Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທຸລະກິດ, ອາຫານ, Social Enterprise, Stay

ສ້າງມືອາຊີບລຸ້ນໃໝ່ດ້ານການທ່ອງທ່ຽວແກ່ປະເທດລາວ

posted by Billy
Dec 16, 2021 1771 0 0
Share

ໂຮງແຮມຝຶກປະຕິບັດມອບອະນາຄົດທີ່ສົດໃສແກ່ການທ່ອງທ່ຽວລາວ

ໂຮງແຮມຝຶກປະຕິບັດເປັນສ່ວນໜຶ່ງຂອງວິທະຍາໄລເຕັກນິກ ແຂວງວຽງຈັນ ທີ່ມອບໂອກາດການຝຶກອົບຮົມພາກປະຕິບັດແບບພິເສດແກ່ບັນດານັກສຶກສາພາກວິຊາການໂຮງແຮມ ແລະ ທ່ອງທ່ຽວໃນສະພາບແວດລ້ອມອັນສວຍສົດງົດງາມທີ່ຢູ່ໃຈກາງຂອງເມືອງວັງວຽງ. ນັກສຶກສາຈະເຮັດໜ້າທີ່ເປັນພະນັກງານຢູ່ທີ່ໂຮງແຮມຝຶກປະຕິບັດໂດຍຈະຢູ່ພາຍໃຕ້ການຮັບຜິດຊອບຊີ້ນໍານໍາພາຂອງອາຈານ ແລະ ທີມງານຜູ້ບໍລິຫານໂຮງແຮມທີ່ມາຈາກສາກົນເພື່ອຮຽນຮູ້ພັດທະນາທັກສະທີ່ສໍາຄັນຄຽງຄູ່ໄປກັບການກຽມຕົວເຂົ້າສູ່ຕະຫຼາດແຮງງານໃນອະນາຄົດ. ສະຖານທີ່ດັ່ງກ່າວຖືກພັດທະນາຂຶ້ນເພື່ອມອບສະພາບແວດລ້ອມ “ຕົວຈິງ” ຂອງໂຮງແຮມ, ສ້າງໂອກາດໃນການຝຶກອົບຮົມພາກປະຕິບັດຜ່ານການພົວພັນ ແລະ ເຮັດວຽກຕົວຈິງກັບຮ້ານອາຫານ ແລະ ລູກຄ້າຂອງໂຮງແຮມ. ບັນດານັກສຶກສາຈະຖືກກະກຽມໃຫ້ກ້າວໄປເປັນຜູ້ເຮັດວຽກໃນຂະແໜງການບໍລິການເຊິ່ງອຸດສາຫະກໍາດັ່ງກ່າວຈະໄດ້ຮັບກຸ່ມນັກສຶກສາຈົບໃໝ່ທີ່ກະຕືລືລົ້ນ ແລະ ຜ່ານການຝຶກຝົນມາຢ່າງດີ.

