ສະຖານທີ່ພັກຜ່ອນເທິງຈອມພູຫຼວງພະບາງ
ບົດໂດຍ: ເຈສັນ ໂຣລັນ
ຮູບໂດຍ: ໂຮງແຮມ ຄີຣີດາຣາ
ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

ການເດີນທາງມາເຖິງ ຄີຣີດາຣາ ບ່ອນເຊິ່ງໃຫ້ຄວາມຮູ້ສຶກຄ້າຍຄືກັບໄດ້ກ້າວເຂົ້າສູ່ໂລກຂອງການໃຊ້ຊີວິດແບບບໍ່ຮີບຮ້ອນ ບໍ່ຕ່າງຫຍັງກັບການກ້າວຂາຂຶ້ນຂັ້ນໄດອັນງຽບສະຫງົບ ທີ່ຢູ່ເໜືອຄວາມວຸ້ນວາຍຂອງເມືອງຫຼວງພະບາງ. ຕົວເມືອງດ້ານລຸ່ມສົ່ງສຽງຮື່ມ! ຮື່ມ ດ້ວຍສຽງກອງທີ່ກຶກກ້ອງຈາກວັດ, ມີກິ່ນທູບລອຍລ່ອງຕາມສາຍລົມ ແລະ ສຽງກະຊິບຂອງແມ່ນໍ້າຂອງທີ່ຢູ່ໄກແສນໄກ. ແຕ່ເທິງຈອມພູແຫ່ງນີ້, ອາກາດຊໍ້າພັດນິ້ງສະຫງົບ ຊວນໃຫ້ຮູ້ສຶກຜ່ອນຄາຍຫຼາຍຂຶ້ນ ຂະນະທີ່ຈັງຫວະຊີວິດກໍຂັບເຂື່ອນຊ້າລົງໄປຕາມໆກັນ.
ໂຮງແຮມ ຄີຣີດາຣາ ໃຫ້ຂະໜານນາມຕົນເອງໃນຖານະເປັນສະຖານທີ່ພັກຜ່ອນເທິງຈອມພູແຫ່ງຫຼວງພະບາງແລະ ຖ້ອຍຄໍາສໍານວນດັ່ງກ່າວ ກໍສື່ໃຫ້ເຫັນເຖິງປະສົບການທີ່ສົມບູນແບບ. ທີ່ຕັ້ງຂອງໂຮງແຮມ ເຊິ່ງຍົກຕົວເໜືອໃຈກາງເມືອງເກົ່າແກ່ທາງປະຫວັດສາດ, ເປີດມຸມມອງທັດສະນີຍະພາບອັນງົດງາມຂອງຕົວເມືອງສັກສິດ ຄ້າຍກັບພາບທີ່ຄ່ອຍໆເຜີຍໃຫ້ເຫັນໂຄງສ້າງອາຄານເປັນຊັ້ນໆ ເປັນຕົ້ນແມ່ນ: ຫຼັງຄາກະເບື້ອງຂອງວັດວາອາຮາມທີ່ໂຜ່ພົ້ນຈາກປາຍໄມ້ສີຂຽວກະຈີ, ພູສີຕັ້ງເດັ່ນສະຫງ່າເໜືອເສັ້ນຂອບຟ້າອັນອ່ອນໂຍນ ແລະ ສັນພູຍາວຢຽດຢູ່ໄກໂພ້ນ ທີ່ຊ່ວຍໂອບອ້ອມຂອບຟ້າໄວ້ເບື້ອງຫຼັງ.
