ຄວາມເສຍສະຫຼະ ແລະ ຈິດວິນຍານ

Author:

Category:

spot_img

ຕໍານານແຫ່ງເທພາອາຮັກຜູ້ຮັກສາເມືອງຫຼວງພະບາງ

ບົດໂດຍ: ອານິຕາ ເພຣສຕັນ

ຮູບໂດຍ: ອານິຕາ ເພຣສຕັນ / ອີເວັນຊອງ ຟິມ

ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

 

ຢູ່ຫຼວງພະບາງ, ການປາກົດເຫັນຮູບຫຸ່ນທ່າທາງແປກປະຫຼາດທີ່ມີໃບໜ້າສີແດງກໍ່າມົນ, ປາກກວ້າງ ແລະ ຂົນຍາວເປັນລອນໆຄືເສັ້ນຝ້າຍກ້ຽວກັນ ຖືເປັນພາບທີ່ມັກພົບເຫັນໄດ້ທົ່ວໄປຕາມຮ້ານຂາຍເຄື່ອງ, ວັດວາອາຮາມ ຫຼື ແມ່ນແຕ່ຖືກສະຫຼັກໄວ້ໃນເສື້ອຍືດກໍມີ. ຮູບຫຸ່ນທີ່ໂດດເດັ່ນ ແລະ ໜ້າສົນໃຈເຫຼົ່ານີ້ ເປັນທີ່ຮູ້ຈັກກັນດີໃນນາມປູ່ເຍີຍ່າເຍີຜູ້ເຊິ່ງເປັນທີ່ເຄົາລົບບູຊາຂອງປະຊາຊົນທ້ອງຖິ່ນ ພ້ອມທັງມີຄວາມສໍາຄັນທີ່ກ່ຽວຂ້ອງທາງວັດທະນະທໍາ ແລະ ມີຄຸນຄ່າທາງຈິດວິນຍານອັນເລິກເຊິ່ງ. ຮູບຫຸ່ນດັ່ງກ່າວຕັ້ງສູງເດັ່ນ ແລະ ຫໍ່ຫຸ້ມດ້ວຍໃຍປໍ ເຮັດໃຫ້ມີລັກສະນະໂດດເດັ່ນ ແລະ ເປັນເອກະລັກສະເພາະບໍ່ຄືໃຜ. ລັກສະນະຮູບຮ່າງໃບໜ້າຂອງຮູບຫຸ່ນແມ່ນມີຄິ້ວດົກໜາຮຽງຕົວກັນເພື່ອປະດັບເອ້ຢູ່ເທິງໜ້າຜາກ, ຫູທັງສອງຂ້າງຂອງພວກເພິ່ນປະດັບເອ້ດ້ວຍຕຸ້ມຫູໃຫຍ່ທີ່ເຮັດດ້ວຍເງິນ ແລະ ຄໍາ ພ້ອມເປັ່ງປະກາຍລະຍິບລະຍັບເມື່ອຕ້ອງກັບແສງຕາເວັນ. ເຖິງແມ່ນຮູບຫຸ່ນເຫຼົ່ານີ້ຈະແປກຕ່າງຈາກມະນຸດທໍາມະດາ ແຕ່ກໍແຝງໄວ້ໃນຄວາມໜ້າຮັກ ແລະ ເປັນມິດ ໂດຍບໍ່ມີຄວາມໜ້າຢ້ານກົວແຝງຊ້ອນແຕ່ຢ່າງໃດ.

 

