ທະນາຄານຄໍາລາວໄດ້ສ້າງສະຖຽນລະພາບດ້ານການເງິນ
ຜ່ານການສະສົມຄໍາແບບຄ່ອຍເປັນຄ່ອຍໄປແຕ່ໝັ້ນຄົງໄດ້ແນວໃດ
ບົດ ແລະ ຮູບໂດຍ: ທະນາຄານຄໍາລາວ

ນັກທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມປະເທດລາວ ມັກສັງເກດເຫັນວ່າ ຮີດຄອງປະເພນີ ແລະ ຄວາມຈະເລີນກ້າວໜ້າ ສາມາດຢູ່ຮ່ວມກັນໄດ້ຢ່າງກົມກຽວ ໂດຍສະເພາະ ວັດວາອາຮາມອັນເກົ່າແກ່ ເຊິ່ງຕັ້ງເດັ່ນສະຫງ່າຢູ່ຄຽງຂ້າງກັບຮ້ານກາເຟທັນສະໄໝ, ບັນດາບ້ານຕ່າງໆໃນເຂດຊົນນະບົດລ້ວນແຕ່ເຊື່ອມຈອດ-ເຊື່ອມໂຍງກັບເສັ້ນທາງຫຼວງທີ່ກໍາລັງຢູ່ໃນໄລຍະຂະຫຍາຍຕົວ ແລະ ປະເທດຊາດກໍກໍາລັງສ້າງອະນາຄົດທາງດ້ານເສດຖະກິດຂອງຕົນໄດ້ຢ່າງໝັ້ນໃຈ. ໜຶ່ງໃນສັນຍະລັກໃໝ່ຫຼ້າສຸດແຫ່ງຄວາມກ້າວໜ້າຂອງປະເທດ ກໍແມ່ນ ທະນາຄານຄໍາລາວ (LBB), ເຊິ່ງເປັນສະຖາບັນການເງິນທີ່ໄດ້ຮັບການສ້າງຕັ້ງຂຶ້ນເພື່ອເສີມສ້າງຄວາມໝັ້ນຄົງໃຫ້ແກ່ຊາດ ຜ່ານບໍລິການດ້ານການເງິນທີ່ໃຊ້ຄໍາເປັນຫຼັກ ແລະ ເພື່ອຈັດວາງຕໍາແໜ່ງທີ່ຕັ້ງຂອງປະເທດລາວໃຫ້ມີຄວາມໝັ້ນຄົງຫຼາຍຂຶ້ນໃນເສດຖະກິດໂລກ.
ທະນາຄານຄໍາລາວ ສ້າງຕັ້ງຂຶ້ນໃນວັນທີ 22 ສິງຫາ 2024 ແລະ ເປີດໃຫ້ບໍລິການຢ່າງເປັນທາງການໃນວັນທີ 3 ທັນວາ, ພາຍໃຕ້ການຮ່ວມມືຍຸດທະສາດລະຫວ່າງ ກະຊວງການເງິນ (25%) ແລະ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ (75%). LBB ມີສໍານັກງານໃຫຍ່ຕັ້ງຢູ່ ນະຄອນຫຼວງວຽງຈັນ, ໂດຍມີພັນທະກິດທີ່ຊັດເຈນ ຄື ການສ້າງສະຖຽນລະພາບດ້ານການເງິນ, ສ້າງຄັງສໍາຮອງຂອງຊາດ ແລະ ຍົກລະດັບການມີສ່ວນຮ່ວມຂອງລາວໃນຕະຫຼາດຄໍາສາກົນ.