ເຖິງແມ່ນໃຈກາງເມືອງຫຼວງພະບາງຈະຢູ່ຫ່າງອອກໄປພຽງບໍ່ເທົ່າໃດນາທີ, ແຕ່ໂຮງແຮມແຫ່ງນີ້ຊໍ້າພັດມອບຄວາມຮູ້ສຶກຄືກັບຖືກແຍກໂຕອອກຈາກຄວາມວຸ້ນວາຍຂອງຕົວເມືອງ. ໂຮງແຮມ ຄີຣີດາຣາ ຍັງເປັນສະຖານທີ່ເໝາະສົມແກ່ການກັບມາພັກພິງ ພາຍຫຼັງໃຊ້ເວລາຍ່າງເລາະຊົມວັດວາອາຮາມ, ສໍາຫຼວດຕະຫຼາດກາງຄືນອັນຄຶກຄື້ນ ຫຼື ອອກທ່ຽວຊົມຄວາມງົດງາມຂອງນໍ້າຕົກຕາດທີ່ຢູ່ອ້ອມຮອບເຂດນອກຕົວເມືອງ. ແລະ ເມື່ອທ່ານກັບຄືນໂຮງແຮມ, ບັນຍາກາດອັນງຽບສະຫງົບເທິງຈອມພູກໍຈະເຊີນຊວນໃຫ້ທ່ານຮູ້ສຶກຢາກນອນເອນກາຍຢູ່ສະຖານທີ່ແຫ່ງນີ້ໃຫ້ດົນຂຶ້ນ.

ຊື່ຄີຣີດາຣາໄດ້ມາຈາກພາສາສັນສະກິດ ເຊິ່ງມີຄວາມໝາຍວ່າດວງດາວເໜືອຈອມພູແລະ ການອອກແບບຂອງສະຖານທີ່ພັກ ກໍສະທ້ອນເຖິງຄວາມສະຫງົບອັນສູງສົ່ງນັ້ນໄວ້ຢ່າງງົດງາມ. ໂຮງແຮມແຫ່ງນີ້ ໄດ້ຮັບການອອກແບບໂດຍສະປານິກຊາວລາວ, ປະສົມປະສານຄວາມສະດວກສະບາຍຮ່ວມສະໄໝເຂົ້າກັບກິ່ນອາຍຄວາມເປັນລາວໄດ້ຢ່າງກົມກືນ. ຫຼັງຄາເຊຣາມິກທີ່ລຽນຊ້ອນກັນເປັນຊັ້ນໆ, ລະບຽງສວນທີ່ຊອນລອນຂຶ້ນຕາມໄຫຼ່ເນີນພູ ແລະ ຂັ້ນໄດອັນຄົດໂຄ້ງທີ່ເຊື່ອມຕໍ່ພື້ນທີ່ຕ່າງໆເຂົ້າກັນ ລ້ວນແຕ່ເຮັດໃຫ້ສະຖານທີ່ແຫ່ງນີ້ສົ່ງມອບຄວາມຮູ້ສຶກຄ້າຍກັບເປັນໝູ່ບ້ານນ້ອຍໆເທິງເນີນພູທີ່ຄ່ອຍໆເຜີຍຕົວຕົນໄປຕາມຄວາມລາດຊັນຂອງພູມີປະເທດ.
ເສັ້ນທາງຍ່າງອັນຄົດໂຄ້ງຍາວຢຽດຜ່ານສວນສີຂຽວອຸ່ມທຸ່ມທີ່ຖືກຈັດແຕ່ງຢ່າງປານີດ ແລະ ກໍາແພງຫີນເຊິ່ງປົກຄຸມດ້ວຍເຄືອໄມ້ນາໆພັນ, ນໍາໄປສູ່ມຸມງຽບສະຫງົບທີ່ແຂກຜູ້ມາພັກເຊົາສາມາດຢຸດພັກຢູ່ກ້ອງຮົ່ມເງົາ ຫຼື ດື່ມດໍາກັບການສົນທະນາພາທີກັນຢ່າງຜ່ອນຄາຍ. ທີ່ພັກແຫ່ງນີ້ ຖືເປັນບ່ອນເຊີນຊວນໃຫ້ແຂກສາມາດຍ່າງເລາະຫຼິ້ນໄດ້ຢ່າງສໍາລານໃຈ ໂດຍແຂກຈະຄ່ອຍໆຄົ້ນພົບຄວາມສະຫງົບສຸກອັນເລັກນ້ອຍທີ່ເຊື່ອງຊ້ອນຢູ່ລະຫວ່າງທາງ.

