ລວດລາຍຮູບແຕ້ມ ຈາກການ ສາດສີ

Author:

Category:

spot_img

ຈິດຕະກໍາຝາຜະໜັງຍຸກໃໝ່, ປົກປັກຮັກສາຮ່ອງຮອຍປະຫວັດສາດ, ເພື່ອຕ້ອນຮັບອະນາຄົດ
ຕາມເສັ້ນທາງຂະໜາດນ້ອຍສາຍໜຶ່ງທີ່ເຊື່ອມຕໍ່ໄປສູ່ທາດດໍາ ເຊິ່ງເປັນພະທາດເກົ່າແກ່ຄູ່ບ້ານຄູ່ເມືອງ ທີ່ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ. ເມື່ອກ່ອນ, ບັນດາເສົາປູນ, ລວມທັງຝາກໍາແພງສີຂາວທີ່ຕັ້ງສູງເດັ່ນສະຫງ່າ ບວກກັບການເວນຍາມເພື່ອຮັກສາຄວາມປອດໄພຢູ່ດ້ານໜ້າຂອງສູນອາເມລິກາທີ່ທາດດຳ ລ້ວນແຕ່ເປັນສິ່ງກີດຂວາງສໍາລັບການສັນຈອນໄປມາຂອງຜູ້ເດີນທາງຜ່ານເຂດດັ່ງກ່າວ. ແຕ່ວ່າປັດຈຸບັນນີ້, ບັນດາຝາກໍາແພງສີຂາວເປົ່າວ່າງເຫຼົ່ານັ້ນ ໄດ້ກາຍເປັນບ່ອນວາງສະແດງຜົນງານສິລະປະທີ່ມີສີສັນສົດໃສຈໍານວນຫົກຜົນງານ, ເຊິ່ງຜົນງານແຕ່ລະອັນນັ້ນ ແມ່ນຈະມີຄວາມສູງກວ່າສອງແມັດ. ທ່ານ ປີເຕີ ເຮມອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳລາວ ກ່າວວ່າ: “ຫຼາຍຄົນຄົງຈະຍັງບໍ່ຮູ້ວ່າ ພວກຕົນສາມາດຜ່ານມາຍັງເສັ້ນທາງນີ້ໄດ້”. ທ່ານກ່າວຕື່ມວ່າ “ພວກເຮົາຫວັງວ່າ ຜົນງານຮູບແຕ້ມເທິງຝາຜະໜັງເຫຼົ່ານີ້ ຈະສົ່ງສັນຍານໃຫ້ບັນດານັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ຽວລາວ ຫຼື ຄົນລາວທົ່ວໄປໄດ້ຮັບຮູ້ວ່າ ເສັ້ນທາງສາຍນີ້ຍິນດີຕ້ອນຮັບພວກເຂົາເຈົ້າຕະຫຼອດເວລາ. ພວກເຮົາຫວັງວ່າ ສະຖານທີ່ແຫ່ງນີ້ຈະກາຍເປັນຈຸດທ່ອງທ່ຽວອີກແຫ່ງໜຶ່ງເຊັ່ນດຽວກັບທາດດໍາ. ເຊີນທຸກທ່ານມາທ່ຽວຊົມ ພ້ອມຖ່າຍຮູບງາມໆໄດ້ໂດຍບໍ່ມີປັນຫາຫຍັງ.”

ຜົນງານຮູບແຕ້ມເທິງຝາຜະໜັງ ໄດ້ຮັບການສ້າງຂຶ້ນເພື່ອສະເຫຼີມສະຫຼອງຄົບຮອບ 20 ປີ ແຫ່ງການປົກປັກຮັກສາວັດທະນະທຳຂອງກອງທຶນເອກອັກຄະລັດຖະທູດ ສະຫະລັດອາເມລິກາ ເພື່ອການອະນຸລັກວັດທະນະທຳໃນລາວ (AFCP), ເຊິ່ງເປັນໂຄງການທີ່ມຸ່ງເປົ້າແນໃສ່ການປົກປັກຮັກສາມໍລະດົກທາງວັດທະນະທໍາທີ່ອຸດົມຮັ່ງມີ ແລະ ຫຼາກຫຼາຍຂອງລາວ. ດ້ວຍຫຼາຍສີສັນປະສົມກົມກຽວກັນຢ່າງລົງຕົວ ພ້ອມຮູບແບບສິລະປະທີ່ຫາເບິ່ງໄດ້ຍາກ ເຮັດໃຫ້ຜົນງານຮູບແຕ້ມເທິງຝາຜະໜັງແຫ່ງນີ້ໄດ້ແຝງຄວາມຫຼາກຫຼາຍຂອງວັດທະນະທໍາລາວ (ທັງຮູບປະທໍາ ແລະ ນາມມະທໍາ) ໂດຍລວມເອົາເລື່ອງລາວຂອງສະຖານທີ່ທ່ອງທ່ຽວແຕ່ລະແຂວງລວມໄວ້ນໍາກັນຢ່າງໜ້າສົນໃຈ. ໂຄງການ AFCP ໄດ້ດໍາເນີນການບູລະນະ ແລະ ປົກປົກຮັກສາວັດທະນະທໍາຫຼາກຫຼາຍແຫ່ງ ໄດ້ແກ່ ບູລະນະຮັກສາທົ່ງໄຫຫີນ ແຂວງຊຽງຂວາງ, ວັດວິຊຸນ ແຂວງຫຼວງພະບາງ (ທີ່ເອີ້ນວ່າ “ທາດໝາກໂມ”), ແລະ ປົກປົກຮັກສາເອກະສານຕ່າງໆທີ່ສໍາຄັນທາງພຸດທະສາສະໜາ. ສະເພາະຜູ້ທີ່ມີສາຍຕາແຫຼມຄົມເທົ່ານັ້ນທີ່່ຈະສາມາດສັງເກດເຫັນສິ່ງລີ້ຊ້ອນພາຍໃນຮູບແຕ້ມເທິງຝາຜະໜັງເຫຼົ່ານີ້ ບໍ່ຈະເປັນຮູບແຕ້ມງານບຸນບັ້ງໄຟເມືອງວັງວຽງ, ສິລະປະລວດລາຍທີ່ເປັນເອກະລັກຂອງຫຼວງພະບາງ, ແລະ ຮູບແຕ້ມຂະບວນແຫ່ຊ້າງເຜືອກຄູ່ບ້ານຄູ່ເມືອງ.

