ບົດ ແລະ ຮູບໂດຍ: ບຸນມະໂຫລານຮູບເງົາ Blue Chair
ງານບຸນມະໂຫລານຮູບເງົາສາກົນ ເຊິ່ງເປັນງານບຸນມະໂຫລານຮູບເງົາທີ່ຫາເບິ່ງໄດ້ຍາກທີ່ສຸດໃນອາຊີຈະຫວນກັບຄືນມາໃຫ້ໄດ້ເບິ່ງ-ຊົມອີກຄັ້ງ ທີ່ຫຼວງພະບາງ ໃນຕົ້ນເດືອນທັນວາທີ່ຈະມາເຖິງນີ້, ເນື່ອງຈາກ Blue Chair ແລະ ບັນດາຄູ່ຮ່ວມງານ ໄດ້ນໍາເອົາຮູບເງົາອາຊີຕາເວັນອອກສ່ຽງໃຕ້ ແບບຮ່ວມສະໄໝມາສູ່ເມືອງມໍລະດົກໂລກອັນງົດງາມ ຂອງອົງການອຸຍເນັສໂກ ເຊິ່ງເປັນບ່ອນທີ່ໂຮງຮູບເງົາເກົ່າແຫ່ງສຸດທ້າຍຖືກປິດຕົວລົງ ໃນປີ 1985.
ງານບຸນມະໂຫລານຮູບເງົາປະຈໍາປີນີ້ຈັດຂຶ້ນໃນລະຫວ່າງວັນທີ 5 ຫາ 9 ທັນວາ ເຊິ່ງທຸກຄົນສາມາດເຂົ້າຮ່ວມໄດ້ໂດຍບໍ່ມີຄ່າໃຊ້ຈ່າຍໃດໆ, ສ່ວນລາຍການສະແດງພາຍໃນງານດັ່ງກ່າວຈະປະກອບມີ ຮູບເງົາສັ້ນຫຼາຍເລື່ອງ ລວມທັງສາລະຄະດີເລື່ອງສັ້ນ ແລະ ຮູບເງົາທົ່ວໄປ ນັບແຕ່ຮູບເງົາຈາກຄ້າຍຊື່ດັງຂອງໄທ, ຮູບເງົາສັ້ນຂອງສິງກະໂປ ຈົນຮອດຮູບເງົາ “ອາດເຮົາສ໌” ທີ່ໄດ້ຮັບລາງວັນຈາກຫວຽດນາມ. ນອກຈາກນີ້, ຍັງມີລາຍການກິດຈະກໍາອື່ນໆ ເປັນຕົ້ນແມ່ນ ການສະແດງສົດ, ງານເສວະນາ, ແລະ ເວທີຖາມ-ຕອບຈາກນັກສ້າງຮູບເງົາ.
Blue Chair ສ້າງຕັ້ງຂຶ້ນໄດ້ 15 ປີແລ້ວ ພາຍໃຕ້ຊື່ “ງານບຸນມະໂຫລານຮູບເງົາ ຫຼວງພະບາງ”. ມີຈຸດປະສົງໃນການສະໜັບສະໜູນອຸດສາຫະກໍາຮູບເງົາລາວທີ່ຫາກໍໄດ້ຮັບການກໍ່ຕັ້ງຂຶ້ນເມື່ອບໍ່ດົນຜ່ານມາ ໂດຍມອບໂອກາດໃຫ້ບັນດານັກສ້າງຮູບເງົາລາວຮ່ວມກັນສືບສານ ແລະ ສໍາຜັດປະສົບການການສ້າງຮູບເງົາຂອງເພື່ອນຮ່ວມສາຍງານດຽວກັນໃນພາກພື້ນ, ຂະນະທີ່ງານປະຈໍາປີນີ້ ມີຮູບເງົາຫຼາຍເລື່ອງຈາກ 10 ປະເທດໃນພາກພື້ນເຂົ້າຮ່ວມ ເຊິ່ງຈະສ້າງຄວາມເພິ່ງພໍໃຈໃນກຸ່ມນັກສ້າງຮູບເງົາພໍສົມຄວນ ໂດຍຫຼາຍຄົນໃຫ້ຄວາມສົນໃຈທີ່ຈະເຂົ້າຮ່ວມງານ ເພື່ອສ້າງເຄືອຂ່າຍ, ພົບປະກັບຜູ້ຊົມ ແລະ ລະດົມຄວາມຄິດສໍາລັບໂຄງການຕໍ່ໜ້າ ພ້ອມດື່ມດໍາກັບລົດຊາດເບຍລາວເຢັນໆທີ່ແຄມຝັ່ງແມ່ນໍ້າຂອງ.
ໃນປີ 2022, Martina Escobar, ຜູ້ກໍາກັບຮູບເງົາ ແລະ Monster Jiminez, ຜູ້ຜະລິດຮູບເງົາ ເຊິ່ງທັງສອງມາຈາກຟີລິບປິນ ໄດ້ແບ່ງປັນເລື່ອງລາວກ່ຽວກັບຮູບເງົາຂອງພວກຕົນ ເລື່ອງ “Leonor Will Never Die” ໃນງານບຸນມະໂຫລານຮູບເງົາ; ຈາກນັ້ນພວກເຂົາກໍໄດ້ອະທິບາຍໃຫ້ຜູ້ຊົມຟັງຕື່ມວ່າ: ທັງສອງໄດ້ພົບກັນທີ່ຫຼວງພະບາງໃນງານບຸນມະໂຫລານຮູບເງົາ ປີ 2016, ຄວາມຈິງແລ້ວ ຕົວລະຄອນ Leonor ອາດຈະບໍ່ສາມາດປາກົດໃນບົດຮູບເງົາເລື່ອງນີ້ໄດ້ ຖ້າບໍ່ມີງານດັ່ງກ່າວ.
ທ່ານ Sean Chadwell, ຜູ້ອໍານວຍການຝ່າຍບໍລິຫານຂອງ Blue Chair ກ່າວວ່າ “ບາງຄັ້ງກໍມີຄົນມາຖາມວ່າ ພວກເຮົາເຮັດເພື່ອລາງວັນໃດໜຶ່ງ ຫຼື ບໍ່,” ທ່ານກ່າວຕື່ມວ່າ: “ແຕ່ພວກເຮົາບໍ່ມີລາງວັນ. ຫຼວງພະບາງຖືເປັນສະຖານທີ່ທີ່ເຕັມໄປດ້ວຍບັນຍາກາດ
ຂໍ້ມູນເພີ່ມເຕີມ ແລະ ລາຍຊື່ຮູບເງົາທັງໝົດ ສາມາດເຂົ້າເບິ່ງໄດ້ທີ່ bluechair.film
ການເດີນທາງ: ສາຍການບິນລາວ ໃຫ້ບໍລິການຖ້ຽວບິນໄປຫຼວງພະບາງເປັນປະຈໍາ ຈາກນະຄອນຫຼວງວຽງຈັນ, ຮາໂນ່ຍ, ກຸງເທບ ແລະ ຊຽງໃໝ່