ເມືອງແຫ່ງສີສັນ, ເມືອງແຫ່ງຄວາມສັດທາ

Author:

Category:

spot_img

ເລື່ອງລາວກ່ຽວກັບພະສົງ-ສຳມະເນນໃນແຂວງຫຼວງພະບາງ
ນັກທ່ອງທ່ຽວທີ່ເດີນທາງຢ້ຽມຢາມເມືອງມໍລະດົກໂລກຫຼວງພະບາງຈະໄດ້ສຳຜັດກັບປະສົບການ ແລະ ຄວາມຕື່ນຕາຕື່ນໃຈກັບວິວທິວທັດຂອງວັດວາອາຣາມທີ່ມີຄວາມເກົ່າແກ່ທີ່ເປັນມົນສະເໜ່ທາງພຸດທະສາດສະໜາຫຼາຍແຫ່ງທີ່ກະຈັດກະຈາຍຢູ່ທົ່ວຕົວເມືອງ. ໂດຍຄວາມເປັນຈິງແລ້ວ ຕົວເມືອງຫຼວງພະບາງແມ່ນມີວັດວາອາຣາມເກົ່າແກ່ຫຼາຍກ່ວາ 35 ແຫ່ງໃນທົ່ວເມືອງມໍຣະດົກໂລກຂອງອົງການ UNESCO, ເຊິ່ງສິ່ງດັ່ງກ່າວນີ້ໄດ້ບົ່ງບອກໃຫ້ເຫັນວ່າ ພຸດທະສາດສະໜາແມ່ນມີຄວາມສໍາຄັນເປັນຢ່າງຍິ່ງຕໍ່ປວງຊົນລາວ ແລະ ປະເທດລາວ. ເມື່ອທ່ານຍ່າງທ່ຽວຊົມອ້ອມຕົວເມືອງທ່ານຈະພົບເຫັນພະສົງ-ສຳມະເນນ ທີ່ແຕ່ງກາຍດ້ວຍຜ້າສະບົງ ແລະ ໃນບາງຄັ້ງອາດຈະເກີດຄໍາຖາມຂຶ້ນໃນໃຈຂອງທ່ານວ່າ ດ້ວຍເຫດໃດພວກເພິ່ນຈຶ່ງຕັດສິນໃຈເລືອກທີ່ຈະເປັນພະສົງ-ສຳມະເນນ. ຂ້າພະເຈົ້າ ເຄີຍໄດ້ຮ່ວມສົນທະນາກັບພະສົງ-ສຳມະເນນຈໍານວນໜຶ່ງທົ່ວເມືອງເພື່ອແລກປ່ຽນບົດຮຽນ ແລະ ສຶກສາຮຽນຮູ້ທັດສະນະຂອງພວກເພິ່ນ.

ພຸດທະສາສະນິກະຊົນຊາວລາວນັບຖືສາສະໜາພຸດປະເພດໃດ?
ໃນແຂວງຫຼວງພະບາງມີໂຮງຮຽນທີ່ເອີ້ນວ່າ ພຸດທະສາສະໜານິກາຍເຖຣາວາດ ເຊິ່ງແມ່ນໂຮງຮຽນທີ່ໃຫ້ການສິດສອນສາສະໜາພຸດ ໂດຍທີ່ໄດ້ຮັບແຮງບັນດານໃຈມາຈາກພຣະຄໍາພີຕຣີປີຕະກາ ຫຼື ຄໍາພີພຣະໄຕປີດົກທີ່ໄດ້ບັນທຶກໄວ້ເປັນພາສາບາລີ, ໃນຄໍາພີດັ່ງກ່າວແມ່ນປະກອບໄປດ້ວຍບົດບັນທຶກພະທຳ ແລະ ຄໍາສອນຂອງອົງພະພຸດທະເຈົ້າໃນຍຸກແລກເລີ່ມທີ່ມີສາສະໜາທີ່ຍັງຄົງຫຼົງເຫຼືອຢູ່ມາຈົນເຖິງໃນຍຸກປັດຈຸບັນ.

