ພົບກັນອີກຄັ້ງ ໃນເດືອນຕຸລາ ກັບງານແລ່ນການກຸສົນ “ແລ່ນເພື່ອເດັກນ້ອຍ” ຫຼວງພະບາງ ຮາຟ ມາຣາທອນ

Author:

Category:

spot_img

“ຮ່ວມແຮງຮ່ວມໃຈ ຮ່ວມກັນປົກປ້ອງ”. 

ຂໍເຊີນຮ່ວມເປັນສ່ວນໜຶ່ງກັບນັກແລ່ນຫຼາຍພັນຄົນ ເພື່ອລະດົມທຶນສະໜັບສະໜູນ 

ໂຮງໝໍເພື່ອນລາວສໍາລັບເດັກນ້ອຍ ທີ່ໃຫ້ການປິ່ນປົວຟຣີພຽງແຫ່ງດຽວໃນລາວ.

ບົດ ແລະ ຮູບໂດຍ: ໂຮງໝໍເພື່ອນລາວສໍາລັບເດັກນ້ອຍ

ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

 

 

ເດືອນຕຸລາ ຖືເປັນຊ່ວງເວລາທີ່ງົດງາມທີ່ສຸດຊ່ວງໜຶ່ງຂອງການເດີນທາງມາທ່ອງທ່ຽວຫຼວງພະບາງ. ເມື່ອລະດູຝົນຄ່ອຍໆສິ້ນສຸດລົງ, ທ້ອງຟ້າກໍເລີ່ມແຈ່ມໃສ ແລະ ສາຍລົມອ່ອນໆຈາກເຂດຮ້ອນເລີ່ມພັດຜ່ານ ເຮັດໃຫ້ເມືອງມໍລະດົກໂລກຂອງອົງການອຸຍເນັສໂກແຫ່ງນີ້ເລີ່ມກັບຄືນມາມີຊີວິດຊີວາອີກຄັ້ງ ດ້ວຍເທສະການທາງວັດທະນະທໍາອັນໜ້າປະທັບໃຈຫຼາກຫຼາຍງານ ໃນນັ້ນກໍມີງານບຸນໄຫຼເຮືອໄຟເຊິ່ງເປັນໜຶ່ງໃນປະເພນີສໍາຄັນຂອງທ້ອງຖິ່ນ. 

ຢ່າງໃດກໍຕາມ, ລະດູໜາວຂອງປີນີ້ຍັງເປັນຊ່ວງເວລາແຫ່ງການກັບມາຂອງໜຶ່ງໃນກິດຈະກໍາງານແລ່ນການກຸສົນ ທີ່ສໍາຄັນທີ່ສຸດຂອງປະເທດລາວ ທີ່ຈະຊ່ວຍເຕີມເຕັມບັນຍາກາດຕາມທ້ອງຖະໜົນໃຫ້ກັບມາຄຶກຄື້ນອີກຄັ້ງ. 

ໃນວັນເສົາ, ວັນທີ 24 ຕຸລາ, ງານ “ແລ່ນເພື່ອເດັກນ້ອຍ” ຫຼວງພະບາງ ຮາຟ ມາຣາທອນ ຈະກັບມາຈັດຂຶ້ນອີກຄັ້ງ. ໂດຍມີໄລຍະທາງການແຂ່ງຂັນຕັ້ງແຕ່ 7 ກິໂລແມັດ, 14 ກິໂລແມັດ ແລະ 21 ກິໂລແມັດ, ເຊິ່ງງານດັ່ງກ່າວໄດ້ເປີດໂອກາດໃຫ້ນັກແລ່ນທຸກລະດັບປະສົບການສາມາດເຂົ້າຮ່ວມໄດ້. 

ງານແລ່ນການກຸສົນປະຈໍາປີນີ້ຈັດຂຶ້ນເປັນຄັ້ງທີ 12 ແລະ ເຕີບໃຫຍ່ຂະຫຍາຍຕົວຈົນກາຍເປັນງານແລ່ນການກຸສົນທີ່ສໍາຄັນທີ່ສຸດຂອງຫຼວງພະບາງ, ເຊິ່ງປີຜ່ານມາ ມີນັກແລ່ນຈາກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມເກືອບ 3,000 ຄົນ. 

