ສຽງເພງ ບັນເລງ ຢູ່ບາງກອກ

Author:

Category:

spot_img

ຖ້າໃຫ້ເວົ້າເຖິງເມືອງທີ່ເຕັມໄປດ້ວຍ ບັນຍາກາດດົນຕີສົດ ເສບມ່ວນໆແລ້ວ, ບາງກອກ ຖືວ່າເປັນໜຶ່ງໃນບ່ອນທີ່ດີທີ່ສຸດ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ເລີຍ
ກໍ່ວ່າໄດ້ ເພາະມີດົນຕີສົດໃຫ້ເລືອກ ຫຼາກຫຼາຍປະເພດ ນັບຕັ້ງແຕ່ດົນຕີແບບ ເອເລັກໂທຣ-ໂຟກ ໄປຈົນຮອດດົນຕີບລູສ໌, ໃຫ້ທຸກຄົນໄດ້ເພີດເພີນມ່ວນຊື່ນ ໄປຕາມ ຄວາມມັກຂອງໃຜມັນ.

ສຽງແຄນອັນອິ່ນອ້ອຍ ດັງອອກມາຈາກການເປົ່າ ຂອງໝໍແຄນອາຍຸ 76 ປີ ຊື່ວ່າ ອາຈານ ສະໄຫວ ແກ້ວສົມບັດ ທີ່ກຳລັງເຕັ້ນເຢາະໄປຕາມຈັງຫວະ ຂອງສຽງແຄນ ປະສົມປະສານກັບສຽງພິນ. ສຽງດົນຕີ ດັ່ງກ່າວ ແມ່ນສຽງດົນຕີພື້ນເມືອງລາວ ຈັງຫວະໝໍລຳ ທີ່ເຮົາເຄີຍໄດ້ຍິນໄດ້ຟັງຢູ່ໃນລາວ ສືບທອດ ມາແຕ່ຮຸ່ນປູ່ຍ່າຕາຍາຍ ມາຫຼາຍສັດຕະວັດ, ແຕ່ໃນຄ່ຳຄືນນີ້ ສຽງດົນຕີດັ່ງກ່າວ ແມ່ນດັງອອກມາ ຈາກວົງດົນຕີທີ່ເສບຢູ່ບາ ໃນບາງກອກ ທ່າມກາງ ແສງໄຟສະຫຼົວ ຕົກແຕ່ງດ້ວຍເຟີນີເຈີເກົ່າໆ ຈາກຍຸກ ຊຸມປີ 1970. ຈາກນັ້ນ, ເຄື່ອງດົນຕີພື້ນເມືອງ ກໍ່ມີການ ປະສານສົມທົບ ກັບເບສທັນສະໄໝ ແລະ ກອງຊຸດ, ຂັບຂານເປັນຈັງຫວະຄຶກຄື້ນ, ເຮັດໃຫ້ຜູ້ຊົມຜູ້ຟັງ ອົດໃຈບໍ່ໄດ້ ຈົນຕ້ອງໄດ້ເຕັ້ນໄປນຳສຽງດົນຕີ… ຂໍຕ້ອນຮັບທ່ານເຂົ້າສູ່ ສະຕູດີໂອ ລຳ.

 

STUDIO LAM

ການກັບມາຄືນຂອງໝໍລຳ

STUDIO LAM

ໃນປີ 2009, ດີເຈ ມາຟໄຊ ແລະ ຄຣິສ ເມນິສ ໄດ້ຄົ້ນເອົາເພງໝໍລຳພື້ນເມືອງເກົ່າໆ ທີ່ເຂົາເຈົ້າສະສົມໄວ້ ມາເປີດໃຫ້ໝູ່ຄູູ່ຟັງ ໂດຍທີ່ບໍ່ຮູ້ຕົວເລີຍວ່າ ຄວາມມັກຮັກຂອງພວກເຂົາ ໃນມື້ນັ້ນຈະນຳມາສູ່ ການຟື້ນຄືນຂອງດົນຕີ ແລະ ເປັນຈຸດກຳເນີດ ຂອງ ວົງດົນຕີສາກົນ ເດິ ພາຣາໄດຊ ບາງກອກ ໝໍລຳ (The Paradise Bangkok Molam International Band) ເຊິ່ງນຳວົງໂດຍໝໍແຄນ ກໍ່ຄືອາຈານ ສະໄຫວ. ວົງດົນຕີດັ່ງກ່າວ ເປັນໜຶ່ງໃນວົງດົນຕີສົ່ງອອກຂອງໄທ ທີ່ປະສົບຜົນສຳເລັດທີ່ສຸດ ໂດຍພວກເຂົາເຄີຍ ສະແດງຢູ່ທົ່ວໂລກ ນັບຕັ້ງແຕ່ບູຊາເຣັສ ຈົນຮອດ ເບີລິນ, ທັງຍັງເຄີຍສະແດງຢູ່ເທດສະການໃຫຍ່ ລະດັບໂລກຢູ່ອັງກິດ ກໍ່ຄືງານເທດສະການດົນຕີ ແກລສຕັນເບີຣີ ນັ້ນເອງ. ນອກນັ້ນ, ວົງດັ່ງກ່າວ ຍັງ ສ້າງແຮງບັນດານໃຈ ໃຫ້ແກ່ໄວໜຸ່ມຍຸກໃໝ່ ທັງໄທ ແລະ ຕ່າງປະເທດ ຫັນມາສົນໃຈ ແລະ ຫຼົງຮັກໃນ ສຽງເພງໝໍລຳ ທີ່ເກືອບຈະຖືກຫຼົງລືມໄປໃນ ພາກພື້ນນີ້.