ສໍາລັບຫ້ອງພັກ ແລະ ຫ້ອງສະວິດທັງ 43 ຫ້ອງຂອງໂຮງແຮມ ຄີຣີດາຣາ ຍັງຄົງຖ່າຍທອດຄວາມສະຫງ່າງາມທີ່ຮຽບງ່າຍ ເຊັ່ນດຽວກັບພື້ນໄມ້ສັກ, ໂທນສີອ່ອນລະມຸນ, ບວກກັບລວດລາຍສິລະປະແບບລາວໆທີ່ປະດັບເອ້ຢ່າງປານີດ, ສ້າງບັນຍາກາດອັນອົບອຸ່ນແກ່ພາຍໃນພື້ນທີ່ໂດຍບໍ່ສະແດງໃຫ້ຮູ້ສຶກວ່າມັນຫຼາຍເກີນໄປແຕ່ຢ່າງໃດ. ແສງແດດຍາມເຊົ້າສາດສ່ອງຜ່ານໜ້າປະຕູປ່ອງຢ້ຽມ ໃນຂະນະທີ່ສາຍໝອກອ້ອມຮອບກໍຄ່ອຍໆເລື່ອນຫາຍໄປຈາກເຂດເນີນພູໃກ້ຄຽງ.
ທ່ານສາມາດຊົມວິວທິວທັດອັນກວ້າງໃຫຍ່ໄພສານຂອງຈອມພູສີ ແລະ ສວນສີຂຽວສະອຸມຢູ່ດ້ານລຸ່ມ ພຽງແຕ່ທອດສາຍຕາຈາກລະບຽງສ່ວນຕົວ ເຊິ່ງເປັນພາບທິວທັດທີ່ປ່ຽນແປງໄປຕາມແສງແດດໃນແຕ່ລະຊ່ວງຂອງວັນນັ້ນໆ ປຽບດັ່ງສາກທໍາມະຊາດທີ່ຄ່ອຍໆແປປ່ຽນຢ່າງບໍ່ມີມື້ຈົບສິ້ນ.

ແຕ່ສິ່ງທີ່ໂດດເດັ່ນກວ່າໝູ່ຂອງສະຖານທີ່ພັກຜ່ອນເທິງຈອມພູແຫ່ງຫຼວງພະບາງແຫ່ງນີ້ກໍແມ່ນ ສະລອຍນໍ້າອິນຟິນິຕີ້ ເຊິ່ງຕັ້ງເດັ່ນສະຫງ່າຢູ່ເໜືອຮ່ອມພູ, ເປີດໂອກາດໃຫ້ສາມາດແນມເຫັນທິວທັດອັນກວ້າງໃຫຍ່ຂອງຕົວເມືອງ ແລະ ສາຍພູຕ່າງໆທີ່ຕັ້ງຢູ່ຫ່າງໄກ. ແຂກທີ່ມາພັກເຊົາ ສາມາດຜ່ອນຄາຍດ້ວຍການນອນເອນກາຍເທິງເກົ້າອີ້ອາບແດດ ຫຼື ແຊ່ໂຕລົງໃນສະນໍ້າອັນເຢັນສະບາຍໃນຂະນະກຸ່ມເມກເຝື້ອຕ່າງກໍລອຍລ່ອງຜ່ານທ້ອງຟ້າຢ່າງເຊື່ອງຊ້າ.
ຊ່ວງເວລາໃນທີ່ແຫ່ງນີ້ ຄ້າຍກັບວ່າໄດ້ຄ່ອຍໆຢືດຍາວອອກໄປ. ຊ່ວງຕອນບ່າຍຜ່ານພົ້ນໄປຢ່າງສະຫງົບງ່າຍດາຍກັບການອ່ານໜັງສື, ລອຍນໍ້າ, ຫຼື ພຽງນັ່ງເມີ່ລອຍທອດສາຍຕາໄປຕາມພູມມີທັດທີ່ຄ່ອຍໆເຜີຍຕົວຕົນຢູ່ເບື້ອງໜ້າຈາກຈອມພູແຫ່ງນີ້.
