ລົດຊາດແຫ່ງໂຊກລາບ

Author:

Category:

spot_img

ປະສົມປະສານລົດຊາດແບບລາວໆເຂົ້າໄປໃນເຂົ້າຜັດຈົນສາມາດງັດເອົາໄຊຊະນະມາຄອງໄດ້
ເຊຟ ສິດທະສອນ ພົມມະຈັນ ເປັນພໍ່ຄົວທີ່ຍິ້ມງ່າຍ ແລະ ມີປະກາຍຄວາມອ່ອນນ້ອມຖ່ອມ​ຕົນຢູ່ຮອບໆຕົວລາວ​. ເຊຟ ສິດທະສອນ ໄດ້ຄວ້າໄຊຊະນະຈາກການແຂ່ງຂັນປຸງແຕ່ງອາຫານເພື່ອສຸຂະພາບ ‘ເລືອກ, ລ້າງ, ຮັກສາ’ ທີ່ ງານ ສຸຂະພາບໜຶ່ງດຽວ ໂຮງແຮມ ຄຣາວ ພລາຊາ ນະຄອນຫຼວງວຽງຈັນ, ແຕ່ເພິ່ນກໍ່ຍັງຄິດວ່າເປັນເລື່ອງທີ່ບໍ່ໜ້າເຊື່ອຢູ່ເລີຍ.
“ຂ້ອຍຮູ້ສຶກຕນເຕັ້ນໃນຊ່ວງການແຂ່ງຂັນ ແລະ ຮູ້ໂຕດີວ່າມີພໍ່ຄົວແມ່ຄົວປະສົບການສູງຈາກຮ້ານອາຫານດັງຫຼາຍແຫ່ງມາເປັນຜູ້ເຂົ້າຮ່ວມແຂ່ງຂັນໃນງານນີ້. ເອົາແທ້ໆແລ້ວຂ້ອຍບໍ່ຄິດເລີຍວ່າອາຫານເມນູບ້ານໆຂອງຂ້ອຍຈະມີໂອກາດຊະນະ,” ເຊຟເລົ່າສູ່ຂ້ອຍຟັງຕອນທີ່ໄປພົບ ເຊຟ ທີ່ຮ້ານ ແຂກຊວນຊີມ ຂອງເພິ່ນໃນຊ່ວງເຊົ້າທີ່ແດດສົດໃສ.