ປັດຈຸບັນນີ້, ສະຕູດີໂອ ລຳ ໄດ້ກາຍມາເປັນທີ່ຮູ້ຈັກກັນ ໃນນາມທີ່ເປັນ ໜຶ່ງໃນສະຖານທີ່ເສບດົນຕີສົດ ທີ່ ຈັບອົກຈັບໃຈທີ່ສຸດໃນບາງກອກ, ເຊິ່ງແຕ່ລະຄ່ຳຄືນ ທ່ານຈະໄດ້ຍິນດີເຈ ເປີດເພງແບບ ແປກໃໝ່ປະສົມປະສານດົນຕີພື້ນເມືອງມາຈາກ ຫຼາກຫຼາຍບ່ອນໃນທົ່ວໂລກ, ນັບຕັ້ງແຕ່ ສຽງດົນຕີແຣັກເກ້ ຈາກເມືອງຄິງສຕັນ ປະເທດ ຈາໄມກ້າ ປະສົມປະສານ
ກັບສຽງດົນຕີ ຈາກໂຄຣາດ ທາງພາກອິສານຂອງ ປະເທດໄທ, ໄປຈົນຮອດ ສຽງເພງພື້ນເມືອງຈາກ ອາເຈະ ປະເທດອິນໂດເນເຊຍ ແລະ ດົນຕີ ຂອງເມືອງອັກຄຣາ ໃນປະເທດການ້າ.

STUDIO LAM | ສະຕູດີໂອ ລຳ: 3/1 ສຸຂຸມວິດ 51, ຄລອງຕັນ-ເໜືອ, ວັດທະນາ

 

ດົນຕີ Blues (ບລູສ໌)

Saxophone Pub

SAXOPHONE PUB

ເມື່ອເວົ້າເຖິງດົນຕີ Blues (ບລູສ໌) ແລ້ວ, ເດິ ແຊັກໂຊໂຟນ ຜັບ (The Saxophone Pub) ແມ່ນຂຶ້ນຊື່ທາງດ້ານການ ເສບດົນຕີສົດທີ່ມີຄຸນນະພາບ ເຊິ່ງດຶງດູດເອົາທັງນັກທ່ອງທ່ຽວ ແລະ ແຂກພາຍໃນຕັ້ງແຕ່ປີ 1987. ເວທີຢູ່ ເດິ ແຊັກໂຊໂຟນ ຜັບ ຕັ້ງຢູ່ໃຈກາງຜັບເລີຍ ໂດຍມີຜູ້ຊົມຜູ້ຟັງ ນັ່ງອ້ອມເວທີ ແລະ ເພີດເພີນໄປກັບການສະແດງ, ໃຫ້ຄວາມຮູ້ສຶກອົບອຸ່ນ ແລະ ໃກ້ຊິດກັບນັກດົນຕີ. ບັນຍາກາດ ພາຍໃນ ຕົບແຕ່ງດ້ວຍ ເຄື່ອງດົນຕີ ແລະ ຮູບພາບຕ່າງໆຫ້ອຍຢູ່ຕາມຝາ, ມີເມນູອາຫານສາກົນ ແລະ ອາຫານໄທ ແຊບໆ, ພ້ອມກັບວົງດົນຕີ ລະດັບໂລກ ເສບບັນເລງເພງ ຢູ່ເທິງເວທີທຸກໆຄ່ຳຄືນ, ບວກກັບທີ່ຕັ້ງທີ່ຢູ່ໃກ້ ອານຸ ສາວະລີໄຊ, ເຮັດໃຫ້ ເດິ ແຊັກໂຊໂຟນ ຜັບ ກາຍເປັນຜັບ ໃນຕຳນານ ຄອງໃຈຫຼາຍໆຄົນ. ພ້ອມກັນນັ້ນ, ຢູ່ຮ້ານດັ່ງກ່າວ ກໍ່ມີບັນດາສິລະປິນ ຊື່ດັງຂອງໄທ ມາສະແດງ ເປັນປະຈຳ ລວມທັງ ‘ໂກ້ ມິສເຕີ້ ແຊັກສແມນ’, ວົງສະກາ-ແຣັກເກ້ ຊື່ວົງ ‘ທີໂບນ’, ແລະ ບີບີຄິງບາງກອກ ກໍ່ຄືວົງ ‘ໄຊ ແອນ ເດິ ບລູສ໌ ມານຽກ’.

