ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ

Author:

Category:

spot_img

ສປປ ລາວ ຄົບຮອບ 50 ປີ

ບົດໂດຍ: ເຈສັນ ໂຣລັນ

ຮູບໂດຍ: ພູນຊັບ ເທວົງສາ

ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

 

ອາກາດຊ່ວງຕອນເຊົ້າໃນເມືອງວຽງຈັນ ເຕັມໄປດ້ວຍກິ່ນຫອມຫວນຂອງດອກຈໍາປາ ແລະ ຄວາມຄາດຫວັງຂອງຜູ້ຄົນຊາວເມືອງ. ພວກແມ່ຄ້າຊາວຂາຍຕ່າງກໍທະຍອຍກັນອອກມາປະຈໍາຮ້ານຂອງໃຜລາວທີ່ຕັ້ງລຽນລາຍຕາມແຄມທາງເສດຖາທິລາດ, ເຕົາເຫຼັກຂອງພວກເຂົາສົ່ງສຽງແຕກຕັອກແຕັກ! ເປັນສຽງຂອງໄຟທີ່ກໍາລັງປີ້ງເຂົ້າຈີ່ເພື່ອເຮັດປາເຕ້ ເຊິ່ງເປັນມໍລະດົກຕົກທອດມາແຕ່ສະໄໝລ່າເມືອງຂຶ້ນຂອງຝຣັ່ງ ເຊິ່ງປັດຈຸບັນໄດ້ຫຼອມລວມຈົນກາຍເປັນລາວໂດຍແທ້ຈິງ. ອາຍນໍ້າລອຍພຸ່ງອອກຈາກປາກໝໍ້ທີ່ຕັ້ງຢູ່ຂ້າງລໍ້ຂາຍເຂົ້າປຽກ, ຂະນະທີ່ບັນຍາກາດໃນເມືອງຫຼວງວຽງຈັນກໍເຕັມໄປດ້ວຍຄວາມຄຶກຄື້ນ ແລະ ມີຊີວິດຊີວາ ກ່ອນທີ່ວັນຊາດ 2 ທັນວາຈະມາເຖິງ ເຊິ່ງແມ່ນເຄິ່ງສະຕະວັດນັບແຕ່ ສປປ ລາວ ປະກາດເອກະລາດເປັນຕົ້ນມາ, ທັງເປັນເຄິ່ງສະຕະວັດແຫ່ງເລື່ອງລາວທີ່ຖືກຂຽນຂຶ້ນດ້ວຍຖ້ອຍສໍານວນພາສາທີ່ເຕັມ ໄປດ້ວຍການຕໍ່ສູ້ເພື່ອປົດແອກລ່າເມືອງຂຶ້ນຂອງຈັກກະພັດຕ່າງດ້າວຜູ້ຮຸກຮານ ຈົນສາມາດຍາດໄດ້ໄຊຊະນະຢ່າງຈົບງາມ.

 

ວັນດັ່ງກ່າວບໍ່ແມ່ນວັນຄົບຮອບທໍາມະດາ. ພະທາດຫຼວງສີທອງ ສົ່ງແສງກະຈາຍໄປທົ່ວເມືອງ ມີທັງສຽງແຄນອັນມ່ວນອອນຊອນ, ສຽງດົນຕີທີ່ພວມດັງກ້ອງກັງວານຄ້າຍກັບຄວັນເມກໝອກເທິງພູເຂົາ ແລະ ແມ່ນໍ້າຂອງ ບໍ່ຕ່າງຫຍັງກັບປະເທດຊາດທີ່ຕ້ອງຮຽນຮູ້ໃນການອ່ອນນ້ອມຖ່ອມຕົນ ແຕ່ເຕັມໄປດ້ວຍຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປວງຊົນທັງຊາດ.

 

 