ທ່ານ ປີເຕີ ເຮມອນ ກ່າວວ່າ: ໜຶ່ງໃນເປົ້າໝາຍຂອງຜົນງານຮູບແຕ້ມເທິງຝາຜະໜັງນັ້ນກໍຄື ເຮັດໃຫ້ການອອກແບບຕົກແຕ່ງທັງພາຍນອກ ແລະ ພາຍໃນຂອງບູຮານສະຖານຂອງລາວ ໂດຍສະເພາະກໍແມ່ນວັດວາອາຮາມແຫ່ງຕ່າງໆ ສາມາດດຶງດູດໃຫ້ເຂົ້າເຖິງໄດ້ງ່າຍຂຶ້ນ ແລະ ໜ້າສົນໃຈຫຼາຍຂຶ້ນ. ຜົນງານຮູບແຕ້ມເທິງຝາຜະໜັງອັນໜຶ່ງ ຍັງໄດ້ຈໍາລອງສິລະປະວັດວາອາຮາມທີ່ສະແດງໃຫ້ເຫັນເຖິງຊາວຕ່າງຊາດທີ່ເດີນທາງເຂົ້າມາລາວ ເຊິ່ງປຽບເໝືອນກັບການປະສານກັນລະຫວ່າງທຸງຊາດອາເມຣິກາ ແລະ ລາວ, ອັນເປັນການຍົກສູງຄຸນຄ່າຂອງການເຮັດວຽກເປັນທີມໂດຍຂ້າມວັດທະນະທໍາ ທີ່ຢູ່ພາຍໃຕ້ເບື້ອງຫຼັງຂອງ AFCP.

ຜົນງານຮູບແຕ້ມເທິງຝາຜະໜັງດັ່ງກ່າວນັ້ນ ແມ່ນເປັນຜົນງານຂອງສິລະປິນລາວຫຼາຍທ່ານ, ລວມທັງສິລະປິນຮຸ່ນເກົ່າ ທີ່ໄດ້ຮັບການຝຶກຝົນຫຼໍ່ຫຼອມຈາກສະຖາບັນວິຈິດສິນແຫ່ງຊາດ ແລະ ສິລະປິນຮຸ່ນໃໝ່ຈໍານວນໜຶ່ງ. ເຖິງແມ່ນໂຄງການ AFCP ຈະມຸ່ງເປົ້າແນໃສ່ການອະນຸລັກມໍລະດົກທາງວັດທະນະທໍາອັນເກົ່າແກ່ຂອງລາວ, ແຕ່ຜົນງານຮູບແຕ້ມເທິງຝາຜະໜັງເຫຼົ່ານີ້ ຍັງໄດ້ລວມເອົາຄວາມເປັນອະນາຄົດໄວ້ ໂດຍຜ່ານຮູບແບບ, ເນື້ອໃນ, ແລະ ຄວາມຄິດສ້າງສັນນໍາອີກດ້ວຍ.

