ຮ່ອມພູທີ່ກໍາລັງເຕີບໃຫຍ່
ບົດໂດຍ: ເຈສັນ ໂຣລັນ
ຮູບໂດຍ: ພູນຊັບ ເທວົງສາ
ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ



ນອກຈາກໃນປະເທດລາວແລ້ວ, ເມືອງເຟືອງບໍ່ຄ່ອຍເປັນທີ່ຮູ້ຈັກກັນຫຼາຍປານໃດຂອງຜູ້ຄົນທົ່ວໄປ ແຕ່ກໍເປັນສະຖານທີ່ທີ່ຄ່ອຍໆເປີດເຜີຍຄວາມມີສະເໜ່ອອກມາເທື່ອລະໜ້ອຍ ທັງແມ່ນໍ້າ, ສາຍໝອກ ແລະ ພູຜາສູງຊັນທີ່ພວມປະສົມປະສານເຂົ້າຫາກັນ. ມີແມ່ນໍ້າລີກ ຄົດໂຄ້ງໄຫຼຜ່ານຈອມພູຫີນປູນອັນແຫຼມຄົມ ໂດຍຫີນປູນເລັດລອດຜ່ານຮ່ອມພູອັນອຸດົມສົມບູນ, ຂະນະທີ່ຝັ່ງນ້ຳລີກກໍມີທົ່ງນາທີ່ເຕັມໄປດ້ວຍຕົ້ນເຂົ້າສີຂຽວອຸ່ມທຸ່ມຕັ້ງລຽນລາຍເປັນແຖວຢ່າງເປັນລະບຽບ ທົ່ງນາເຫຼົ່ານີ້ຈະກັບມາມີຊີວິດຊີວາອີກຄັ້ງໃນເດືອນມິຖຸນາ, ເມື່ອຊາວບ້ານພາກັນກັກເກັບນໍ້າໃຫ້ພຽງພໍທີ່ຈະປັກດໍາຕົ້ນກ້າສີຂຽວອ່ອນລົງໃສ່ໜ້ານາທີ່ຍົກຕົວຂຶ້ນດ້ວຍດິນຕົມ. ຢູ່ບໍ່ໄກອອກໄປ, ກໍມີຮູບປັ້ນພະຍານາກ ແລະ ພະພຸດທະຮູບຂະໜາດໃຫຍ່ຫຼາກຫຼາຍສີສັນສົດໃສ ປາກົດຕົວຢູ່ຕາມວັດວາອາຮາມຂະໜາດໃຫຍ່ຫຼາຍແຫ່ງທີ່ກໍາລັງໄດ້ຮັບການກໍ່ສ້າງຢ່າງຕໍ່ເນື່ອງ, ຄ້າຍກັບວ່າ ຜືນດິນແຫ່ງນີ້ມີການປ່ຽນແປງຢູ່ຕະຫຼອດເວລາ. ທີ່ແຫ່ງນີ້ຂອງປະເທດລາວ, ຖືເປັນສະຖານທີ່ທີ່ມີຄວາມງຽບສະຫງົບ, ເປັນບ່ອນເຕົ້າໂຮມຄວາມສະໝານສາມັກຄີຂອງຊຸມຊົນ, ທັງເປັນບ່ອນທີ່ການດໍາລົງຊີວິດດໍາເນີນໄປດ້ວຍຄວາມຮຽບງ່າຍ ບໍ່ຕ່າງຫຍັງກັບກະແສນໍ້າອັນງຽບສະຫງົບສາຍນີ້.


ວິທີເດີນທາງ:
ເມືອງເຟືອງຕັ້ງຢູ່ຫ່າງຈາກນະຄອນຫຼວງວຽງຈັນ ໂດຍໃຊ້ເວລາຂັບລົດ 2 ຊົ່ວໂມງ.



English