ທ່າມກາງຄວາມມືດສະຫຼົວກ່ອນທີ່ຍາມຮຸ່ງເຊົ້າຈະກ້າວເຂົ້າມາ, ຈະເຫັນບັນດາອ້າຍນ້ອງທະຫານມາເຕົ້າໂຮມກັນຢູ່ເດີ່ນຫຍ້າທີ່ເຊື່ອງຊ້ອນຢູ່ເບື້ອງຫຼັງຝາກໍາແພງປູນສີຂາວ. ເກີບບູ໊ດຂອງພວກເຂົາສະທ້ອນສຽງກຶກກ້ອງເທິງພື້ນຄອນກຣີດ ໃນຂະນະທີ່ກໍາລັງຝຶກຊ້ອມຂະບວນກ້ອນກໍາລັງທີ່ຈະຈັດຂຶ້ນໃນອີກບໍ່ເທົ່າໃດຊົ່ວໂມງຂ້າງໜ້າ ຢູ່ບໍລິເວນເສັ້ນທາງພະທາດຫຼວງວຽງຈັນ. ແຕ່ການຝຶກແອບດັ່ງກ່າວບໍ່ໄດ້ມຸ່ງສະເພາະທາງການທະຫານເທົ່ານັ້ນ, ເຖິງແມ່ນຈະຕ້ອງປະຕິບັດຕາມລະບຽບວິໄນຢ່າງເຂັ້ມງວດ, ຂະນະທີ່ທຸກກ້າວເດີນກໍຕ້ອງປະສານກົມກຽວ. ເພາະສິ່ງດັ່ງກ່າວປຽບເໝືອນການສະແດງ, ການເລົ່າເລື່ອງຜ່ານການເຄື່ອນໄຫວ, ເປັນບົດກອນສະທ້ອນພາບກ່ຽວກັບອໍານາດອະທິປະໄຕ ທີ່ປະດິດແຕ່ງໂດຍນັກກະວີທັງຍິງ ແລະ ຊາຍ ທີ່ມີເຄືອຍາດປູ່ຍ່າຕາຍາຍທີ່ຮູ້ຈັກກ່ຽວກັບບັນດາຜູ້ປົກຄອງຊາວຝຣັ່ງ ແລະ ຍົນຖິ້ມລະເບີດຂອງຈັກກະພັດອາເມລິກາ.

 

ເມື່ອຮຸ່ງເຊົ້າມາເຖິງ, ການສະແດງຕົວຈິງກໍເລີ່ມເປີດສາກຂຶ້ນ. ບັນດາເຫຼົ່ານັກຮຽນ-ນັກສຶກສາທຸກເພດໄວ ຕ່າງກໍມາເຕົ້າໂຮມກັນ, ໝົກໝົ້ນກັບການຈັດແຈງສິ້ນໄໝທີ່ຫຸ້ມຫໍ່ຮ່າງຄີງໃຫ້ເຂົ້າລະບຽບ ໂດຍສວມເສື້ອເຊີດສີຂາວຮຽບງາມເໝືອນກັບພວມລີດມາໃໝ່ໆໝາດໆ, ຜືນຜ້າຂອງພວກເຂົາຈະສົ່ງແສງລະຍິບລະຍັບເມື່ອສະທ້ອນກັບ ສີທອງຍາມເຊົ້າ. ຂະບວນແຫ່ກ້ອນກໍາລັງປະກອບດ້ວຍກຸ່ມຟ້ອນລໍາ ແລະ ບັນດາຕົວແທນຈາກກຸ່ມຊົນເຜົ່າ ທີ່ຖືກຮັບຮອງຢ່າງເປັນທາງການທັງ 50 ກຸ່ມ; ກຸ່ມຊົນເຜົ່າທັງໝົດ ປຽບເໝືອນກັບກຸ່ມດວງດາວທີ່ມີຊີວິດ ໂດຍສະທ້ອນໃຫ້ເຫັນເຖິງວາລະຄົບຮອບ 50 ປີ ຂອງການສະຖາປານາປະເທດຊາດ ໂດຍໃຫ້ຄວາມຮູ້ສຶກບໍ່ຕ່າງຫຍັງກັບພົມລິຂິດ ແທນທີ່ຈະເປັນເລື່ອງບັງເອີນທີ່ເກີດຂຶ້ນ.

 

ຂະບວນແຫ່ກ້ອນກໍາລັງເລີ່ມຕົ້ນຂຶ້ນພາຍໃຕ້ຮົ່ມເງົາຂອງພະທາດຫຼວງວຽງຈັນ, ເຊິ່ງເປັນພະທາດສັກສິດ ທັງເປັນພະທາດຄູ່ບ້ານຄູ່ເມືອງຂອງລາວ ໄດ້ກາຍເປັນສັກຂີພະຍານຂອງຂະບວນກ້ອນກໍາລັງແຫ່ງຄວາມອວດອ້າງທະນົງໃຈປະຈໍາປີນີ້. ຂະບວນແຫ່ເຄື່ອນທີ່ຜ່ານພະທາດສີທອງ ແລະ ຕຶກສະພາແຫ່ງຊາດ ເຊິ່ງເປັນສູນກາງອໍານາດທາງກົດໝາຍ ທີ່ຖືກນໍາໃຊ້ເປັນສະຖານທີ່ສົນທະນາຫາລືດ້ວຍນໍ້າສຽງພາສາປະຈໍາຊາດອັນນິ້ມນວນ. ຢູ່ທີ່ແຫ່ງນີ້, ເປັນພື້ນທີ່ນ້ອຍໆແຕ່ເປັນສູນລວມທັງອໍານາດທາງຈິດວິນຍານ ແລະ ການເມືອງ ເຮັດໃຫ້ເລື່ອງເລົ່າຂານກ່ຽວກັບປະເທດລາວຖືກຖ່າຍທອດອອກມາຢ່າງເປັນຂັ້ນເປັນຕອນ ໂດຍເຫຼົ່ານັກຮົບທະຫານ, ນັກຮຽນ-ນັກສຶກສາ ແລະ ກຸ່ມຊົນຊາດຊົນເຜົ່າ ທີ່ກ້າວຂ້າມສັນຍະລັກແຫ່ງລາວຍຸກໄໝ.

