ເປົ້າໝາຍ ສຸດຂອບຟ້າ

Author:

Category:

spot_img

ໃນຕອນສວາຍ ຂອງກາງເດືອນພຶດສະພາ ໃນເວລາທີ່ແສງອາທິດສ່ອງແສງລົງກາງ ກະໝ່ອມ, ນາງ ສຸດາພອນ ວິຊຸນນະຣາດ ຫຼື ໝານ້ອຍ ຍືນຄຽງຂ້າງກັບເຮືອບິນລໍາໃຫຍ່ ສົ່ງຍິ້ມໃຫ້ກັບກ້ອງ ສະແດງເຖິງຄວາມພາກພູມໃຈ ໃນຖານະນັກບິນ ຍິງຄົນທໍາອິດຂອງປະເທດລາວ. ໃນຕອນທຳອິດ, ທີ່ມີການຊັກຊ້ອມທ່າທາງໃຫ້ກັບກ້ອງ, ສຸດາພອນຮູ້ສຶກ ບໍ່ຄ່ອຍຖະໜັດກັບ ການຢືນໂພສທ່າທາງຕ່າງໆ ດ້ວຍ ຊຸດນັກບິນເຕັມຍົດ ທັງສູດ ແລະ ໝວກນັກບິນ. ແຕ່ເມື່ອຊ່າງກ້ອງກົດຖ່າຍພາບ, ຮູບທີ່ປະກົດອອກມາ ສະແດງອອກໃຫ້ເຫັນເຖິງຄວາມໝັ້ນໃຈ, ພະລັງ ແລະ ຄວາມມຸ່ງໝັ້ນ ດັ່ງເມື່ອເວລາທີ່ລາວປະຕິບັດ ໜ້າທີ່ເປັນນັກບິນ.

ສຸດາພອນ ເລົ່າໃຫ້ຟັງວ່າ ລາວໄດ້ແຮງບັນດານໃຈໃນ ການເປັນນັກບິນ ຈາກພໍ່ຂອງລາວ ທີ່ເປັນ ວິສະວະກອນເຮືອບິນ ຂອງການບິນລາວ. ຕັ້ງແຕ່ນ້ອຍຮອດໃຫຍ່ ລາວກໍມັກໄດ້ຍິນພໍ່ເວົ້າໃຫ້ຟັງ ເຖິງການປົວແປງບໍາລຸງຮັກສາເຮືອບິນ ແລະໃນເຮືອນກໍ ເຕັມໄປດ້ວຍເຮືອບິນຈຳລອງຫຼາກຫຼາຍຊະນິດຈາກຫຼາຍສາຍການບິນທົ່ວໂລກ. ເມື່ອລາວເຫັນປະກາດການຮັບສະໝັກ ນັກຮຽນການບິນທຶນ ຂອງສາຍການບິນລາວ,ຈຶ່ງລອງເຂົ້າໄປສະໝັກ.

ລາວບອກວ່າ: ຂ້ອຍມັກການບິນ ແລະ ການເດີນທາງທ່ອງທ່ຽວ, ຂ້ອຍກໍ່ເລີຍລອງເສັງເບິ່ງ ແລ້ວຂ້ອຍກໍ່ສາມາດເຮັດໄດ້. ຫຼາຍຄົນມັກຄິດວ່າການເສັງເຂົ້າການບິນເປັນເລື່ອງຍາກ, ແຕ່ບໍ່ແມ່ນ ທຸກຄົນສາມາດເຮັດທຸກສິ່ງໄດ້ຂໍພຽງແຕ່ມີໃຈມັກ ແລະ ຄວາມພະຍາຍາມ.

ສຸດາພອນເສີມຕື່ມວ່າ ຕະຫຼອດໄລຍະເວລາ 2 ປິທີ່ຝືກຝົນວິຊາການບິນ ເປັນສິ່ງທີ່ທ້າທາຍຫຼາຍ. ລາວໄດ້ໄປສຶກສາດ້ານການບິນທີ່ເມືອງຕູລູ, ປະເທດຝຣັ່ງເປັນເວລາ 2 ປີ. ຫົກເດືອນທຳອິດແມ່ນຊ່ວງເວລາຮຽນພາກພື້ນດິນ ເປັນຕົ້ນແມ່ນ ກົດໝາຍການບິນ, ລະບົບເຮືອບິນ, ການນໍາທາງ ແລະ ອຸຕຸນິຍົມວິທະຍາ (ວິທະຍາສາດກ່ຽວກັບດິນຟ້າອາກາດ). ພວກເຂົາຕ້ອງເລີ່ມຮຽນບັງຄັບເຮືອບິນຈັກດຽວ, ຫຼັງຈາກນັ້ນຈຶ່ງເລີ່ມຮຽນບັງຄັບເຮືອບິນຫຼາຍຈັກ.ໃນເວລາຮຽນ, ລາວເປັນນັກຮຽນຍິງພຽງຄົນດຽວໃນກຸ່ມ. ຄົນມັກຄິດວ່າ ອາຊີບນັກບິນບໍ່ແມ່ນອາຊີບສໍາລັບຜູ້ຍິງ, ແຕ່ຄວາມເປັນຈິງແລ້ວ ຫຼາຍປະເທດກໍ່ມີນັກບິນຍິງ, ພຽງແຕ່ວ່າມັນຍັງເປັນສິ່ງທີ່ໃໝ່ຢູ່ສຳລັບບ້ານເຮົາ.

