ຄວາມສວຍງາມຂອງຊີວິດຜ່ານສິລະປະ

Author:

Category:

spot_img

ມາເຣຍ ຊາຊາ ຄານ ເຕີບໃຫຍ່ຢູ່ເມືອງຊາວກະສິກຳນ້ອຍໆໃນເຂດຊົນນະບົດ, ແຕ່ລາວກໍ່ມີຄວາມໄຝ່ຝັນ ຢາກເປັນນັກເຕັ້ນບັນເລ້ມືອາຊີບຕັ້ງແຕ່ຍັງນ້ອຍ. ມາເຣຍ ຊາຊາ ເດີນທາງຕາມຄວາມຝັນ ດ້ວຍຄວາມຕັ້ງອົກຕັ້ງໃຈ ບວກກັບຄວາມໂຊກດີ ເຮັດໃຫ້ລາວໄດ້ມີໂອກາດພົບກັບ ອະດີດນັກເຕັ້ນບັນເລ້ຈາກໂຮງລະຄອນບ໋ອນໂຊຍ ແລະ ໄດ້ໄປສຶກສາຮໍ່າຮຽນບັນເລ້ທີ່ປະເທດອັງກິດ, ໂມນາໂກ ແລະ ປະເທດອື່ນໆ. ນັບແຕ່ນັ້ນເປັນຕົ້ນມາ, ດ້ວຍການຝຶກຝົນ ແລະ ພອນສະຫວັນອັນໂດດເດັ່ນຂອງລາວ ເຮັດໃຫ້ລາວກາຍເປັນນັກບັນເລ້ທີ່ມີຊື່ສຽງໂດ່ງດັງ ແລະ ໄດ້ເດີນທາງໄປສະແດງຢູ່ເວທີໃຫຍ່ໆໃນທົ່ວໂລກ.

ມາເຣຍ ຊາຊາ ມີຄວາມຫຼົງໄຫຼໃນຄວາມງົດງາມຂອງສິລະປະທີ່ສາມາດປ່ຽນແປງຊີວິດຂອງຄົນໄດ້. ລາວຢາກນຳໃຊ້ຊື່ສຽງຂອງລາວໃຫ້ເກີດປະໂຫຍດ ແລະ ມີຄວາມປາດຖະໜາຢາກຊ່ວຍເຫຼືອຜູ້ອື່ນ. ມາເຣຍ ຊາຊາ ກ່າວວ່າ ສິ່ງທີ່ເປັນແຮງບັນດານໃຈ ໃນການສັນສ້າງສິລະປະຂອງລາວ ແມ່ນການຊອກຫາວິທີທາງວ່າ ລາວຈະສາມາດຊ່ວຍເຫຼືອຜູ້ອື່ນໄດ້ແນວໃດຜ່ານສິລະປະການສະແດງຂອງລາວ. ມາເຣຍ ຊາຊາ ກ່າວຕື່ມວ່າ ປັດຈຸບັນແມ່ນເປັນເວລາທີ່ໜ້າຕື່ນເຕັ້ນຫຼາຍ ສຳລັບບັນເລ້ ໃນອາຊີຕາເວັນອອກສ່ຽງໃຕ້ ເຊິ່ງກ່ອນໜ້ານີ້ ບັນເລ້ແມ່ນຍັງບໍ່ຄ່ອຍເປັນທີ່ຮູ້ຈັກໃນພາກພື້ນນີ້.

ໃນການເດີນທາງມາຢ້ຽມຢາມປະເທດລາວຄັ້ງນີ້, ມາເຣຍ ຊາຊາ ໄດ້ພົບປະກັບກຸ່ມເດັກນ້ອຍລາວ ເຊິ່ງເດັກນ້ອຍສ່ວນໃຫຍ່ ແມ່ນຍັງບໍ່ເຄີຍພໍ້ນັກເຕັ້ນບັນເລ້ ຫຼື ເຄີຍເຕັ້ນບັນເລ້ມາກ່ອນ. ນອກນັ້ນ, ລາວກໍ່ໄດ້ຂຶ້ນກ່າວປາໃສ ໃນງານຂອງຊຸມຊົນ ໂກໂບ້ ເຊບເປີ້, ແລະ ໄດ້ຈັດການສະແດງທີ່ໂຮງຮຽນສິລະປະແຫ່ງຊາດລາວນຳອີກ. ມາເຣຍ ຊາຊາ ມີຄວາມຕື້ນຕັນໃຈຫຼາຍ ໃນການຕ້ອນຮັບຢ່າງອົບອຸ່ນ ແລະ ຜູ້ເຂົ້າຮ່ວມກໍ່ມີຄວາມກະຕືລືລົ້ນຫຼາຍເກີນກວ່າທີ່ລາວຄາດຫວັງໄວ້.

ມາເຣຍ ຊາຊາ ໄດ້ມີໂອກາດໂອ້ລົມກັບໄວໜຸ່ມລາວ ແລະ ສະແດງໃຫ້ພວກເຂົາເຫັນວ່າ ການເດີນຕາມຄວາມຝັນນັ້ນ ບໍ່ແມ່ນເລື່ອງທີ່ເປັນໄປບໍ່ໄດ້ ແລະ ກໍ່ບໍ່ແມ່ນເລື່ອງຍາກເກີນຄວາມພະຍາຍາມ. ລາວກ່າວວ່າ ບັນດາໄວໜຸ່ມທີ່ລາວໄດ້ພົບພໍ້ ແມ່ນມີຄວາມກະຕືລືລົ້ນ ໃນການພັດທະນາຄວາມຮູ້, ເປີດວິໄສທັດໃໝ່ໆ, ແລະ ຊ່ວຍເຫຼືອປະເທດຊາດບ້ານເມືອງ ໃຫ້ຈະເລີນກ້າວໜ້າ ໃນອະນາຄົດ. ລາວກ່າວຕື່ມວ່າ “ສິ່ງທີ່ໜ້າສົນໃຈ ແມ່ນວ່າ ບັນດາໄວໜຸ່ມ ຈະສາມາດປົກປັກຮັກສາປະເພນີວັດທະນະທຳໃນອະດີດ ແລະ ນຳພາປະເພນີດັ່ງກ່າວໄປສູ່ອະນາຄົດໄດ້ຄືແນວໃດແດ່. ຂ້າພະເຈົ້າຮູ້ສຶກດີໃຈ ທີ່ໄດ້ເຫັນຜູ້ຄົນ ໃຫ້ຄວາມສົນໃຈໃນບັນເລ້ຫຼາຍ”.

