
ຫຼວງພະບາງໃນໄລຍະເຂົ້າພັນສາ
ບົດໂດຍ: ເຈສັນ ໂຣລັນ
ຮູບໂດຍ: ພູນຊັບ ເທວົງສາ
ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

ຜູ້ຂຽນຕື່ນອອກຈາກບ່ອນນອນໃນຕອນເຊົ້າຂອງມື້ໃໝ່ ແລະ ສໍາຜັດໄດ້ທັນທີວ່າ ຫຼວງພະບາງໃນມື້ນີ້ເຕັມໄປດ້ວຍຄວາມມີຊີວິດຊີວາ. ຄວາມຕື່ນເຕັ້ນຖືກປະປົນຢູ່ໃນອາກາດກາງຫາວບໍ່ຕ່າງຈາກເມກເຝື້ອໄຫຼຕໍ່າທີ່ລອຍປົກຄຸມໃນຊ່ວງລະດູມໍລະສຸມ. ມື້ນີ້ຖືເປັນມື້ກຽມໜຶ່ງວັນກ່ອນຈະເລີ່ມງານບຸນຊ່ວງເຮືອ ເຊິ່ງຈັດຂຶ້ນໃນຊ່ວງກາງເຂົ້າພັນສາ, ແລະ ບໍລິເວນເດີ່ນນໍ້າພຸຫຼວງພະບາງ ກໍມີງານໂລະລາດ (ຕະຫຼາດນັດມວນຊົນ) ທີ່ຄຶກຄື້ນໄປດ້ວຍຜູ້ຄົນ, ບັນດາແມ່ຄ້າຊາວຂາຍຕ່າງກໍນໍາເອົາອາຫານພື້ນເມືອງ, ຜັກສົດ, ເຫັດປ່າທີ່ຫາໄດ້ຈາກທໍາມະຊາດ ລວມທັງຜົນຜະລິດຕາມລະດູການ ມາວາງຂາຍຢູ່ໃນງານຕະຫຼາດນັດມວນຊົນດັ່ງກ່າວ.

ຂະນະທີ່ກໍາລັງຍ່າງຜ່າຝູງຊົນທີ່ພາກັນຫຼັ່ງໄຫຼມາຈັບຈ່າຍຊື້ເຄື່ອງໃນງານໂລະລາດ, ຜູ້ຂຽນຊໍ້າພັດສະດຸດສາຍຕາກັບແມ່ຍິງຄົນໜຶ່ງທີ່ວາງກະຕ່າສານຫຼາຍໜ່ວຍຢັ່ງຢາຍຢູ່ເທິງພື້ນ, ກະຕ່າແຕ່ລະໜ່ວຍເຕັມໄປດ້ວຍໝາກໄມ້ປ່າສີສັນແປກຕານີ້ແມ່ນໝາກຫຍັງຜູ້ຂຽນຖາມທັງຊີ້ມືໃສ່ໝາກໄມ້ສີຟ້າສົດໜ່ວຍນ້ອຍໆຄ້າຍຄືໝາກບລູເບີຣີໝາກຄໍ້ແມ່ຄ້າຕອບພ້ອມຍື່ນໝາກໄມ້ມາໃຫ້ຜູ້ຂຽນຊີມໜຶ່ງໜ່ວຍ. ຜູ້ຂຽນໃຊ້ແຂ້ວກັດເບົາໆ ເພາະລະວັງເມັດແຂງໆຢູ່ທາງກາງ ໂດຍສໍາຜັດໄດ້ເຖິງລົດຊາດອັນຂົມຝາດເລັກໜ້ອຍແຕ່ແຝງດ້ວຍຄວາມຫວານລະມຸນ ເຮັດໃຫ້ຜູ້ຂຽນຢຸດຄິດຢູ່ຄາວໜຶ່ງຖ້າບ່າຍເຂົ້າໜຽວແມ່ນຈະແຊບກວ່ານີ້ແມ່ຄ້າກ່າວພ້ອມຮອຍຍິ້ມ. ຜູ້ຂຽນຍິ້ມອ່ອນໆພ້ອມພຶມພໍາກັບຕົນເອງວ່າຄົງຈະຄືກັບອາຫານລາວສ່ວນໃຫຍ່ນັ້ນແຫຼະ

