ວັນແຫ່ງການແຂ່ງຂັນເຮືອຊ່ວງ

Author:

Category:

spot_img

ແສງແດດສາດສ່ອງກະທົບໃສ່ຟອງແມ່ນໍ້າຂອງ ໃນຂະນະທີ່ເຮືອຊ່ວງທີ່ເຕັມໄປດ້ວຍສິ່ງປະດັບເອ້ຫຼາກຫຼາຍສີສັນ ກໍາລັງລອຍລ່ອງໄປຕາມກະແສນໍ້າໄຫຼເພື່ອແຂ່ງກັນເຂົ້າສູ່ຫຼັກໄຊ. ກິ່ນຫອມຂອງດອກໄມ້ສົດ, ບວກກັບກິ່ນທູບທຽນລວມທັງກິ່ນປີ້ງໄກ່-ປີ້ງປາ ປະສົມກັນສົ່ງກິ່ນອາຍກ່ອມກຸ້ມທົ່ວອາກາດບໍລິເວນໃກ້ຄຽງ. ສຽງກອງດັງກ້ອງເປັນຈັງຫວະ ປະທະກັບສຽງສີພາຍ, ມີທັງສຽງຕົບມືໂຫ່ຮ້ອງຂອງຝູງຊົນຜູ້ເຂົ້າຮ່ວມຊົມ-ເຊຍ… ທັງໝົດເຫຼົ່ານີ້ຄືສິ່ງທີ່ທ່ານສາມາດສໍາຜັດໄດ້ໃນງານບຸນຊ່ວງເຮືອວຽງຈັນ ເຊິ່ງເປັນໜຶ່ງງານບຸນທີ່ມີຄວາມຕື່ນເຕັ້ນ ແລະ ມີສີສັນຫຼາຍທີ່ສຸດໃນປະເທດລາວ.

ບັນຍາກາດອັນຕື່ນຕາຕື່ນໃຈນີ້ ໄດ້ເປັນສັນຍານບົ່ງບອກວ່າ ມື້ສິ້ນສຸດຂອງການເຂົ້າພັນສາໃນໄລຍະສາມເດືອນນັ້ນໄດ້ມາເຖິງແລ້ວ ພ້ອມທັງກຽມການກ້າວເຂົ້າສູ່ລະດູແລ້ງຂອງຮອບປີ. ງານບຸນດັ່ງກ່າວຈັດຂຶ້ນໃນມື້ວັນສິນເພັງ (ມື້ພະຈັນເຕັມດວງ) ເຊິ່ງກົງກັບເດືອນຕຸລາ (ປີນີ້ກົງກັບວັນທີ 30 ຕຸລາ), ຕາມສາຍນໍ້າຂອງ ແມ່ນຈະມີນໍ້າຂື້ນຫຼາຍຈົນເຕັມຝັ່ງ ພ້ອມກັບອາກາດອັນອົບອຸ່ນແຈ່ມໃສໃນຕອນເຊົ້າ ກ່ອນທີ່ອຸນຫະພູມຈະສູງຂຶ້ນໃນຊ່ວງຕອນສວາຍຫາບ່າຍ. ງານບຸນຊ່ວງເຮືອຖືເປັນເທດສະການທີ່ສາມາດດຶງດູດຜູ້ເຂົ້າຮ່ວມຊົມ-ເຊຍຢ່າງຄຶກຄື້ນມ່ວນຊື່ນໄດ້ຫຼາຍພັນຄົນຈາກທົ່ວປະເທດ ທີ່ແຫ່ແຫນກັນໄປທີ່ແຄມຝັ່ງແມ່ນໍ້າເພື່ອຊົມການແຂ່ງຂັນອັນຕື່ນເຕັ້ນນີ້ ພ້ອມທັງດື່ມດໍາກັບບັນຍາກາດຂອງງານບຸນສະເຫຼີມສະຫຼອງທີ່ຈັດຂຶ້ນພຽງປີລະຄັ້ງ.