SAXOPHONE PUB | ແຊັກໂຊໂຟນ ຜັບ: 3/8 ຖະໜົນພະຍາໄທ, ອານຸສາວະລີໄຊສະໝໍຣະພູມ

 

Adhere The 13th Blues-Bar

ADHERE 13​TH​ BLUES BAR

ຢູ່ອີກຟາກໜຶ່ງຂອງເມືອງ, ທ່ານຈະພົບກັບຮ້ານຊື່ແປກຫູ ຊື່ວ່າ ແອັດເຮຍ 13 ບລູສ໌ ບາ (Adhere 13th Blues Bar), ເປັນຮ້ານຂະໜາດນ້ອຍຫຼາຍ ຈົນວ່າຕ້ອງໄດ້ຍ່າງຜ່ານວົງດົນຕີ ເພື່ອເຂົ້າໄປຫາບາ. ຖ້າໃຜທີ່ີມີໃຈມັກຮັກໃນສຽງເພງ ແລະກຳລັງຊອກບ່ອນຟັງດົນຕີແທ້ໆ, ບານີ້ ແມ່ນເໝາະສຳລັບ ທ່ານເລີຍ, ກັບບັນຍາກາດພາຍໃນບາ ທີ່ຄຶກຄື້ນ ມ່ວນຊື່ນ ແລະ ພະນັກງານທີ່ເປັນມິດ. ພາຍໃນຮ້ານເຕັມອັ່ງໄປດ້ວຍນັກດົນຕີ ແລະ ນັກທ່ອງທ່ຽວ ພ້ອມສຽງເພງ ມັດດີ້ ວໍເຕີ້, ຈອນ ລີ ຮຸກເກີ້ ແລະ ໂຣເບີດ ຈອນສັນ. ແຕ່ສຳລັບໃຜທີ່ ວາງແຜນໄປວັນສຸກ-ວັນເສົາ ຕ້ອງໄດ້ໄປ ອ່າວໄວແດ່ ຖ້າຢາກໄດ້ບ່ອນນັ່ງ ເພາະແອັດເຮຍ ເປັນທີ່ນິຍົມຫຼາຍ ແລະ ພື້ນທີ່ກໍ່ ຂ້ອນຂ້າງຄັບແຄບ ຈົນຕ້ອງອອກມາ ຢືນຟັງເພງຢູ່ນອກທາງ.

ADHERE 13TH BLUES BAR | ແອັດເຮຍ 13 ບລູສ໌ ບາ: 13 ຖະໜົນສາມເສນ, ກູງເທບ

 

ສຳລັບສາຍຣ໋ອກ

The Rock Pub

THE ROCK PUB

ຖ້າໃຜໄປຫຼິ້ນບາງກອກ ແລະ ຢາກຊອກຟັງເພງເຮວີ່ເມໂທລ (heavy metal) ບໍ່ວ່າຈະເປັນແນວ ແທຣສ, ແບລ໋ກ, ພັ້ງ ຫຼື ເດດ, ໃຫ້ມາຮ້ານ ເດິ ຣ໋ອກ ຜັບ (The Rock Pub) ໃກ້ ບີທີເອສ ຣາດຊະເທວີ, ເຊິ່ງຜັບດັ່ງກ່າວ ເວົ້າໄດ້ວ່າ ເສບສຽງດັງ ທີ່ສຸດໃນເມືອງເລີຍກໍ່ວ່າໄດ້. ຢູ່ ເດິ ຣ໋ອກ ຜັບບໍ່ໄດ້ເສບ ສະເພາະແຕ່ຮາດຄໍຣ໋ອກເທົ່ານັ້ນ, ບາງຄ່ຳຄືນກໍ່ເສບເພງ ທີ່ເປັນທີ່ນິຍົມຈາກຍຸກຊຸມປີ 1980 ແລະ 1990 ເຊັ່ນເພງຂອງວົງ ເນີວານ້າ ເປັນຕົ້ນ.

