ບົດໂດຍ: ເຈສັນ ໂຣລັນ
ຮູບໂດຍ: ໂຮງແຮມ ສຸພັດຕຣາ ຫຼວງພະບາງ
ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ


ຫຼວງພະບາງ ເປັນຕົວເມືອງທີ່ຖືກຫຼໍ່ຫຼອມຂຶ້ນຈາກຄວາມງຽບສະຫງົບ ແລະ ທັດສະນີຍະພາບອັນງົດງາມບັນຍາກາດຍາມເຊົ້າເລີ່ມຕົ້ນດ້ວຍສຽງບາດຍ່າງອັນແຜ່ວເບົາເທິງພື້ນຫີນເກົ່າ, ເຫຼົ່າພະພິກຂຸສົງເດີນບິນທະບາດເປັນແຖວຍາວຢ່າງເປັນລະບຽບ ຜ່ານເສັ້ນທາງອັນງຽບສະຫງົບໃນໃຈກາງເມືອງ. ພໍມາເຖິງຊ່ວງຕອນບ່າຍ, ດວງຕາເວັນເປັ່ງແສງລັດສະໝີອ່ອນໆສາດສ່ອງກະທົບກັບອາຄານສີເຫຼືອງທອງ ແລະ ບານປະຕູປ່ອງຢ້ຽມໄມ້ເກົ່າແກ່, ຂະນະທີ່ແມ່ນໍ້າຂອງໄຫຼຜ່ານຢ່າງຊ້າໆໂດຍມຸ່ງໜ້າອອກຈາກຂອບຕົວເມືອງ. ທ່າມກາງບັນຍາກາດອັນງຽບສະຫງົບ, ຮຽບງ່າຍ ແລະ ເປັນທໍາມະຊາດຢ່າງແທ້ຈິງ, ໂຮງແຮມສຸພັດຕຣາຈິ່ງໃຫ້ຄວາມຮູ້ສຶກອັນກົມກືນ ແລະ ຜ່ອນຄາຍໄດ້ເປັນຢ່າງດີ.
ອາຄານແຫ່ງນີ້ເປັນອາຄານຮູບແບບອານານິຄົມຝຣັ່ງ ທີ່ໄດ້ຮັບການບູລະນະໃໝ່ ໂດຍປະສົມປະສານກິ່ນອາຍສະຖາປັດຕະຍະກໍາຍຸກອານານິຄົມຝຣັ່ງ ເຂົ້າກັບຜົນງານຫັດຖະກໍາແບບດັ້ງເດີມຂອງລາວ. ດ້ວຍລວດລາຍອັນງົດງາມຕະການຕາ, ການຕົກແຕ່ງພາຍໃນທີ່ຮຽບງ່າຍ ແລະ ການອອກແບບທີ່ຮັບປະກັນດ້ານປະສິດທິພາບ ເຮັດໃຫ້ເກີດເປັນສະຖານທີ່ ທີ່ມີຄວາມສົມດຸນເທົ່າທຽມກັນ, ສາມາດມອບຄວາມສະດວກສະບາຍຜ່ານການໃສ່ໃຈລາຍລະອຽດຢ່າງພິຖີພິຖັນ ໂດຍບໍ່ເນັ້ນການຕົກແຕ່ງແບບໂລດໂຜນເກີນຄວາມຈໍາເປັນ, ເຊິ່ງໄດ້ເພີ່ມຄວາມສະຫງ່າງາມເໜືອການເວລາຢ່າງແທ້ຈິງ.