ປູ່ເຍີຍ່າເຍີແມ່ນບຸກຄົນສໍາຄັນທີ່ໄດ້ຮັບຄວາມເຄົາລົບນັບຖືຫຼາຍກວ່າໝູ່ໃນຕໍານານຄວາມເຊື່ອຕ່າງໆຂອງຫຼວງພະບາງ. ເນື່ອງຈາກປະຊາຊົນພາກັນເຊື່ອວ່າ ປູ່ຍ່າທັງສອງເປັນຜູ້ສ້າງຕັ້ງ ແລະ ປົກປັກຮັກສາບ້ານເມືອງ, ນອກນັ້ນຍັງມີຕໍານານບາງເລື່ອງເລົ່າວ່າ ທັງສອງແມ່ນຕົວແທນບັນພະບຸລຸດຂອງຄົນລາວທັງໝົດ. ຮູບຫຸ່ນທີ່ເປັນຕົວແທນຂອງບຸກຄົນສໍາຄັນເຫຼົ່ານີ້ຈະປາກົດໃນຂະບວນແຫ່ຫວໍ່ໃນຊ່ວງງານບຸນປີໃໝ່ລາວ ເຊິ່ງເປັນງານບຸນປະຈໍາປີທີ່ຈັດຂຶ້ນໃນລະຫວ່າງເດືອນເມສາ ປູ່ເຍີຍ່າເຍີ ຖືເປັນສູນກາງຂອງພິທີກໍາສໍາຄັນຫຼາຍຢ່າງ ພ້ອມກັບສິງແກ້ວສິງຄໍາ (ໂຕເທບສິງຂະນັດ) ລູກລ້ຽງທີ່ປູ່ເຍີຍ່າເຍີນໍາເອົາມາຈາກປ່າຫິມະພານ, ທັງສາມອົງຈະເຂົ້າຮ່ວມໃນຂະບວນແຫ່ຫວໍ່ອັນຍິ່ງໃຫຍ່ອະລັງການ ສ່ວນຊາວບ້ານກໍຈະພາກັນຫົດສົງນໍ້າຫອມໃສ່ຮ່າງຄີງຂອງພວກເພິ່ນ, ພ້ອມຖ່າຍຮູບ ແລະ ພະຍາຍາມດຶງຂົນທີ່ເຮັດຈາກໃຍປໍນັ້ນ ເຊິ່ງເຊື່ອວ່າເປັນສິ່ງມຸງຄຸນອີກຢ່າງໜຶ່ງຫາກມີຄົນສາມາດດຶງອອກມາໄດ້.  

 

ມີຕໍານານເລື່ອງເລົ່າຂອງລາວຫຼາຍສະບັບ ທີ່ກ່ຽວຂ້ອງກັບການກໍາເນີດຂອງປູ່ເຍີຍ່າເຍີ. ຕໍານານໜຶ່ງກໍເລົ່າວ່າ ເທວະດາຫຼວງຖືກສົ່ງລົງມາແຕ່ສະຫວັນເພື່ອຊ່ວຍມະນຸດໃຫ້ຫຼຸດພົ້ນຈາກໄພນໍ້າຖ້ວມ. ທັນທີເທວະດາຫຼວງຢຽບລົງແຕະຟອງນໍ້າ ບ່ອນນັ້ນກໍເກີດເປັນແຜ່ນດິນພຸ່ງພົ້ນຂຶ້ນມາ ແລະ ລູກບຸນທໍາຂອງເທວະດາຫຼວງກໍກາຍເປັນບັນພະບຸລຸດຂອງກະສັດລ້ານຊ້າງ. ນິທານພື້ນເມືອງອີກເລື່ອງໜຶ່ງກໍເລົ່າວ່າ ມີຜູ້ເຖົ້າສອງຜົວເມຍທີ່ຍອມເສຍສະຫຼະຊີວິດເພື່ອມາຕັດຕົ້ນເຄືອເຂົາກາດທີ່ປົກຄຸມເມືອງຫຼວງພະບາງໃຫ້ມືດມິດໂດຍທີ່ແສງຕາເວັນບໍ່ສາມາດສາດສ່ອງເຂົ້າມາໄດ້. ທັງສອງໃຊ້ເວລາສາມເດືອນກັບສາມມື້ຈິ່ງສາມາດໂຄ່ນລົ້ມເຄືອເຂົາກາດໃຫ້ພັງລົງໄດ້ ແຕ່ໜ້າເສຍດາຍທີ່ປູ່ເຍີຍ່າເຍີຊໍ້າພັດເສຍຊີວິດລົງຍ້ອນເຄືອເຂົາກາດລົ້ມທັບຮ່າງທັງສອງ. ມີການເລົ່າຂານກັນວ່າ ເຄືອເຂົາກາດໃຫຍ່ນັ້ນ ເກີດຢູ່ບໍລິເວນຈຸດໄຫຼພົບກັນລະຫວ່າງແມ່ນໍ້າຂອງ ກັບແມ່ນໍ້າຄານ ແລະ ເມືອງຫຼວງພະບາງກໍເຕີບໃຫຍ່ຂະຫຍາຍຕົວມາຈາກຈຸດດັ່ງກ່າວ. ຈາກການກະທໍາທີ່ເປັນການເສຍສະຫຼະດັ່ງກ່າວນັ້ນ ເຮັດໃຫ້ສະຖານະຂອງປູ່ເຍີຍ່າເຍີຖືກຍົກຍ້ອງເຊີດຊູໃຫ້ສູງເດັ່ນຍິ່ງຂຶ້ນ ໃນຖານະຜູ້ປົກປັກຮັກສາບ້ານເມືອງ. ບໍ່ວ່າຈະເປັນຕໍານານເລົ່າຂານສະບັບໃດກໍຕາມ, ປູ່ເຍີຍ່າເຍີລ້ວນແຕ່ຖືກຕີລາຄາວ່າ ເປັນຕົວແທນແຫ່ງຄວາມເສຍສະຫຼະ, ການອຸທິດຕົນເພື່ອຜົນປະໂຫຍດຂອງສ່ວນລວມ, ແລະ ຄວາມເຕັມໃຈໃນການຊ່ວຍເຫຼືອຜູ້ອື່ນ ເຊິ່ງຄວນຄ່າທີ່ຈະໄດ້ຮັບການຍົກຍ້ອງເຊີດຊູ ໃນຊ່ວງສະເຫຼີມສະຫຼອງວັນບຸນປີໃໝ່ລາວ.

