ຫົວໂຂນ, ນິທານບູຮານ ແລະ ກອງທັບລີງ

Author:

Category:

spot_img

ມະຫາກາບແຫ່ງຣາຊະວົງຍັງຄົງໂດດເດັ່ນຢູ່ເມືອງຫຼວງພະບາງ

ບົດໂດຍ: ອານິຕາ ເພຣສຕັນ

ຮູບໂດຍ: ອານິຕາ ເພຣສຕັນ / ອີເວັນຊອງ ຟິມ

ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

 

ທີ່ດ້ານນອກຂອງພະລາຊະວັງຫຼວງພະບາງ ໂດຍສະເພາະຢູ່ຂ້າງໜອງບົວວົງກົມຂະໜາດໃຫຍ່ ມີໂຮງລະຄອນຕັ້ງຢູ່ທ່າມກາງການຫຸ້ມລ້ອມຂອງພືດພັນສີຂຽວອຸ່ມທຸ່ມຂອງສວນພະລາຊະວັງ. ເມື່ອແສງແດດຍາມແລງເລີ່ມອ່ອນກໍາລັງລົງ,  ສຽງຄ້ອງ-ກອງ ແລະ ທ່ວງທໍານອງດົນຕີກໍຄ່ອຍໆດັງແວ່ວມາຕາມສາຍລົມອັນອົບອຸ່ນ, ກິ່ນຫອມຂອງດອກໄມ້ ປະສົມປະສານ ກັບສຽງຈັກຈັ່ນຮ້ອງບໍ່ຂາດສາຍ ໄດ້ຊ່ວຍຕື່ມເຕັມບັນຍາກາດເຂດຮ້ອນໃຫ້ມີສະເໜ່ຍິ່ງຂຶ້ນ. ພາຍໃນອາຄານ, ໂດຍສະເພາະທາງດ້ານຊ້າຍຂອງພະລາຊະວັງສີຂາວສະຫງ່າງາມທີ່ປະດັບຍອດເຈດີສີແດງທອງ, ຄະນະນາດຕະສິນ ກໍາລັງຖ່າຍທອດການສະແດງອັນວິຈິດງົດງາມຕໍ່ໜ້າບັນດາຜູ້ຊົມ ດ້ວຍທ່າທາງອັນອ່ອນຊ້ອຍ ໂດຍມີເຄື່ອງແຕ່ງກາຍຫຼາກຫຼາຍສີສັນພວມເປັ່ງປະກາຍພາຍໃຕ້ແສງໄຟທີ່ສາດສ່ອງ ຂະນະທີ່ຫົວໂຂນສີທອງທີ່ປົກປິດຢູ່ເທິງຫົວຂອງນັກສະແດງ ກໍເຜີຍໃຫ້ເຫັນສິລະປະທີ່ສືບທອດກັນມາຜ່ານຫຼາຍສັດຕະວັດ. 

ທີ່ແຫ່ງນີ້, ນັກທ່ອງທ່ຽວສາມາດຊົມການສະແດງຣາມາຍະນະ (ຣາມມະກຽນ) ສະບັບພາສາລາວ ເຊິ່ງຮູ້ຈັກກັນດີໃນຊື່ພະລັກ ພະລາມຕາມຊື່ຕົວລະຄອນເອກສອງຕົວໃນເລື່ອງ. ໃນອະດີດ, ການສະແດງເຫຼົ່ານີ້ຖືກຈັດຂຶ້ນສະເພາະພາຍໃນພະລາຊະວັງສໍາລັບເຈົ້າຊີວິດ ແລະ ງານສະເຫຼີມສະຫຼອງສໍາຄັນຕ່າງໆ

ເທົ່ານັ້ນ. ຊ່ວງປີໃໝ່ລາວຂອງແຕ່ລະປີ, ການສະແດງຊຸດພິເສດຍັງຄົງຈັດຂຶ້ນຢູ່ບໍລິເວນວັດໃໝ່ໂດຍເປີດໃຫ້ເຂົ້າຊົມແບບບໍ່ເສຍຄ່າ ແລະ ພວກເດັກນ້ອຍທີ່ເຂົ້າຊົມການສະແດງຈະພາກັນມ່ວນຊື່ນສະໜຸກສະໜານ ເມື່ອເຫັນຫະນຸມານຕີລັງກາ ຫຼື ກອງທັບລີງທີ່ພວມສະແດງທ່າທາງເກົາຕົນຕົວຢ່າງຕະຫຼົກຂົບຂັນ.

