ງານບຸນນະມັດສະການພະທາດຫຼວງວຽງຈັນ
ບົດໂດຍ: ເຈສັນ ໂຣລັນ
ຮູບໂດຍ: ພູນຊັບ ເທວົງສາ
ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ


ການເດີນທາງມາຢ້ຽມຢາມນະຄອນຫຼວງວຽງຈັນຈະບໍ່ສົມບູນແບບຫາກບໍ່ໄດ້ເຂົ້າໄປສັກກາລະບູຊາພະທາດຫຼວງວຽງຈັນ ພະທາດຄູ່ບ້ານຄູ່ເມືອງສີທອງ ທີ່ມີຍອດຊໍ່ຟ້າສູງສະຫງ່າຫຸ້ມລ້ອມໂດຍພະທາດນ້ອຍ 30 ລູກ, ຈົນກາຍເປັນຮູບພາບ ສັນຍະລັກຂອງຊາດລາວ ໂດຍປາກົດຕາມວັດຖຸສິ່ງຂອງຕ່າງໆ ນັບແຕ່ທະນະບັດເງິນກີບລາວໄປຈົນຮອດເສື້ອຍືດຕ່າງໆ. ອີງຕາມຕໍານານອຸຣັງຄະທາດ, ພະທາດຫຼວງຖືກສ້າງຂຶ້ນເທື່ອທີໜຶ່ງໃນຊ່ວງກ່ອນ ຄສ 307 ປີ ເມື່ອພະອໍຣະຫັນ (ພະສົງລາວ) ທີ່ກັບມາຈາກການສຶກສາທໍາມະ ແລະ ໄດ້ນໍາເອົາພະບໍຣົມມະທາດ (ກະດູກ) ຂອງພະພຸດທະເຈົ້າຈາກຊົມພູທະວີບ ເພື່ອມາປະດິດສະຖານໄວ້ທີ່ອຸໂມງຫີນທໍາມະດາຂະໜາດນ້ອຍໃນສະຖານທີ່ແຫ່ງນີ້. ການເວລາແຫ່ງສົງຄາມຕໍ່ສູ້ ແລະ ການບູລະນະປະຕິສັງຂອນຫຼາຍຄັ້ງຜ່ານຫຼາຍສະຕະວັດ ໄດ້ປ່ຽນແປງພະທາດຫຼວງໃຫ້ກາຍເປັນສາສະໜາສະຖານອັນງົດງາມຕະການຕາດັ່ງທີ່ເຫັນໃນປັດຈຸບັນ. ແຕ່ລະປີ, ໂດຍສະເພາະກໍແມ່ນຊ່ວງກ່ອນວັນສິນເພັງ ເດືອນ 12 ຕາມປະຕິທິນລາວ (ປີນີ້ກົງກັບວັນທີ 24 ພະຈິກ), ຢູ່ບໍລິເວນເດີ່ນພະທາດຫຼວງຈະຄຶກຄື້ນໄປດ້ວຍງານບຸນອັນຍິ່ງໃຫຍ່ທີ່ສຸດຂອງລາວ ໂດຍດຶງດູດເອົາບັນດາຜູ້ເຫຼື້ອມໃສສັດທາໃນທາງພຸດທະສາສະໜາຈາກທຸກທົ່ວສາລະທິດໃຫ້ເດີນທາງເຂົ້າມາຮ່ວມງານ.

ງານບຸນດັ່ງກ່າວປຽບເໝືອນການສະເຫຼີມສະຫຼອງທີ່ຕື່ມເຕັມໄປດ້ວຍສີສັນ ແລະ ປະສົບການສໍາລັບທຸກປະສາດສໍາຜັດ ໂດຍມີງານຕະຫຼາດນັດວາງຢັ່ງຢາຍເປັນສາຍຍາວໄປຕາມເດີ່ນດ້ານໜ້າຂອງອົງພະທາດ ບ່ອນເຊິ່ງເຕັມໄປດ້ວຍຮ້ານຂາຍສິ້ນໄໝທີ່ຕໍ່າດ້ວຍມື, ເຄື່ອງດົນຕີ, ກາເຟ ແລະ ສິນຄ້ານໍາເຂົ້າອື່ນໆຫຼາຍຊະນິດ, ໃນຂະນະທີ່ອາກາດກໍຖືກປົກຄຸມໄປດ້ວຍກິ່ນຫອມຂອງປີ້ງໄກ່, ເຂົ້າຫຼາມ ແລະ ຂົ້ວໝີ່ີ່ີ່. ນອກຈາກນີ້, ຢູ່ຕາມເວທີຕ່າງໆກໍມີການສະແດງລໍາເລື່ອງ ແລະ ລາຍການສະແດງຟ້ອນຈາກບັນດານ້ອງນັກຮຽນ, ສ່ວນໂຊນສວນສະໜຸກຊົ່ວຄາວກໍດຶງດູດເອົາບັນດາໄວໜຸ່ມມາຂຶ້ນຂີ່ຊິງຊ້າສະຫວັນ ແລະ ມ່ວນຊື່ນສະໜຸກສະໜານກັບລົດບັ້ມ. ໃນວັນທີ 23 ພະຈິກ, ຈະມີຂະບວນແຫ່ ໂດຍເລີ່ມຈາກວັດສີເມືອງ ກ່ອນມຸ່ງໜ້າໄປຍັງພະທາດຫຼວງ, ເຊິ່ງພໍ່ແມ່ປະຊາຊົນຈະພາກັນແຕ່ງກາຍດ້ວຍຊຸດພື້ນເມືອງລາວ, ອູ້ມຜາສາດເຜິ້ງທີ່ປະດັບເອ້ດ້ວຍດອກໄມ້ຂີ້ເຜິ້ງ ແລະ ທູບທຽນ ເພື່ອນໍາໄປຖວາຍເປັນພຸດທະບູຊາແດ່ພະບໍຣົມມະທາດ ທີ່ເຊື່ອວ່າຖືກປະດິດສະຖານໄວ້ພາຍໃນພະທາດຫຼວງ.