ຫາກທ່ານກໍາລັງວາງແຜນມາທ່ຽວເມືອງຫຼວງພະບາງໃນເດືອນຕຸລາ, ການເຂົ້າຮ່ວມງານແຂ່ງຂັນແລ່ນມາຣາທອນຄັ້ງນີ້ຖືເປັນໂອກາດອັນດີທີ່ຈະໄດ້ສໍາຜັດກັບວິຖີຊີວິດຂອງຊຸມຊົນທ້ອງຖິ່ນ ແລະ ປະກອບສ່ວນສະໜັບສະໜູນໂຄງການປິ່ນປົວສຸຂະພາບທີ່ສໍາຄັນ ເຊິ່ງຊ່ວຍຮັກສາຊີວິດຂອງເດັກນ້ອຍຫຼາຍພັນຄົນໃນແຕ່ລະປີ. ບັນຍາກາດພາຍໃນງານແມ່ນເຕັມໄປດ້ວຍພະລັງແຫ່ງຄວາມອົບອຸ່ນ ແລະ ຈິດວິນຍານແຫ່ງການແບ່ງປັນ ເພາະທຸກຄົນຕ່າງກໍຮັບຮູ້ວ່າ ຕົນເອງກໍາລັງມີສ່ວນຮ່ວມໃນພາລະກິດທີ່ມີເປົ້າໝາຍອັນຍິ່ງໃຫຍ່ຢ່າງແທ້ຈິງ. 

 

ງານແລ່ນການກຸສົນທີ່ສໍາຄັນ

ງານແຂ່ງຂັນຮາຟ ມາຣາທອນຄັ້ງນີ້ ຈັດຂຶ້ນພາຍໃຕ້ຈຸດປະສົງເພື່ອການກຸສົນໂດຍສະເພາະ ໂດຍຄ່າສະໝັກລົງທະບຽນ ແລະ ເງິນບໍລິຈາກທັງໝົດ ຈະຖືກນໍາໄປປະກອບສ່ວນສະໜັບສະໜູນທີ່ສໍາຄັນແກ່ ໂຮງໝໍເພື່ອນລາວສໍາລັບເດັກນ້ອຍ (LFHC).

ໂຮງໝໍເພື່ອນລາວສໍາລັບເດັກນ້ອຍ ຕັ້ງຢູ່ເມືອງຫຼວງພະບາງ ແລະ ເປັນໂຮງໝໍເດັກພຽງແຫ່ງດຽວຂອງປະເທດທີ່ໃຫ້ບໍລິການປິ່ນປົວເດັກນ້ອຍ ແບບບໍ່ເສຍຄ່າໃຊ້ຈ່າຍ 100%. ນັບແຕ່ມື້ເປີດໃຫ້ບໍລິການໃນປີ 2015, ໂຮງໝໍແຫ່ງນີ້ໄດ້ໃຫ້ບໍລິການປິ່ນປົວເດັກນ້ອຍມາແລ້ວຫຼາຍແສນຄົນ. ສະເພາະປີຜ່ານມາ, ໂຮງໝໍແຫ່ງດັ່ງກ່າວໄດ້ປີ່ນປົວຄົນເຈັບກວ່າ 52,000 ຄົນ, ດ້ວຍບໍລິການທາງການແພດທີ່ມີຄຸນນະພາບສູງ ໂດຍບໍ່ຄິດຄ່າໃຊ້ຈ່າຍໃດໆ. ນອກຈາກນີ້, ຍັງໄດ້ຮັບການຍອມຮັບໃຫ້ເປັນໜຶ່ງໃນໂຮງໝໍດ້ານການຮຽນ-ການສອນຊັ້ນນໍາຂອງປະເທດລາວ, ໂດຍມີບົດບາດສໍາຄັນໃນການຍົກລະດັບຄວາມສາມາດຂອງບຸກຄະລາກອນທາງການແພດ ເພື່ອຊ່ວຍເສີມສ້າງຄວາມເຂັ້ມແຂງແກ່ລະບົບສາທາລະນະສຸກຂອງປະເທດ.