ປະຫວັດຄວາມເປັນມາ ແລະ ຕົ້ນກໍາເນີດ

ຣາມາຍະນະ ຖືເປັນໜຶ່ງມະຫາກາບທີ່ສໍາຄັນຂອງອິນເດຍ, ໂດຍຖ່າຍທອດຫຼັກທໍາຄໍາສັ່ງສອນກ່ຽວກັບໜ້າທີ່, ຄວາມສັດທາ ແລະ ຄວາມຖືກຕ້ອງຊອບທໍາ. ຕະຫຼອດຫຼາຍສັດຕະວັດຜ່ານມາ, ມະຫາກາບດັ່ງກ່າວໄດ້ແຜ່ຂະຫຍາຍໄປທົ່ວອາຊີຕາເວັນອອກສ່ຽງໃຕ້, ກ່ອນຈະຖືກຊຶມຊັບ ແລະ ຕີຄວາມໝາຍໃໝ່ຜ່ານມຸມມອງທາງວັດທະນະທໍາຂອງພຸດທະສາສະໜາ. ໃນປະເທດລາວ, ການດັດແປງດັ່ງກ່າວໄດ້ກາຍມາເປັນພະລັກ ພະລາມໂດຍຍ້າຍສາກຫຼັງມາສູ່ເຂດລຸ່ມແມ່ນໍ້າຂອງ. ອິດທິພົນຂອງມະຫາກາບເລື່ອງນີ້ ຖືກຝັງແໜ້ນຢູ່ໃນສິລະປະ ແລະ ສະຖາປັດຕະຍະກໍາຂອງຫຼວງພະບາງ ບໍ່ວ່າຈະເປັນພາບຈິດຕະກໍາ ແລະ ລວດລາຍທີ່ປະດັບປະດາຢູ່ຫໍລາຊະໂກດຂອງວັດຊຽງທອງ ຫຼື ວັດສໍາຄັນຕ່າງໆຫຼາຍແຫ່ງທົ່ວເມືອງຫຼວງພະບາງ. ຂະນະທີ່ກໍາປູເຈຍ ແລະ ໄທ ກໍມີການຕີຄວາມໝາຍໃນຮູບແບບຂອງຕົນເຊັ່ນກັນ ແລະ ລ້ວນຖືກໍາເນີດກ່ອນຈະມີສະບັບພາສາລາວ.

ອີງຕາມປະຫວັດສາດບອກເລົ່າສືບຕໍ່ກັນມາວ່າ ເມື່ອພະເຈົ້າຟ້າງຸ່ມ, ເຈົ້າຊີວິດອົງທໍາອິດແຫ່ງອານາຈັກລ້ານຊ້າງ ໄດ້ເດີນທາງອອກຈາກກໍາປູເຈຍເພື່ອກັບມາລາວ ໃນຊ່ວງສັດຕະວັດທີ 14, ເວລານັ້ນເພິ່ນໄດ້ນໍາເອົາຄະນະສິລະປິນ, ນັກດົນຕີ ແລະ ນັກຟ້ອນລໍາຈາກນະຄອນອັງກໍກັບມານໍາ ເຊິ່ງຜູ້ຄົນເຫຼົ່ານີ້ມີຄວາມຊໍານານໃນການສະແດງມະຫາກາບ ຣາມາຍະນະ

 ແລະ ຖືກໃຊ້ເພື່ອຖ່າຍທອດຫຼັກທໍາທາງພຸດທະສາສະໜາ ລວມທັງອະນຸລັກຮັກສາຂະນົບທໍານຽມ ແລະ ຮີດຄອງປະເພນີອັນເກົ່າແກ່ໄວ້. ເລື່ອງລາວນີ້ຍັງເຮັດໜ້າທີ່ເປັນນິທານເລົ່າຂານ ໂດຍຍ້າຍເຫດການຕ່າງໆມາສູ່ເຂດລຸ່ມແມ່ນໍ້າຂອງ ແລະ ພູມີປະເທດຂອງລາວ ເພື່ອເຊື່ອມໂຍງເຂົ້າກັບຕໍານານການກໍາເນີດຂອງຊົນຊາດລາວ. 

