ອັນຍະມະນີທີ່ຖືກເຊື່ອງຊ້ອນໃນລາວໄດ້ຮັບການຂຶ້ນທະບຽນເປັນມໍລະດົກໂລກ ໂດຍອົງການ UNESCO
ບົດໂດຍ: ເຈສັນ ໂຣລັນ
ຮູບໂດຍ: ພູນຊັບ ເທວົງສາ
ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

ອຸດທະຍານແຫ່ງຊາດ ຫີນໜາມໜໍ່ ຖືເປັນສະຖານທີ່ທີ່ມີຄວາມມະຫັດສະຈັນທາງທໍາມະຊາດ, ເຊິ່ງຕັ້ງຢູ່ແຂວງຄໍາມ່ວນ ພາກຕາເວັນອອກສ່ຽງໃຕ້ຂອງລາວ, ມີເນື້ອທີ່ທັງໝົດ 94,121 ເຮັກຕາ. ອົງການ UNESCO ໄດ້ຂຶ້ນທະບຽນພື້ນທີ່ອະນຸລັກທີ່ມີຄວາມຫຼາກຫຼາຍທາງຊີວະນານາພັນ ແລະ ງົດງາມຕະການຕາແຫ່ງນີ້ ໃຫ້ເປັນມໍລະດົກຂອງໂລກໃນເດືອນ ກໍລະກົດ 2025 ຜ່ານມາ, ເຮັດໃຫ້ສະຖານທີ່ດັ່ງກ່າວ ກາຍເປັນແຫຼ່ງມໍລະດົກໂລກແຫ່ງທີ 4 ຂອງລາວ ທັງເປັນແຫຼ່ງມໍລະດົກທາງທໍາມະຊາດຂ້າມຊາຍແດນແຫ່ງທໍາອິດຂອງໂລກ ຮ່ວມກັບ ອຸດທະຍານແຫ່ງຊາດ ຟອງຍາ-ແກບັງ ຂອງຫວຽດນາມ.

ເມື່ອແນມເບິ່ງຈາກມຸມສູງ, ຈະປາກົດເຫັນທິວທັດອັນງົດງາມທີ່ສຸດແຫ່ງໜຶ່ງຂອງລາວ ປຽບປານພາບໃນຄວາມຝັນ, ດ້ວຍຫີນປູນອັນແຫຼມຄົມຕັ້ງເດັ່ນສະຫງ່າ ໂຜ່ພົ້ນອອກມາຈາກຜືນພົມທີ່ປົກຄຸມໂດຍປ່າດົງດິບອັນຂຽວອຸ່ມທຸ່ມບໍລິສຸດ. ຊື່ຂອງອຸດທະຍານແຫ່ງນີ້ມີຄວາມໝາຍໃນພາສາລາວ ວ່າ “ຍອດຜາຫີນອັນແຫຼມຄົມປຽບສະເໝືອນກັບໜໍ່ໄມ້”, ແລະ ຖ່າຍທອດທັດສະນີຍະພາບອັນໜ້າອັດສະຈັນ ເຊິ່ງເກີດຈາກທໍລະນີວິທະຍາທີ່ສະສົມມາຍາວນານກວ່າ 300 ລ້ານປີ.
ຖໍ້າເຊບັ້ງໄຟ ຖືເປັນຈຸດເດັ່ນອີກແຫ່ງໜຶ່ງຂອງອຸດທະຍານແຫ່ງຊາດ ຫີນໜາມໜໍ່ ທ່າມກາງຖໍ້າໃຕ້ດິນຂະໜາດໃຫຍ່ທັງໝົດ 173 ແຫ່ງ ທີ່ໄດ້ຮັບການບັນທຶກໄວ້. ຖໍ້າແຫ່ງນີ້ມີລະບົບແມ່ນໍ້າໃຕ້ດິນ ທີ່ມີລວງຍາວເຖິງ 11 ກິໂລແມັດ ໂດຍມີລວງສູງຂອງເສັ້ນທາງນໍ້າເຖິງ 120 ແມັດ ແລະ ກວ້າງ 200 ແມັດ ເຮັດໃຫ້ເປັນໜຶ່ງໃນບັນດາຖໍ້ານໍ້າລອດທີ່ມີມວນນໍ້າມະຫາສານໄຫຼຢູ່ໃນປະລິມານຫຼາຍທີ່ສຸດຂອງໂລກ, ພ້ອມຍັງມີລະບົບນິເວດພາຍໃນຕົວນໍາອີກ!

ເນື່ອງຈາກອຸດທະຍານແຫ່ງຊາດ ຫີນໜາມໜໍ່ ບໍ່ໄດ້ຈັດຢູ່ໃນເສັ້ນທາງທ່ອງທ່ຽວທົ່ວໄປ ຈິ່ງເຮັດໃຫ້ພື້ນທີ່ແຫ່ງນີ້ຍັງຮັກສາຄວາມເປັນທໍາມະຊາດອັນແທ້ຈິງ ແລະ ຄວາມບໍລິສຸດໄວ້ໄດ້. ນອກຈາກນັ້ນ, ກໍຍັງເປັນຖິ່ນທີ່ຢູ່ອາໄສແຫຼ່ງສຸດທ້າຍຂອງສັດປ່າຫາຍາກ ໃນພື້ນທີ່ປ່າຫີນປູນທ່າມກາງຄວາມອຸດົມສົມບູນທີ່ຖືກປົກປັກຮັກສາທີ່ດີທີ່ສຸດອີກແຫ່ງໜຶ່ງໃນອິນດູຈີນ.

ການເດີນທາງ:
ສາຍການບິນລາວໃຫ້ບໍລິການຖ້ຽວບິນໄປສະຫວັນນະເຂດທຸກວັນ, ສາມາດສືບຕໍ່ເດີນທາງຫາຖໍ້າເຊບັ້ງໄຟດ້ວຍລົດຍົນ ເຊິ່ງມີໄລຍະທາງປະມານ 200 ກິໂລແມັດ.



English
