ຄວາມງາມ ຜ່ານວັດຖຸ

Author:

Category:

spot_img

ທີ່ຫ້ອງວາງສະແດງສິລະປະ ໄອແຄັດ ມື້ນີ້ມີ ຜູ້ຊົມໜາຕາເປັນພິເສດ. ຕາມຝາຜະໜັງ, ແລະ ທົ່ວຫ້ອງເຕັມໄປດ້ວຍຫຸ່ນ ແລະ ຮູບພາບ ສັດລວມໄປເຖິງຮູບຮ່າງຂອງມະນຸດໃນຮູບແບບ ຕ່າງໆ. ເບິ່ງທຳອິດຄິດວ່າຫຸ່ນເຫຼົ່ານີ້ ເຮັດມາຈາກ ໄມ້, ແຕ່ເມື່ອເຂົ້າໄປເບິ່ງໃກ້ໆແລ້ວ ຈະເຫັນວ່າ ສິ່ງເຫຼົ່ານີ້ແມ່ນສ້າງມາຈາກ ສິ່ງຂອງເຫຼືອໃຊ້ ບໍ່ວ່າຈະເປັນ ກາບໝາກພ້າວ, ກິ່ງໄມ້ແຫ້ງ ຫຼື ກ້ອນຊີມັງ, ເຮັດໃຫ້ຜູ້ຊົມ ທັງປະທັບໃຈ ແລະ ແປກໃຈວ່າ ເຮັດແນວໃດຂອງເສດເຫຼືອພວກນີ້ ຈຶ່ງກາຍເປັນ ສິ່ງທີ່ສວຍງາມໄດ້.

ທ່ານ ເລີດມະນີ ອິນສີຊຽງໃໝ່ ແມ່ນຜູ້ທີ່ຢູ່ເບື້ອງຫຼັງຂອງງານສີລະປະເຫຼົ່ານີ້. ໃບໜ້າເພິ່ນເຕັມໄປ ດ້ວຍຮອຍຍິ້ມ ທີ່ເຫັນຜູ້ຄົນມາຊື່ນຊົມຜົນງານ ຄັ້ງຫຼ້າສຸດຂອງເພິ່ນ. ທ່ານ ເລີດມະນີ ມີ ພອນສະຫວັັນທາງດ້ານສິລະປະຫຼາກຫຼາຍ ຂະແໜງ ເຄີຍເປັນທັງນັກຂຽນ, ນັກສະແດງ, ແລະ ຜູ້ກໍາກັບລະຄອນເວທີ ຂອງກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນເວລາກວ່າ 10 ປີ ໃນລະຫວ່າງຊຸມປີ 1980 ຫາ 1990 ກ່ອນທີ່ຈະເດີນທາງໄປເຝິກ ແອບເປັນນັກສະແດງຕະຫຼົກ ທີ່ປະເທດຝຣັ່ງ. ຫຼັງຈາກນັ້ນ ເພິ່ນກໍ່ກັບມາສະແດງຢູ່ໂຮງກາຍະສິນ ທີ່ນະຄອນຫຼວງວຽງຈັນ ເປັນເວລາກວ່າ 5ປີ.

ທ່ານ ເລີດມະນີ ອິນສີຊຽງໃໝ່

“ຂ້າພະເຈົ້າ ເຄີຍເຮັດວຽກຢູ່ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ເປັນເວລາດົນສົມຄວນ, ໃນລະຄອນທີ່ໃຊ້ຄຳເວົ້າເປັນໂຕເດີນເລື່ອງ ແນ່ນອນ ຄົນທີ່ບໍ່ເຂົ້າໃຈພາສາກໍ່ຈະບໍ່ເຂົ້າໃຈ ເນື້ອໃນທັງໝົດ” ຂໍ້ຈຳກັດທາງດ້ານພາສານີ້ ເຮັດໃຫ້ຜູ້ຊົມຄົນ ຕ່າງປະເທດບໍ່ສາມາດເຂົ້າໃຈ ເລື່ອງລາວທີ່ສື່ສານອອກມາຜ່ານທາງເວທີ. ໃນເວລາທີ່ເພິ່ນສະແດງ ຢູ່ໂຮງກາຍະສິນເພິ່ນກໍ່ ພົບວ່າຍັງມີການສະແດງແບບອື່ນ ທີ່ບໍ່ຕ້ອງໃຊ້ ຄຳເວົ້າ, ແຕ່ຄົນຊາດໃດກໍ່ເຂົ້າໃຈໝົດ. ເມື່ອເພິ່ນ ເຫັນການສະແດງລະຄອນຫຸ່ນ ຢູ່ທີ່ປະເທດຝຣັ່ງ ເພິ່ນກໍ່ຮູ້ເລີຍວ່າເພິ່ນຄົ້ນພົບວິທີ “ເລົ່າເລື່ອງ” ທີ່ບໍ່ມີຂໍ້ຈຳກັດຂອງພາສາ ທີ່ເພິ່ນຊອກຫາມາ ຕະຫຼອດ.