ເມນູທີ່ເຊຟສ້າງສັນຂຶ້ນມາແມ່ນການນໍາເອົາເຂົ້າຜັດແບບທໍາມະດາທົ່ວໄປມາປັບໃຫ້ເປັນແບບທີ່ດີຕໍ່ສຸຂະພາບ ແລະ ມີລົດຊາດແຊບຊ້ອຍແປກໃໝ່ຍິ່ງຂຶ້ນ. ເຊຟ ສິດທະສອນ ເລືອກໃຊ້ເຂົ້າກ້ອງທີ່ຜ່ານກໍາມະວິທີປຸງແຕ່ງໜ້ອຍໆທັງມີເສັ້ນໄຍອາຫານ ແລະ ມີຄ່າດັດຊະນີນໍ້າຕານທີ່ຕໍ່າກວ່າເຂົ້າຂາວ. ເນື່ອງຈາກບໍ່ມີການບໍ່ໃສ່ຊີ້ນເລີຍ, ດັ່ງນັ້ນ ລົດຊາດຂອງຜັກ ແລະ ສະໝຸນໄພຕ່າງໆທີ່ໃຊ້ກໍ່ຍິ່ງມີຄວາມໂດດເດັ່ນຂຶ້ນມາທັນທີ.
ເມນູເຂົ້າຜັດຂອງ ເຊຟ ສິດທະສອນ ມີສ່ວນປະກອບທີ່ໜ້າແປກຕາເຊັ່ນ ຖົ່ວຍາວ ແລະ ໝາກເຜັດໃຫຍ່ ພ້ອມນັ້ນຍັງມີການເພີ່ມສ່ວນປະສົມຂອງລາບ ເຊັ່ນ: ຂ່າ, ຫົວສິງໄຄ, ໃບຂີ້ຫູດ ແລະ ເຂົ້າຂົ້ວ ເຂົ້າໄປ ແລະ ບໍ່ໝົດເທົ່ານັ້ນ ເມນູແຂ່ງຂັນຂອງເຊຟຍັງໃຊ້ສ່ວນປະກອບທີ່ໜ້າປະຫຼາດໃຈກໍ່ຄື ຂີ້ໝິ້ນ ທີ່ມີສັບພະຄຸນຕ້ານການອັກເສບ ແລະ ທັງເປັນສານຕ້ານອະນຸມູນອິດສະຫຼະ. ສ່ວນປະກອບຕ່າງໆເຫຼົ່ານີ້ປະສົມປະສານເຂົ້າກັນຢ່າງລົງຕົວສົມບູນແບບ, ເຮັດໃຫ້ອາຫານມີສີສັນທີ່ຫຼາກຫຼາຍ ແລະ ມອບລົດຊາດແບບຕິດດິນຍິ່ງຂຶ້ນໄປອີກ.
ລາບ ແມ່ນອາຫານປະຈໍາຊາດຂອງລາວ, ແຕ່ຄໍາດັ່ງກ່າວສາມາດຕີໄດ້ອີກສອງຄວາມໝາຍຄື – ໂຊກດີ ຫຼື ໂຊກລາບ ນັ້ນເອງ – ດັ່ງນັ້ນ ເຊຟ ສິດທະສອນ ຈຶ່ງໄດ້ຕັ້ງຊື່ເມນູນີ້ແບບຂີ້ຫຼນວ່າ: ເຂົ້າຜັັດໂຊກລາບ.
“ສໍາລັບອາຫານແລ້ວ ສິ່ງທີ່ຜູ້ຄົນຈະຮັບຮູ້ໄດ້ກ່ອນສິ່ງທີ່ເຂົາເຈົ້າເຫັນ, ສະນັ້ນ ຂ້ອຍຈຶ່ງຢາກເຮັດໃຫ້ມັນເບິ່ງອອກມາງົດງາມທີ່ສຸດເທົ່າທີ່ຈະເປັນໄປໄດ້. ຂ້ອຍໄດ້ເພີ່ມຜັກຈໍາພວກໝາກເຜັດໃຫຍ່ເພື່ອເພີ່ມສີສັນ, ເພີ່ມຖົ່ວຍາວ ແລະ ຖົ່ວພູເພີ່ມລົດສຳັດໃຫ້ມີຄວາມກຸບກອບ,” ລາວກ່າວຕື່ມ.
ແນວຄວາມຄິດ ສຸຂະພາບໜຶ່ງດຽວໃນດ້ານຂອງການສົ່ງເສີມໃຫ້ບໍລິໂພກອາຫານປອດສານພິດ, ທີ່ດີຕໍ່ສຸຂະພາບ, ປູກຢູ່ຕາມທ້ອງຖິ່ນ ແລະ ເປັນອາຫານຕາມລະດູການ ເປັນແນວທາງທີ່ ເຊຟ ສິດທະສອນ ປະຕິບັດມາຕະຫຼອດໃນ ການປຸງແຕ່ງອາຫານຂອງເພິ່ນ ກ່ອນທີ່ຈະເຂົ້າຮ່ວມໃນການແຂ່ງຂັນຄັ້ງນີ້ອີກ. ລາວຮັບຮູ້ວ່າສ່ວນປະກອບສ່ວນໃຫຍ່ ໂດຍສະເພາະສະໝຸນໄພທີ່ໃຊ້ໃນອາຫານລາວແມ່ນມີສັບພະຄຸນເປັນຢາ ເຊິ່ງເຊຟເອງກໍ່ພະຍາຍາມເນັ້ນຢໍ້າຈຸດດັ່ງກ່າວເວລາເຮັດອາຫານຢູ່ສະເໝີ.
“ຂ້ອຍບໍ່ໃສ່ຮອດແປ້ງນົວເລີຍ ເວັ້ນເສຍແຕ່ວ່າລູກຄ້າຂໍ,” ລາວເວົ້າຂຶ້ນມາຕອນທີ່ຂ້ອຍສັງເກດເຫັນວ່າເຄື່ອງປຸງທີ່ໃຊ້ໃນເຂົ້າຜັດຂອງເຊຟມີພຽງສາມຢ່າງຄື: ເກືອ, ນໍ້າຕານທີ່ບໍ່ໄດ້ຜ່ານການຂັດສີ (ຍ້ອນດີຕໍ່ສຸຂະພາບກວ່ານໍ້າຕານຂາວ), ແລະ ສະອີ້ວ.