 

ທີ່ວັດອາຮາມ ແມ່ນມີຕົ້ນໂພສອງຕົ້ນ ໂດຍເຊື່ອກັນວ່າເປັນບ່ອນສະຖິດຂອງດວງວິນຍານປູ່ເຍີຍ່າເຍີ. ມີຫໍນ້ອຍໆ ໜຶ່ງຫຼັງຕັ້ງຢູ່ ເຊິ່ງເອີ້ນວ່າ ຫໍເທວະດາຫຼວງ ເຮັດໜ້າທີ່ເປັນແທ່ນບູຊາທີ່ສັກສິດ. ຕໍາແໜ່ງຜູ້ທີ່ຫຼິ້ນເປັນ ປູ່ເຍີຍ່າເຍີ ແລະ ສິງແກ້ວສິງຄໍາ ຕ້ອງມາຈາກຄົນໃນສາຍມູນເຊື້ອດຽວກັນ ເຊິ່ງສືບທອດມາແຕ່ອະດີດ ແລະ ມີບາງຄອບຄົວທີ່ອາໄສຢູ່ໃກ້ກັບວັດອາຮາມ ທີ່ໄດ້ຮັບມອບໝາຍໜ້າທີ່ໃຫ້ເປັນຜູ້ດູແລຮັກສາ ແລະ ປົກປ້ອງເບິ່ງແຍງປູ່ເຍີຍ່າເຍີ ສືບທອດມາຫຼາຍເຊັ່ນຄົນ. ໃນຊ່ວງງານບຸນສໍາຄັນຕ່າງໆ, ຄອບຄົວເຫຼົ່ານີ້ຈະເຮັດໜ້າທີ່ເປັນຜູ້ເບິ່ງແຍງຄຸ້ມກັນ, ຄອຍເຝົ້າຕິດຕາມຮູບຫຸ່ນ ແລະ ເບິ່ງແຍງດ້ານຄວາມປອດໄພ ແລະ ຮັບປະກັນວ່າປູ່ເຍີຍ່າເຍີໄດ້ຮັບຄວາມເຄົາລົບເທົ່າທີ່ຄວນ.

 

ການສະເຫຼີມສະຫຼອງງານບຸນປີໃໝ່ລາວ ເລີ່ມຕົ້ນຂຶ້ນດ້ວຍພິທີເກົ່າແກ່ດັ້ງເດີມ ໂດຍມີການອັນເຊີນປູ່ເຍີຍ່າເຍີ ແລະ ສິງແກ້ວສິງຄໍາ ຈາກຫໍເທວະດາຫຼວງທີ່ວັດອາຮາມ. ເທພາອາຮັກຜູ້ຮັກສາບ້ານເມືອງເຫຼົ່ານີ້ ໄດ້ຮັບການຖວາຍບູຊາດ້ວຍເຫຼົ້າຂາວ, ຕົ້ມໄກ່ ແລະ ໝາກໄມ້, ພ້ອມກັບສວດມົນ ແລະ ຈູດທູບທຽນ, ໃນຂະນະທີ່ຕົວຕົນຂອງຜູ້ຫຼິ້ນເປັນປູ່ເຍີຍ່າເຍີແມ່ນຖືກເກັບຮັກສາເປັນຄວາມລັບບໍ່ມີໃຜຮູ້ ທັງນີ້ກໍເພື່ອເພີ່ມຄວາມສັກສິດອັນເປັນສີລິມຸງຄຸນໃຫ້ແກ່ປະເພນີດັ່ງກ່າວ. ພາຍຫຼັງແຕ່ງກາຍນຸ່ງຖືຄົບຊຸດແລ້ວ, ຜູ້ຫຼິ້ນຫຸ່ນເຊີດຈະອອກມາຍ່າງໃນຂະບວນແຫ່ຮ່ວມກັບບັນດາມືກອງ, ພະສົງສາມະເນນ ໂດຍມຸ່ງໜ້າໄປຍັງບໍ່ນໍ້າສັກສິດເພື່ອຕັກເອົານໍ້າທ່ຽງ ເຊິ່ງແມ່ນບ່ອນນໍ້າອອກບໍ່ຢູ່ບໍລິເວນເທິງຂົວເກົ່າ ເພື່ອໃຊ້ເປັນນໍ້າສັກສິດສະອາດບໍລິສຸດ. ຈາກນັ້ນກໍຈະນໍາເອົານໍ້າສັກສິດດັ່ງກ່າວໄປຫົດສົງພະບາງ ເຊິ່ງຖືເປັນການຫົດສົງພະພຸດທະຮູບຄັ້ງທໍາອິດ ແລະ ເປັນການເລີ່ມຕົ້ນງານບຸນປີໃໝ່ລາວ.