ໃນທ້າຍສົກຮຽນປີ 2020-2021, ນັກຮຽນ 99 ຄົນໄດ້ສໍາເລັດການສຶກສາຈາກພາກວິຊາການໂຮງແຮມ ແລະ ທ່ອງທ່ຽວ. ບັນດານັກວິຊາຊີບໜຸ່ມທີ່ມີຄວາມມຸ່ງໝັ້ນເຫຼົ່ານີ້ໄດ້ຈົບການສຶກສາຈາກສາມສາຂາວິຊາທີ່ແຕກຕ່າງກັນຄື: ການບໍລິການ ການເດີນທາງ ແລະ ການທ່ອງທ່ຽວ, ການບໍລິການໂຮງແຮມ, ການປຸງແຕ່ງອາຫານ ແລະ ການບໍລິການອາຫານ-ເຄື່ອງດື່ມ. ອີງຕາມຫຼັກສູດທີ່ພວກເຂົາເລືອກ, ນັກສຶກສາຈະໄດ້ຮັບຄວາມເຂົ້າໃຈທາງພາກປະຕິບັດຢ່າງເລິກເຊິ່ງຈາກໂຮງແຮມຝຶກປະຕິບັດເຊັ່ນ: ວ່າທີ່ຜູ້ປະກອບການທ່ອງທ່ຽວຈະໄດ້ມີໂອກາດແນະນໍາສະຖານທີ່ທ່ອງທ່ຽວໃນທ້ອງຖິ່ນທີ່ໜ້າສົນໃຈໃຫ້ກັບລູກຄ້າຢູ່ທີ່ໂຕະຮັບຕ້ອນ, ນັກສຶກສາບໍລິຫານການໂຮງແຮມໄດ້ບໍລິຫານຈັດສັນການຈອງຫ້ອງປະຊຸມຂອງໂຮງແຮມ ແລະ ທີມຄົວຮ້ານອາຫານຈະໄດ້ຮຽນຮູ້ສູດອາຫານທ້ອງຖິ່ນ ແລະ ສາກົນຫຼາກຫຼາຍຊະນິດຢູ່ເຮືອນຄົວທີ່ທັນສະໄໝຂອງໂຮງແຮມຝຶກປະຕິບັດ.

“ຂ້ອຍຍັງຈື່ມື້ທໍາອິດຂອງຂ້ອຍຢູ່ທີ່ໂຮງແຮມຝຶກປະຕິບັດແຫ່ງນີ້, ຂ້ອຍຕົກຕະລຶງໄປກັບເຄື່ອງໃຊ້ ແລະ ອຸປະກອນໃໝ່ໆທີ່ມີຢູ່ນີ້, ຍັງຈື່ຕອນທີ່ອາຈານສອນວິທີເຮັດແປ້ງພິດຊາ ແລະ ຈາກນັ້ນແນະນຳໃຫ້ພວກເຮົາທົດລອງເຮັດດ້ວຍຕົວເອງ”, ນາງ ຄໍາໃບ ວົງສົດສະຫວັນ, ນັກສຶກສາຈົບໃໝ່ສາຂາການການປຸງແຕ່ງອາຫານ ແລະ ການບໍລິການອາຫານ-ເຄື່ອງດື່ມ ເລົ່າຄືນປະສົບການຂອງຕົນຢ່າງກະຕືລືລົ້ນ. ໂຮງແຮມຝຶກປະຕິບັດໄດ້ມອບຄວາມຕື່ນເຕັ້ນແກ່ເສັ້ນທາງອາຊີບທີ່ພວກເຂົາເລືອກ ບໍ່ພຽງແຕ່ສະເພາະ ນາງ ຄໍາໃບ ເທົ່ານັ້ນ, ແຕ່ຍັງໄດ້ມອບໃຫ້ແກ່ບັນດາເພື່ອນຮ່ວມຫ້ອງຮຽນຂອງລາວອີກຫຼາຍຄົນ. “ໃນແຕ່ລະມື້ ແລະ ສໍາລັບລູກຄ້າແຕ່ລະຄົນແມ່ນຈະແຕກຕ່າງກັນ, ເຈົ້າຈະບໍ່ຮູ້ໄດ້ເລີຍວ່າຈະລູກຄ້າຈະຂໍຫຍັງນໍາເຮົາແດ່”, ກ່າວໂດຍ ບຸນຕາ ບຸນປານີ, ຜູ້ທີ່ໄຝ່ຝັນຢາກເປັນຜູ້ປະກອບການທ່ອງທ່ຽວ ແລະ ຖືກມອບໝາຍໃຫ້ຮັບຜິດຊອບວຽກງານຕ້ອນຮັບແຂກທີ່ໂຮງແຮມຝຶກປະຕິບັດ.“ແຕ່ຂ້ອຍຢາກກຽມຕົວໃຫ້ດີທີ່ສຸດເທົ່າທີ່ຂ້ອຍສາມາດເຮັດໄດ້, ເຊັ່ນວ່າ ຂ້ອຍໃຊ້ເວລາວ່າງຂອງຂ້ອຍຄົ້ນຄວາກ່ຽວກັບສະຖານທີ່ ແລະ ຈຸດທ່ອງທ່ຽວໃໝ່ຫຼ້າສຸດທີ່ມີຢູ່ໃນ ແລະ ອ້ອມຮອບເມືອງວັງວຽງ, ເພື່ອວ່າຂ້ອຍສາມາດແນະນໍາແກ່ລູກຄ້າໄດ້.”