ພະສົງ — ສຳມະເນນ ເຂົ້າຮ່ວມໃນຄໍາສັ່ງສອນໄດ້ຄືແນວໃດ?
ເນື່ອງຈາກຍັງມີຫຼາຍບ້ານທີ່ຢູ່ໃນເຂດຊົນນະບົດຫ່າງໄກສອກຫຼີກທີ່ມີຄວາມທຸກຍາກ ເຊິ່ງເຮັດໃຫ້ເດັກນ້ອຍເປັນຈໍານວນຫຼາຍບໍ່ໄດ້ຮັບການສຶກສາ ແລະ ດ້ວຍເຫດນີ້ພໍ່ແມ່ຜູ້ປົກຄອງສ່ວນຫຼາຍຈຶ່ງສົ່ງລູກຫຼານຂອງພວກເຂົາເຂົ້າໄປຮຽນໃນໂຮງຮຽນທີ່ຢູ່ຕາມບັນດາຕົວເມືອງໃຫຍ່ຕ່າງໆ. ວັດວາອາຣາມຕ່າງໆຈຶ່ງໄດ້ກາຍເປັນສ່ວນໜຶ່ງຂອງສະຖານທີ່ທີ່ໃຫ້ການສຶກສາຮຽນຮູ້ທີ່ມີຄວາມໝັ້ນຄົງແກ່ລູກຫຼານ. ໃນແຂວງຫຼວງພະບາງ, ເດັກນ້ອຍຜູ້ຊາຍທີ່ມີອາຍຸຕໍ່າກ່ວາ 18 ປີທຸກຄົນໄດ້ຮັບການສຶກສາໃນໂຮງຮຽນມັດທະຍົມສົງທີ່ຕັ້ງຢູ່ວັດພູຄວາຍ ຫຼື ໂຮງຮຽນປະຖົມສົງທີ່ຕັ້ງຢູ່ ວັດມະໂນ. ພວກເຂົາເຂົ້າໂຮງຮຽນຕັ້ງແຕ່ເວລາ 8 ໂມງເຊົ້າ ເຖິງ 4 ໂມງແລງ. ໂດຍທີ່ມີພຽງແຕ່ເດັກນ້ອຍຜູ້ຊາຍເທົ່ານັ້ນທີ່ສາມາດບວດເປັນສໍາມະເນນໄດ້. ຜູ້ຊາຍລາວ ເກືອບທຸກຄົນຈະຕ້ອງເຄີຍເຂົ້າວັດເປັນສຳມະເນນຢ່າງໜ້ອຍໜຶ່ງຄັ້ງໃນຊີວິດຂອງພວກເຂົາ. ໂດຍປົກກະຕິແລ້ວ ຕາມຮີດຄອງປະເພນີທີ່ປະຕິບັດກັນມາ ເມື່ອມີຍາດຕິພີ່ນ້ອງຄົນໃນຄອບຄົວເສຍຊີວິດ, ລູກຫຼານ ແລະ ຍາດຕິພີ່ນ້ອງທີ່ເປັນຜູ້ຊາຍຈະຕ້ອງໄປວັດ, ແຖຫົວບວດເປັນພະສົງ ຫຼື ສຳມະເນນ ເພື່ອເປັນການສະແດງເຖິງຄວາມເຄົາລົບນັບຖື ແລະ ເພື່ອເປັນການອຸທິດບຸນກຸສົນໃຫ້ແກ່ຜູ້ທີ່ໄດ້ລ່ວງລັບໄປ, ເຊິ່ງການບວດແມ່ນບວດຢູ່ວັດໃດກໍໄດ້ຕັ້ງແຕ່ມື້ໜຶ່ງເຖິງອາທິດໜຶ່ງ. ນອກຈາກນີ້ ຍັງເປັນຮີດຄອງທີ່ປະຕິບັດກັນມາຈົນຖືວ່າເປັນປະເພນີປະຕິບັດໂດຍທົ່ວໄປ ທີ່ຜູ້ຊາຍຫຼາຍຄົນຈະຕ້ອງບວດ ເພື່ອເປັນການຕອບແທນບຸນຄຸນໃຫ້ພໍ່ແມ່ຜູ້ທີ່ລ້ຽງມາພາໃຫຍ່ ກ່ອນທີ່ພວກເຂົາຈະແຕ່ງດອງສ້າງຄອບຄົວ.