ໃນລະຫວ່າງການແຂ່ງຂັນ, ທີ່ເຕັມໄປດ້ວຍສຽງໝໍ້ຕົ້ມ ແລະ ໝໍ້ຈືນ, ສຽງຝົນມີດສຽດສີກັນ ແລະ ສຽງການຂົ້ວຜັກຂອງຜູ້ເຂົ້າຮ່ວມແຂ່ງຂັນ ປະຈວບກັບສາຍຕາທີ່ຈັບຈ້ອງຢູ່ຂອງຜູ້ຄົນ, ຂ້ອຍຍັງຈື່ໄດ້ເລີຍວ່າ ເຊຟ ສິດທະສອນ ທີ່ກໍາລັງລົງມືເຮັດອາຫານແມ່ນປຽບໄດ້ປານຄົນກໍາລັງນັ່ງສະມາທິຢູ່. ເຖິງວ່າລາວຈະບອກວ່າຮູ້ສຶກກົດດັນ, ແຕ່ຂ້ອຍກໍ່ປະຫຼາດໃຈທີ່ໃນຕົວຈິງແລ້ວ ລາວຕັ້ງໃຈປຸງແຕ່ງອາຫານຢ່າງບໍ່ສົນຟ້າສົນຝົນ, ເກືອບວ່າບໍ່ແນມບໍ່ສົນໃຈຄົນອ້ອມຂ້າງເລີຍ.
ບັນດາຜູ້ເຂົ້າຮ່ວມແຂ່ງຂັນດ່ັງກ່າວແມ່ນຖືກຕັດສິນດ້ວຍເກນໃຫ້ຄະແນນຕ່າງໆເຊັ່ນ: ການຮັກສາຄວາມສະອາດ, ການນຳສະເໜີ, ລົດຊາດ, ຄວາມຄິດສ້າງສັນ, ວິທີການປຸງແຕ່ງ ແລະ ຄຸນຄ່າທາງໂພຊະນາການຂອງອາຫານ, ແລະ ເຊຟ ສິດທະສອນ ເອງກໍ່ໄດ້ເອົາໃຈໃສ່ຢ່າງເຕັມທີ່ເພື່ອຮັບປະກັນວ່າເມນູແນວຄິດປະດິດສ້າງອັນງ່າຍໆຂອງຕົນຈະອອກມາໃນຮູບແບບທີ່ມີລາຄາບໍ່ແພງ ແລະ ດີຕໍ່ສຸຂະພາບ. ການສັງເກດເບິ່ງລາວຊອຍຜັກທີ່ລຽງກັນເປັນສາຍຍາວຢູ່ເທິງຂຽງ ປຽບໄດ້ດັ່ງນັກແຕ້ມທີ່ກໍາລັງຈັດລຽງປະສົມສີທີ່ສະແດງເຖິງການໃຫ້ຄວາມສໍາຄັນ, ຄວາມເຄົາລົບຕໍ່ສ່ວນປະກອບທີ່ໃຊ້ ແລະ ຕໍ່ຜະລິດຕະພັນທີ່ເຊຟສັນສ້າງຂຶ້ນມາ. ນອກເໜືອນັ້ນ ລາວຍັງໄດ້ປະດັບອາຫານຈານນີ້ດ້ວຍຜັກສົດ ແລະ ໝາກນາວຕັດເປັນປ່ຽງໜຶ່ງປ່ຽງເຊິ່ງຈະຊ່ວຍເພິ່ມລົດຊາດ ແລະ ການດູດຊຶມທາດເຫຼັກທີ່ຢູ່ໃນອາຫານອີກດ້ວຍ.
“ຂ້ອຍມັກທີ່ຈະເຮັດໃຫ້ຜູ້ຄົນມີຄວາມສຸກໄປກັບອາຫານຂອງຂ້ອຍ. ຂ້ອຍດີໃຈຫຼາຍທີ່ໄດ້ຊະນະການແຂ່ງຂັນອັນມີກຽດນີ້ ແລະ ຍິ່ງໄປກວ່ານັ້ນ ຂ້ອຍຮູ້ສຶກຕື້ນຕັນທີ່ບັນດາກໍາມະການຜູ້ຕັດສິນ ແລະ ທີມງານຂອງ ສະຫະພາບ ເອີຣົບ ຈະມາຮັບປະທານອາຫານທີ່ຮ້ານຂອງຂ້ອຍໄວໄວນີ້ີ້, ຂ້ອຍຕັ້ງໜ້າຕັ້ງຕາທີ່ຈະໄດ້ຮັບຕ້ອນພວກເພິ່ນເຕັມທີ່,” ລາວກ່າວເສີມຢ່າງຕື້ນຕັນ.

ບົດຄວາມນີ້ແມ່ນໄດ້ຂຽນ ແລະ ອອກແບບ ໂດຍຄູ່ຮ່ວມງານໃນການຈັດຕັ້ງປະຕິບັດ ແລະ ເປັນຜູ້ຮັບຜິດຊອບໂດຍກົງຕໍ່ກັບເນື້ອຫາດັ່ງກ່າວ ໂດຍໄດ້ຮັບທຶນສະໜັບສະໜູນຈາກ ສະຫະພາບ ເອີຣົບ.

ຂໍ້ມູນເພີ່ມເຕີມ
ຮ້ານແຂກຊວນຊີມ ຕັ້ງຢູ່ທີ່ ບ້ານ ໜອງບອນ, ນະຄອນຫຼວງວຽງຈັນ fb.com/khegsuansim
ຮຽນຮູ້ເພີ່ມເຕີມກ່ຽວກັບຫຼັກການ ສຸຂະພາບໜຶ່ງດຽວໄດ້ທີ່ fb.com/onehealthlaos

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ
ຮູບໂດຍ ພູນຊັບ ເທບວົງສາ

Read More

Related Articles