ພື້ນຖານແຫ່ງຄວາມສະຖຽນລະພາບ ແລະ ຄວາມປອດໄພ
ທ່າມກາງສະພາບແວດລ້ອມດ້ານການເງິນໂລກທີ່ມີການປ່ຽນແປງຢ່າງວ່ອງໄວ, ຈິ່ງເຮັດໃຫ້ຄວາມສະຖຽນລະພາບ ແລະ ຄວາມປອດໄພມີຄວາມສໍາຄັນຍິ່ງຂຶ້ນ. LBB ໃຫ້ບໍລິການໂດຍໃຊ້ຄໍາ ເຊິ່ງເປັນໜຶ່ງໃນຊັບສິນທີ່ໜ້າເຊື່ອຖືທີ່ສຸດໃນການຮັກສາສະພາບຄ່ອງຂອງໂລກ, ທັງເປັນພື້ນຖານທີ່ໝັ້ນຄົງສໍາລັບທັງນັກລົງທຶນລາຍຍ່ອຍ ແລະ ຮັບປະກັນຄວາມໝັ້ນຄົງດ້ານການເງິນຂອງປະເທດ.
ທະນາຄານດໍາເນີນງານພາຍໃຕ້ມາດຕະຖານຄໍາບໍລິສຸດ 99.99% ໂດຍເປັນທີ່ຍອມຮັບໃນລະດັບສາກົນ ເຊິ່ງສອດຄ່ອງກັບມາດຕະຖານຂອງສະມາຄົມຕະຫຼາດຄໍາລອນດອນ (LBMA), ຊ່ວຍໃຫ້ສາມາດຮັບປະກັນໄດ້ວ່າ ຄໍາລາວແມ່ນສອດຄ່ອງຕາມມາດຕະຖານສາກົນ. ມີການກໍານົດລາຄາຕາມເວລາຕົວຈິງ ທີ່ເຊື່ອມໂຍງກັບຕະຫຼາດສາກົນເພື່ອຊ່ວຍສ້າງຄວາມໂປ່ງໃສ, ໃນຂະນະທີ່ໂຄງສ້າງການຄຸ້ມຄອງກໍມີຄວາມເຂັ້ມແຂງ ເຊິ່ງປະສົມປະສານເອົາການຄຸ້ມຄອງຕິດຕາມຂອງລັດ ເຂົ້າກັບຄວາມສາມາດຂອງພາກເອກະຊົນ ທີ່ຊ່ວຍເສີມສ້າງຄວາມໜ້າເຊື່ອຖືໃຫ້ແກ່ປະຊາຊົນໄດ້.
ສໍາລັບຄວາມປອດໄພ ຍັງເປັນຫົວໃຈສໍາຄັນຂອງບໍລິການໃນທຸກດ້ານ. LBB ໃຫ້ບໍລິການຕູ້ເຊຟ ທີ່ໄດ້ຮັບການຢັ້ງຢືນດ້ານຄວາມປອດໄພໃນລະດັບສາກົນ, ມີລະບົບຂົນສົ່ງ ແລະ ຈັດສົ່ງຄໍາທີ່ມີຄວາມປອດໄພສູງ, ແລະ ມີຂັ້ນຕອນການປະຕິບັດຕາມກົດລະບຽບທີ່ເຂັ້ມງວດ ເຊິ່ງສອດຄ່ອງຕາມວິທີການປະຕິບັດທີ່ດີທີ່ສຸດລະດັບສາກົນ ໃນການກວດສອບລູກຄ້າ ແລະ ການກວດກາຕິດຕາມດ້ານການເງິນ. ມາດຕະການເຫຼົ່ານີ້ ຊ່ວຍປົກປ້ອງລູກຄ້າ ແລະ ຮັກສາຄວາມຖືກຕ້ອງຂອງລະບົບການເງິນ.