ຮຸ່ງເຊົ້າຂອງວັນທີ 24 ພະຈິກ, ຝູງຊົນໃນຊຸດຜ້າໄໝອັນງົດງາມຈະມາເຕົ້າໂຮມກັນເພື່ອເຂົ້າຮ່ວມພິທີທັກບາດ ໂດຍພະສົງສາມະເນນຈະອອກຮັບບິນທະບາດເປັນສາຍຍາວຢູ່ເດີ່ນດ້ານໜ້າຂອງອົງພະທາດ ກ່ອນທີ່ການແຂ່ງຂັນຕີຄີຈະເລີ່ມຕົ້ນຂຶ້ນຢ່າງຄຶກຄື້ນ. ກິລາຕີຄີ, ແມ່ນການແຂ່ງຂັນທີ່ໃຊ້ໄມ້ຕີຄີ ໂດຍເຮັດຈາກເຫງົ້າໄມ້ໄຜ່ງໍ ແລະ ລູກຄີທີ່ເຮັດດ້ວຍເຫງົ້າໄມ້ໄຜ່ຕັນ, ກິລາດັ່ງກ່າວຖືກຈັດຂຶ້ນພຽງປີລະຄັ້ງລະຫວ່າງທີມຕົວແທນຂອງຝ່າຍລັດຖະບານ ແລະ ຝ່າຍປະຊາຊົນ ຂະນະທີ່ຜົນການແຂ່ງຂັນຈະຖືເປັນການສ່ຽງທວາຍເຖິງເຫດການບ້ານເມືອງຂອງປີທີ່ຈະມາເຖິງ, ຫາກຝ່າຍລັດຖະບານເປັນຜູ້ຊະນະ ແມ່ນເຊື່ອກັນວ່າ ປີນັ້ນການບໍລິຫານບ້ານເມືອງຈະມີຄວາມລາບລື່ນ ແລະ ເປັນທໍາ, ແຕ່ຖ້າປະຊາຊົນເປັນຝ່າຍຊະນະ ກໍເຊື່ອກັນວ່າ ບ້ານເມືອງຈະຢູ່ເຢັນເປັນສຸກ, ບໍ່ອຶດເຂົ້າ ບໍ່ອຶດປາ, ມີເຂົ້າເຕັມນາ ປາເຕັມໜອງ, ບ້ານເມືອງມີຄວາມຮົ່ມເຢັນສະຫງົບປອດໄພ ແລະ ການທໍາມາຫາກິນມີທ່ວງທ່າດີຂຶ້ນ. ເມື່ອຮອດຕອນຄໍ່າຄືນຂອງມື້ດຽວກັນ, ບັນດາພຸດທະສານິກະຊົນທັງຫຼາຍ ຈະພາກັນມຸ່ງໜ້າມາຍັງອົງພະທາດຫຼວງອີກຄັ້ງ ພ້ອມດ້ວຍດອກໄມ້, ທູບ ແລະ ທຽນ ກ່ອນຈະມີພິທີວຽນທຽນຮອບອົງພະທາດຄົບສາມຮອບ ເພື່ອສະແດງຄວາມເຄົາລົບສັດທາ ແລະ ສັກກາລະບູຊາເປັນຄັ້ງສຸດທ້າຍ, ຈາກນັ້ນຄວາມຄຶກຄື້ນພາຍໃນງານກໍຄ່ອຍໆສະຫງົບລົງ ເຊິ່ງຖືເປັນການປິດສາກງານເທສະການທີ່ປະຊາຊົນລາວຮັກ ແລະ ຫວງແຫນ ທັງມີຄວາມຜູກພັນຢ່າງເລິກເຊິ່ງ ດ້ວຍບັນຍາກາດອັນງຽບສະຫງົບ ແລະ ງົດງາມ.

ຂໍ້ມູນເພີ່ມຕື່ມ: ງານບຸນນະມັດສະການປະທາດຫຼວງປະຈໍາປີ 2026 ນີ້ ແມ່ນຈັດຂຶ້ນໃນລະຫວ່າງວັນທີ 21-24 ພະຈິກ.



English
