The Continental Cruise
ບົດໂດຍ: ເຈສັນ ໂຣລັນ
ຮູບໂດຍ: The Continental Cruise
ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

ທ່ານລອງນຶກພາບກ່ຽວກັບການເດີນທາງມາທ່ຽວຫຼວງພະບາງ ໃນນາມນັກພະຈົນໄພຍຸກບູຮານທີ່ລ່ອງເຮືອມາຕາມແມ່ນໍ້າຂອງເບິ່ງ ທ່ານເກືອບຈະບໍ່ຮູ້ເລີຍວ່າມີບ້ານເຮືອນຜູ້ຄົນພາກັນຕັ້ງຖິ່ນຖານຢູ່ເຂດນີ້ ເພາະຖືກປ່າປົກຫຸ້ມໄປທົ່ວທຸກບ່ອນ
ຜູ້ໂດຍສານທ່ານໜຶ່ງທີ່ນັ່ງຢູ່ເທິງເຮືອສໍາລານ The Continental Cruise ຂອງ ໂຮງແຮມ ສຸພັດຕຣາ ກ່າວຂຶ້ນໃນຂະນະທີ່ພວກເຮົາກໍາລັງເພັງເລັ່ງສາຍຕາສອດສ່ອງເບິ່ງຕົວເມືອງອັນງົດງາມທີ່ຢູ່ບໍ່ໄກຈາກເຮືອສໍາລານທີ່ພວກເຮົານັ່ງຢູ່, ຂະນະທີ່ແສງຕາເວັນຍາມຄ້ອຍແລງໄດ້ສາດສ່ອງແສງປະກາຍລະຍິບລະຍັບປະທະກັບໜ້ານໍ້າກາຍເປັນສາຍສີທອງທອດຍາວ; ແມ່ນແລ້ວ ຜູ້ໂດຍສານຄົນນີ້ເວົ້າຖືກ ເນື່ອງຈາກຕົວເມືອງເກືອບທັງໝົດຄ້າຍຄືກັບວ່າພວມຖືກກືນກິນດ້ວຍສະພາບແວດລ້ອມສີຂຽວອຸ່ມທຸ່ມ, ເຊັ່ນດຽວກັບເຮືອສໍາລານສຸດຫຼູຫຼາທີ່ພວກເຮົາກໍາລັງໃຊ້ບໍລິການຢູ່.
The Continental Cruise ປະກອບມີເຮືອສອງລໍາທີ່ໄດ້ຮັບການສ້ອມແປງຄືນໃໝ່ ກໍຄືເຮືອ Lao Brise Montagneuse ແລະ ເຮືອ Lao Riviere, ແຕ່ລະລໍາມີຄວາມຍາວກວ່າ 40 ແມັດ, ຕົກແຕ່ງດ້ວຍໂທນສີຂາວ, ສີເທົາ, ຜ້າແພທີ່ຕໍ່າດ້ວຍມື ແລະ ໄມ້ທີ່ມີສີໂທນອັນອົບອຸ່ນສະບາຍຕາ. ສໍາລັບການຕົກແຕ່ງພາຍໃນເຮືອ ລ້ວນແຕ່ໃຫ້ຄວາມຮູ້ສຶກຄ້າຍກັບເປັນສ່ວນຕໍ່ປະສານກັບໂຮງແຮມບູຕິກຂອງສຸພັດຕຣາທີ່ພວມລອຍລ່ອງເທິງໜ້ານໍ້າ ເນື່ອງຈາກມີຄວາມຮຽບງ່າຍ, ສະດວກສະບາຍ ແລະ ໄດ້ຮັບການອອກແບບມາເພື່ອເພີ່ມຄວາມງົດງາມຂອງທິວທັດອ້ອມຮອບໂດຍລວມ. ໃນເວລາທີ່ສາຍລົມພັດຜ່ານຊັ້ນດາດຟ້າອັນເປີດໂລ່ງ, ເຮືອກໍຈະໃຫ້ຄວາມຮູ້ສຶກໂລ່ງສະບາຍ ທັງຢູ່ເໜືອການເວລາ, ເຊິ່ງສະທ້ອນຄວາມງາມອັນງຽບສະຫງົບຂອງຕົວເມືອງຫຼວງພະບາງ.

