Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ການບິນລາວ, New

ບິນສຸດຂອບຟ້າ

posted by Thanouphet
Sep 4, 2020 630 0 0
Share

ລົບກວນທ່ານແນະນໍາຕົນເອງຕໍ່ກັບບັນດາຜູ້ອ່ານຂອງພວກເຮົາ?

ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງສູງທີ່ໄດ້ຮັບການແຕ່ງຕັ້ງຈາກທາງລັດຖະບານໃຫ້ເປັນ ຜູ້ອໍານວຍການໃຫຍ່ ວິສາຫະກິດການບິນລາວ. ກ່ອນອື່ນຂ້າພະເຈົ້າຂໍອະນຸຍາດເລົ່າປະຫວັດສ່ວນຕົວ, ພາຍຫຼັງໄດ້ຮຽນຈົບການສຶກສາປະລິນຍາຕີ ແລະ ປະລິນຍາໂທ ໃນສາຂາວິສາວະກຳໂຍທາ, ນັບແຕ່ນັ້ນມາ ຂ້າພະເຈົ້າ ໄດ້ຜ່ານການເຮັດວຽກຢູ່ກົມຕ່າງໆຂອງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ກ່ອນທີ່ຈະມາຮັບໜ້າທີ່ຕຳແໜ່ງໃໝ່ນີ້ ຂ້າພະເຈົ້າເຄີຍເປັນຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງ ຍທຂ ເຊີ່ງເປັນບ່ອນທີ່ຂ້າພະເຈົ້າ ໄດ້ປະກອບສ່ວນໃນການຄົ້ນຄວ້າວຽກງານຍຸດທະສາດ, ແຜນການໄລຍະຍາວ ແລະ ສັ້ນ ຂອງຂະແໜງການ ຍທຂ ລວມທັງວຽກງານຮ່ວມມືສາກົນ, ວຽກງານສະຖິຕິ ແລະ ວຽກງານລົງທຶນໃນລະດັບມະຫາພາກຂອງຂະແໜງການ ຍທຂ. 

 

ທ່ານຈະຊີ້ນໍານໍາພາ ການບິນລາວໄປໃນທິດທາງໃດໃນອະນາຄົດ?

ສໍາລັບຄຳຕອບດັ່ງກ່າວ ຂ້າພະເຈົ້າຂໍມີທັດສະນະດັ່ງນີ້, ຍ້ອນມີວິກິດການລະດັບໂລກທີ່ກຳລັງເກີດຂນໃນປັດຈຸບັນ. ສິ່ງທີ່ດີທີ່ສຸດແມ່ນຕ້ອງເບິ່ງສອງບັນຫາຫຼັກທີ່ກໍາລັງມີຜົນກະທົບຕໍ່ກັບພວກເຮົາ. ກ່ອນອື່ນໝົດ, ພວກເຮົາຕ້ອງເຮັດໃຫ້ຕົນເອງສາມາດຫຼີກລຽງ ແລະ ຂ້າມຜ່ານວິກິດ Covid-19 ໄປໃຫ້ໄດ້. ສອງແມ່ນກ່ອນທີ່ຈະເກີດວິກິດການດ້ານສາທາລະນະສຸກນີ້ ການບິນລາວເຄີຍໄດ້ມີແຜນທີ່ຈະປັບປຸງ ແລະ ຟື້ນຟູສາຍການບິນຢູ່ແລ້ວ ແຕ່ວ່າການຈັດຕັ້ງປະຕິບັດຕາມແຜນໄດ້ຖືກເຮັດໃຫ້ລ່າຊ້າເລື່ອນອອກໄປຍ້ອນວິກິດການດັ່ງກ່າວ. ສະນັ້ນ ແຜນການເຫຼົ່ານີ້ຈະຕ້ອງມີຄວາມຍືດຍຸ່ນສູງເພື່ອປັບຕົວເຂົ້າກັບສະພາບການ ເພາະມັນຍັງຍາກທີ່ຈະຄາດການໄດ້ວ່າສະຖານະການການເດີນທາງ ທາງອາກາດຈະເປັນແນວໃດໃນອີກ 6 ເດືອນ ຫຼື ໜຶ່ງປີຂ້າງໜ້າ. ໃນຖານະທີ່ເປັນບໍລິສັດ ພວກເຮົາຈະຕ້ອງໄດ້ໃຊ້ທຸກມາດຕະການທີ່ສາມາດເຮັດໄດ້ເພື່ອເພີ່ມປະສິດທິພາບ ແລະ ສ້າງລາຍຮັບໃຫ້ໄດ້ຫຼາຍທີ່ສຸດ ຄຽງຄູ່ໄປກັບການຮັກສາຄຸນະພາບການບໍລິການທີ່ດີ ແລະ ຄວາມປອດໄພທີ່ສູງໃຫ້ໄດ້ຕາມຄາດໝາຍທີ່ຜູ້ໂດຍສານຂອງພວກເຮົາສົມຄວນຈະໄດ້ຮັບ.

 

ທ່ານເຫັນວ່າຈຸດແຂງຂອງ ການບິນລາວ ແມ່ນຫຍັງ?