ຮຸ່ງເຊົ້າຂອງມື້ຕໍ່ມາກໍແມ່ນມື້ແຂ່ງຂັນເຮືອຊ່ວງຄັ້ງຍິ່ງໃຫຍ່, ຜູ້ຄົນເກືອບທົ່ວສາລະທິດໃນຫຼວງພະບາງຕ່າງກໍພາກັນຫຼັ່ງໄຫຼມາເຕົ້າໂຮມກັນທີ່ແຄມແມ່ນໍ້າຄານທັງສອງຝັ່ງ ເພື່ອຮ່ວມຊົມການແຂ່ງຂັນທີ່ຈັດຂຶ້ນຕໍ່ເນື່ອງຕະຫຼອດຊ່ວງຕອນບ່າຍ ແລະ ເມື່ອຜູ້ຂຽນພະຍາຍາມບຸໝົ້ນເຂົ້າໄປຫາບ່ອນວ່າງທີ່ຢູ່ໃກ້ກັບພວກພໍ່ລຸງຄົນລາວກຸ່ມໜຶ່ງທີ່ກໍາລັງຖົກຖຽງກັນວ່າເຮືອລໍາໃດຈະເຂົ້າເຖິງເສັ້ນໄຊກ່ອນ, ການແຂ່ງຂັນຄູ່ທໍາອິດກໍພໍດີເລີ່ມເປີດສາກຂຶ້ນ. ເຮືອສອງລໍາຂະໜາດນ້ອຍເລີ່ມເຄື່ອນຕົວອອກຈາກຈຸດປ່ອຍເຮືອ, ບັນດາສີພາຍຂອງເຮືອລໍາໜຶ່ງສວມຊຸດສີຂາວ ສ່ວນອີກລໍາສວມຊຸດສີດໍາລຸງ! ນັ້ນແມ່ນທີມໃດຜູ້ຂຽນຫັນໄປຖາມຊາຍສູງໄວທີ່ຢືນຢູ່ທາງຂ້າງນັ້ນແມ່ນເຮືອນາງດໍາກັບນາງດ່ອນລາວຕອບກ່ອນເວົ້າຕໍ່ວ່າເຮືອທັງສອງລໍານັ້ນບໍ່ໄດ້ແຂ່ງກັນເຂົ້າຊິງໄຊ ແຕ່ເປັນເຮືອທີ່ໃຊ້ເປີດພິທີການແຂ່ງຂັນ ແລະ ສີພາຍທັງໝົດລ້ວນເປັນແມ່ຍິງ

ອີກບໍ່ດົນກໍມີເຮືອຍາວຂະໜາດໃຫຍ່ທີ່ບັນຈຸສີພາຍປະມານ 50 ຄົນຕໍ່ລໍາ ທະຍອຍກັນເຂົ້າປະຈໍາຕໍາແໜ່ງຄັ້ງລະສອງລໍາ. ທັນທີທີ່ສຽງສັນຍານປ່ອຍເຮືອດັງຂຶ້ນ, ສຽງໂຮ່ຮ້ອງຂອງຜູ້ຊົມຈາກທັງສອງຝັ່ງແມ່ນໍ້າກໍດັງກຶກກ້ອງຂຶ້ນຕາມໆກັນ, ຜູ້ຄົນຕ່າງກໍສົ່ງສຽງເຊຍທີມຈາກກຸ່ມບ້ານຂອງຕົນຢ່າງສຸດກໍາລັງ. ພໍ່ລຸງຄົນເດີມອະທິບາຍສູ່ຜູ້ຂຽນຟັງວ່າທຸກໆບ້ານຈະມີວັດ ແລະ ທຸກວັດກໍມີເຮືອຊ່ວງເປັນຂອງຕົນເອງ, ການແຂ່ງຂັນເຮືອຊ່ວງບໍ່ໄດ້ມີໄວ້ເພື່ອໄຊຊະນະພຽງຢ່າງດຽວ ແຕ່ຍັງເປັນກຽດສັກສີຂອງວັດ ແລະ ເປັນກຽດສັກສີທີ່ສະສົມມາຕະຫຼອດປີລາວກ່າວຕໍ່ວ່າຕະຫຼອດຫຼາຍອາທິດຜ່ານມາ ກໍມີການແຂ່ງຂັນເຮືອຊ່ວງຂະໜາດນ້ອຍຕາມຊຸມຊົນຕ່າງໆ ທັງພາກເໜືອ ແລະ ໃຕ້ຂອງຫຼວງພະບາງ, ແຕ່ການແຂ່ງຂັນໃນມື້ນີ້ຖືເປັນລາຍການສໍາຄັນທີ່ສຸດທີ່ມີເຮືອຊ່ວງຂະໜາດໃຫຍ່ເຂົ້າຮ່ວມ.