ໂຮງຮຽນສົງສິດສອນຫຍັງແດ່ໃຫ້ແກ່ພະສົງ— ສຳມະເນນ?
ພະສົງ-ສຳມະເນນຈະໄດ້ສຶກສາຮຽນຮູ້ວິຊາຕ່າງໆ ເຊັ່ນວ່າ ວິຊາຄະນິດສາດ ແລະ ວິຊາວິທະຍາສາດ ແລະ ຈະສອບເສັງດ້ວຍບັນດາວິຊາເຫຼົ່ານີ້. ນອກຈາກນີ້ ພວກເພິ່ນຍັງຈະໄດ້ສຶກສາຮຽນຮູ້ບັນດາວິຊາສະເພາະເພີ່ມເຕີມ ເຊັ່ນ: ທິດສະດີການເມືອງມາກ-ເລນິນ, ຕໍານານພຸດທະສາສະໜາ ແລະ ການນັ່ງສະມາທິແມ່ນຈະສິດສອນໂດຍພະສົງທີ່ມີຄຸນວຸດທິອາວຸໂສ.

ພະສົງ ແລະ ສຳມະເນນ ມີຄວາມແຕກຕ່າງກັນຄືແນວໃດ?
ສຳມະເນນແມ່ນຈະປະຕິຍານຕົນດ້ວຍການຖືສິນ 10 ຂໍ້ (ກົດແຫ່ງການຄວບຄຸມຄວາມປະພຶດ ຫຼື ຄວາມຄິດ). ເມື່ອມີອາຍຸຄົບ 20 ປີ ແລ້ວສໍາມະເນນສາມາດປະຕິຍານຕົນດ້ວຍການຖືສິນ 227 ຂໍ້ ແລະ ອຸປະສົມບົດກາຍເປັນພະສົງໄດ້ຢ່າງສົມບູນ.

ແຕ່ວ່າໃນທາງປະຕິບັດ, ເຫັນວ່າຈະມີສຳມະເນນຈຳນວນຫຼາຍທີ່ໄດ້ສິກອອກຈາກການເປັນສໍາມະເນນ ພາຍຫຼັງຈທີ່ພວກເຂົາຮຽນຈົບມັດທະຍົມປາຍແລ້ວ.

ເປັນຫຍັງພະສົງຈຶ່ງສູດມົນ?
ການສູດມົນແມ່ນວິທີການໜຶ່ງໃນການເປັນສ່ວນໜຶ່ງຂອງຊຸມຊົນ, ຮຽນຮູ້ພະທຳ-ຄຳສອນຂອງພະພຸດທະເຈົ້າ ແລະ ເພື່ອໃຫ້ບັນລຸເຖິງຈິດທີ່ມີຄວາມສະຫງົບ ເພື່ອກຽມພ້ອມສຳລັບການນັ່ງສະມາທິ. ແຕ່ລະວັດຈະກໍານົດວ່າຈະສູດມົນຫຍັງ ແຕ່ປົກກະຕິແມ່ນພະສູດ (ພະທຳ-ຄຳສັ່ງສອນຂອງພະພຸດທະເຈົ້າໃນອະດີດຕະການ) ເປັນພາສາບາລີ.