THE ROCK PUB | ເດິ ຣ໋ອກ ຜັບ: 93/26-28 ຕຶກ ຮອລລິວູດສຕຣີດ, ຖະໜົນພະຍາໄທ

 

THE HARD ROCK CAFÉ
ເຖິງແມ່ນວ່າຮ້ານຈະຊື່ ຮາດຣ໋ອກ ຄາເຟ (Hard Rock Cafe) ແຕ່ກຸ່ມລູກຄ້າສ່ວນໃຫຍ່ແມ່ນມາຟັງ ເພງແບບຊ໋ອບຣ໋ອກຫຼາຍກວ່າ. ຢູ່ ຮາດຣ໋ອກ ຄາເຟ້, ທ່ານຈະໄດ້ຍິນວົງດົນຕີໄທ ຮ້ອງເພງສາກົນ ເຊັ່ນເພງ ເດິ ບີດໂທ້ ແລະ ເອວວິດ ເພຣສລີ້ ໄປຄຽງຄູ່ກັບການກິນ ເບີເກີ້ຂະໜາດໃຫຍ່. ຖ້າໃຜທີ່ມັກໄປຮ້ານອາຫານ ຮາດຣ໋ອກ ຢູ່ແລ້ວ, ກໍ່ຄາດວ່າທ່ານຈະມັກ ຮາດຣ໋ອກ ຄາເຟ ບາງກອກ ຢ່າງແນ່ນອນ.

THE HARD ROCK CAFÉ | ເດິ ຮາດຣ໋ອກ ຄາເຟ: 424/3-6 ສະຫຍາມສະແຄ ຊອຍ 11, ສະຫຍາມສະແຄ ຮ່ອມ 7, ປະທຸມວັນ

 

ຈັງຫວະ Jazz

Brown Sugar

BROWN SUGAR

ຮູບແຕ້ມຂະໜາດໃຫຍ່ກ່ອນໂຕຄົນແທ້ ຂອງ ເຈົ້າພໍ່ເພງແຈັສ ຫຼຸຍ ອາມສະຕຣອງ ຫ້ອຍຢູ່ເທິງຝາຮ້ານ ບຣາວ ຊູກ້າ (Brown Sugar) ເຊິ່ງເປັນຜັບແຈັສທີ່ຖືກໃຈຫຼາຍໆຄົນ. ຮ້ານ ບຣາວ ຊູກ້າ ມັກເປີດເພງຂອງ ຫຼຸຍ ອາມສະຕຣອງ ເປັນປະຈຳ, ລວມໄປເຖິງຜົນງານຂອງ ມາຍ ເດວິສ, ຈອນ ໂຄຕຣານ ແລະ ເຮີບີ້ ແຮນຄ໋ອກ ນຳ. ຕັ້ງແຕ່ວັນອັງຄານຫາ ວັນອາທິດ, ທ່ານຈະໄດ້ຍິນນັກດົນຕີ ບັນເລງເພງແຈັສມ່ວນໆ ຫຼາກຫຼາຍຮູບແບບ. ສ່ວນຕອນກາງເວັນ ແມ່ນເປີດເປັນ ຮ້ານອາຫານ ແລະ ຮ້ານກາເຟ.

BROWN SUGAR | ບຣາວ ຊູກ້າ: 469 ຖະໜົນພຣະສຸເມນ, ບາງລຳພູ

 

THE BAMBOO BAR
ສຳລັບໃຜທີ່ຕ້ອງການບັນຍາກາດທີ່ຫຼູຫຼາ, ຂໍແນະນຳ ເດິ ແບມບູ ບາ (The Bamboo Bar) ທີ່ໂຮງແຮມ ແມນດາຣິນ ອໍຣຽນໂທ, ເຊິ່ງພາຍໃນບາ ຕົບແຕ່ງຢ່າງປານີດ ດ້ວຍໄມ້ສີເຂັ້ມ, ຫີນອ່ອນລາຄາແພງ ແລະ ເພດານແກ້ວ ທີ່ສວຍສົດງົດງາມ. ເດິ ແບມບູ ບາ ມີຄ໋ອກເທວລົດຊາດ ແຊບໆໃຫ້ທ່ານໄດ້ດື່ມ ພ້ອມເພີດເພີນ ໄປກັບສຽງດົນຕີ ບັນເລງ ຈາກສິນລະປິນສາກົນ ເຊິ່ງບັນເລງເພງຂອງ ເອລລ້າ ຟິດເຈໂຣ ແລະ ບິນລີ້ ຮໍລິເດ.

THE BAMBOO BAR | ເດິ ແບມບູ ບາ: ໂຮງແຮມ ແມນດາຣິນ ອໍຣຽນໂທ, ຖະໜົນ ອໍຣຽນໂທ, ແຂວງບາງຣັກ

 

ບົດໂດຍ: Ange Takats
ຮູບໂດຍ: Graham Meyer

Read More

Related Articles