ງານບຸນຊ່ວງເຮືອ ມີຄວາມໝາຍທີ່ກວ້າງກວ່າຄໍາວ່າ ການແຂ່ງຂັນກິລາທົ່ວໄປ, ເພາະງານດັ່ງກ່າວຖືເປັນງານບຸນປະເພນີອັນເປັນທີ່ສັກກາລະບູຊາ ທັງເປັນວັດທະນະທໍາອັນດີງາມຂອງລາວນໍາອີກ. ເຮືອຊ່ວງຫຼາຍລໍາ ຖືກນໍາມາປະດັບຕົກແຕ່ງດ້ວຍດອກໄມ້ຫຼາຍສີ, ມີທັງທຸງ, ປ້າຍໂຄສະນາ ເຊິ່ງເຮືອແຕ່ລະລໍາຖືເປັນສັນຍາລັກຂອງແຕ່ລະບ້ານ, ວັດວາອາຮາມ ຫຼື ອົງການຈັດຕັ້ງໃດໜຶ່ງ. ບັນດາສີພາຍເຮືອຈະນຸ່ງເສື້ອສີດຽວກັນທັງໝົດລໍາ ພ້ອມຮ້ອງເພງເປັນຈັງຫວະເພື່ອສົ່ງອາລົມໃຫ້ແກ່ກັນ ທັງສະແດງອອກເຖິງຄວາມສະໝານສາມັກຄີໂດຍຜ່ານການເຮັດວຽກຮ່ວມກັນເປັນທີມ. ໃນບັນດາເຮືອຊ່ວງດັ່ງກ່າວຈະປະກອບມີທັງທີມສີພາຍຍິງ, ທີມສີພາຍຊາຍ ແລະ ທີມປະສົມ ເພື່ອແຂ່ງຂັນກັນເຂົ້າຊິງລາງວັນ ແລະ ຂັນລາງວັນຈາກງານແຂ່ງຂັນເຮືອຊ່ວງທີ່ສໍາຄັນທີ່ສຸດໃນລາວ.

ພາຍໃນງານບຸນຍັງມີກິດຈະກໍາອື່ນໆ ເປັນຕົ້ນແມ່ນຕະຫຼາດນັດທີ່ມີຮ້ານຂາຍເຄື່ອງຕັ້ງລຽນກັນເປັນແຖວຍາວຢຽດຕາມແຄມທາງທັງສອງຂ້າງ, ລວມທັງງານຄອນເສີດ, ແຜງຂາຍອາຫານຫຼາຍປະເພດ ແລະ ເຄື່ອງຫຼິ້ນຕ່າງໆ. ໃນງານຄອນເສີດ ກໍຈະມີບັນດານັກສິລະປິນທີ່ມາຈາກທ້ອງຖິ່ນ ແລະ ຂົງເຂດອື່ນໆ ຜ່ານການສະແດງສິລະປະດົນຕີແບບພື້ນເມືອງ ແລະ ແບບສະໄໝໃໝ່. ສ່ວນແຜງຂາຍອາຫານກໍມີອາຫານຫຼາຍຊະນິດທີ່ເຫັນແລ້ວຈົນຮູ້ສຶກຫິວຂຶ້ນມາທັນທີ ໂດຍສະເພາະກໍແມ່ນປີ້ງປາ, ຕໍາໝາກຫຸ່ງ ຫຼື ຕໍາປະເພດຕ່າງໆ, ເຂົ້າໜົມຄົກ ແລະອື່ນໆອີກຫຼາຍຢ່າງ. ແຕ່ອາຫານທີ່ໄດ້ຮັບຄວາມນິຍົມຫຼາຍກວ່າໝູ່ຈົນຜູ້ຊື້ຕ້ອງໄດ້ຕໍ່ແຖວກັນລໍຖ້ານັ້ນກໍຄື ປີ້ງໄກ່ກັບເຂົ້າຫຼາມ ເຊິ່ງເປັນອາຫານທີ່ເຮັດຈາກເຂົ້າໜຽວປະສົມນໍ້າກະທິ ແລະ ນໍ້າຕານເລັກນ້ອຍກ່ອນຈະຮ່າຍລົງບັ້ງໄມ້ໃຜ່ພ້ອມເຜົາໄຟຈົນສຸກ.