ໂຮງແຮມສະໄຕບູຕິກທີ່ມີເອກະລັກຊັດເຈນ
ໂຮງແຮມສຸພັດຕຣາ ຍັງຄົງຮັກສາບັນຍາກາດອັນອົບອຸ່ນ ດ້ວຍຫ້ອງພັກທັງໝົດ 37 ຫ້ອງ, ມີປະເພດຫ້ອງພັກທັງໝົດ 4 ແບບ. ຫ້ອງດີລັກ ສາມາດມອບປະສົບການໃນການພັກຜ່ອນທີ່ງຽບສະຫງົບ; ສ່ວນຫ້ອງພູລວິວ (ຫ້ອງວິວສະນໍ້າ) ສາມາດແນມເຫັນສະນໍ້າຂະໜາດຄວາມຍາວ 25 ແມັດ ເຊິ່ງເປັນໜຶ່ງສິ່ງດຶງດູດໃຈສໍາລັບໂຮງແຮມ; ຫ້ອງຈູເນຍ ສະວິດ ແລະ ຫ້ອງດ່ຽວ ສຸພັດຕຣາ ສະວິດ ກໍມອບພື້ນທີ່ກວ້າງຂວາງຫຼາຍຂຶ້ນ ສໍາລັບແຂກທີ່ໃຫ້ຄວາມສໍາຄັນກັບພື້ນທີ່ກວ້າງຂວາງ. ຫ້ອງພັກແຕ່ລະຫ້ອງລ້ວນແຕ່ໄດ້ຮັບການອອກແບບຢ່າງປະນີດບັນຈົງ ໂດຍຕົກແຕ່ງດ້ວຍໄມ້ເນື້ອແຂງ, ຜ້າແພທີ່ຕໍ່າດ້ວຍມື, ແສງທີ່ສ່ອງຜ່ານປະຕູໄມ້ ແລະ ສິ່ງອໍານວຍຄວາມສະດວກແບບຮ່ວມສະໄໝທີ່ປະສົມປະສານກັນຢ່າງລົງໂຕ.
ການຈັດວາງໂຄງສ້າງພື້ນທີ່ອາຄານໂຮງແຮມ ຊ່ວຍສົ່ງເສີມໃຫ້ເກີດຄວາມຮູ້ສຶກເປັນທໍາມະຊາດໄດ້ຢ່າງລົງໂຕ. ເມື່ອແນມອອກໄປຈາກລະບຽງ ກໍຈະເຫັນສວນທີ່ຖືກປະດັບປະດາດ້ວຍຕົ້ນພ້າວ ແລະ ຕົ້ນດອກໄມ້ນາໆພັນ. ເມື່ອກ້າວອອກຈາກຫ້ອງອາຫານລາວເດີມ, ເຊິ່ງເປັນຮ້ານອາຫານທີ່ໃຊ້ວັດຖຸດິບຈາກທ້ອງຖິ່ນ ແລະ ສູດປຸງແຕ່ງສະເພາະຂອງທ້ອງຖິ່ນ, ກໍຈະພາທ່ານໄປສູ່ບ່ອນນັ່ງຫຼິ້ນແຄມສະນໍ້າພາຍໃຕ້ຮົ່ມເງົາເຢັນສະບາຍ. ທ່າມກາງບັນຍາກາດອັນງຽບສະຫງົບ ທັງຮຽບງ່າຍ ແລະ ຜ່ອນຄາຍ, ຊ່ວຍການຮັບປະທານອາຫານໃນມື້ນັ້ນເກີດມີຄວາມຮູ້ສຶກເປັນໜຶ່ງອັນດຽວກັບສະຖານທີ່ ທີ່ເປັນຫຼາຍກວ່າພຽງຄວາມຫຼູຫຼາ
ບໍລິເວນສະລອຍນໍ້າໃນຊ່ວງຕອນບ່າຍ ຈະຖືກຕື່ມເຕັມໄປດ້ວຍຄວາມສຸກອັນສະຫງົບງຽບຂອງໂຮງແຮມ. ເມື່ອແສງແດດເລີ່ມອ່ອນແຮງລົງ, ແຂກຜູ້ເຂົ້າພັກແຮມຈະພາກັນອອກມາພັກຜ່ອນເທິງຕັ່ງນອນແຄມສະນໍ້າ ພ້ອມອ່ານໜັງສືແບບເພີດເພີນ ຫຼື ຈິບເຄື່ອງດື່ມເຢັນໆທີ່ສັ່ງຈາກຮ້ານບາດ້ານຂ້າງ ທ່າມກາງສາຍລົມພັດຜ່ານໂດຍຫອບອຸ້ມກິ່ນອາຍພືດພັນຈາກສວນອ້ອມຮອບ ຍິ່ງເພີ່ມບັນຍາກາດແຫ່ງການຜ່ອນຄາຍ ແລະ ອີ່ມເອີບໃຈ.