“ໂຮງລະຄອນທີ່ໃຊ້ວັດຖຸ ບໍ່ຈໍາເປັນຕ້ອງເວົ້າ ພາສາຫຍັງເລີຍ” ທ່ານ ເລີດມະນີກ່າວ.  “ນັກສະແດງຫຸ່ນຈຳເປັນ ຕ້ອງໄດ້ໃຊ້ຮ່າງກາຍ ໃນການສະແດງອອກ ແລະ ແນວຄວາມຄິດເຂົາເຈົ້າ ຈະເປັນຕົວຊັກນຳການສະແດງ. ນັກສະແດງຈະມີ ອາລົມຮ່ວມໃນການສະແດງຫຼາຍກວ່າ ”

ເພິ່ນກັບຄືນໄປປະເທດຝຣັ່ງອີກຄັ້ງໜຶ່ງເພື່ອຮຽນການສະແດງຫຸ່ນ, ຮຽນຮູ້ກ່ຽວກັບການສະແດງ ຜ່ານອອກມາທາງເວທີໂດຍການໃຊ້ຫຸ່ນ ແທນການໃຊ້ນັກສະແດງ ແລະ ຄຳເວົ້າ. ໃນປີ 2000 ເພິ່ນໄດ້ສ້າງຕັ້ງຄະນະຫຸ່ນກະບອງລາວ, ເປັນຄະນະທຳອິດຂອງ ລາວທີ່ຂຶ້ນກັບລັດຖະບານ.

ຕອນທີ່ເພິ່ນເລີ່ມການສະແດງລະຄອນຫຸ່ນຢູ່ລາວ ໃໝ່ໆ, ເພິ່ນກໍ່ບໍ່ໄດ້ຮັບການຕອບຮັບຫຼາຍເທົ່າທີ່ຄວນ. “ຕອນທີ່ຂ້າພະເຈົ້າກັບຈາກປະເທດຝຣັ່ງທໍາອິດ ການສະແດງຫຸ່ນແມ່ນ ບໍ່ຄອ່ຍໄດ້ຮັບຄວາມສົນໃຈຈາກຜູ້ຊົມເລີຍ”,ທ່ານ ເລີດມະນີກ່າວ.“ໝູ່ທີ່ເຄີຍຮຽນໜັງສືນຳກັນຫຼາຍຄົນ ກໍ່ມັກຈະຖາມ ຂ້າພະເຈົ້າ ຕະຫຼອດວ່າ ຄືບໍ່ຊອກເຮັດວຽກແນວອື່ນ?”

ຫຸ່ນຂອງເພິ່ນສ່ວນຫຼາຍແມ່ນສ້າງມາຈາກວັດສະດຸ ເຫຼືອໃຊ້ ເຊິ່ງແຕກຕ່າງຈາກ ງານສິລະປະທົ່ວໄປທີ່ໃຊ້ວັດສະດຸໃໝ່, ສີສັນສົດໃສ, ເຫຼື້ອມໆ, ງາມໆ. ຜູ້ຊົມ ຄົນລາວບາງສ່ວນກໍ່ຄິດວ່າ ງານສິລະປະດັ່ງກ່າວ ບໍ່ມີ ຄວາມເໝາະສົມໃນການວາງສະແດງໃນປະເທດອື່ນ.

“ງານສີລະປະຂອງຂ້ອຍຈະໄດ້ຮັບການຍອມຮັບຈາກສາກົນຫຼາຍກວ່າ, ໂດຍສະເພາະ ບ່ອນທີ່ສົ່ງເສີມການນຳເອົາວັດສະດຸທີ່ ໃຊ້ແລ້ວມານຳໃຊ້ຄືນ.” ຍ້ອນແນວນີ້, ບຸກຄົນທີ່ມັກໃນງານ ສີລະປະຂອງ ທ່ານ ເລີດມະນີ ສ່ວນຫຼາຍຈິ່ງເປັນຊາວຕ່າງປະເທດ ດັ່ງທີ່ເຫັນໄດ້ໃນຫ້ອງວາງ ສະແດງມື້ນື້ທີ່ເຕັມ ໄປດ້ວຍນັກທ່ອງທ່ຽວ ທີ່ມາຈາກທົ່ວທຸກມູມໂລກ, ແຕ່ມີຄົນລາວພຽງ ສອງສາມຄົນເທົ່ານັ້ນ. ທ່ານ ເລີດມະນີ ກໍ່ຫວັງວ່າ ມື້ໜຶ່ງຄົນລາວ ເຮົາຈະຫັນມາສົນໃຈສິລະປະດ້ານນີ້ ຫຼາຍຂຶ້ນ.