ຕາແຫຼວ (Taleo): ສັນຍະລັກແຫ່ງການປົກປ້ອງຄຸ້ມຄອງ 

ແນວຄິດຫຼັກຂອງການຈັດງານປະຈໍາປີນີ້ ໄດ້ຮັບແຮງບັນດານໃຈຈາກຕາແຫຼວເຊິ່ງເປັນສັນຍະລັກແຫ່ງການປົກປ້ອງຄຸ້ມຄອງ ຕາມຮີດຄອງປະເພນີລາວທີ່ສານຂຶ້ນຈາກໄມ້ໃຜ່. ສ່ວນໃຫຍ່ຈະຖືກນໍາໄປແຂວນໄວ້ຢູ່ບໍລິເວນປະຕູເຮືອນ, ທາງເຂົ້າບ້ານ, ທົ່ງນາ ແລະ ສະຖານທີ່ສັກສິດຕ່າງໆ ເພື່ອປົກປ້ອງຄຸ້ມຄອງສິ່ງຂອງທີ່ມີຄ່າ.

ງານແລ່ນຄັ້ງນີ້ຖືເປັນການເຕົ້າໂຮມຄວາມສາມັກຄີຂອງຜູ້ຄົນຈາກຫຼາຍພື້ນທີ່ ໃຫ້ມາຮ່ວມແຮງຮ່ວມໃຈກັນປົກປ້ອງສຸຂະພາບ, ຄວາມຫວັງ ແລະ ອະນາຄົດຂອງເດັກນ້ອຍລາວ ເຊັ່ນດຽວກັບຕາແຫຼວທີ່ເຮັດໜ້າທີ່ປົກປ້ອງຄຸ້ມຄອງບ້ານເຮືອນ ແລະ ຊຸມຊົນ.

ສິ່ງດັ່ງກ່າວຖືເປັນຫົວໃຈສໍາຄັນຂອງຂ່າວສານທີ່ງານຕ້ອງການສື່ໃນປີນີ້. ບັນດານັກແລ່ນ, ຜູ້ສະໜັບສະໜູນ, ອາສາສະໝັກ ແລະ ຜູ້ບໍລິຈາກທຸກຄົນ ລ້ວນກາຍເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຮ່ວມກັນ ໃນການປົກປ້ອງຄຸ້ມຄອງສິ່ງທີ່ມີຄ່າທີ່ສຸດ ນັ້ນກໍຄື ເດັກນ້ອຍລາວ ແລະ ອະນາຄົດທີ່ພວກເຂົາຈະຮ່ວມກັນສ້າງຂຶ້ນສືບຕໍ່ໄປ. 

ຮ່ວມແຮງຮ່ວມໃຈ ຮ່ວມກັນປົກປ້ອງ (United We Care. United We Protect)

ວິທີລົງທະບຽນເຂົ້າຮ່ວມງານ:  

 – ລົງທະບຽນຜ່ານທາງອອນລາຍໄດ້ແລ້ວຕັ້ງແຕ່ມື້ນີ້ ທີ່ເວັບໄຊຢ່າງເປັນທາງການຂອງງານແຂ່ງຂັນ ຮາຟ ມາຣາທອນ: luangprabangmarathon.com, ຫຼື ທ່ານສາມາດສະແກນລະຫັດ QR ເພື່ອລົງທະບຽນໄດ້.

 – ສາມາດລົງທະບຽນດ້ວຍຕົນເອງໄດ້ທີ່ ສູນຂໍ້ມູນຂ່າວສານ ຂອງໂຮງໝໍເພື່ອນລາວສໍາລັບເດັກນ້ອຍ ເຊິ່ງຕັ້ງຢູ່ຖະໜົນສາຍຫຼັກຂອງຫຼວງພະບາງ, ກົງກັນຂ້າມກັບໂຮງແຮມ ວິນລາ ສັນຕິ.

 

Read More

Related Articles