ວັດວາອາຣາມ ແລະ ຊຸມຊົນ
ວັດວາອາຣາມຕ່າງໆແມ່ນມີຄວາມຕິດພັນກັນຢ່າງໃກ້ຊິດກັບຊຸມຊົນ ບໍ່ແມ່ນສະເພາະພຽງແຕ່ເປັນສະຖານທີ່ປະກອບພິທີທາງສາສະໜາເທົ່ານັ້ນ ແຕ່ວ່າວັດຍັງເປັນສະຖານທີ່ ທີ່ໃຫ້ຄວາມຊ່ວຍເຫຼືອແກ່ພຸດທະສາສະນິກະ ຊົນທາງດ້ານວັດຖຸທີ່ມີຄວາມຈໍາເປັນອີກດ້ວຍ. ມີຫຼາຍຄັ້ງທີ່ຜູ້ຄົນທີ່ຂັດສົນຂາດເຂີນ ຈະຊ່ວຍວຽກຢູ່ວັດເພື່ອແລກປ່ຽນກັບເຂົ້າປາອາຫານ. ໃນອະດີດ ວັດຍັງເປັນສະຖານທີ່ ທີ່ໃຫ້ການປິ່ນປົວພະຍາດ ແລະ ແຈກຢາຍຢາສະໝຸນໄພ ແລະ ມີຊື່ສຽງທາງດ້ານຄວາມຮູ້ກ່ຽວກັບພືດພັນຕ່າງໆ. ດັ່ງເຊັ່ນ “ໝໍຢາພື້ນບ້ານ” ໃນສາສະໜາຄຣິດສະຕຽນ, ພະສົງບາງອົງຍັງມີຄວາມເຊື່ອວ່າ ມີພະລັງເໜືອທຳມະຊາດໃນການປິ່ນປົວຄົນເຈັບໄດ້ອີກດ້ວຍ.

ຊີວິດພາຍຫຼັງສິກອອກຈາກວັດ
ເມື່ອສິກອອກຈາກວັດແລ້ວ ພະສົງບາງອົງກໍໄດ້ກາຍເປັນຊ່າງຝີມື, ຄູສອນ ຫຼື ນາຍຊ່າງ. ເນື່ອງຈາກວ່າວຽກງານຢ່າງໜຶ່ງຂອງການເປັນພະສົງ-ສໍາມະເນນແມ່ນການບູລະນະ ແລະ ສ້ອມແປງອາຄານ ແລະ ສາສະໜາສະຖານ ເຊິ່ງຈະເຮັດໃຫ້ພະສົງ-ສຳມະເນນໄດ້ຮັບຄວາມຮູ້, ປະສົບການ ແລະ ທັກສະຝີມືທີ່ເປັນຮູບປະທໍາເຊິ່ງສາມາດນໍາໄປໃຊ້ເຂົ້າໃນການປະກອບອາຊີບເພື່ອທຳມາຫາກິນລ້ຽງຊີບໄດ້. ນອກຈາກນີ້ ການເປັນພະສົງ-ສໍາມະເນນຍັງໄດ້ຮັບການສິດສອນຄຸນສົມບັດສ່ວນບຸກຄົນທີ່ມີຄຸນຄ່າ ເຊັ່ນວ່າ: ການໃຫ້, ການແບ່ງປັນ ແລະ ຄວາມເຫັນອົກເຫັນໃຈຕໍ່ຜູ້ອື່ນ. ເມື່ອພະສົງ-ສໍາມະເນນສິກອອກຈາກວັດໄປແລ້ວ ແມ່ນຈະບໍ່ມີຂໍ້ຫ້າມໃດຈະບໍ່ໃຫ້ພວກເຂົາກັບຄືນໄປເປັນພະສົງ-ສໍາມະເນນອີກໃນພາຍຫຼັງ, ຖ້າຫາກວ່າພວກເຂົາເລືອກທີ່ຈະກັບຄືນມາ.