ການບໍລິການຮອບດ້ານກ່ຽວກັບຄໍາ
ການບໍລິການຂອງ LBB ໄດ້ຮັບການອອກແບບມາໂດຍຄໍານຶງເຖິງການມີສ່ວນຮ່ວມ, ໃຫ້ການສະໜັບສະໜູນລູກຄ້າທົ່ວໄປ, ລວມທັງທຸລະກິດ ແລະ ໜ່ວຍງານລັດ. ໃນນັ້ນລວມມີ:
‘ ບັນຊີຝາກຄໍາ 12 ເດືອນ ພ້ອມດອກເບ້ຍ 2% ຕໍ່ປີ
‘ ໃບຢ ັ້ງຢືນຖານະທາງການຄໍາເປັນຫຼັກຊັບຄໍ້າປະກັນ
‘ ບໍລິການຕູ້ນິລະໄພທີ່ມີມາດຕະຖານຄວາມປອດໄພລະດັບສາກົນ
‘ ມີການຊື້-ຂາຍຄໍາຕົວຈິງຜ່ານເຄົາເຕີ ແລະ ຕູ້ຈໍາໜ່າຍຄໍາອັດຕະໂນມັດ
‘ ມີບໍລິການກັ່ນຫຼອມຄໍາ, ກວດຄວາມບໍລິສຸດຄໍາ ແລະ ຂົນສົ່ງຄໍາ
‘ ການໃຫ້ກູ້ຢືມຄໍາສໍາລັບທຸລະກິດໃນອຸດສາຫະກໍາຄຳ ແລະ ໂລຫະມີຄ່າ
‘ ແອັບມືຖື LBB PLUS ທີ່ອອກແບບມາເພື່ອບໍລິການດ້ານການເງິນທີ່ກ່ຽວຂ້ອງກັບຄໍາ ແລະ ການຄຸ້ມຄອງບັນຊີຢ່າງສະດວກ ແລະ ປອດໄພ.

ລູກຄ້າແມ່ນໃຜ?
ທະນາຄານຄໍາລາວ ໃຫ້ບໍລິການຖານລູກຄ້າທີ່ກວ້າງຂວາງ ແລະ ຫຼາກຫຼາຍ, ສະທ້ອນໃຫ້ເຫັນເຖິງພັນທະກິດພາຍໃນ ແລະ ຕ່າງປະເທດທີ່ກໍາລັງເຕີບໃຫຍ່ຂະຫຍາຍຕົວ.
ລູກຄ້າຂອງທະນາຄານປະກອບມີ:
‘ ນັກລົງທຶນລາຍຍ່ອຍທີ່ຕ້ອງການທາງເລືອກການຝາກຄໍາທີ່ປອດໄພ ແລະ ມີຄໍາເປັນຫຼັກຊັບຄໍ້າປະກັນ
‘ ຄອບຄົວ ແລະ ຜູ້ຖືຄອງຊັບສິນໄລຍະຍາວທີ່ຕ້ອງການຮັກສາມູນຄ່າຊັບສິນ
‘ ຜູ້ຊື້-ຂາຍຄໍາ ແລະ ທຸລະກິດໂລຫະມີຄ່າ
‘ ລູກຄ້າລາຍຍ່ອຍ ທີ່ຊື້ຄໍາແທ່ງຜ່ານເຄົາເຕີ ແລະ ຕູ້ຈໍາໜ່າຍຄໍາອັດຕະໂນມັດ
‘ ລູກຄ້າສະມາຄົມໃນອຸດສາຫະກໍາຄໍາ ແລະ ເຄື່ອງປະດັບ
‘ ສະຖາບັນການເງິນທີ່ຍອມຮັບໃບຢັ້ງຢືນຖານະທາງການຄໍາ LBB ເປັນຫຼັກຊັບຄໍ້າປະກັນເງິນກູ້ຢືມ
‘ ໜ່ວຍງານລັດ ແລະ ຜູ້ມີສ່ວນຮ່ວມລະດັບສະຖາບັນ
‘ ຄົນລາວທີ່ອາໄສຢູ່ຕ່າງປະເທດທີ່ລົງທຶນໃນປະເທດບ້ານເກີດ
LBB ສາມາດເຊື່ອມໂຍງວັດທະນະທໍາການຖືຄອງຄໍາແບບເກົ່າເຂົ້າກັບການລວມກຸ່ມທາງການເງິນສະໄໝໃໝ່ ດ້ວຍການໃຫ້ບໍລິການທັງລູກຄ້າລາຍຍ່ອຍ ແລະ ລູກຄ້າສະຖາບັນ.