ເວລາລ່ວງເລີຍໄປຫຼາຍຊົ່ວໂມງທ່າມກາງສຽງຊົມເຊຍ ແລະ ອາກາດອັນຮ້ອນອົບເອົ້າ ກ່ອນທີ່ສາຍຝົນຈະກະໜໍ່າລົງມາເລັກໜ້ອຍເໜືອຜູ້ຊົມທີ່ຕ່າງກໍຊື່ນຊົມຍິນດີຕ້ອນຮັບລະອອງຝົນ. ຜູ້ຂຽນກ້າວບາດຍ່າງໄປຍັງບໍລິເວນເສັ້ນໄຊ, ເຖິງຈະບໍ່ເລັ່ງສາຍຕາໄປທີ່ສະໜາມແຂ່ງເຮືອ, ກໍສາມາດຮູ້ໄດ້ທັນທີວ່າ ການແຂ່ງຂັນແຕ່ລະຮອບເລີ່ມຕົ້ນຂຶ້ນເມື່ອໃດ, ພຽງແຕ່ຟັງສຽງໂຮ່ຮ້ອງທີ່ດັງສະໜັ່ນຈາກຜູ້ຊົມທັງສອງຝັ່ງແມ່ນໍ້າ ສ່ວນເສັ້ນໄຊແມ່ນຕັ້ງຢູ່ດ້ານໜ້າຂອງສາລາຂະໜາດໃຫຍ່ແຄມແມ່ນໍ້າ. ເຈົ້າໜ້າທີ່ຕໍາຫຼວດທ່ານໜຶ່ງບອກຜູ້ຂຽນວ່າ ຢູ່ດ້ານໃນຂອງສາລາປະກອບມີທ່ານເຈົ້າແຂວງ ແລະ ການນໍາຂັ້ນສູງ, ຜູ້ຂຽນຍັງສັງເກດເຫັນນາງສັງຂານຄົນຫຼ້າສຸດທີ່ຫາກໍໄດ້ຮັບຕໍາແໜ່ງໃໝ່ໃນເດືອນເມສາຜ່ານມາ ໂດຍນຸ່ງຊຸດຜ້າໄໝລາວປັກດິ້ງສີທອງອັນວິຈິດ, ເຖິງແມ່ນຈະສະຫງ່າງາມພຽງໃດ ແຕ່ກໍຍັງອົດຄິດບໍ່ໄດ້ວ່າ ນາງຄົງຮ້ອນອົບເອົ້າບໍ່ຕ່າງຈາກຜູ້ຂຽນແຕ່ຢ່າງໃດ.
ເມື່ອການແຂ່ງຂັນເຮືອຊ່ວງຮອບສຸດທ້າຍສິ້ນສຸດລົງ, ທີມຜູ້ຊະນະເລີດກໍພາກັນຍ່າງຂຶ້ນຈາກແຄມຝັ່ງແມ່ນໍ້າທ່າມກາງສຽງຕົບມື ແລະ ສຽງໂຮ່ຮ້ອງສະແດງຄວາມຍິນດີຂອງຊາວບ້ານ, ບາງຜ່ອງກໍຍື່ນເບຍໃຫ້ດື່ມເພື່ອຮ່ວມສະເຫຼີມສະຫຼອງໄຊຊະນະດັ່ງກ່າວ. ນອກຈາກເງິນລາງວັນ ແລະ ຂັນລາງວັນແລ້ວ, ສິ່ງລໍ້າຄ່າທີ່ສຸດສໍາລັບຜູ້ຊະນະເລີດກໍແມ່ນກຽດຕິຍົດ ແລະ ຄວາມພາກພູມໃຈທີ່ສາມາດເອົາຊະນະຄູ່ແຂ່ງທັງໝົດໄດ້. ເມື່ອຊ່ວງຕອນຄໍ່າຄືບຄານເຂົ້າມາ, ຝູງຊົນກໍຄ່ອຍໆທະຍອຍກັບບ້ານເຮືອນຂອງໃຜລາວ ເຫຼືອພຽງກຸ່ມຄົນເລັກໜ້ອຍທີ່ຍັງພາກັນນັ່ງຫຼິ້ນຢູ່ແຄມຝັ່ງແມ່ນໍ້າ, ເຮືອແຂ່ງທຸກລໍາຖືກລາກຕົວຂຶ້ນເທິງຝັ່ງ ແລະ ຈອດລຽນກັນໄວ້ຢ່າງສະຫງົບ ຄ້າຍກັບວ່າແມ່ນໍ້າຄານໄດ້ລົບເລືອນສຽງໂຮ່ຮ້ອງທີ່ເຄີຍດັງກຶກກ້ອງຕະຫຼອດຊ່ວງຕອນບ່າຍທັງໝົດ.

ຂໍ້ມູນເພີ່ມຕື່ມ:
ງານຕະຫຼາດນັດມວນຊົນ (ໂລະລາດ) ຈະຈັດຂຶ້ນໃນວັນທີ 10 ກັນຍາ, ແລະ ການແຂ່ງຂັນເຮືອຊ່ວງຈະຈັດຂຶ້ນໃນວັນທີ 11 ກັນຍາ 2026.
ການເດີນທາງ:
ສາຍການບິນລາວໃຫ້ບໍລິການຖ້ຽວບິນໄປຫຼວງພະບາງເປັນປະຈໍາ ໂດຍມີປາຍທາງຈາກຮາໂນ່ຍ, ຊຽງໃໝ່ ແລະ ນະຄອນຫຼວງວຽງຈັນ.



English
