Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ການບິນລາວ

ຄໍານວນ ຖືກຕ້ອງ ປອດໄພ

posted by Yuki
Jan 11, 2018 3611 93 0
Share

ຖ້າຫາກເວົ້າເຖິງຄົນທີ່ເຮັດວຽກກັບສາຍການບິນ, ເຊື່ອວ່າທຸກຄົນຄົງຈະຄິດພາບເຖິງກັບຕັນຂັບເຮືອບິນ ຫຼື ນາງຟ້າທີ່ບໍລິການຜູ້ໂດຍສານດ້ວຍຮອຍຍິ້ມ ແມ່ນບໍ່? ແຕ່ວ່າວຽກຢູ່ສາຍການບິນແມ່ນຫຼາຍກວ່ານັ້ນ. ກ່ອນທີ່ຍົນຈະອອກບິນຮັບໃຊ້ຜູ້ໂດຍສານ, ພະນັກງານຝ່າຍຕ່າງໆຕ້ອງໄດ້ກວດກາ ແລະ ກຽມພ້ອມໃນດ້ານຕ່າງໆໂດຍມີຄະຕິປະຈໍາໃຈຄື ປອດໄພໄວ້ກ່ອນ​. ໜຶ່ງໜ້າທີ່ທີ່ສຳຄັນຄືໜ້າທີ່ການຄິດໄລ່ນໍ້າໜັກ ແລະ ຄວາມສົມດູນຂອງເຮືອບິນກ່ອນທີ່ຈະອອກບິນຮັບໃຊ້ຜູ້ໂດຍສານ ເຊິ່ງຜູ້ທີ່ຢູ່ເບື້ອງຫຼັງໜ້າທີ່ນີ້ຄື ອ້າຍ ສີສະຫວາດ ສຸທຳມະວົງ. ການຄິດໄລ່ນໍ້າໜັກແມ່ນເປັນວຽກທີ່ທ້າທາຍຫຼາຍ ເຊິ່ງບໍ່ແມ່ນໃຜກໍສາມາດເຮັດໄດ້, ມັນຕ້ອງອາໄສປະສົບການ ແລະ ຄວາມຮອບຄອບໃນການຄິດໄລ່ສູດຄະນິດສາດທີ່ສັບສົນ ແລະ ຊັບຊ້ອນ ຕ້ອງມີການຄໍານວນຕັ້ງແຕ່ພາກສ່ວນເບົາທີ່ສຸດ ຈົນເຖິງພາກສ່ວນທີ່ໜັກທີ່ສຸດ: ຕັ້ງແຕ່ນໍ້າໜັກນໍ້າມັນຈົນເຖິງອາຫານ, ຕັ້ງແຕ່ຜູ້ໂດຍສານ ຈົນເຖິງກະເປົ໋າ, ຕັ້ງແຕ່ສິນຄ້າໄປຈົນຮອດຂອງພະນັກງານເທິງເຮືອບິນທຸກຄົນ ເຊິ່ງພະນັກງານຝ່າຍຄວາມປອດໄພພາກພື້ນດິນທຸກຄົນໄດ້ເອົາໃຈໃສ່ໃນການຄໍານວນທຸກຢ່າງເພື່ອໃຫ້ການເດີນທາງເປັນໄປຢ່າງປອດໄພ ແລະ ຮັດກຸມທີ່ສຸດ.

ອ້າຍສີສະຫວາດຮັກ ແລະ ພູມໃຈໃນອາຊີບຂອງເພິ່ນ ແຕ່ວ່າອາຊີບນີ້ກໍບໍ່ແມ່ນຄວາມຝັນທຳອິດຂອງເພິ່ນ.​ ເພິ່ນກໍເຄີຍມີຄວາມຝັນຄືຄົນທົ່ວໆໄປທີ່ຢາກເປັນກັບຕັນຂັບເຮືອບິນ ແຕ່ວ່າຍ້ອນປັດໄຈໃນສຸຂະພາບຕອນນັ້ນ ເຮັດໃຫ້ເພິ່ນໄດ້ຖືກຊັບຊ້ອນມາຢູ່ພະແນກຄວາມປອດໄພພາກພື້ນດິນຂອງສາຍການບິນລາວເພິ່ນ. ຕັ້ງແຕ່ມື້ນັ້ນຈົນຮອດມື້ນີ້ກໍເປັນເວລາ 14 ປີແລ້ວທີ່ອ້າຍສີສະຫວາດເຮັດວຽກໃນພະແນກນີ້. ປະຈຸບັນ ເພິ່ນດຳລົງຕໍາແໜ່ງຜູ້ຈັດການຂອງພະແນກນີ້ ເຊິ່ງເພິ່ນຍັງມີໜ້າທີ່ຮັບຜິດຊອບໃນການອັບເດດຖານຂໍ້ມູນກ່ຽວກັບນໍ້າໜັກ ແລະ ຄວາມສົມດູນ, ກົດລະບຽບໃໝ່ໆໃຫ້ທຸກໆສາຂາຂອງການບິນລາວ ທັງສາຂາພາຍໃນ ແລະ ຕ່າງປະເທດ. ເພິ່ນໄດ້ຕັ້ງເປົ້າໄວ້ວ່າເພິ່ນຈະເຮັດວຽກຢູ່ທີ່ແຫ່ງນີ້ຈົນຮອດມື້ກະສຽນ. ເພິ່ນມີຄວາມສຸກໃນການມາເຮັດວຽກທຸກມື້, ແຕ່ວຽກກໍບໍ່ແມ່ນງ່າຍເລີຍ.