ຄວາມເປັນເລີດດ້ານການກັ່ນຫຼອມຄໍາ ແລະ ກໍາລັງການຜະລິດພາຍໃນປະເທດ
ຫົວໃຈສໍາຄັນສໍາລັບການດໍາເນີນທຸລະກິດຂອງ LBB ກໍແມ່ນໂຮງກັ່ນຄໍາທີ່ທັນສະໄໝ ເຊິ່ງຕັ້ງຢູ່ນະຄອນຫຼວງວຽງຈັນ, ໂດຍມີກໍາລັງການຜະລິດສູງເຖິງ 150 ໂຕນຕໍ່ປີ. ໂຮງກັ່ນທີ່ທັນສະໄໝແຫ່ງນີ້ ຊ່ວຍເພີ່ມທະວີການຄວບຄຸມຄຸນນະພາບ, ຍົກລະດັບຄວາມໂປ່ງໃສ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລາວທ່າມກາງການແຂ່ງຂັນໃນຕະຫຼາດຄໍາໂລກ.
ດ້ວຍການຂະຫຍາຍກໍາລັງການຜະລິດໃນການກັ່ນຫຼອມຄໍາພາຍໃນປະເທດ, LBB ບໍ່ພຽງແຕ່ສະໜັບສະໜູນການເຕີບໂຕຂອງອຸດສາຫະກໍາເທົ່ານັ້ນ, ແຕ່ຍັງຊ່ວຍຍົກລະດັບດ້ານການຍອມຮັບຄໍາລາວໃນລະດັບສາກົນນໍາອີກ.

ໄດ້ຮັບຄວາມເຊື່ອໝັ້ນຈາກສະຖາບັນການເງິນຊັ້ນນໍາ
ໜຶ່ງໃນຜົນສໍາເລັດສໍາຄັນທີ່ສຸດຂອງ LBB ໃນການດໍາເນີນງານປີທໍາອິດນັ້ນກໍແມ່ນ ການທີ່ໃບຢັ້ງຢືນຖານະທາງການຄໍາ ໄດ້ຮັບການຢັ້ງຢືນຮັບຮອງໃຫ້ສາມາດໃຊ້ເປັນຫຼັກຊັບຄໍ້າປະກັນທີ່ຖືກຕ້ອງຕາມກົດໝາຍ ຈາກທະນາຄານການຄ້າຊັ້ນນໍາ, ສະຖາບັນການເງິນຈຸລະພາກ ແລະ ບໍລິສັດໃຫ້ເຊົ່າຊື້ໃນລາວ.
ການຢັ້ງຢືນຮັບຮອງດັ່ງກ່າວໄດ້ຊ່ວຍເສີມສ້າງສະພາບຄ່ອງພາຍໃນລະບົບການເງິນ ແລະ ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນທີ່ເພີ່ມຂຶ້ນຂອງສະຖາບັນຕ່າງໆ ຕໍ່ມາດຕະຖານການປະເມີນມູນຄ່າ, ການຄຸ້ມຄອງ ແລະ ຄວາມໝັ້ນຄົງໃນການດໍາເນີນທຸລະກິດຂອງ LBB.
ການຮ່ວມມືຍຸດທະສາດສາກົນ
ເພື່ອເສີມສ້າງຄວາມໜ້າເຊື່ອຖື ແລະ ການເຊື່ອມໂຍງໃນລະດັບສາກົນ, ທະນາຄານຄໍາລາວ ຈຶ່ງສ້າງການຮ່ວມມືກັບສະຖາບັນລະດັບໂລກທີ່ຕິດພັນກັບວັດຖຸມີຄ່າ.