ການສະແດງ

ໃນການສະແດງແຕ່ລະຄັ້ງ, ຈະມີການນໍາສະເໜີເລື່ອງລາວຂອງພະລັກ ພະລາມລວມສອງຕອນ ຈາກທັງໝົດ 9 ບົດ ໂດຍໃຊ້ເວລາປະມານ 2 ຊົ່ວໂມງຕິດຕໍ່ກັນ. ຕະຫຼອດການສະແດງດັ່ງກ່າວ ຈະມີວົງດົນຕີເສບບັນເລງເພງປະກອບ ໂດຍໃຊ້ເຄື່ອງດົນຕີປະເພດ ລະນາດໄມ້, ຄ້ອງວົງ, ຂຸ່ຍ, ຊິ່ງ ແລະ ກອງ ເພື່ອສ້າງອາລົມ ແລະ ຄວາມຕື່ນເຕັ້ນໃຫ້ແກ່ເລື່ອງລາວທີ່ສະແດງ. ນັກດົນຕີທຸກຄົນລ້ວນແຕ່ຫຼິ້ນດ້ວຍຄວາມຈື່ຈໍາ ໂດຍປາສະຈາກໂນດເພງວາງຢູ່ເຊິ່ງໜ້າ, ນັກດົນຕີບາງຄົນຍັງເປັນສິດໄວໜຸ່ມທີ່ເຕີບໂຕມາພ້ອມກັບການຮຽນຮູ້ສິລະປະດົນຕີພາຍໃນຄອບຄົວຂອງຕົນເອງ. ພາຍໃນໂຮງລະຄອນ ຍັງເກັບຮັກສາຫົວໂຂນຈໍານວນຫຼາຍກວ່າ 100 ອັນ, ເຊິ່ງຫົວໂຂນບາງອັນກໍມີອາຍຸເກົ່າແກ່ຍາວນານ ໂດຍຜະລິດຈາກເຈ້ຍເປີມາເຊ (ເຈ້ຍອັດ) ແລະ ໄມ້ ຕາມວິທີການດັ້ງເດີມທີ່ຖ່າຍທອດກັນມາຜ່ານຫຼາຍເຊັ່ນຄົນ.    

ເລື່ອງລາວດັ່ງກ່າວເລີ່ມຕົ້ນຂຶ້ນໃນອານາຈັກອະຍຸດທະຍາ, ເຊິ່ງເປັນດິນແດນທີ່ພະລາມ, ເຈົ້າຊາຍຜູ້ສູງສັກ ແລະ ມີຄຸນນະທໍາ ກໍາລັງໃຊ້ຊີວິດດ້ວຍຄວາມຜາສຸກກັບ ນາງສີດາ ເຊິ່ງເປັນພະຊາຍາ (ເມຍ) ຜູ້ຊື່ສັດ. ແຕ່ແລ້ວຄວາມສະຫງົບສຸກຊໍ້າພັດພັງທະລາຍລົງ ເມື່ອ ທ້າວ ທົດສະກັນ, ພະຍາຍັກແຫ່ງເມືອງລົງກາ ເກີດຄວາມມັກຮັກ ແລະ ຫຼົງໄຫຼໃນຄວາມງາມຂອງນາງສີດາ ແລ້ວວາງແຜນລັກພາຕົວນາງດ້ວຍເລ່ກົນ ແລະ ມົນດໍາ, ໂດຍລໍ້ລວງພະລາມ ໃຫ້ອອກຫ່າງຈາກນາງສີດາ ກ່ອນທີ່ຈະອູ້ມນາງເຫາະໜີຂ້າມທະເລມຸ່ງໜ້າໄປຍັງເມືອງຂອງຕົນ. ພະລາມ ຜູ້ເຕັມໄປດ້ວຍຄວາມໂສກເສົ້າ ແລະ ມີຄວາມຕັ້ງໃຈອັນແນວແນ່ ຈິ່ງໃຫ້ຄໍາສາບານວ່າ ຈະນໍາພາຄົນຮັກກັບຄືນມາໃຫ້ໄດ້.