 

ຄວາມສໍາຄັນຂອງປູ່ເຍີຍ່າເຍີ ສະແດງອອກໃຫ້ເຫັນໄດ້ຢ່າງຊັດເຈນຕະຫຼອດຊ່ວງການສະເຫຼີມສະຫຼອງງານບຸນ ໂດຍສະເພາະ ພວກເພິ່ນຈະເຂົ້າຮ່ວມຂະບວນແຫ່ ແລະ ການຟ້ອນແອະແອ່ນ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນ. ໜຶ່ງໃນພິທີຟ້ອນລໍາດັ່ງກ່າວ ແມ່ນຈັດຂຶ້ນຢູ່ວັດຊຽງທອງ ໃນມື້ທີສາມຂອງປີໃໝ່ລາວ, ໃນຂະນະທີ່ວັດອາຮາມ ແລະ ວັດວິຊຸນທີ່ຢູ່ໃກ້ຄຽງກັນກໍມີພິທີຟ້ອນລໍາ ເພື່ອເປັນສະແດງຄວາມເຄົາລົບຕໍ່ບັນພະບຸລຸດຜູ້ຮັກສາບ້ານເມືອງເຊັ່ນກັນ. ສ່ວນປະຊາຊົນຊາວບ້ານກໍຈະມາເຕົ້າໂຮມກັນເພື່ອເບິ່ງຊົມ, ຕົບມືສະແດງຄວາມພໍໃຈ ພ້ອມສົ່ງສຽງຫົວຄຶກຄື້ນ ໂດຍສ້າງບັນຍາກາດແຫ່ງຄວາມຜາສຸກ ຂະນະທີ່ປູ່ເຍີຍ່າເຍີກໍາລັງຟ້ອນແອະແອ່ນຢູ່ຕໍ່ໜ້າຫໍບູຊາ.

 

ຕໍານານເລື່ອງເລົ່າທີ່ກ່ຽວຂ້ອງກັບປູ່ເຍີຍ່າເຍີ ຖືເປັນສ່ວນສໍາຄັນທີ່ໜ້າສົນໃຈໃນດ້ານປະຫວັດສາດສາສະໜາ ແລະ ວັດທະນະທໍາຂອງຫຼວງພະບາງ. ໃນທຸກໆປີ, ການປາກົດຕົວຂອງປູ່ເຍີຍ່າເຍີ ໃນຊ່ວງງານບຸນປີໃໝ່ລາວ ລ້ວນແຕ່ນໍາມາເຊິ່ງຄວາມສຸກ-ຄວາມມ່ວນຊື່ນ, ຄໍາອວຍພອນ ແລະ ຄວາມສະໝານສາມັກຄີທີ່ມອບໃຫ້ກັບຊາວເມືອງຫຼວງພະບາງ. ເມື່ອງານສະເຫຼີມສະຫຼອງວັນບຸນສິ້ນສຸດລົງ, ເມື່ອທຸກຄົນຕ່າງກໍອີ່ມເອີບໃຈກັບການຟ້ອນລໍາ ແລະ ການຫຼິ້ນນໍ້າຢ່າງມ່ວນຊື່ນແລ້ວ, ເທພາອາຮັກຜູ້ຮັກສາບ້ານເມືອງທັງຄູ່ພ້ອມລູກຊາຍກໍຈະຖືກສົ່ງເກັບມ້ຽນໄວ້ໃນຫີບຈັດເກັບຢູ່ວັດອາຮາມ ເພື່ອພັກຜ່ອນລໍຖ້າອີກໜຶ່ງປີ, ໂດຍເຝົ້າຄອຍຂະບວນແຫ່ຫວໍ່ທີ່ຈະມີຂຶ້ນອີກຮອບໃນປີຖັດໄປ.

ວິທີເດີນທາງ:

ສາຍການບິນລາວໃຫ້ບໍລິການຖ້ຽວບິນໄປເມືອງຫຼວງພະບາງເປັນປະຈໍາ ໂດຍມີປາຍທາງຈາກນະຄອນຫຼວງວຽງຈັນ, ປາກເຊ, ກຸງເທບ, ຊຽງໃໝ່ ແລະ ຮາໂນ່ຍ.

Read More

Related Articles