ບົດບາດໃໝ່ຂອງໂຮງແຮມທີ່ຄຸ້ນເຄີຍ
ການປ່ຽນແປງບົດບາດໃໝ່ຂອງໂຮງແຮມ ສຸພັດຕຣາ ໂດດເດັ່ນດ້ວຍການເປີດໂຕ ສູນປະຊຸມ ສຸພັດຕຣາ, ເຊິ່ງເປັນສະຖານທີ່ຈັດງານສະເພາະຂອງໂຮງແຮມ. ແທນທີ່ສູນປະຊຸມແຫ່ງນີ້ຈະເປັນຕົວການປ່ຽນແປງບຸກຄະລິກຂອງໂຮງແຮມ, ແຕ່ບໍ່ເລີຍ ມັນຊໍ້າພັດຕື່ມເຕັມຄວາມສົມບູນແບບໃຫ້ກັບທີ່ພັກໄດ້ຢ່າງກົມກືນ, ເຊິ່ງຍັງຄົງຮັກສາເອກະລັກດັ້ງເດີມໄວ້ ໂດຍບໍ່ມີການປ່ຽນແປງບົດບາດເກົ່າແຕ່ຢ່າງໃດ.
ສູນປະຊຸມແຫ່ງນີ້ລວມມີ 3 ຫ້ອງ ເຊິ່ງແຕ່ລະຫ້ອງລ້ວນແຕ່ຖືກຕັ້ງຊື່ຕາມດອກໄມ້ພື້ນບ້ານຂອງລາວ ຄື: ດອກຮັກ, ດອກພຸດ ແລະ ດອກຈໍາປາ. ແຕ່ລະຫ້ອງກໍຈະມີພື້ນທີ່ໃຊ້ສອຍໃນລັກສະນະຮຽບງ່າຍ, ໂດຍຖືກອອກແບບເພື່ອຮັບໃຊ້ກອງປະຊຸມ, ງານຝຶກອົບຮົມ ຫຼື ງານສະເຫຼີມສະຫຼອງຕ່າງໆໂດຍບໍ່ລົບກວນພື້ນທີ່ພັກແຕ່ຢ່າງໃດ. ຫ້ອງດອກຮັກ ຈະມີຂະໜາດນ້ອຍກວ່າໝູ່ ເຊິ່ງເໝາະສໍາລັບກອງປະຊຸມຄະນະກໍາມະການ ຫຼື ການປຶກສາຫາລືສ່ວນຕົວ; ສ່ວນຫ້ອງດອກພຸດ ແມ່ນມີຂະໜາດເໝາະສົມສໍາລັບກອງປະຊຸມສໍາມະນາ ຫຼື ຈັດຝຶກອົບຮົມ; ແລະ ຫ້ອງດອກຈໍາປາ ຖືເປັນສະຖານທີ່ຫຼັກສໍາລັບຮັບໃຊ້ກອງປະຊຸມ, ງານລ້ຽງຕ້ອນຮັບ ຫຼື ງານດອງ ເຊິ່ງສາມາດຮອງຮັບແຂກໄດ້ຕັ້ງແຕ່ກຸ່ມນ້ອຍ ໄປຈົນຮອດກຸ່ມສັງສັນທີ່ບັນຈຸແຂກໄດ້ສູງສຸດ 250 ທ່ານ.
