ດິນແດນທີ່ນັກລ່າຝັນຍັງຄົງຫຼົງໄຫຼ
ບົດໂດຍ: ເຈສັນ ໂຣລັນ
ຮູບໂດຍ: ພູນຊັບ ເທວົງສາ ແລະ ໂຈເຊນ ໂມຣາເວກ
ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

ທ່ານ ນາງ ມາດ ບາສແຊນ (Marthe Bassene), ເຊິ່ງເປັນພັນລະຍາຂອງທ່ານໝໍຊາວຝຣັ່ງເສດຄົນໜຶ່ງໃນຍຸກອານານິຄົມ ໄດ້ຂຽນບັນລະຍາຍກ່ຽວກັບເມືອງຫຼວງພະບາງໃນປີ ຄ.ສ 1909 ວ່າເປັນສວນສະຫວັນອັນໜ້າຢູ່ທີ່ຍັງບໍ່ທັນຖືກລົບກວນດ້ວຍແຮງກົດດັນ ແລະ ຄວາມປາຖະໜາຂອງມະນຸດໃນຍຸກສະໄໝນັ້ນ. ໃນບັນທຶກສ່ວນຕົວ, ທ່ານໄດ້ຕັ້ງຄໍາຖາມວ່າ ຕົວເມືອງແຫ່ງນີ້ອາດເປັນບ່ອນຫຼົບໄພຂອງບັນດານັກຝັນກຸ່ມສຸດທ້າຍ, ຄູ່ຮັກກຸ່ມສຸດທ້າຍ ແລະ ນັກດົນຕີພະເນຈອນກຸ່ມສຸດທ້າຍ

ກວ່າໜຶ່ງສັດຕະວັດຕໍ່ມາ, ຍັງບໍ່ຮູ້ຊັດເຈນວ່າ ທ່ານ ນາງ Marthe Bassene ເຄີຍເດີນທາງໂດຍລ່ອງເຮືອຂຶ້ນໄປຕາມແມ່ນໍ້າເພື່ອມຸ່ງໜ້າໄປຍັງໜອງຂຽວ ຫຼື ບ້ານຫ່າງໄກຂຶ້ນໄປ ເຊັ່ນ ເມືອງງອຍ ຫຼື ບໍ່. ແຕ່ຖ້າແມ່ນ, ນັ້ນກໍໝາຍຄວາມວ່າ ທ່ານຄົງຈະໄດ້ພົບກັບພູມີປະເທດທີ່ສອດຄ່ອງກັບພາບຝັນອັນແສນຫວານທີ່ເພິ່ນມະໂນພາບໄວ້. ກຸ່ມບ້ານເຫຼົ່ານີ້ຕັ້ງຢູ່ແຄມແມ່ນໍ້າອູສີຂຽວມໍລະກົດ, ໂດຍຖືກຫຸ້ມອ້ອມດ້ວຍພູເຂົາຫີນປູນທີ່ຕັ້ງເດັ່ນສະຫງ່າ ເຊິ່ງບຸໝົ້ນຂຶ້ນມາຈາກຮ່ອມພູຢ່າງສະຫງ່າຜ່າເຜີຍ ຄ້າຍຄືກັບເທພາອາຮັກຜູ້ປົກປັກຮັກສາບ້ານເມືອງມາແຕ່ຍຸກບູຮານ.

ການດໍາລົງຊີວິດຢູ່ພື້ນທີ່ແຫ່ງນີ້ ດໍາເນີນໄປແບບບໍ່ຮີບຮ້ອນ ແລະ ປາສະຈາກການແຂ່ງຂັນຊິງດີຊິງເດັ່ນ. ບັນດານັກທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມເຂດດັ່ງກ່າວ ສາມາດປັບຈັງຫວະຊີວິດໃຫ້ສອດຄ່ອງກັບການໄຫຼຂອງແມ່ນໍ້າໄດ້ແບບຄ່ອຍເປັນຄ່ອຍໄປ ໂດຍໃຊ້ເວລາຊ່ວງຕອນບ່າຍແບບເຊື່ອງຊ້າໃນອູ່ຜ້າແພ, ຍ່າງຫຼິ້ນແບບງຽບໆຕາມທາງຍ່າງທີ່ລຽນລາຍດ້ວຍໄມ້ໄຜ່ ຫຼື ລົງລອຍນໍ້າເພື່ອສໍາຜັດກັບກະແສສີຂຽວອັນເຢັນສະບາຍ. ເມື່ອຍາມຄ້ອຍຄໍ່າຫຍັບໃກ້ເຂົ້າມາ, ເງົາຂອງໜ່ວຍພູກໍຄ່ອຍໆຈາງຫາຍກາຍເປັນສີມ່ວງອ່ອນ ແລະ ຜືນນໍ້າກໍສະທ້ອນແສງສຸດທ້າຍຂອງມື້ນັ້ນໆ.

ໃນປັດຈຸບັນ, ນັກທ່ອງທ່ຽວຍັງຄົງສໍາຜັດໄດ້ເຖິງຄວາມຮູ້ສຶກທີ່ຢູ່ເໜືອການເວລາທີ່ຍັງຫຼົງເຫຼືອຢູ່ ໃຫ້ແກ່ບັນດານັກຝັນ ແລະ ນັກດົນຕີພະເນຈອນ ສາມາດຄົ້ນພົບສະຖານທີ່ຫຼົບໄພຂອງພວກເຂົາໄດ້ໃນທີ່ນີ້.

ວິທີເດີນທາງ:
ສາຍການບິນລາວໃຫ້ບໍລິການຖ້ຽວບິນໄປເມືອງຫຼວງພະບາງເປັນປະຈໍາຈາກທົ່ວພາກພື້ນ. ເຊິ່ງໜອງຂຽວແມ່ນຕັ້ງຢູ່ຫ່າງຈາກເມືອງຫຼວງໄປທາງທິດເໜືອ ໂດຍໃຊ້ເວລາດ້ວຍລົດຍົນປະມານ 4 ຊົ່ວໂມງ, ສ່ວນເມືອງງອຍແມ່ນຕັ້ງຢູ່ໄກອອກໄປອີກປະມານ 1.5 ຊົ່ວໂມງໂດຍການເດີນທາງດ້ວຍເຮືອ.



English