ເຖິງວ່າໂຮງແຮມຝຶກປະຕິບັດຈະມີການຈ້າງນັກສຶກສາເກົ່າຂອງວິທະຍາໄລມາເປັນຜູ້ຊ່ວຍສອນນັກສຶກສາໃໝ່, ແຕ່ນັກສຶກສາຫຼາຍຄົນກໍ່ຫວັງທີ່ຈະຊອກວຽກໃນຂະແໜງການທ່ອງທ່ຽວ ແລະ ການບໍລິການຢູ່ໃນ ແລະ ອ້ອມຮອບເມືອງວັງວຽງ ເພື່ອໃຫ້ສາມາດເພິ່ງພາຕົນເອງໄດ້ຫຼາຍຂຶ້ນ ແລະ ຊ່ວຍຄອບຄົວດ້ວຍລາຍຮັບຂອງຕົນ. ແລ້ວທັດສະນະຂອງພວກເຂົາເດ? ແມ່ນອອກມາໃນແງ່ບວກເລີຍ. ‘ຂ້ອຍຄິດວ່າບັນດາທຸລະກິດຕ່າງໆຈະຊອກຫາຄົນທີ່ເຕັມໃຈ ຕັ້ງໜ້າເຮັດວຽກ. ຖ້າເຈົ້າເປັນມືອາຊີບທີ່ດີເລີດ, ທຸລະກິດຕ່າງໆຈະຫາວິທີຮັບເຈົ້າເຂົ້າເຮັດວຽກເອງ’’, ນາງ ຄໍາໃບ ກ່າວດ້ວຍຄວາມໝັ້ນໃຈ. ສໍາລັບຜູ້ທີ່ຢາກປະກອບສ່ວນຊ່ວຍສ້າງກຸ່ມຜູ້ຊ່ຽວຊານດ້ານການທ່ອງທ່ຽວໜຸ່ມນ້ອຍຂອງປະເທດລາວໃນຕໍ່ໜ້າ, ການມາພັກເຊົາ, ຈັດກອງປະຊຸມ ຫຼື ກິນອາຫານຢູ່ທີ່ໂຮງແຮມຝຶກປະຕິບັດຈະເປັນໜຶ່ງວິທີທີ່ດີທີ່ສຸດທີ່ຈະຊ່ວຍໄດ້. ໂຮງແຮມຝຶກປະຕິບັດມີຫ້ອງພັກໄວ້ໃຫ້້ບໍລິການ ລາຄາເລີ່ມຕົ້ນທີ່ 150,000 ກີບຕໍ່ຄືນ ສຳລັບ 2 ທ່ານ ລວມອາຫານເຊົ້າ, ເຊິ່ງປະກອບດ້ວຍຫ້ອງພັກອັນມີສະເໜ່ 6 ຫ້ອງ ທີ່ມີລະບຽງສ່ວນຕົວ, ຫ້ອງນໍ້າ, ເຄື່ອງປັບອາກາດ, ໂທລະພາບຈໍ LCD, WiFi, ແລະ ມີອຸປະກອນເຮັດຊາ/ກາເຟ ໃຫ້ນໍາໃຊ້ໂດຍບໍ່ເສຍຄ່າໃຊ້ຈ່າຍ. ສໍາລັບຮ້ານອາຫານຂອງໂຮງແຮມຝຶກປະຕິບັດເອງກໍ່ນໍາໃຊ້ແຕ່ສ່ວນປະກອບທີ່ສົດທີ່ສຸດເພື່ອນໍາມາປຸງແຕ່ງອາຫານອັນແຊບຊ້ອຍທັງແບບສາກົນ ແລະ ອາຫານທ້ອງຖິ່ນ.