ການປະສົມປະສານດ້ານເຕັກໂນໂລຊີຢ່າງພິຖີພິຖັນ ເຊັ່ນດຽວກັບທີ່ພົບເຫັນເປັນສ່ວນໃຫຍ່ໃນໂຮງແຮມ. ໂດຍສະເພາະທັງລະບົບພາບ ແລະ ສຽງ, ການເຊື່ອມຕໍ່ຄວາມໄວສູງ ແລະ ຕົວເລືອກໃນການກໍານົດຄ່າຕ່າງໆ
ແມ່ນຖືວ່າຄົບຖ້ວນສົມບູນ, ພາຍໃຕ້ການສະໜັບສະໜູນຂອງທີມງານທີ່ມີປະສົບການດ້ານການຈັດງານຕ່າງໆຢ່າງລະອຽດຄ່ອງແຄ້ວ ແລະ ມີປະສິດທິພາບ.

ບ່ອນເຮັດວຽກ ແລະ ພັກຜ່ອນມາບັນຈົບກັນຢ່າງລົງໂຕ
ສິ່ງທີ່ເຮັດໃຫ້ໂຮງແຮມ ສຸພັດຕຣາ ໂດດເດັ່ນຂຶ້ນກໍແມ່ນ ການເຊື່ອມໂຍງລະຫວ່າງສະຖານທີ່ພັກຜ່ອນ ແລະ ເປົ້າໝາຍວຽກງານເຂົ້າກັນຢ່າງເປັນທໍາມະຊາດ. ແຂກຜູ້ເຂົ້າຮ່ວມງານທີ່ອອກມາຈາກຫ້ອງປະຊຸມ ຈະສາມາດສໍາຜັດໄດ້ເຖິງຄວາມງຽບສະຫງົບຂອງຕົວເມືອງແຫ່ງມໍລະດົກທາງວັດທະນະທໍາ. ສໍາລັບຊ່ວງເວລາພັກຜ່ອນ ກໍຍັງສາມາດອອກຍ່າງເລາະຫຼິ້ນເພື່ອທ່ຽວຊົມວັດວາອາຮາມບໍລິເວນໃກ້ຄຽງ, ຫຼື ເລືອກພັກຜ່ອນຢູ່ແຄມສະລອຍນໍ້າ ຫຼື ນັ່ງຈິບກາເຟຢູ່ຮ້ານກາເຟແຄມແມ່ນໍ້າໃນຫຼວງພະບາງ. ການຜັນປ່ຽນຈາກການເຮັດວຽກສູ່ການພັກຜ່ອນ ທີ່ໃຫ້ຄວາມຮູ້ສຶກເປັນທໍາມະຊາດ ເຊິ່ງຖືກຫຼໍ່ຫຼອມດ້ວຍຮູບແບບຂອງສະພາບແວດລ້ອມອ້ອມຂ້າງ ຫຼາຍກວ່າການຖືກບັງຄັບ.
ເມື່ອເວົ້າເຖິງຂະໜາດຂອງໂຮງແຮມກໍມີຄວາມສໍາຄັນເຊັ່ນກັນ. ດ້ວຍຫ້ອງພັກພຽງ 37 ຫ້ອງ, ຈິ່ງເຮັດໃຫ້ງານກິດຈະກໍາກຸ່ມຍັງສາມາດຮັກສາຄວາມຮູ້ສຶກເປັນໜຶ່ງດຽວກັນໄດ້ຢ່າງກົມກືນ. ຜູ້ເຂົ້າຮ່ວມງານສາມາດພົບປະກັນທີ່ລະບຽງ, ພາຍໃນສວນ ຫຼື ຊ່ວງອາຫານເຊົ້າ, ການພົບປະເຫຼົ່ານີ້ບໍ່ໄດ້ເກີດຈາກການນັດໝາຍກັນລ່ວງໜ້າ ແຕ່ເປັນຍ້ອນການຈັດລະບຽບພື້ນທີ່ຂອງໂຮງແຮມທີ່ເອື້ອອໍານວຍຕໍ່ການໃຊ້ຊີວິດຢ່າງເປັນທໍາມະຊາດ. ຄວາມລະອຽດອ່ອນນີ້ເອງ ທີ່ເຮັດໃຫ້ງານກິດຈະກໍາທີ່ ສຸພັດຕຣາ ມີຄວາມໃກ້ຊິດເປັນພິເສດ.