ໃນນັ້ນລວມມີ ບໍລິສັດ StoneX, ເປັນບໍບິສັດບໍລິການດ້ານການເງິນລະດັບໂລກ ທີ່ມີຄວາມຊ່ຽວຊານດ້ານການຊື້-ຂາຍວັດຖຸມີຄ່າ; ບໍລິສັດ Silverlake Axis, ຜູ້ໃຫ້ບໍລິການຊັ້ນນໍາດ້ານເຕັກໂນໂລຊີທາງການເງິນ ທີ່ສະໜັບສະໜູນໂຄງສ້າງພື້ນຖານດີຈິຕອນທີ່ປອດໄພ; ແລະ Fischer, ຜູ້ຈໍາໜ່າຍອຸປະກອນວິເຄາະຄວາມບໍລິສຸດຂອງວັດຖຸມີຄ່າທີ່ເຊື່ອຖືໄດ້. ນອກຈາກນີ້, LBB ຍັງເປັນສະມາຊິກຂອງສະມາຄົມການຕະຫຼາດຄຳ ແລະ ວັດຖຸມີຄ່າ ສິງກະໂປ (SBMA) ແລະ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບອົງກອນສໍາຄັນໃນອຸດສາຫະກໍາ, ເປັນຕົ້ນແມ່ນ ສະມາຄົມຄໍາມາເລເຊຍ (MGA) ແລະ ສະມາຄົມການຕະຫຼາດຄຳ ແລະ ວັດຖຸມີຄ່າ ຍີ່ປຸ່ນ (JBMA), ເຊິ່ງຊ່ວຍເສີມສ້າງການຮ່ວມມືສາກົນ ແລະ ແລະ ຍົກລະດັບທະນາຄານຄໍາໃຫ້ທຽບເທົ່າມາດຕະຖານ.
ການຮ່ວມມືເຫຼົ່ານີ້ຍັງຊ່ວຍເສີມຂະຫຍາຍລະບົບການຄຸ້ມຄອງຄວາມສ່ຽງ, ຄວາມອາດສາມາດດ້ານເຕັກໂນໂລຊີ, ແລະ ການເຊື່ອມຈອດ-ເຊື່ອມໂຍງສາກົນ ເຊິ່ງເຮັດໃຫ້ລາວມີບົດບາດໃນລະບົບນິເວດອຸດສາຫະກໍາຄໍາລະດັບໂລກກວ້າງຂວາງຂຶ້ນ.

ວິໄສທັດປີ 2026: 5 ເສົາຄໍ້າຍຸດທະສາດ
ເມື່ອ LBB ກ້າວເຂົ້າສູ່ປີທີສອງ, ທິດທາງການດໍາເນີນງານຈະມີການຫັນປ່ຽນໄປສູ່ການຂະຫຍາຍທຸລະກິດຢ່າງເປັນລະບົບ ຜ່ານ 5 ຍຸດທະສາດສໍາຄັນ ໄດ້ແກ່:
1. ໃຫ້ບໍລິການທະນາຄານຄໍາດີຈິຕອນທົ່ວປະເທດ
ພັດທະນາລະບົບນິເວດທະນາຄານຄໍາດີຈິຕອນແບບຄົບວົງຈອນ, ຂະຫຍາຍສາຂາທົ່ວປະເທດ, ຮອງຮັບທຸລະກໍາຂ້າມພົມແດນ, ເປີດໃຫ້ບໍລິການໄພຣເວດແບັງຄິງ (ບໍລິການລະດັບພຣີມຽມສໍາລັບລູກຄ້າທີ່ມີຊັບສິນສູງ), ບໍລິການລະບົບວີຊ່າ ແລະ ການອອກໃບຢັ້ງຢືນຄໍາໃນຮູບແບບດີຈິຕອນ.
2. ສ້າງເຄືອຂ່າຍສົ່ງອອກຄໍາ
ສ້າງຊ່ອງທາງການສົ່ງອອກທີ່ເປັນລະບົບ ເພື່ອເສີມສ້າງບົດບາດໃຫ້ແກ່ລາວໃນຕະຫຼາດຊື້-ຂາຍຄໍາສາກົນ.
3. ພັດທະນາຕະຫຼາດທຶນຄໍາ
ສ້າງຜະລິດຕະພັນທາງການເງິນທີ່ເຊື່ອມໂຍງກັບຄໍາ ເພື່ອເພີ່ມສະພາບຄ່ອງໃນຕະຫຼາດ ແລະ ຂະຫຍາຍໂອກາດການລົງທຶນໃຫ້ມີຄວາມຫຼາກຫຼາຍຂຶ້ນ.