ພາຍຫຼັງງານແຂ່ງຂັນຊ່ວງເຮືອສິ້ນສຸດລົງໃນຕອນກາງເວັນ, ພໍຮອດຕອນຄໍ່າກໍຈະມີການຄົບງັນດ້ວຍການຈູດບັ້ງໂພກ ຫຼື ບັ້ງໄຟດອກຢ່າງສະນັ່ນຫວັ່ນໄຫວ ສົ່ງແສງແຈ້ງສະຫວ່າງສູ່ທ້ອງຟ້າເປັນແຕ່ລະໄລຍະ ເຊິ່ງເປັນການສ້າງພາບຈຳຂອງການປິດງານສະເຫຼີມສະຫຼອງງານບຸນຊ່ວງເຮືອໄດ້ຢ່າງໜ້າປະທັບໃຈ. ງານບຸນຊ່ວງເຮືອວຽງຈັນ ຖືເປັນໜຶ່ງງານບຸນທີ່ຜູ້ເຂົ້າຮ່ວມສາມາດສໍາຜັດໄດ້ເຖິງວັດທະນະທໍາອັນໂດດເດັ່ນ ທັງມີຊີວິດຊີວາຂອງລາວ ໂດຍຮ່ວມກັນກັບຫຼາຍຜູ້ຄົນໃນທ້ອງຖິ່ນ ເພື່ອສະເຫຼີມສະຫຼອງງານບຸນພາຍໃຕ້ຄວາມສາມັກຄີ ແລະ ຄວາມພາກພູມໃຈຂອງຄົນລາວທັງຊາດ.

ເຄັດບໍ່ລັບສໍາລັບການເຂົ້າຮ່ວມງານບຸນຊ່ວງເຮືອວຽງຈັນ
ຫ້າມໄປເຊົ້າເກີນໄປ: ການແຂ່ງຂັນຊ່ວງເຮືອຈະບໍ່ເລີ່ມຈົນກວ່າຈະຮອດຊ່ວງຕອນບ່າຍ, ທ່ານຈຶ່ງສາມາດໃຊ້ເວລານີ້ໃນການຍ່າງເລາະທ່ຽວຊົມງານ ພ້ອມເລາະຊີມອາຫານໃນຕະຫຼາດນັດທັງກ່ອນ ແລະ ຫຼັງງານເຮືອຊ່ວງ.
ຢ່າລືມຖືໝວກພ້ອມກັບຄີມກັນແດດຕິດຕົວມານໍາ: ອາກາດໃນເມືອງວຽງຈັນຂ້ອນຂ້າງຮ້ອນຫຼາຍ ແລະ ມີແດດແຮງ, ດັ່ງນັ້ນ ຈຶ່ງຈໍາເປັນຕ້ອງໄດ້ຖືໝວກ ແລະຄີມກັນແດດມາພ້ອມ ເພື່ອປ້ອງກັນຄວາມຮ້ອນຈາກສະພາບອາກາດ ເນື່ອງຈາກຕາມແຄມແມ່ນໍ້າຂອງແມ່ນບໍ່ຄ່ອຍມີຮົ່ມໄມ້ໃຫຍ່.
ຄວນໃສ່ເກີບທີ່ສວມໃສ່ສະບາຍ: ເນື່ອງຈາກເສັ້ນທາງບໍລິເວນງານບຸນຈະຖືກປິດການສັນຈອນສໍາລັບລົດລາງພາຫານະ, ທ່ານຈຶ່ງຈໍາເປັນຕ້ອງໄດ້ຍ່າງດ້ວຍໄລຍະທາງຂ້ອນຂ້າງໄກ ສະນັ້ນຈຶ່ງຄວນໃສ່ເກີບທີ່ສວມໃສ່ສະບາຍທີ່ຈະຊ່ວຍໃຫ້ຮູ້ສຶກສະບາຍຕີນໃນເວລາຍ່າງ.
ຢ່າລືມກ້ອງຖ່າຍຮູບ: ງານບຸນຊ່ວງເຮືອຖືເປັນງານທີ່ມີຄວາມງົດງາມ, ດັ່ງນັ້ນທ່ານຈຶ່ງຄວນຖືກ້ອງຖ່າຍຮູບເພື່ອຈະໄດ້ເກັບກໍາຮູບພາບເຫຼົ່ານັ້ນໄວ້ເປັນຄວາມຊົງຈໍາ.

ການເດີນທາງ
ສາຍການບິນລາວມີບໍລິການຖ້ຽວບິນທຸກມື້ຈາກບັນດາເມືອງຕ່າງໆທັງພາຍໃນ ແລະ ພາກພື້ນເພື່ອມຸ່ງໜ້າໄປຍັງນະຄອນຫຼວງວຽງຈັນ.

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ພູນຊັບ ເທວົງສາ

Read More

Related Articles