Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ວິຖີຊີວິດ

ເລື່ອງເລົ່າຂອງໃບຢາ

posted by Yuki
Nov 13, 2017 3624 1 0
Share

ການປູກໃບຢາສູບແມ່ນມີມາແຕ່ດົນແລ້ວໃນຜືນແຜ່ນດິນລາວ. ນອກຈາກໃຊ້ພັນເປັນຢາສູບແລ້ວ, ຄົນສະໄໝກ່ອນຍັງ ນິຍົມເຜົາໃບຢາສູບໃນງານສົບ, ຈູດໃບຢາສູບເພື່ອໄລ່ແມງໄມ້ ໂດຍສະເພາະໃນຊ່ວງລະດູຝົນ.

ທ່ານ ຄໍາພູມີ ແກ້ວແພງສີ, ຮອງຜູ້ອຳນວຍການ ບໍລິສັດ ຢາສູບລາວ ກ່າວວ່າ ໃນຊຸມປີ 1950 ຄົນຝຣັ່ງເລີ່ມນຳເຂົ້າຢາສູບສະໄໝໃໝ່ທີ່ຜະລິດແບບອຸດສາຫະກຳເຂົ້າມາໃນລາວ.

ທ່ານ ຄໍາພູມີ ຈົບການສຶກສາຂະແໜງເສດຖະສາດມາຈາກປະເທດລັດເຊຍໃນປີ 1980, ແລະ ຈົບດ້ານບໍລິຫານທຸລະກິດໃນລະດັບປະລິນຍາໂທ ຈາກປະເທດໄທ. ທ່ານ ຄໍາພູມີ ເລີ່ມເຮັດວຽກທີ່ບໍລິສັດ ຢາສູບລາວ ຈໍາກັດ ເປັນຊ່ຽວຊານກ່ຽວກັບໃບຢາ ແລະ ປະຈຸບັນ ເພິ່ນດຳລົງຕໍາແໜ່ງ ຮອງຜູ້ອຳນວຍການຝ່າຍບຸກຄະລາກອນ ແລະ ການຄວບຄຸມການປູກໃບຢາ.

ໃນປີ 1958, ບໍລິສັດຜະລິດຢາສູບແຫ່ງທຳອິດໄດ້ສ້າງຕັ້ງຂຶ້ນໂດຍນັກທຸລະກິດຄົນຈີນ, ໃສ່ຊື່ວ່າ ໂຮງງານ ຢາສູບລາວ ແລະໄດ້ປ່ຽນຊື່ພາສາອັງກິດເປັນ Lao Tobacco Company ໃນປີ 1980. ຜະລິດຕະພັນໃນຕອນນັ້ນແມ່ນໃຊ້ໃບຢາຈາກຕ່າງປະເທດ ປະສົມກັບໃບຢາຂອງລາວ.

ໃນປິ 2001, ບໍລິສັດ ຢາສູບລາວ ກໍ່ກາຍເປັນບໍລິສັດຮ່ວມທຶນລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ກຸ່ມບໍລິສັດ ອິມພີຣຽວ (ອັງກິດ) ແລະ ບໍລິສັດ S3T (ສິງກະໂປ) ແລ້ວປ່ຽນມາເປັນ ບໍລິສັດ ຢາສູບລາວ ຈໍາກັດ, ແນໃສ່ການຊ່ວຍເຫຼືອຊາວໄຮ່ຊາວສວນໃຫ້ຫຼຸດພົ້ນຈາກຄວາມທຸກຍາກ  ໂດຍການປູກໃບຢາແບບເປັນລະບົບ.

ໃນເມື່ອກ່ອນ, ມີຊາວສວນທີ່ປູກໃບຢາສະໜອງໃຫ້ບໍລິສັດ ຢາສູບລາວພຽງແຕ່ 300 ຄອບຄົວ ແລະ ເກັບກ່ຽວ ໃບຢາໄດ້ 600 ໂຕນຕໍ່ປິ. ປັດຈຸບັນ, ຈໍານວນຊາວສວນທີ່ລ້ຽງຊີບດ້ວຍການປູກໃບຢາມີຫຼາຍກວ່າ 1500 ຄອບຄົວ ເພື່ອສະໜອງໃບຢາໃຫ້ແກ່ບໍລິສັດ ແລະ ໃນຊຸມປິທີ່ຜ່ານມາສາມາດສ້າງລາຍໄດ້ໃຫ້ແກ່ຊາວສສວນເຖິງ 80 ຕື້ກີບ.

 

ທ່ານ ຄໍາພູມີກ່າວວ່າ ເຮົາມີຊາວສວນທີ່ດີທີ່ສຸດ ທີ່ສາມາດປູກໃບຢາສູບໃຫ້ແກ່ເຮົາໄດ້,​ ສະນັ້ນ ເຮົາຈື່ງບໍ່ຕ້ອງຊື້ໃບຢາຈາກບ່ອນອື່ນ. ເພິ່ນຍັງກ່າວຕື່ມອີກວ່າ: ບັນດາຊາວສວນໄດ້ປູກໃບຢາໃນ 8 ແຂວງຂອງລາວ, ເຊິ່ງເປັນບ່ອນທີ່ມີສະພາບດິນເໝາະສົມເພື່ອປູກໃບຢາທີ່ໄດ້ຄຸນນະພາບດີທີ່ສຸດ.

 

ຂຽນໂດຍ: Latsamy Phonevilay

ຮູບພາບ: ຈາກ ບໍລິສັດ ຢາສູບລາວ ຈໍາກັດ

Lao Tobacco
Share

Previous

[:en]A River Runs Through It[:]

Next

[:en]Living history[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເພີ່ມພູນຊີວິດການເປັນຢູ່ໃຫ້ດີທີ່ສຸດ
  • ຄວາມສວຍງາມຂອງລາວໃຕ້
  • ສຸດຍອດແຫ່ງຄວາມເປັນເລີດຂອງອັງກິດໃນລາວ
  • (English) Helping the Planet in Style
  • (English) Sacred Stones of the South

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

ອາຫານ, ວິຖີຊີວິດ, Stay, ທ່ອງທ່ຽວ
May 11, 2018

(English) 48 Hours in Vang Vieng

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
1 0
ວິຖີຊີວິດ, ທ່ອງທ່ຽວ
Feb 10, 2020

(English) In Search of Redemption

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top