ສຳລັບຈຸດແຂງລັດວິສາຫະກິດການບິນລາວ ຕົ້ນຕໍແມ່ນເປັນສາຍການບິນແຫ່ງຊາດ. ການບິນລາວຍັງໄດ້ຮັບການຊີ້ນຳ ແລະ ສະໜັບສະໜູນຈາກລັດຖະບານລາວ. ນອກຈາກນັ້ນ, ພວກເຮົາຍັງມີນາຍຊ່າງເຕັກນິກວິຊາການດ້ານຕ່າງໆຂອງການບິນ ທີ່ມີຄວາມສາມາດ ແລະ ປະສົບການ, ມີແຜນທຸລະກິດແຕ່ລະໄລຍະ, ຄຽງຄູ່ໄປກັບການປັບປຸງການບໍລິການຮັບໃຊ້ປະຊາຊົນລາວ. ນອກນີ້, ການບິນລາວ ຍັງໄດ້ຮັບການຢັ້ງຢືນຮັບຮອງຄຸນນະພາບທີ່ສໍາຄັນຈາກ IATA ແລະ IOSA ທີ່ມີຄວາມຈຳເປັນຕໍ່ການເປັນທີ່ຍອມຮັບຈາກສາກົນວ່າເປັນສາຍການບິນທີ່ປອດໄພສຳລັບບັນດາຜູ້ໂດຍສານຈາກທົ່ວທຸກມຸມໂລກ.

 

ສະຖານທີ່ໃດທີ່ທ່ານມັກໄປທ່ຽວ?

ທີ່ຈິງແລ້ວຂ້າພະເຈົ້າເຄີຍໄດ້ເດີນທາງໄປທຸກໆຈຸດໝາຍເສັ້ນທາງບິນຂອງການບິນລາວ ແລະ ສະຖານທີ່ຕ່າງໆທັ່ງພາຍໃນ ແລະ ຕ່າງປະເທດ. ເຊິ່ງການເດີນທາງໄປແຕ່ລະສະຖານທີ່ລ້ວນແຕ່ມີຄວາມເປັນເອກະລັກ ແລະ ຄຸ້ມຄ່າແກ່ການໄປຢ້ຽມຢາມທ່ຽວຊົມ. 

 

 

ມີຈຸດໝາຍເສັ້ນທາງບິນໃໝ່ທີ່ຈະເປີດໃຫ້ບໍລິການຜ່ານສາຍການບິນລາວຕື່ມອີກບໍ່? 

ຫາກເມື່ອໃດທີ່ພວກເຮົາສາມາດສືບຕໍ່ການບິນຕ່າງປະເທດໄດ້ແລ້ວນັ້ນ ພວກເຮົາມີແຜນທີ່ຈະເປີດຖ້ຽວບິນ ໂດຍເລັງໃສ່ບັນດາປະເທດອ້ອມຂ້າງເຊັ່ນ: ດານັງ ສສ ຫວຽນາມ, ແລະ ບັນດາເມືອງຂອງ ສປ ຈີນ. ຫາກວິກິດການສາທາລະນະສຸກໄດ້ຜ່ານພົ້ນໄປແລ້ວ ພວກເຮົາຈຶ່ງຈະສາມາດປະເມີນຊອກຫາຈຸດໝາຍປາຍທາງໃໝ່ທີ່ມີທ່າແຮງຕາມທົ່ວ
ຂອບເຂດໃນພາກພື້ນຕື່ມອີກ.

 

ທ່ານຍັງມີສິ່ງໃດທີ່ຢາກກ່າວເສີມເພີ່ມເຕີມຕໍ່ກັບຜູ້ອ່ານຂອງພວກເຮົາບໍ່?

ໃນນາມລັດວິສາຫະກິດການບິນລາວ ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາເປັນຢ່າງສູງຕໍ່ອົງການຈັດຕັ້ງພາກລັດ, ພໍ່ແມ່ປະຊາຊົນ, ຊາວຕ່າງປະເທດ ກໍ່ຄືບັນດາຜູ້ໂດຍສານທີ່ໃຫ້ການສະໜັບສະໜູນ ແລະ ນຳໃຊ້ບໍລິການຂອງ ລັດວິສາຫະກິດການບິນລາວຜ່ານມາ. ພວກເຮົາຂໍຢືນຢັນວ່າ ຈະຢູ່, ຈະສືບຕໍ່ປັບປຸງການບໍລິການ, ຮັບປະກັນ
ຄວາມປອດໄພ, ທັນສະໄໝ ເພື່ອຮັບໃຊ້. ການເຊື່ອມໂຍງລະຫວ່າງ ສປປ ລາວ ກັບບັນດາປະເທດອ້ອມຂ້າງ ແລະ ພາກພື້ນ. ພວກເຮົາພ້ອມແລ້ວທີ່ຈະຕ້ອນຮັບບໍລິການທ່ານເທິງຫ້ອງໂດຍສານເຮືອບິນ ດ້ວຍຮອຍຍີ້ມ ແລະ ການບໍລິການທີ່ໄດ້ມາດຕະຖານ.

ການບິນລາວThe new President of Lao Airlines
Share

Previous

[:en]Ant Egg Salad[:]

Next

[:en]The Fireboat Festival[:la]ບຸນໄຫຼເຮືອໄຟ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເພີ່ມພູນຊີວິດການເປັນຢູ່ໃຫ້ດີທີ່ສຸດ
  • ຄວາມສວຍງາມຂອງລາວໃຕ້
  • ສຸດຍອດແຫ່ງຄວາມເປັນເລີດຂອງອັງກິດໃນລາວ
  • (English) Helping the Planet in Style
  • (English) Sacred Stones of the South

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

New
Jan 3, 2019

(English) Boun Wat Phou – An Experience like no other

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
ອາຫານ, New
Feb 1, 2021

(English) Laos’ Top Chef

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top