ການເສີມຂະຫຍາຍບົດບາດຢ່າງຮອບຄອບ ແລະ ມີຄວາມໝາຍ
ການເປີດໂຕສູນປະຊຸມແຫ່ງນີ້ ບໍ່ແມ່ນການນິຍາມຄວາມໝາຍໃໝ່ແຕ່ຢ່າງໃດ, ແຕ່ເປັນການເສີມຂະຫຍາຍບົດບາດໃຫ້ກວ້າງຂວາງຂຶ້ນ. ໂຮງແຮມ ສຸພັດຕຣາ ຍັງຄົງມອບປະສົບການຕ້ອນຮັບອັນອົບອຸ່ນ ແລະ ເອົາໃຈໃສ່ທຸກລາຍລະອຽດຕະຫຼອດເວລາ, ເຊິ່ງເປັນວິທີການທີ່ຊ່ວຍຮັກສາມົນສະເໜ່ຂອງສະຖານທີ່ແຫ່ງນີ້ໃຫ້ຄົງຢູ່ນານແສນນານ. ສິ່ງທີ່ມີການປ່ຽນແປງກໍແມ່ນສິ່ງອໍານວຍຄວາມສະດວກ ທີ່ສາມາດຮອງຮັບໄດ້ໃນປັດຈຸບັນ. ຂະນະທີ່ສຸພັດຕຣາ ຍັງຄົງເປັນສະຖານທີ່ພັກຜ່ອນສໍາລັບນັກທ່ອງທ່ຽວ ທີ່ຕ້ອງການຄົ້ນຫາຄວາມງົດງາມຂອງຫຼວງພະບາງ; ພ້ອມກັນນັ້ນ, ສຸພັດຕຣາຍັງກາຍເປັນສະຖານທີ່ຈັດງານທີ່ໜ້າເຊື່ອຖືຂອງອົງການຈັດຕັ້ງ ແລະ ຄູ່ບ່າວສາວ ທີ່ປາຖະໜາໃຫ້ການພົບປະສັງສັນມີຄວາມຈິງໃຈ ຫຼາຍກວ່າການເຊື່ອງຊ້ອນປິດບັງຕົວຕົນ.
ທ່າມກາງແຫ່ງວັດທະນະທໍາ ກັບ ວິຖີຊີວິດສະໄໝໃໝ່ ທີ່ສາມາດຢູ່ຮ່ວມກັນໄດ້ຢ່າງກົມກືນ ແລະ ສະດວກສະບາຍນັ້ນ, ໂຮງແຮມ ສຸພັດຕຣາ ຈິ່ງມີຄວາມເໝາະສົມເປັນຢ່າງຍິ່ງ. ສະຖານທີ່ແຫ່ງນີ້ ຖືເປັນໂຮງແຮມທີ່ສ້າງຂຶ້ນທ່າມກາງຄວາມເຂົ້າໃຈຕໍ່ສະພາບແວດລ້ອມ ແລະ ຕອບສະໜອງດ້ວຍການປັບປຸງເປັນຢ່າງດີ, ທັງເສີມຂະຫຍາຍຂອບເຂດຄວາມສາມາດ, ໃນຂະນະດຽວກັນ ກໍຮັກສາມາດຕະຖານທີ່ຊ່ວຍເຮັດໃຫ້ຫຼວງພະບາງ ແລະ ຕົວຂອງໂຮງແຮມເອງມີຄວາມໂດດເດັ່ນຍິ່ງຂຶ້ນ.




English