ການຕັກບາດແມ່ນຫຍັງ?
ການຕັກບາດ (ການໃສ່ບາດ) ແມ່ນການຖະຫວາຍອາຫານແກ່ພະສົງ-ສໍາມະເນນ. ໂດຍທີ່ພະສົງ-ສໍາມະເນນຈະຍ່າງບິນຖະບາດເລາະຕາມເສັ້ນທາງປະຈຳ ແລະ ສະມາຊິກໃນຊຸມຊົນຈະໃສ່ບາດຖະຫວາຍດ້ວຍເຂົ້າໜຽວພ້ອມດ້ວຍອາຫານ. ມີຄຳກ່າວທີ່ວ່າ ເຂົ້າໜຽວແມ່ນຖືເປັນສັນຍາລັກຂອງກາວທີ່ຍຶດສັງຄົມລາວເຂົ້າໄວ້ດ້ວຍກັນ. ເມື່ອພຸດທະສາສະນິກະຊົນຖະຫວາຍແກ່ພະສົງ-ສໍາສະເນນ ຈຶ່ງເປັນການເປີດໂອກາດໃຫ້ໄດ້ເຮັດບຸນກຸສົນ ບໍ່ວ່າຈະຢູ່ໃນສະຖານະທາງສັງຄົມແນວໃດກໍ່ຕາມ.

ຖ້າຫາກວ່າ ທ່ານຕ້ອງການເຂົ້າຮ່ວມເພື່ອຮັບປະສົບການໃນປະເພນີການຕັກບາດນີ້, ທ່ານຕ້ອງນຸ່ງເຄື່ອງສຸພາບໂດຍທີ່ມີຜ້າບ່ຽງພາດບ່າ, ນັ່ງຄຸກເຂົ່າເທິງສາດ ແລະ ຖະຫວາຍເຂົ້າໜຽວ, ອາຫານ ຫຼື ໝາກໄມ້. ຈະເປັນການດີທີ່ສຸດສໍາລັບສຸຂະພາບຂອງພະສົງ-ສຳມະເນນ ໂດຍທີ່ບໍ່ຄວນຖະຫວາຍ ອາຫານທີ່ມີຄວາມມັນ, ເຂົ້າໜົມຫວານ, ຂອງຫວານ ແລະ ນໍ້າອັດລົມຫວານ. ການນັ່ງລົງເທິງພື້ນທີ່ຕໍ່າກ່ວາພະສົງ-ສໍາມະເນນແມ່ນເພື່ອສະແດງເຖິງຄວາມເຄົາລົບນັບຖື ແລະ ໃສ່ເຄື່ອງຖະຫວາຍໃນບາດພະສົງ–ສໍາມະເນນໃນຂະນະທີ່ພວກເພິ່ນຍ່າງຜ່ານ.

ເນື່ອງຈາກວ່າພະສົງ-ສໍາມະເນນຈະຈັດຕັ້ງການອອກບິນຖະບາດໂດຍການຈັດລຽງຍ່າງເປັນແຖວຍາວ ສະນັ້ນຈຶ່ງເປັນຈຸດເດັ່ນເໝາະແກ່ການຖ່າຍຮູບໄວ້ເປັນທີ່ລະນຶກທີ່ທ່ານບໍ່ຄວນພາດ, ພວກເຮົາຂໍແນະນໍາໃຫ້ທ່ານ ຈົ່ງຮັກສາໄລຍະຫ່າງໃນການຕັກບາດ ແລະ ຫ້າມບໍ່ໃຫ້ໃຊ້ໄຟແຟັລສ.