ນອກນັ້ນ, ໂຮງແຮມຝຶກປະຕິບັດຍັງສາມາດຮອງຮັບການຈັດກອງປະຊຸມ ແລະ ງານອີເວັ້ນຕ່າງໆ ທີ່ສາມາດຈັດແຈງໃຫ້ແທດເໝາະກັບຄວາມຕ້ອງການຂອງທ່ານໄດ້, ເຊິ່ງມີຕົວເລືອກວິທີການຈັດງານແບບຕ່າງໆໃຫ້ໄດ້ເລືອກໃຊ້ ແລະ ສາມາດຈັດກອງປະຊຸມໄດ້ສູງສຸດເຖິງ 50 ຄົນ ແລະ ສາມາດຈັດຫ້ອງຮັບປະທານອາຫານ/ຫ້ອງປະຊຸມສ່ວນຕົວໄດ້ເຖິງ 30 ຄົນ.

ໂຮງແຮມຝຶກປະຕິບັດ ແມ່ນໄດ້ຮັບການສະໜັບສະໜູນຈາກໂຄງການທັກສະ ສຳລັບວຽກງານທ່ອງທ່ຽວ (ລາວ/029), ສົມທົບທຶນໂດຍ ລັດຖະບານ ສປປ ລາວ, ໄດ້ຮັບການຊ່ວຍເຫຼືອລ້າຈາກປະເທດ ລຸກຊໍາບວກ ແລະ ສະວິດເຊີແລນ ແລະ ຈັດຕັ້ງປະຕິບັດໂດຍກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ອົງການຮ່ວມມືເພື່ອການພັດທະນາ ລຸກຊໍາບວກ (LuxDev).

ຂໍ້ມູນເພີ່ມເຕີມ:
ໂຮງແຮມຝຶກປະຕິບັດ, ເມືອງ ວັງວຽງ ໂທ: +856 30 522 1052
ອີເມລ: theacademytraininghotel@gmail.com
facebook: @TheAcademy.VangVieng

ແປ ແລະ ຮຽບຮຽງໂດຍ ວິໄລສອນ ເຫຼື້ອງ
ຮູບໂດຍ ໂຄງການທັກສະ ສຳລັບວຽກງານທ່ອງທ່ຽວ (ລາວ/029)

LaosThe Academy VangViengVangvieng
Share

Previous

[:en]A New Future for Ancient Heritage[:la]ອະນາຄົດໃໝ່ທີ່ມອບໃຫ້ແກ່ມໍລະດົກອັນເກົ່າແກ່[:]

Next

[:en]Travel to Eat. Eat to Live. Love to Travel.[:la]ທ່ອງທ່ຽວເພື່ອກິນ. ກິນເພື່ອຢູ່. ຢູ່ເພື່ອທ່ອງທ່ຽວ.[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເມືອງແຫ່ງສີສັນ, ເມືອງແຫ່ງຄວາມສັດທາ
  • (English) SAYABOURY’S ELEVEN DISTRICT
  • ສະຖານທີ່ໂດດເດັ່ນຂອງ ໄຊຍະບູລີ
  • ບຸນປະເພນີ ປີໃໝ່ລາວ
  • ລາວຍືນຍາວ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

ທຸລະກິດ, Stay
Feb 13, 2020

(English) Rest Assured

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
ອາຫານ
Nov 14, 2022

ລົດຊາດແຫ່ງໂຊກລາບ

ປະສົມປະສານລົດຊາດແບບລາວໆເຂົ້າໄປໃນເຂົ້າຜັດຈົນສາມາດງັດເອົາໄຊຊະນະມາຄອງໄດ້ ເຊຟ ສິດທະສອນ ພົມມະຈັນ ເປັນພໍ່ຄົວທີ່ຍິ້ມງ່າຍ...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top