ເພື່ອຊ່ວຍເອົານາງສີດາກັບຄືນເຂົ້າເມືອງ, ພະລາມ ຈິ່ງໄດ້ຮ່ວມມືກັບບຸກຄົນທີ່ບໍ່ອາດຈະເປັນໄປໄດ້. ຫະນຸມານ ເຊິ່ງແມ່ນເທບພະເຈົ້າລີງ ໄດ້ໃຫ້ຄໍາໝັ້ນສັນຍາວ່າຈະຈົງຮັກພັກດີ ພ້ອມຮວບຮວມກອງທັບລີງຈໍານວນມະຫາສານ ໂດຍພາກັນສ້າງຂົວຫີນ ແລະ ຂົວໄມ້ເພື່ອຂ້າມນໍ້າມະຫາສະໝຸດໄປຍັງເມືອງລົງກາ. ສົງຄາມຕໍ່ສູ້ດໍາເນີນໄປຢ່າງດຸເດືອດຍາວນານ ແລະ ມີຜູ້ລົ້ມຕາຍເປັນຈໍານວນຫຼວງຫຼາຍ. ຍັກທົດສະກັນ ຖືເປັນສັດຕູຜູ້ມີກໍາລັງວັງຊາແຂງແກ່ນ ໂດຍໄດ້ຮັບການຄຸ້ມຄອງປົກປ້ອງຈາກເຫຼົ່າອາສູນ, ລວມທັງສັດ 12 ລາສີ ແລະ ສິ່ງທີ່ມີຊີວິດຈາກສະຫວັນທັງປວງ. ແຕ່ຍ້ອນອວດອົ່ງທະນົງໂຕ, ຍັກທົດສະກັນຈິ່ງບໍ່ເຄີຍຄິດຈະຂໍພອນປົກປ້ອງຕົນເອງຈາກການຕໍ່ສູ້ກັບມະນຸດແລະ ຄວາມຜິດພາດເລັກນ້ອຍນັ້ນເອງ ໄດ້ກາຍເປັນຈຸດຈົບຂອງຍັກທົດສະກັນ. ໃນທີ່ສຸດ ພະລາມ ເຊິ່ງເປັນອາວະຕານຂອງພະວິສະນຸໃນຮ່າງມະນຸດ ກໍສາມາດເອົາຊະນະຍັກທົດສະກັນ ແລະ ຊ່ວຍນາງສີດາກັບເຂົ້າເມືອງໄດ້ ພ້ອມຟື້ນຟູຄວາມສະຫງົບ ແລະ ຄວາມຖືກຕ້ອງເປັນທໍາກັບສູ່ໂລກອີກຄັ້ງ.

ຕະຫຼອດການເລົ່າເລື່ອງໃນມະຫາກາບ, ແກ່ນແທ້ຂອງເລື່ອງຍັງຄົງມີຄວາມຊັດເຈນຢູ່ຕະຫຼອດເວລາ ໂດຍສະເພາະກໍແມ່ນ ໜ້າທີ່, ຄວາມຈົງຮັກພັກດີ ແລະ ຄຸນນະທໍາ ຍ່ອມເອົາຊະນະຄວາມອະທໍາ ຫຼື ສິດອໍານາດທີ່ໄດ້ມາຈາກຄວາມບໍ່ຊອບທໍາ ແລະ ການໃຊ້ຄວາມຮຸນແຮງ.