ຂ້າພະເຈົ້າຄວນແຕ່ງກາຍແນວໃດເມື່ອຈະເຂົ້າຢ້ຽມຊົມວັດ?
ກະລຸນາໃຫ້ຄວາມເຄົາລົບແກ່ສະຖານທີ່ ແລະ ຈົ່ງແຕ່ງກາຍດ້ວຍເຄື່ອງນຸ່ງທີ່ມີຄວາມສຸພາບປົກປິດບ່າໄຫຼ່ ແລະ ບໍ່ໃຫ້ນຸ່ງກະໂປ່ງສັ້ນເກີນກ່ວາຫົວເຂົ່າ. ຫ້າມແຕ່ງກາຍດ້ວຍເຄື່ອງນຸ່ງທີ່ເປີດເຜີຍ ຫຼື ສາມາດເບິ່ງເຫັນຂ້າງໃນໄດ້. ຖ້າຫາກວ່າທ່ານເຂົ້າໄປໃນກຸຕິວັດ ຈົ່ງຢ່າລືມທີ່ຈະປົດເກີບຂອງທ່ານອອກທຸກຄັ້ງ. ຖ້າຫາກວ່າທ່ານຈະໄປຢ້ຽມຢາມວັດຫຼາຍແຫ່ງ ທ່ານຄວນສວມໃສ່ເກີບແບບສຸບ ເພື່ອທີ່ທ່ານຈະສາມາດຖອດອອກ ແລະ ສວມໃສ່ໄດ້ງ່າຍ. ພະສົງຈະນັ່ງເທິງພື້ນເມື່ອນັ່ງສະມາທິ ດັ່ງນັ້ນພື້ນຈະຕ້ອງທຳຄວາມສະອາດເປັນປະຈໍາ. ຢ່າສະແດງໃຫ້ເຫັນພື້ນຕີນຂອງທ່ານ, ຫ້າມຊີ້ຕີນຂອງທ່ານໄປໃສ່ຄົນອື່ນ ຫຼື ພະພຸດທະຮູບ ແລະ ຫ້າມສຳພັດຫົວຜູ້ອື່ນ ຫຼື ພະພຸດທະຮູບດ້ວຍຕີນ. ໂດຍທົ່ວໄປວັດຫຼາຍໆແຫ່ງຈະເປີດໃນຕອນແລງເພື່ອສູດມົນໃນຕອນຕາເວັນໃກ້ຈະຕົກດິນ. ທ່ານສາມາດຢ້ຽມຊົມວັດເມື່ອໃດກໍໄດ້ທີ່ທ່ານຕ້ອງການ, ແຕ່ຖ້າຫາກວ່າທ່ານ ຢ້ຽມຊົມວັດໃນມື້ວັນສິນ (ທີ່ຖືເປັນມື້ທີ່ມີຄວາມສັກສິດໃນມື້ເດືອນເພັງ ຫຼື ມື້ເດືອນເຕັມດວງ), ພາຍໃນວັດຕ່າງໆອາດຈະມີງານກິດຈະກຳທາງພຸດທະສາດສະໜາ.

ສິນ 10 ຂໍ້ສຳລັບສຳມະເນນ:
– ລະເວັ້ນຈາກການຂ້າສັດຕັດຊີວິດ
– ລະເວັ້ນຈາກການລັກຊັບ
– ລະເວັ້ນຈາກການປະພຶດຜິດໃນກາມ (ລະເວັ້ນຈາກການເສບເມຖຸນ)
– ລະເວັ້ນຈາກການເວົ້າຕົວະ, ຫຼອກລວງ
– ລະເວັ້ນຈາກການດື່ມສິ່ງມຶນເມົາ
– ລະເວັ້ນຈາກການກິນອາຫານຫຼັງທ່ຽງ
– ລະເວັ້ນຈາກການຮ້ອງເພງ, ຫຼິ້ນດົນຕີ ຫຼື ເຂົ້າຮ່ວມງານບັນເທິງ
– ລະເວັ້ນຈາກການໃສ່ນໍ້າຫອມ,
– ເຄື່ອງສຳອາງ, ແລະ ເຄື່ອງປະດັບ
– ລະເວັ້ນຈາກການນັ່ງເທີງຕັ່ງສູງ ແລະ ນອນຢູ່ເທິງຕຽງທີ່ຫຼູຫຼາ ແລະ ອ່ອນນຸ່ມ
– ລະເວັ້ນຈາກການຮັບເງິນ

ການເດີນທາງ
ສາຍການບິນລາວ ມີຖ້ຽວບິນປະຈຳຈາກ ນະຄອນຫຼວງວຽງຈັນ, ປາກເຊ, ຮ່າໂນຍ, ຊຽງໃໝ່ ແລະ ສຽມຣຽບໄປຫາ ເມືອງຫຼວງພະບາງ.

ແປ ແລະ ຮຽບຮຽງໂດຍ ຈັດຕະວາ ມາດມະນີສອນ
ຮູບໂດຍ ແອນນີຕ້າ ເພຣດສ໌ຕັນ / ເອເວີຊອງ ຟີມ

Read More

Related Articles