 

ແຕ່ພໍເມື່ອຍາມຄ້ອຍຄໍ່າຄືບຄານເຂົ້າມາ, ມົນສະເໜ່ກໍປາກົດຂຶ້ນ. ພະທາດຫຼວງໄດ້ເປັ່ງປະກາຍແສງສີທອງສາດສ່ອງບວກກັບຄວາມດໍາມືດຂອງທ້ອງຟ້າ, ທີ່ຈອມພະທາດເກົ່າແກ່ຊ່ວຍຮອງຮັບແສງສຸດທ້າຍບໍ່ຕ່າງຫຍັງກັບມືທີ່ຊ່ວຍປະຄອງໄຟເອົາໄວ້. ອະນຸສາວະລີສັກສິດແຫ່ງນີ້ ຖືເປັນໜຶ່ງສະຖານທີ່ທີ່ຫຼຸດພົ້ນຈາກການຮຸກຮານຂອງພວກສະຫຍາມ, ລວມທັງຈັກກະພັດລ່າເມືອງຂຶ້ນຝຣັ່ງ ແລະ ລູກລະເບີດຂອງອາເມລິກາ. ໃນຄໍ່າຄືນນີ້, ສະຖານທີ່ແຫ່ງນີ້ໄດ້ກາຍເປັນສັກຂີພະຍານຂອງສິ່ງທີ່ຫາໄດ້ຍາກ ນັ້ນກໍຄື: ປະເທດຊາດອັນຮັ່ງມີຜາສຸກ.

 

ພິທີຈູດບັ້ງໄຟດອກເລີ່ມຕົ້ນຂຶ້ນ ຂະນະທີ່ຫຼາຍຄອບຄົວຕ່າງກໍພາກັນປູສາດລໍຖ້າເທິງເດີ່ນຫຍ້າອ້ອມຮອບອະນຸສາວະລີ. ພວກເດັກນ້ອຍຈະມີບັ້ງເຂົ້າຫຼາມຕິດມືສໍາລັບອາຫານຮອງທ້ອງຂອງໃຜລາວ. ແສງທີ່ສາດສ່ອງອອກມາ ໄດ້ສະທ້ອນກັບໜ້ານໍ້າຂອງ, ແສງດັ່ງກ່າວຍັງສະທ້ອນຜ່ານເສັ້ນທາງຫຼວງເກົ່າແກ່ທີ່ເຊື່ອມຕໍ່ແຜ່ນດິນລາວກັບປະເທດເພື່ອນບ້ານ ປຽບດັ່ງພວມມຸ່ງໜ້າໄປສູ່ທະເລ.

 

ຈາກລະດັບຄວາມສູງ 30,000 ຟຸດ, ເຮືອບິນຂອງສາຍການບິນລາວໄດ້ເຜີຍໃຫ້ເຫັນພາບຈາກມຸມສູງສະແດງໃຫ້ເຫັນເຫດການສະເຫຼີມສະຫຼອງເທິງຜືນແຜ່ນດິນ  ປະເທດທີ່ບໍ່ມີທາງອອກສູ່ທະເລ ເຊິ່ງເປັນປະເທດທີ່ໄດ້ຮຽນຮູ້ໃນການນໍາໃຊ້ຫຼັກການທີ່ແຕກຕ່າງເພື່ອນໍາພາທາງເດີນຊີວິດຂອງຕົນເອງ. ພູເຂົາຫຼາຍໜ່ວຍໃນແຂວງຊຽງຂວາງ, ເຖິງຈະເຕັມໄປດ້ວຍບາດແຜສະໄໝປາງສົງຄາມ ແຕ່ກໍຍັງຄົງຄວາມຂຽວອຸ່ມທຸ່ມດ້ວຍການເຕີບໂຕ ພ້ອມປັບປ່ຽນເຂົ້າກັບໂອກາດໃໝ່ໆ. ສ່ວນສວນກາເຟຫຼາຍແຫ່ງຢູ່ເຂດພູພຽງບໍລະເວນ, ບ່ອນເຊິ່ງເຄີຍເປັນພືດຜົນລະປູກຂອງພວກລ່າເມືອງຂຶ້ນຝຣັ່ງ ມາບັດນີ້ໄດ້ກັບກາຍມາເປັນຜົນຜະລິດຂອງຄົນລາວໂດຍແທ້ຈິງ. ບັນດາວັດວາອາຮາມອັນເກົ່າແກ່ຢູ່ແຂວງຫຼວງພະບາງ, ບ່ອນເຊິ່ງພະສົງສາມະເນນຍັງຄົງປະກອບພິທີທາງພຸດທະສາສະໜາມາຫຼາຍສະຕະວັດ.