ຕົວລະຄອນສໍາຄັນ

ຕົວລະຄອນແຕ່ລະຕົວ ທີ່ຮ່ວມສະແດງສາມາດສັງເກດໄດ້ຈາກຫົວໂຂນ ແລະ ສີຂອງເຄື່ອງແຕ່ງກາຍອັນເປັນເອກະລັກ, ເຮັດໃຫ້ຜູ້ຊົມສາມາດຕິດຕາມເລື່ອງລາວໄດ້ແບບງ່າຍດາຍເຖິງແມ່ນຈະເຂົ້າຊົມຄັ້ງທໍາອິດກໍຕາມ.

 

ພະລາມ 

ສວມຫົວໂຂນທີ່ມີໜ້າເປັນສີຂຽວ ແລະ ຖືທະນູ, ພະລາມ ຖືເປັນພາບຕົວແທນຂອງມະນຸດຜູ້ສົມບູນແບບ ແລະ ເປັນອາວະຕານລໍາດັບທີ 7 ຂອງພະວິສະນຸ ຜູ້ປ່ຽມລົ້ນໄປດ້ວຍຄວາມກ້າຫານ ແລະ ມີຄຸນນະທໍາ ໂດຍມີຫະນຸມານ (ເທບພະເຈົ້າລີງ) ຜູ້ຊື່ສັດ ທີ່ຄອຍຮ່ວມສຸກຮ່ວມທຸກຄຽງຂ້າງຕະຫຼອດເວລາ. 

ພະລັກ

ສາມາດຈື່ຈໍາໄດ້ດ້ວຍຫົວໂຂນທີ່ມີໜ້າເປັນສີເຫຼືອງ ແລະ ເຄື່ອງແຕ່ງກາຍສີເຫຼືອງ, ພະລັກ, ແມ່ນນ້ອງຊາຍຜູ້ສະຫງົບສຸຂຸມ ແລະ ຈົງຮັກພັກດີຕໍ່ພະລາມ. ທັງສອງອອກເດີນທາງຮ່ວມກັນເພື່ອຍາດເອົານາງສີດາ ຈາກຍັກທົດສະກັນ ທີ່ເມືອງລົງກາ.

ນາງ ສີດາ

ນາງ ສີດາ ໄດ້ແຕ່ງດອງກັບພະລາມ ແລະ ເປັນສັນຍະລັກແຫ່ງຄວາມຮັກ ແລະ ຄວາມຊື່ສັດ ແຕ່ຊໍ້າພັດຖືກຍັກທົດສະກັນຈັບຕົວໄປ ແລະ ຖືກກັກຂັງໄວ້ຢູ່ເມືອງລົງກາ ຈົນກວ່າພະລັກ ແລະ ພະລາມ ໄດ້ເດີນທາງມາຊ່ວຍສໍາເລັດ. 

ຍັກທົດສະກັນ

ອະສູນສິບຫົວ ຜູ້ເປັນຕົວຮ້າຍຫຼັກຂອງເລື່ອງ, ໂດດເດັ່ນດ້ວຍໃບໜ້າສີຂຽວ. ຍັກທົດສະກັນ ຢຶດຄອງບັນລັງແຫ່ງເມືອງລົງກາ ໂດຍຈັບຕົວນາງ ສີດາ ພ້ອມກັກຂັງນາງໄວ້ທີ່ເມືອງຂອງຕົນ. ເຖິງແມ່ນຈະໄດ້ຮັບພອນປົກປ້ອງຄຸ້ມຄອງຈາກສິ່ງສັກສິດທັງຫຼາຍ ແຕ່ຍັກທົດສະກັນຊໍ້າພັດເບິ່ງຂ້າມຄວາມສາມາດຂອງມະນຸດຢ່າງສິ້ນເຊີງ ແລະ ຍ້ອນແນວນັ້ນເອງ ຄືສາເຫດຂອງຄວາມຜິດພາດທີ່ນໍາໄປສູ່ຄວາມປະລາໄຊ.