ຜູ້ໂດຍສານສາມາດເລືອກເຂົ້າຮ່ວມໜຶ່ງໃນສອງເສັ້ນທາງທ່ອງທ່ຽວສຸດພິເສດນີ້ໄດ້. ເສັ້ນທາງທີໜຶ່ງກໍແມ່ນ ການລ່ອງເຮືອເພື່ອຊົມດວງຕາເວັນຕົກດິນ ພ້ອມເພີດເພີນກັບອາຫານຄໍ່າເປັນເວລາ 2 ຊົ່ວໂມງ, ໂດຍເຊີນຊວນໃຫ້ແຂກສາມາດຜ່ອນຄາຍ ຂະນະທີ່ທ້ອງຟ້າພວມປ່ຽນສີຈາກສີແດງສົ້ມເປັນສີບົວ ແລະ ສີມ່ວງເຂັ້ມ. ມີການເສີບໄວນ໌ສປາກລິງ 1 ຈອກເມື່ອກ້າວຂຶ້ນສູ່ເທິງເຮືອ, ຕາມດ້ວຍອາຫານຄໍ່າແບບໃຫ້ເລືອກເປັນຊຸດ ທັງອາຫານລາວ ຫຼື ອາຫານຕາເວັນຕົກ. ສ່ວນເທິງດາດຟ້າຂອງເຮືອ, ກໍຖືກອ້ອມລ້ອມດ້ວຍການປະດັບຕົກແຕ່ງຈາກເຄື່ອງຫັດຖະກໍາ ປະສານກັບຈັງຫວະການໄຫຼຂອງແມ່ນໍ້າ, ເພີ່ມບັນຍາກາດໃຫ້ມີຊີວິດຊີວາ ແມ່ນແຕ່ການດື່ມອວຍພອນທໍາມະດາກໍຍັງສາມາດເກີດຄວາມຮູ້ສຶກແບບພິເສດໄດ້. ດ້ວຍຈັງຫວະການເຄື່ອນທີ່ອັນເຊື່ອງຊ້າ, ຊ່ວຍເຊີນຊວນໃຫ້ແຂກສາມາດດື່ມດໍາກັບບັນຍາກາດອັນເລິກເຊິ່ງກັບເງົາຂອງໜ່ວຍພູ, ຊາວປະມົງທີ່ພວມພາຍເຮືອກັບບ້ານເຮືອນຂອງໃຜລາວ ແລະ ຫຼັງຄາວັດທີ່ໂຜ່ພົ້ນອອກມາຈາກປາຍໄມ້.

ສໍາລັບຜູ້ທີ່ຕ້ອງການເດີນທາງທ່ອງທ່ຽວໃນໄລຍະເວລາທີ່ດົນຂຶ້ນ, ການລ່ອງເຮືອເພື່ອທ່ຽວຊົມຖໍ້າປາກອູທີ່ໃຊ້ເວລາດົນເຖິງ 5 ຊົ່ວໂມງ ຈະນໍາພາທ່ານລອຍລ່ອງໄປຕາມສາຍນໍ້າຂອງໄດ້ຢ່າງເລິກເຊິ່ງຫຼາຍຂຶ້ນ. ພາຍຫຼັງດື່ມດໍາກັບເຄື່ອງດື່ມຕ້ອນຮັບແລ້ວ, ເຮືອຈະມຸ່ງໜ້າລອຍລ່ອງໄປຕາມໂຄ້ງຂອງສາຍນໍ້າຢ່າງນຸ້ມນວນ ເພື່ອກ້າວສູ່ໜຶ່ງສະຖານທີ່ສັກສິດ ແລະ ເປັນທີ່ສັກກາລະບູຊາຫຼາຍທີ່ສຸດຂອງລາວ. ນັ້ນກໍແມ່ນ ຖໍ້າປາກອູ, ເຊິ່ງເປັນສະຖານທີ່ເກັບຮັກສາພະພຸດທະຮູບນັບພັນອົງ ທີ່ບັນດາຜູ້ເຫຼື້ອມໃສສັດທາພາກັນນໍາມາປະດິດສະຖານໄວ້ຕະຫຼອດຊ່ວງຫຼາຍສັດຕະວັດ ໂດຍຕັ້ງເດັ່ນສະຫງ່າຢ່າງງົດງາມຢູ່ເທິງໜ້າຜາຫີນປູນ. ໃນລະຫວ່າງເດີນທາງກັບ, ກໍຈະມີບໍລິການເສີບອາຫານທ່ຽງແບບລາວໆ ທີ່ອຸດົມສົມບູນໄປດ້ວຍລົດຊາດຂອງອາຫານທ້ອງຖິ່ນ, ຊ່ວຍໃຫ້ນັກທ່ອງທ່ຽວມີໂອກາດໄດ້ເພີດເພີນກັບແມ່ນໍ້າ ແລະ ມໍລະດົກທາງວັດທະນະທໍາແບບຊ້າໆຄ່ອຍເປັນຄ່ອຍໄປ.