 

ທັງໝົດນີ້ລ້ວນແຕ່ແມ່ນເຫດຜົນທີ່ພວກເຮົາຕັດສິນໃຈໂບຍບິນເທິງເສັ້ນທາງເຫຼົ່ານີ້ ແລະ ເຫດຜົນທີ່ການເດີນທາງຂອງສາຍການບິນລາວ ທີ່ບໍ່ພຽງແຕ່ຂົນສົ່ງຜູ້ໂດຍສານໄປຍັງຈຸດໝາຍປາຍທາງໃຫ້ປອດໄພເທົ່ານັ້ນ. ພວກເຮົາຍັງໄດ້ຖ່າຍທອດເລື່ອງລາວ, ຄວາມສໍາພັນ ແລະ ສາຍໃຍທີ່ເບິ່ງບໍ່ເຫັນ ເຊິ່ງເຊື່ອມໂຍງເອົາປະເທດທີ່ຕັ້ງຢູ່ແບບກະແຈກກະຈາຍຕາມເຂດພູດອຍ ແລະ ແຄມແມ່ນໍ້າເຂົ້າກັນເປັນໜຶ່ງດຽວ ແລະ ຍືນຍົງ. ໃນຂະນະທີ່ປະເທດລາວພວມກ້າວເຂົ້າສູ່ທົດສະວັດທີ 6 ແຫ່ງການປະກາດເອກະລາດ, ພວກເຮົາບໍ່ພຽງແຕ່ຮ່ວມກັນສະເຫຼີມສະຫຼອງວັນສະຖາປານາ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວເທົ່ານັ້ນ, ແຕ່ຍັງສະເຫຼີມສະຫຼອງສິ່ງທີ່ມີຄວາມໝາຍລໍ້າຄ່າຫຼາຍກວ່ານັ້ນອີກ ເຊິ່ງກໍແມ່ນ: ການຮັບຮູ້ວ່າ ເອກະລັກຂອງລາວ ບໍ່ໄດ້ຖືກກໍານົດຈາກພາຍນອກ ແຕ່ເຕີບໂຕຈາກພາຍໃນ ເຊັ່ນດຽວກັບດອກບົວທີ່ເກີດໃນໂຄນຕົມ ແຕ່ສາມາດເບັ່ງບານໄດ້ຢ່າງງົດງາມຫາອັນປຽບບໍ່ໄດ້.

 

ງານສະເຫຼີມສະຫຼອງ ສປປ ລາວ ຄົບຮອບ 50 ປີ ບໍ່ໄດ້ສະແດງໃຫ້ເຫັນພຽງປະຫວັດສາດຂອງຊາດເທົ່ານັ້ນ ແຕ່ຍັງເປັນຄໍາເຊີນຊວນ, ຄໍາໝັ້ນສັນຍາທີ່ວ່າ ເລື່ອງລາວທີ່ໜ້າສົນໃຈທັງໝົດທັງມວນລ້ວນແຕ່ຖືກຂຽນຂຶ້ນທ່າມກາງພູເຂົາ ແລະ ສາຍນໍ້າ, ຕະຫຼາດຊື້-ຂາຍສິນຄ້າ ແລະ ວັດວາອາຮາມຕ່າງໆຂອງປະເທດນ້ອຍໆແຕ່ໜ້າອັດສະຈັນແຫ່ງນີ້. ຂໍເຊີນຊວນບັນດາທ່ານມາຮ່ວມເດີນທາງກັບສາຍການບິນຂອງພວກເຮົາ ແລ້ວຄົ້ນພົບສິ່ງໜ້າສົນໃຈທີ່ເຊື່ອງຊ້ອນຢູ່ດ້ວຍຕົວທ່ານເອງ.

Read More

Related Articles