ຫະນຸມານ

ໃສ່ຊຸດສີຂາວ ແລະ ສວມຫົວລີງ. ຫະນຸມານແມ່ນເທບພະເຈົ້າລີງ ແລະ ເປັນໜຶ່ງໃນຕົວລະຄອນທີ່ຜູ້ຊົມຮັກຫຼາຍທີ່ສຸດ. ໂດຍມີໜ້າທີ່ເປັນຜູ້ສົ່ງສານລະຫວ່າງ ນາງສີດາ ກັບ ພະລາມ, ແລະ ໃນຕອນທ້າຍຂອງເລື່ອງຍັງມີການແປງກາຍເປັນມະນຸດນໍາອີກ.

ສະດາຍຸ   

ພະຍາຄຸດ (ເຄິ່ງຄົນເຄິ່ງນົກ) ສວມຊຸດສີຟ້າ ຜູ້ມີອາຍຸຍືນຍາວເຖິງ 60,000 ປີ. ສະດາຍຸ ແມ່ນຜູ້ເຫັນເຫດການລັກພາຕົວ ນາງ ສີດາ ແລະ ເຂົ້າຕໍ່ສູ້ກັບຍັກທົດສະກັນໂດຍກົງ, ເຮັດໃຫ້ສູນເສຍປີກໃນລະຫວ່າງການຕໍ່ສູ້ ແລ້ວຕົກລົງສູ່ປ່າເລິກ. ກ່ອນທີ່ ພະລາມ ຈະມາພົບ ແລະ ໄດ້ຮັບແຫວນຂອງ ນາງ ສີດາ ເປັນຫຼັກຖານວ່າ ນາງຍັງມີຊີວິດຢູ່ເມືອງລົງກາ.

ສໍາພາທີ

ສໍາພະທີ ເປັນອ້າຍຂອງ ສະດາຍຸ ໂດຍສວມຊຸດສີແດງ ແລະ ເປັນຜູ້ປົກປັກຮັກສາພູເຂົາທີ່ຕັ້ງຢູ່ກົງກັນຂ້າມກັບເມືອງລົງກາ. ເຖິງແມ່ນເບື້ອງຕົ້ນຈະບໍ່ຍິນຍອມເຫັນດີກັບ ພະລາມ, ແຕ່ສຸດທ້າຍກໍຕັດສິນໃຈເຂົ້າຮ່ວມຕໍ່ສູ້ກັບຍັກທົດສະກັນ ແລະ ແບກຫະນຸມານຂຶ້ນຫຼັງເພື່ອເຂົ້າສູ່ສະໜາມຮົບ.

ກອງທັບລີງ

ກອງກໍາລັງຜູ້ຈົງຮັກພັກດີຂອງ ຫະນຸມານ ເຊິ່ງຮ່ວມມືກັນສ້າງຂົວເຊື່ອມຕໍ່ລະຫວ່າງແຜ່ນດິນໃຫຍ່ສູ່ເມືອງລົງກາເພື່ອຊ່ວຍນາງ ສີດາ. ທ່າທາງຂີ້ດື້ຂອງຝູງລີງ ບໍ່ວ່າຈະເປັນການເກົາຕົວໄລ່ໝັດ ຫຼື ຕີລັງກາໄປທົ່ວເວທີ, ມັກເປັນຊ່ວງເວລາທີ່ພວກເດັກນ້ອຍຊື່ນຊົມຫຼາຍທີ່ສຸດໃນການສະແດງ.

ຂໍ້ມູນເພີ່ມຕື່ມ:

ການສະແດງພະລັກ ພະລາມຈະຈັດຂຶ້ນຫຼາຍຮອບຕໍ່ອາທິດ ໂດຍຂຶ້ນຢູ່ກັບຊ່ວງລະດູການ. ສາມາດຊື້ປີ້ເຂົ້າຊົມໄດ້ທີ່ຫ້ອງຂາຍປີ້ ຂອງຫໍພິພິທະພັນ ຫຼວງພະບາງ.

ການເດີນທາງ:

ສາຍການບິນລາວ ໃຫ້ບໍລິການຖ້ຽວບິນໄປຫຼວງພະບາງເປັນປະຈໍາ ໂດຍມີປາຍທາງຈາກ ນະຄອນຫຼວງວຽງຈັນ, ກຸງເທບ, ຮາໂນ່ຍ ແລະ ຊຽງໃໝ່.

Read More

Related Articles