ສິ່ງທີ່ເຮັດໃຫ້ການລ່ອງເຮືອ The Continental Cruise ມີຄວາມໂດດເດັ່ນນັ້ນ ບໍ່ໄດ້ມາຈາກການນຳໃຊ້ແບບຟຸມເຟືອຍ ແຕ່ໄດ້ມາຈາກຄວາມຕັ້ງໃຈຈິງ. ທຸກແຈທຸກມຸມ ນັບແຕ່ໝອນນຸ້ມໆ ໄປຈົນຮອດສິ່ງຂອງຕົກແຕ່ງທີ່ເປັນຜົນງານຫັດຖະກໍາ ລ້ວນແຕ່ຖືກຈັດວາງຢ່າງພິຖີພິຖັນເພື່ອເພີ່ມສະເໜ່ຄວາມງາມໃຫ້ແກ່ແມ່ນໍ້າ. ພະນັກງານບໍລິການກ່າວໃຫ້ພວກເຮົາຟັງວ່າ ເຮືອເຫຼົ່ານີ້ເມື່ອກ່ອນເຄີຍເປັນເຮືອຂົນສົ່ງສິນຄ້າ ແລະ ຜູ້ໂດຍສານລະຫວ່າງ ເມືອງຫຼວງພະບາງ, ປາກແບ່ງ ແລະ ປະເທດໄທ, ແລະ ປັດຈຸບັນໄດ້ຖືກປ່ຽນຮູບໂສມໃຫ້ກາຍເປັນສະຖານທີ່ແຫ່ງຄວາມງຽບສະຫງົບ ແລະ ຫຼູຫຼາ. ປະຫວັດຂອງເຮືອດັ່ງກ່າວປາກົດວ່າ ໄດ້ແຝງຊ້ອນໄວ້ພາຍໃຕ້ພື້ນຜິວທີ່ຖືກຂັດເງົາຈົນກ້ຽງງາມ, ເພີ່ມຄວາມຮູ້ສຶກຢ່າງຕໍ່ເນື່ອງໃຫ້ແກ່ການເດີນທາງ.
ໃນຂະນະທີ່ດວງຕາເວັນພວມລາລັບຈາກຂອບຟ້າ ແລະ ແມ່ນໍ້າຂອງກໍຖືກປ່ຽນເປັນສີທອງອ່ອນໆ, ສ່ວນພາບສະທ້ອນເທິງແມ່ນໍ້າກໍປາກົດວ່າງົດງາມບໍ່ຕ່າງຈາກຝັນ ເຊິ່ງມອບບັນຍາກາດເຊັ່ນດຽວກັບຊ່ວງເລີ່ມຕົ້ນອອກເດີນທາງ. ເມື່ອເພັງເລັ່ງສາຍຕາຜ່ານ, ຕົວເມືອງຫຼວງພະບາງຍັງຄົງປາກົດໃຫ້ເຫັນພຽງເຄິ່ງໜຶ່ງ ສ່ວນທີ່ເຫຼືອກໍຍັງຖືກເຊື່ອງຊ້ອນຢູ່ດ້ານຫຼັງຂອງຕົ້ນໄມ້ ແລະ ອ່ອນຊ້ອຍລົງດ້ວຍແສງຍາມຄ້ອຍແລງ. ດ້ານເທິງຂອງເຮືອອັນງຽບສະຫງົບ ແລະ ສະຫງ່າງາມລໍານີ້ ກໍມອບຄວາມຮູ້ສຶກຄ້າຍກັບວ່າ ພວກເຮົາເປັນນັກເດີນທາງທ່ອງທ່ຽວທີ່ມາຈາກຍຸກອື່ນເຊັ່ນກັນ, ເຊິ່ງພວມນໍາພາພວກເຮົາລອຍລ່ອງໄປຍັງສະຖານທີ່ທີ່ກໍາລັງເຜີຍຕົວຕົນອັນແທ້ຈິງອອກມາຢ່າງຊ້າໆ.

ຫາກສົນໃຈຈອງ ຫຼື ຕ້ອງການຂໍ້ມູນເພີ່ມຕື່ມສາມາດເຂົ້າເບິ່ງທີ່
souphattra.com/luangprabang
call +856 71 211 222
whatsapp +856 20 2866 2868
ວິທີເດີນທາງ:
ສາຍການບິນລາວໃຫ້ບໍລິການຖ້ຽວບິນໄປຫຼວງພະບາງເປັນປະຈໍາ ໂດຍມີປາຍທາງຈາກນະຄອນຫຼວງວຽງຈັນ, ປາກເຊ, ຮາໂນ່ຍ, ຊຽງໃໝ່ ແລະ ກຸງເທບ.



English