4. ບໍລິການໃຫ້ຄໍາປຶກສາໂດຍຜູ້ຊ່ຽວຊານດ້ານຄໍາ
ບໍລິການໃຫ້ຄໍາປຶກສາກ່ຽວກັບການຊື້-ຂາຍຄໍາ, ການປະຕິບັດຕາມກົດລະບຽບ, ແລະ ວິທີປະຕິບັດດ້ານການສົ່ງອອກ ເພື່ອເພີ່ມລາຍຮັບແກ່ພາກລັດ ແລະ ຍົກລະດັບຊື່ສຽງຂອງຄໍາລາວໃນເວທີສາກົນ.
5. ການທ່ອງທ່ຽວດ້ານຄໍາລາວ
ກໍານົດເອົາຄໍາໃຫ້ກາຍເປັນແຮງຜັກດັນທາງວັດທະນະທໍາໃໝ່ຂອງຊາດ ຜ່ານໂຄງການລິເລີ່ມຕ່າງໆ ເປັນຕົ້ນແມ່ນ ເທສະການຄໍາລາວ, ເຊິ່ງເຊື່ອມໂຍງກັບການຊື້-ຂາຍ, ງານຫັດຖະກໍາ, ວັດທະນະທໍາ ແລະ ນະວັດຕະກໍາ.
ແຜນການໃນອະນາຄົດ
ສໍາລັບນັກທ່ອງທ່ຽວທີ່ກໍາລັງຄົ້ນພົບມົນສະເໜ່ຂອງລາວ ແລະ ສໍາລັບປະຊາຊົນຄົນລາວທີ່ກໍາລັງລົງທຶນເພື່ອອະນາຄົດຂອງຕົນ, ທະນາຄານຄໍາລາວບໍ່ໄດ້ເປັນພຽງສະຖາບັນການເງິນເທົ່ານັ້ນ, ແຕ່ຍັງເປັນສັນຍະລັກຂອງຊາດ ທີ່ຖືກຝັງແໜ້ນໃນມໍລະດົກທາງວັດທະນະທໍາ ພ້ອມເດີນໄປຂ້າງໜ້າດ້ວຍຄວາມໝັ້ນໃຈ ເພື່ອກ້າວສູ່ອະນາຄົດທີ່ປອດໄພ, ມີສະຖຽນລະພາບ ແລະ ເຊື່ອມໂຍງກັບທົ່ວໂລກ ໂດຍສ້າງຂຶ້ນເທິງພື້ນຖານແຫ່ງຄວາມເຂັ້ມແຂງທີ່ຍືນຍົງຂອງຄໍາລາວ.

ຄວາມສໍາເລັດໃນປີທໍາອິດ
‘ ກໍາລັງການກັ່ນຫຼອມຄໍາ: 150 ໂຕນ/ປີ
‘ ມາດຕະຖານຄວາມບໍລິສຸດລະດັບສາກົນ: 99.99% (ສອດຄ່ອງຕາມມາດຕະຖານຂອງ LBMA)
‘ ໃບຢັ້ງຢືນຖານະທາງການຄໍາຈາກ LBB ເປັນຫຼັກຊັບຄໍ້າປະກັນເງິນກູ້ຢືມ
‘ ຄູ່ຮ່ວມມືຍຸດທະສາດ: StoneX, SBMA, Silverlake Axis
‘ ຜູ້ເຂົ້າທ່ຽວຊົມງານເທສະການຄໍາລາວ: ກວ່າ 30,000 ຄົນ
‘ ແອັບເທິງມືຖື LBB PLUS ມີຍອດດາວໂຫຼດກວ່າ 50,000 ຄັ້ງ
‘ ມີການເປີດບັນຊີກວ່າ 35,000 ບັນຊີ
‘ ມີການຝາກຄໍາກວ່າ 1 ໂຕນ
‘ ມີການຊື້-ຂາຍ ແລະ ໂອນຄໍາກວ່າ 2 ໂຕນ.
ຫາກຕ້ອງການຂໍ້ມູນເພີ່ມຕື່ມ, ສາມາດເຂົ້າເບິ່ງທີ່
laobullionbank.com




English