“ຫຼາຍໆຄົນຢາກມາເຮັດວຽກທີ່ພະແນກເຮົາ, ເຊິ່ງມັນຄ່ອນຂ້າງຈະຍາກ ແລະ ກົດດັນ”

“ວຽກນີ້ຕ້ອງອາໄສການຄິດໄລ່ ແລະ ຄໍານວນທີ່ຖືກຕ້ອງ ແລະ ແນ່ນອນ, ແລະ ຖ້າຫາກເຈົ້າບໍ່ມັກຄິໄລ່ ຫຼື ສູດຄະນິດສາດ ວຽກນີ້ກໍບໍ່ເໝາະກັບເຈົ້າ” ກ່າວໂດຍອ້າຍ ສີສະຫວາດ “ສິ່ງທີ່ສຳຄັນທີ່ສຸດ ແລະ ພະນັກງານທຸກຄົນຕ້ອງຈື່ໃຫ້ຂຶ້ນໃຈຄືຄວາມປອດໄພຕ້ອງການກ່ອນສະເໝິ”

ການເຮັດໜ້າທີ່ນີ້ຕ້ອງຜ່ານການຝຶກດ້ານເຕັກນິກສະເພາະທັງໝົດ 4 ຫຼັກສູດ ແລະ ຕ້ອງມີການຝຶກອົບຮົມຄືນທຸກໆ 2 ປີ.

ອ້າຍສີສະຫວາດຜ່ານການຝຶກອົບຮົມລະດັບໂລກ ແລະ ມີທັກສະການເຮັດວຽກລະດັບສາກົນ, ແຕ່ວ່າເພິ່ນກໍບໍ່ມີແຜນທີ່ຈະຍ້າຍໄປບ່ອນອື່ນ, ຫຼືຍ້າຍອອກຈາກປະເທດລາວ. ໃນທາງກົງກັນຂ້າມ, ເພິ່ນຍັງຕ້ອງການຢາກຊັກຊວນໃຫ້ມີຄົນມາເຮັດວຽກໃນພະແນກຂອງເພິ່ນເພີ່ມ.

“ຫຼາຍຊາຍຂອງຂ້ອຍບອກວ່າຕ້ອງການມາເຮັດວຽກແບບຂ້ອຍ” ເພິ່ນກ່າວອອກມາພ້ອມດ້ວຍຮອຍຍິ້ມແຫ່ງຄວາມພາກພູມໃຈ

ການບິນລາວ
Share

Previous

[:en]You’re speaking with ACC[:la]ສະບາຍດີ ເອຊີຊີຍິນດີໃຫ້ບໍລິການ[:]

Next

[:en]48 Hours in PAKSE[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເພີ່ມພູນຊີວິດການເປັນຢູ່ໃຫ້ດີທີ່ສຸດ
  • ຄວາມສວຍງາມຂອງລາວໃຕ້
  • ສຸດຍອດແຫ່ງຄວາມເປັນເລີດຂອງອັງກິດໃນລາວ
  • (English) Helping the Planet in Style
  • (English) Sacred Stones of the South

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

ການບິນລາວ
Jan 15, 2018

(English) Lao Airlines launches mobile app

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
97 0
ການບິນລາວ, New, ທ່ອງທ່ຽວ
May 2, 2019

48 ຊົ່ວໂມງທີ່ຊຽງໄຮ້

ສາຍສຳພັນອັນຍາວນານຂອງຕາເວັນອອກ ແລະ ຕາເວັນຕົກໄດ້ສ້າງໃຫ້ຊຽງໄຮ້ ເປັນສູນລວມແຫ່ງອະນາຄົດ...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top