ມາເຣຍ ມີຄວາມປາດຖະໜາທີ່ຈະເຜີຍແຜ່ສິລະປະບັນເລ້ມາສູ່ລາວ ໂດຍການຮ່ວມມືກັບ ອົງການສິລະປະທີ່ “ຢູດ ອາດ ອິນ ແອັກຊັ້ນ” (Youth Art is Action) ເຊິ່ງເປັນອົງການທີ່ບໍ່ສະແຫວາງຫາຫວັງຜົນກຳໄລ ບໍລິຫານໂດຍແມ່ ແລະ ເອື້ອຍນ້ອງຂອງມາເຣຍເອງ ເຊິ່ງພວກເຂົາກໍ່ເປັນນັກເຕັ້ນ ແລະ ສິລະປິນມືອາຊີບເຊັ່ນດຽວກັນ. ມາເຣຍ ຕ້ອງການທີ່ຈະຈັດຕັ້ງແຜນງານການສອນບັນເລ້ຂຶ້ນຢູ່ໃນລາວ ແລະ ຢາກສະແດງບົດຟ້ອນບັນເລ້ ທີ່ລາວພັດທະນາຂຶ້ນມາ ຊື່ວ່າ “ວໍຣີເອີ້ ອ໋ອບ ໄລ້” ເຊິ່ງຫາກໍ່ສະແດງຢູ່ໂຮງລະຄອນລອນດອນ ວ່າງບໍ່ດົນມານີ້. ເລື່ອງລາວຂອງບົດຟ້ອນບັນເລ້ດັ່ງກ່າວ ແມ່ນເວົ້າເຖິງການເຕົ້າໂຮມຜູ້ຄົນຈາກທຸກໆວັດທະນະທຳ ໃຫ້ເປັນອັນໜຶ່ງອັນດຽວກັນ, ແລະ ເປົ້າໝາຍຂອງລາວ ແມ່ນຢາກດຶງເອົານັກເຕັ້ນຈາກຫຼາຍໆບ່ອນ ທີ່ລາວໄດ້ເຮັດວຽກນຳ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ແລະ ທົ່ວໂລກ ໃຫ້ເຂົ້າມາມີສ່ວນຮ່ວມໃນການສະແດງຂອງລາວ.

ບັນເລ້ເປັນການສະແດງສິນລະປະທີ່ຕ້ອງໃຊ້ຄວາມແຂງແຮງທາງກາຍ ແລະ ຕ້ອງປະຕິບັດຕາມລະບຽບວິໄນຫລາຍຢ່າງ ແຕ່ມັນກໍຈະເຮັດໃຫ້ນັກສະແດງບັນເລ້ທົ່ວໂລກ, ໄດ້ພັດທະນາຄວາມຮູ້ຄວາມສາມາດ, ເປີດວິໄສທັດ, ແລະ ເຮັດໃຫ້ຄວາມຝັນກາຍເປັນຄວາມຈິງໄດ້. ບໍ່ວ່າຈະເປັນສິນລະປະປະເພດໃດກໍ່ຕາມ ລ້ວນແລ້ວຕ້ອງຜ່ານການຝຶກຝົນຫຼໍ່ຫຼອມ ແລະ ທຸ້ມເທເປັນເວລາຫຼາຍປີ ຈຶ່ງຈະສາມາດສົມບູນໄດ້. ແລະສິລະປະ ກໍ່ເປັນເປັນສາດຂະແໜງໜຶ່ງທີ່ສາມາດເຕົ້າໂຮມຄົນຈາກທຸກຫົນແຫ່ງ ໃຫ້ມາສາມັກຄີເປັນຈິດໜຶ່ງໃຈດຽວກັນ.

ມາເຣຍ ຊາຊາ ກ່າວວ່າ “ເຮົາອາດຈະບໍ່ສາາມາດແກ້ໄຂບັນຫາທຸກຢ່າງໃນໂລກນີ້ໄດ້ ແຕ່ເຮົາສາມາດເຮັດໃຫ້ມັນສວຍງາມ ແລະ ດີຂຶ້ນໜ້າຢູ່ຂຶ້ນໄດ້.

ນັກເຕັ້ນ ບັນເລ້ ມາເຣຍ ຊາຊາ ຄານ ໄດ້ເດີນທາງມາຢ້ຽມຢາມລາວ ໃນຖານະທູດວັດທະນະທຳ ເຊິ່ງໄດ້ຮັບການສະໜັບສະໜູນຈາກແຜນງານ “Education is GREAT” ຂອງສະຖານທູດອັງກິດ.

 

 

ຂຽນໂດຍ CAMERON DARKE

ແປ ແລະ ຮຽບຮຽງໂດຍ ຊິນເວຍ ຫຼວງລາດ

ກຳກັບການຖ່າຍພາບ ແລະ ແຕ່ງໜ້າໂດຍ MATTIE DO 

ຮູບໂດຍ ລູ່ ແສນສຸພອນ

Read More

Related Articles