ເສັ້ນທາງໃນສາຍສິລະປະຂອງ ທ່ານ ເລີດມະນີ ບໍ່ໄດ້ໂດດດ່ຽວ, ລູກຊາຍຂອງເພິ່ນ, ລັດຕະນະກອນ ຫຼື ໂຕ້ ໄດ້ຕາມຮອຍພໍ່ ແລະ ໄດ້ຮ່ວມສະແດງ ຕະຫຼົກນຳພໍ່ ຕັ້ງແຕ່ຕອນ ຍັງຮຽນຢູ່ມັດທະຍົມ.

ໃນເບື້ອງຕົ້ນ ໂຕ້ກໍ່ບໍມັກເປັນນັກສະແດງປານໃດ.ຂ້ອຍຮູ້ສຶກບໍ່ມັກການສະແດງຕະຫຼົກແບບເກົ່າເລີຍ ເພາະວ່າຜູູ້ຄົນມັກຈະດູຖູກເຮົາ, “ເບິ່ງເປັນຄືຄົນບ້າ”, ໂຕ້ກ່າວ ໃນບົດສຳພາດຄັ້ງທີ່ຜ່ານມາ. ໂຕ້ກັບພໍ່ມີ ໂອກາດຮູ້ຈັກກັບ ຕູຣັກ ກຸ່ມຄົນຝລັ່ງ ທີ່ນໍາເອົາ ລະຄອນຫຸ່ນ ເຂົ້າມາໃນລາວ ແລະໄດ້ພາສອງພໍ່-ລູກ ເດີນທາງໄປ ປະເທດຝຣັ່ງ ເພື່ອຮຽນຮູ້ ການສະແດງ ລະຄອນຫຸ່ນ.

ຫຼັງຈາກທີ່ສະແດງກັບ ຄະນະຫຸ່ນກະບອງລາວ ເປັນເວລາຫຼາຍປີ, ໂຕ້ກໍ່ສ້າງ ຄະນະລະຄອນຂອງ ຕົນເອງ ຊືີ່ວ່າ ຄະນະເຂົ້າໜຽວ, ໂດຍນຳໃຊ້ຫຸ່ນ ທີ່ພໍ່ສ້າງ. ໂຮງລະຄອນຂອງໂຕ້ ໄດ້ຮັບການສະໜັບ ສະໜູນ ຈາກຜູ້ໃຫ້ທຶນຂອງຕ່າງປະເທດຫຼາຍແຫ່ງ. ໂຕ້ພະຍາຍາມ ທີ່ຈະອະນຸລັກວັດທະນະທຳຫຸ່ນ ອັນດັ້ງເດີມ ທີ່ເປັນສີລະປະສະໄໝກ່ອນໄວ້ ບໍ່ວ່າຈະເປັນ ຫຸ່ນອີ່ປັອກ, ປາຣັດຕື້ ຫຼື ບັກຕື -ເຊິ່ງເປັນ ມໍລະດົກທາງວັດທະນະທຳຂອງລາວ ທີ່ໃກ້ຈະສູນຫາຍໄປ.

ພາຍຫຼັງບຳນານມາໄດ້ ສອງປີ, ທ່ານ ເລີດມະນີ ກໍ່ມີເວລາປະດິດຫຸ່ນ ຫຼາຍຂຶ້ນ. ນອກຈາກຈະເປັນທີ່ ປຶກສາໃຫ້ກັບໂຮງລະຄອນ ເຂົ້າໜຽວແລ້ວ, ເພິ່ນກໍ່ຍັງ ສ້າງສິລະປະອື່ນອີກນຳ.

“ຕອນນີ້ຂ້ອຍອາຍຸ 63 ປີແລ້ວ ແລະ ຂ້ອຍກໍ່ຈະສືບຕໍ່ ສ້າງງານສິລະປະແບບນີ້ໄປຈົນຕະຫຼອດຊີວິດ ຂອງຂ້ອຍ.”

 

khaoniew.com

 

ບົດໂດຍ: Sally Pryor
ຮູບໂດຍ: Phoonsab Thevongsa, Saphaongern Vongthavilay

Champa Meuanglao
Champa Meuanglao
Lorem ipsum dolor sit amet, consectetur adipiscing elit, sed do eiusmod tempor incididunt ut labore et dolore magna aliqua. Ut enim ad minim veniam, quis nostrud exercitation ullamco

Read More

Related Articles