ສໍາລັບສິລະປິນລາວສີມືດີ ຢ່າງ ພຸດທະສອນ ແກ້ວມຸງຄຸນ (Aleqs), ຜູ້ປະດິດຜົນງານຮູບແຕ້ມເທິງຝາຜະໜັງທີ່ມີທັງອົງປະກອບແບບດັ້ງເດີມ ແລະ ຮູບແຕ້ມທີ່ໃຊ້ສະເປສີດພົ່ນຕາມຝາຜະໜັງ ເຮັດໃຫ້ພື້ນທີ່ວ່າງຂອງກໍາແພງໃນເຂດຮັກສາຄວາມປອດໄພທີ່ດ້ານໜ້າສູນອາເມລິກາທາດດໍາ ເບິ່ງຄືກັບວ່າຮູ້ສຶກບໍ່ວ່າງເປົ່າອີກຕໍ່ໄປ. Aleqs ບອກວ່າ ເຂົາໄດ້ແຕ່ຫວັງວ່າ ຜົນງານຮູບແຕ້ມເທິງຝາຜະໜັງຈະສາມາດໂນ້ມນ້າວຈິດໃຈຜູ້ຄົນພາຍໃນທ້ອງຖິ່ນໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງຈຸດຢືນຂອງພວກເຂົາກ່ຽວກັບວຽກງານສິລະປະສາທາລະນະໄດ້ ແລະ ຈະນໍາໄປສູ່ການເສີມຂະຫຍາຍດ້ານສິລະປະສາທາລະນະຂອງລາວໃຫ້ກວ້າງຂວາງຂຶ້ນກວ່າເກົ່າ.

ໂອກາດທີ່ຈະສ້າງຜົນງານຂະໜາດໃຫຍ່ລັກສະນະນີ້ ຖືເປັນປະສົບການຄັ້ງທໍາອິດ ແລະ ເປັນປະສົບການແຫ່ງການຮຽນຮູ້ ສໍາລັບນັກແຕ້ມຮູບເທິງຝາຜະໜັງບາງຄົນ. ໄກຍະສິດ ສິຣິວົງສາ (Karnkai) ເຈົ້າຂອງຜົນງານຮູບແຕ້ມເທິງຝາຜະໜັງ ທີ່ມີເນື້ອໃນບອກເລົ່າເລື່ອງລາວຂອງແຂວງຕ່າງໆທົ່ວປະເທດລາວ ກ່າວວ່າ: “ທີ່ຜ່ານມາຂ້ອຍເຄີຍຮັບແຕ່ງານນ້ອຍໆ”.

ສູນກາງຂອງຈໍສະແດງທີ່ນໍາສະເໜີນັ້ນກໍຄື ຮູບແຕ້ມເທິງຝາຜະໜັງ ທີ່ເປັນຜົນງານຈາກການເຮັດວຽກຮ່ວມກັນເປັນທີມ ໂດຍມີການສະກົດຄໍາວ່າ L.A.O.S. ເປັນໂຕອັກສອນຫຍໍ້ ໃນຄວາມໝາຍທີ່ວ່າ: “ມີຊີວິດຊີວາ, ໜ້າອັດສະຈັນ, ມີຄວາມດັ້ງເດີມ, ຮຽບງ່າຍ.” ອັກສອນຫຍໍ້ນີ້ປຽບເໝືອນການຍົກຍ້ອງຊື່ນຊົມຕໍ່ອະດີດ ໃນຂະທີ່ກໍກໍາລັງຕັ້ງໜ້າລໍຄອຍສູ່ອະນາຄົດ.

ເຖິງແມ່ນວ່າເສັ້ນທາງສາຍນີ້ຈະມີສີສັນສົດໃສຫຼາຍຂຶ້ນກວ່າແຕ່ກ່ອນ, ແຕ່ກໍຍັງມີຝາກໍາແພງເປົ່າວ່າງສີຂາວຫຼາຍຈຸດທີ່ຢູ່ຕິດກັບສູນອາເມລິກາທາດດໍາ ທີ່ກໍາລັງລໍຄອຍເພື່ອສາດສີໃຫ້ເປັນລວດລາຍຮູບພາບຕ່າງໆ. ທ່ານ ປີເຕີ ເຮມອນ ກ່າວວ່າ: “ສິ່ງເຫຼົ່ານີ້ກໍາລັງຢູ່ໃນຂັ້ນຕອນການດໍາເນີນການ. ພວກເຮົາຢາກເຫັນຝາກໍາແພງເຫຼົ່ານີ້ເຕັມໄປດ້ວຍຮູບແຕ້ມທີ່ມີຊີວິດຊີວາເຊັ່ນກັນ.”

“ພວກເຮົາຫວັງວ່າ ຜົນງານຮູບແຕ້ມເທິງຝາຜະໜັງເຫຼົ່ານີ້ ຈະສົ່ງສັນຍານໃຫ້ບັນດານັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ຽວລາວ ຫຼື ຄົນລາວທົ່ວໄປໄດ້ຮັບຮູ້ວ່າ ເສັ້ນທາງສາຍນີ້ຍິນດີຕ້ອນຮັບພວກເຂົາເຈົ້າຕະຫຼອດເວລາ.”

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ພູນຊັບ ເທບວົງສາ ແລະ ສະຖານທູດສະຫະລັດ ອາເມລິກາ

Read More

Related Articles