ເມື່ອດວງອາທິດເລີ່ມຕໍ່າລົງ, ບັນຍາກາດກໍຜັນປ່ຽນເປັນຄວາມງົດງາມທີ່ແຝງຊ້ອນມົນສະເນ່ອັນງຽບສະຫງົບຢ່າງໜ້າອັດສະຈັນ. ທີ່ລະບຽງສະລອຍນໍ້າສ່ອງປະກາຍດ້ວຍແສງໄຟອ່ອນໆ, ຂະນະທີ່ໂຄມໄຟພວມແກວ່ງໄກວເບົາໆຕາມແຮງໄຫວຂອງສາຍລົມຍາມຄ້ອຍຄໍ່າ. ທີ່ເບື້ອງລຸ່ມ, ຕົວເມືອງຫຼວງພະບາງເລີ່ມເປັ່ງປະກາຍລະຍິບລະຍັບ ເມື່ອຈອມພູສີຄ່ອຍໆສ່ອງສະຫວ່າງຂຶ້ນ. ລານລະບຽງຂອງໂຮງແຮມຈິ່ງກາຍເປັນສະຖານທີ່ພົບປະສັງສັນຕາມທໍາມະຊາດ ສໍາລັບການຈິບຄັອກເທວກ່ອນອາຫານຄໍ່າ. ການສົນທະນາພາຍໃນກຸ່ມກໍລື່ນໄຫຼແບບເປັນກັນເອງ, ຂະນະທີ່ທ້ອງຟ້າຄ່ອຍໆປ່ຽນເປັນສີມ່ວງ ແລະ ສີຟ້າເຂັ້ມຂຶ້ນເພື່ອບົ່ງບອກເວລາແຫ່ງຍາມຄ້ອຍຄໍ່າ.
ປະສົບການການຮັບປະທານອາຫານທີ່ໂຮງແຮມຄີຣີດາຣາ ກໍສະທ້ອນໃຫ້ເຫັນເຖິງຄວາມສົມດຸນລະຫວ່າງຄວາມສະຫງ່າງາມ ແລະ ຄວາມຮຽບງ່າຍເຊັ່ນກັນ. ເມນູຕ່າງໆທີ່ຫ້ອງອາຫານລາວເດີມ, ລ້ວນແຕ່ໄດ້ຮັບແຮງບັນດານໃຈຈາກປ່າໄມ້ ແລະ ແມ່ນໍ້າໃນພາກພື້ນ, ປະສົມປະສານສະໝຸນໄພສົດໃໝ່, ບວກກັບວັດຖຸດິບທີ່ຫາໄດ້ໃນທ້ອງຖິ່ນ, ແລະ ລົດຊາດແບບດັ້ງເດີມຂອງລາວ, ໂດຍຖ່າຍທອດຜ່ານການປຸງແຕ່ງແບບຮ່ວມສະໄໝຢ່າງລົງໂຕ. ຂະນະທີ່ຫ້ອງອາຫານ ຄີຣີດາຣາ ສະເຕັກ ເຮົາສ໌ (Kiridara Steak House) ກໍເປີດໃຫ້ບໍລິການຕະຫຼອດມື້, ເຊິ່ງແຂກສາມາດເພີດເພີນກັບອາຫານເຊົ້າໄດ້ແບບບໍ່ຮີບຮ້ອນ, ຫຼື ສໍາຜັດກັບອາຫານທ່ຽງແບບເບົາໆ ກ່ອນທີ່ຈະມາປ່ຽນບັນຍາກາດເປັນສະເຕັກເຮົາສ໌ໃນຍາມແລງ, ເສີບດ້ວຍຄັອກເທວໃນຍາມດວງຕາເວັນລາລັບຂອບຟ້າ ແລະ ອາຫານປະເພດປີ້ງຢ້າງລົດຊາດແຊບຊ້ອຍ ເທິງລະບຽງກາງແຈ້ງທີ່ສາມາດແນມເຫັນວິວຕົວເມືອງດ້ານລຸ່ມ.