ວັນທີ 22 ເມສາ 2014, ເປັນຊ່ວງເວລາທີ່ຕື່ນເຕັ້ນ ທີ່ສຸດໃນຊີວິດຂອງລາວ, ມັນເປັນມື້ທຳອິດທີ່ລາວ ໄດ້ບິນດ່ຽວ. ໂດຍປົກກະຕິ, ເຮົາຈະມີອາຈານນັ່ງ ທາງຂ້າງບອກສອນແນະນຳ, ແຕ່ໃນທີ່ສຸດ ມັນກໍເຖິງ ເວລາທີ່ຂ້ອຍເວົ້າໄດ້ເຕັມປາກວ່າ ຍົນລໍານັ້ນຂ້ອຍ ສາມາດບັງຄັບໄດ້ດ້ວຍໂຕເອງ! ເຖິງແມ່ນວ່າມັນຈະ ເປັນການບິນພຽງແຕ່ຮອບດຽວ, ບິນຂຶ້ນແລ້ວອ້ອມມາ ລົງພຽງແຕ່ໜຶ່ງຮອບ ແຕ່ມັນກໍເປັນຊ່ວງເວລາທີ່ລາວ ຈົດຈໍາບໍ່ເຄີຍລືມ.

ໃນປັດຈຸບັນ, ຍັງມີນັກຮຽນບິນຍິງຂອງການບິນລາວອີກ 2 ຄົນທີ່ກຳລັງຈະຈົບການຮຽນໃນໄວໆນີ້ຈາກ ປະເທດໄທ ເຊິ່ງສຸດາພອນໄດ້ປູທາງ ແລະ ກາຍເປັນ ຕົວແບບໃຫ້ບັນດາລຸ້ນນ້ອງ ຜູ້ທີ່ກຽມຈະບິນຂຶ້ນເທິງທ້ອງຟ້າ ເຊັ່ນດຽວກັນກັບລາວ. ທຸກມື້ນີ້, ສຸດາພອນ ຮັບໜ້າທີ່ເປັນນັກບິນຊ່ວຍປະຈໍາເຮືອບິນ ແອບັສ A320, ເຊິ່ງເສັ້ນທາງຫຼັກທີ່ບິນໄປແມ່ນສາຍຕ່າງປະເທດ ແລະ ຫຼວງພະບາງ.

ສຸດາພອນ ກ່າວວ່າ ເຮືອບິນບໍ່ຄືກັບລົດ, ຄົນຫຼາຍມັກຄິດວ່ານັກບິນສາມາດບິນຍົນທຸກຊະນິດໄດ້ຄື ຄົນທີ່ຂັບລົດເປັນ ສາມາດຂັບລົດໄດ້ທຸກປະເພດ ແຕ່ນັກບິນແຕ່ລະຄົນຈະສາມາດ ບັງຄັບພຽງແຕ່ຍົນທີ່ ຕົນເອງມີໃບອະນຸຍາດ ແລະໄດ້ຮຽນມາເທົ່ານັ້ນ.

ຕາມລະບຽບການນັກບິນທີ່ຈະສາມາດເລື່ອນຂັ້ນເປັນກັບຕັນ ຫຼື ນັກບິນທີໜຶ່ງໄດ້ຕ້ອງມີອາຍຸ 27 ປີຂຶ້ນໄປ, ທັງຕ້ອງມີຊົ່ວໂມງບິນ, ປະສົບການ, ຄວາມຮູ້ ແລະ ມີພາວະການເປັນຜູ້ນຳພຽງພໍ ຈຶ່ງຈະໄດ້ຮັບການຄັດເລືອກ. ເຊິ່ງຕອນນີ້, ລາວກໍຍັງມີຄວາມສຸກໃນການບິນໃນຖານະນັກບິນຊ່ວຍຢູ່ເທິງທ້ອງຟ້າ ເຊິ່ງສາມາດເບິ່ງເຫັນເສັ້ນຂອບຟ້າທຸກຄັ້ງທີ່ຍົນຂຶ້ນພົ້ນ ເໜືອເມກ. “ຂ້ອຍຮັກການທ່ອງທ່ຽວ ແລະ ຮັກການຢູ່ເທິງທ້ອງຟ້າ. ເວລາຢູ່ເທິງທ້ອງຟ້າ, ເຮົາຈະໄດ້ພົບກັບ ທິວທັດ ທີ່ງົດງາມທີ່ສຸດ ທີ່ຊີວິດນີ້ຂ້ອຍບໍ່ມີມື້ເບື່ອ.”

 

ຮູບໂດຍ: Phoonsab Thevongsa

Read More

Related Articles