຮາມຕ່າງໆ ຈົນໄປເຄື່ອງໄຫ້ວບູຊາ.

ນອກຈາກຮູບປັ້ນພະພຸດທະຮູບແລ້ວ, ກໍຍັງມີຫໍສານ ຊື່ວ່າ ຫໍພໍ່ປູ່ ສອນໄຊ. ແບ່ງອອກທັງໝົດເປັນ 3 ຫໍ. ເພິ່ນຊ່າກັນວ່າ ຕ້ອງຂາບໄຫວ້ໄປເທື່ອລະຫໍ, ເລີ່ມຈາກຫໍທີ 1 ຈົນຮອດ ຫໍທີ 3 ແລ້ວຈະສົມຫວັງກັບສິ່ງທີ່ຂໍໄວ້ (ທັງໝົດ ກໍເປັນພຽງຄວາມເຊື່ອ ຕ້ອງໃຊ້ວິຈາລະນາຍານ ເຊິ່ງບາງຄົນກໍເຮັດເພື່ອຄວາມສະບາຍໃຈເທົ່ານັ້ນ).
ນອກຈາກນີ້, ໃນວັດ ກໍຍັງມີລົດນຳທ່ຽວ ພາແຂກ ເລາະທ່ຽວຊົມອ້ອມເກາະດອນ ໃຊ້ເວລາເກືອບ 40 ນາທີ ເຊິ່ງພວກເຮົາຈະໄດ້ສຳຜັດກັບບັນຍາກາດໄດ້ຢ່າງເຕັມທີ່ ເລີ່ມແຕ່ລົດທີ່ພາທ່ຽວ ກໍຈະເປັນລົດໄຖ ພາແຂກໄດ້ຊົມວິຖີຊີວິດການເປັນຢູ່ຂອງຄົນທີ່ຢູ່ບ້ານດອນ, ຮູບແບບບ້ານເຮືອນ, ການຫາປາ, ການຄ້າຂາຍຈົນໄປເຖິງການປູກຝັງ-ລ້ຽງສັດ.
ຖ້າທ່ານຮູ້ສຶກເມື່ອຍຈາກການນັ່ງລົດອ້ອມດອນແລ້ວ, ເຂດວັດພະຍານາກດອນຊິງຊູ້ແຫ່ງນີ້ກໍມີຮ້ານອາຫານທ້ອງຖິ່ນໃຫ້ທ່ານໄດ້ລິ້ມລອງເຊັ່ນ: ຕຳໝາກຫຸ່ງ, ປີ້ງປາ ແລະ ເຄື່ອງດື່ມເຢັນໆເຊັ່ນ ນ້ຳໝາກໄມ້ໄວ້ໃຫ້ບໍລິການທ່ານ.
ສະຖານທີ່ແຫ່ງນີ້, ນອກຈາກຈະ ໃຫ້ທ່ານໄດ້ຮຽນຮູ້ກ່ຽວກັບສາສະໜາ ແລະ ຄວາມເຊື່ອຂອງຄົນລາວແລ້ວ ທ່ານຍັງຈະໄດ້ສຳພັດເຖິງ ຮູບແບບການດຳລົງຊີວິດຂອງຜູ້ຄົນ. ຖ້າຫາກທ່ານມອງຫາສະຖານທີ່ ທີ່ສະຫງົບ ແລະ ສາມາດຮຽນຮູ້ ໃຫ້ແກ່ ທ່ານເອງ, ຄອບຄົວ ຫຼື ໝູ່ເພື່ອນທີ່ ວັດພະຍານາກດອນຊິງຊູ້ ແຫ່ງນີ້ແມ່ນຕອບໂຈດທ່ານໄດ້ແນ່ນອນ.

ການເດີນທາງ:
ສາມາດເດີນທາງໄປທີ່ວັດດອນຊິງຊູ້ ໂດຍຂຶ້ນເຮືອໃກ້ກັບວັດດ່ານຄຳ, ຫ່າງຈາກສະໜາມບິນວັດໄຕປະມານ 5 ກິໂລແມັດໄປທາງທິດຕາເວັນຕົກ.



English