ສໍາລັບແຂກທີ່ຕ້ອງການຜ່ອນຄາຍແບບເຕັມທີ່ຍິ່ງຂຶ້ນ, ຄີຣີດາຣາ ສະປາ (Kiridara Spa) ກໍເປັນອີກທາງເລືອກໜຶ່ງ ເນື່ອງຈາກເປັນສະຖານທີ່ງຽບສະຫງົບ ທີ່ລໍຖ້າການຄົ້ນພົບ. ດ້ວຍການບໍາບັດທີ່ຝັງແໜ້ນດ້ວຍພູມປັນຍາການດູແລສຸຂະພາບແບບລາວໆ, ປະສົມປະສານເອົາບັນດາພືດສະໝຸນໄພທໍາມະຊາດຂອງທ້ອງຖິ່ນເຂົ້າກັບວິທີການບໍາບັດດ້ວຍຄວາມພິຖີພິຖັນ ເພື່ອຟື້ນຄືນຄວາມສົມດຸນໃຫ້ແກ່ຮ່າງກາຍ ແລະ ຈິດໃຈ ພາຍຫຼັງສິ້ນສຸດວັນແຫ່ງການທ່ອງທ່ຽວສໍາຫຼວດ.
ແຕ່ວ່າບາງຄັ້ງ ມົນສະເໜ່ທີ່ໜ້າຈົດຈໍາທີ່ສຸດຂອງໂຮງແຮມ ຄີຣີດາຣາ ອາດແມ່ນທັດສະນີຍະພາບທີ່ສາມາດແນມເຫັນໄດ້ຈາກເບື້ອງເທິງນັ້ນເອງ. ເມື່ອດວງຕາເວັນລາລັບຈາກຂອບຟ້າ, ສີສັນຂອງຕົວເມືອງຫຼວງພະບາງກໍຄ່ອຍໆ
ປາກົດຂຶ້ນຢູ່ເບື້ອງລຸ່ມ ບໍ່ຕ່າງຫຍັງກັບພາບວາດທີ່ມີຊີວິດ ໂດຍສະເພາະກໍແມ່ນ ຫຼັງຄາວັດທີ່ພວມເປັ່ງປະກາຍແສງອັນອ່ອນໂຍນ, ແມ່ນໍ້າຂອງສະທ້ອນແສງສຸດທ້າຍໃນຍາມອາທິດອັດສະດົງ, ແລະ ພູຜາສູງຊັນອັນຫ່າງໄກກໍຕັ້ງສະຫງົບງຽບຢູ່ລຽບຕາມເສັ້ນຂອບຟ້າ.
ພາຍໃນຕົວເມືອງທີ່ຂຶ້ນຊື່ໃນເລື່ອງຄວາມງົດງາມ ແລະ ມໍລະດົກທາງວັດທະນະທໍາ ເຊັ່ນ ຫຼວງພະບາງ, ໂຮງແຮມ ຄີຣີດາຣາ ກໍເປັນສະຖານທີ່ເໝາະສົມກັບຄໍາໝັ້ນສັນຍາໃນຖານະເປັນສະຖານທີ່ພັກຜ່ອນເທິງຈອມພູແຫ່ງຫຼວງພະບາງບ່ອນເຊິ່ງນັກທ່ອງທ່ຽວສາມາດຢຸດພັກເຊົາ, ສູດລົມຫັນໃຈເຂົ້າປອດບາດເລິກໆ, ແລະ ສໍາຜັດມົນສະເໜ່ຂອງຫຼວງພະບາງ ຈາກມຸມມອງອັນງຽບສະຫງົບທີ່ຢູ່ເໜືອຄວາມຄຶກຄື້ນຂອງຕົວເມືອງດ້ານລຸ່ມ.

ຫາກສົນໃຈຈອງ ຫຼື ຕ້ອງການຂໍ້ມູນເພີ່ມຕື່ມສາມາດເຂົ້າເບິ່ງທີ່
souphattra.com/kiridara
ອີເມວ: stay@kiridara.com
ເບີໂທ: +856 20 2926 3311
+856 (0) 71 261 888
ວິທີເດີນທາງ:
ສາຍການບິນລາວໃຫ້ບໍລິການຖ້ຽວບິນໄປຫຼວງພະບາງເປັນປະຈໍາ ໂດຍມີປາຍທາງຈາກນະຄອນຫຼວງວຽງຈັນ, ປາກເຊ, ຮາໂນ່ຍ, ຊຽງໃໝ່ ແລະ ກຸງເທບ.



English
