ເພີ່ມຄວາມຫວານ,​ ເພີ່ມຄວາມສົດຊື່ນໃຫ້ຊີວິດ

Author:

Category:

spot_img

ເວົ້າເຖິງວັດທະນະທຳການກິນຂອງຄົນລາວ, ຫຼັງກິນອາຫານຄາວແລ້ວກໍຈະມັກກິນອາຫານຫວານ. ຕົວເມືອງວຽງຈັນມີຂອງຫວານຫຼາຍຢ່າງນັບຈາກນຳ້ຫວານຖົ່ວດຳ, ເຂົ້າລອດຊ່ອງ, ເຂົ້າໜົມຖ້ວຍຊື່ດັງຢູ່ຕະຫຼາດກາງຄືນແຄມຂອງ ໄປຈົນຮອດກະແລ້ມ ອາແປະ ທີ່ຢູ່ຄູ່ວຽງຈັນມາຫຼາຍສິບປີ. ນອກນີ້ຍັງມີຮ້ານຂອງຫວານຕ່າງປະເທດ ທີ່ເປີດຂຶ້ນຢ່າງຫຼວງຫຼາຍໃຫ້ເຮົາໄດ້ເລືອກຊີມເຊັ່ນ:

ຮ້ານຂອງຫວານແບບໄທ:

ບ້ານຕົ້ນມະລິເຄັກ: ບ້ານຕົ້ນມະລິເປັນຮ້ານອາຫານຕາມສັ່ງ ແຕ່ທີ່ດັງກວ່າອາຫານກໍຄື ເຄັກທີ່ເມຍເຈົ້າຂອງຮ້ານເປັນຄົນເຮັດເອງ. ເພິ່ນໄດ້ໄປຮຽນເຮັດເຄັກທີ່ປະເທດໄທ ແລະ ນໍາເອົາປະສົບການມາປຸງແຕ່ງອອກເປັນເຄັກເນື້ອນຸ້ມ. ເຄັກທີ່ເປັນທີ່ນິຍົມຫຼາຍທີ່ສຸດແມ່ນເຄັກໝາກພ້າວ, ເຄັກໂອຣິໂອ ແລະ ເຄັກຊາຂຽວ.

ຮ້ານອັນເດີ້ ເດິ ທຣີ: ຮ້ານເຄັກເຊື້ອສາຍອຸດອນ ທີ່ຫາກໍ່ມາເປີດສາຂາຢູ່ລາວ ມີເຄັກແບບໃໝ່ມາໃຫ້ລອງເລື້ອຍໆ. ຜ່ານປະຕູຮ້ານສີແດງ, ທ່ານຈະພົບກັບຮ້ານທີ່ຕົກແຕ່ງຢ່າງໜ້າຮັກ ດ້ວຍບັນຍາກາດອົບອຸ່ນຄືກິນຢູ່ເຮືອນ. ຂອງຫວານທີ່ທາງຮ້ານພູມໃຈນໍາສະເໜີ ແມ່ນ ເຄຣັບຄາຣາເມວໝາກພ້າວ ເສີບພ້ອມວິບຄີມສົດ.

ຮ້ານຂອງຫວານຍີ່ປຸ່ນ – ເກົາຫຼີ:

ຮ້ານ ຄາເຟ່ ຄຣີມ: ເປັນຮ້ານຂອງຫວານສະໄຕລ໌ເກົາຫຼີ, ການຕົກແຕ່ງຂອງຮ້ານແມ່ນມີກິ່ນອາຍແບບລັອບ ດ້ວຍແກ້ວໃສຂັ້ນດ້ວຍເຫຼັກສີດຳ ຕັດກັນຢ່າງລົງຕົວກັບປະຕູສີແດງເຂັ້ມ. ທາງຮ້ານໄດ້ນໍາສະເໜີ  “ຫິມະທຳອິດໃນວຽງຈັນ” ເຊິ່ງກໍຄື ບິງຊູ, ກະແລ້ມເກັດນຳ້ກ້ອນ ເຊິ່ງເຮັດຈາກນົມສົດ ຕົບແຕ່ງດ້ວຍທັອປປິ້ງຕ່າງໆຊັ່ນ: ສະຕໍເບີລີ້, ຊາຂຽວ ແລະ ຖົ່ວແດງ. ຖ້າຫາກມື້ໃດຮ້ອນໆ, ເຮົາຂໍເຊີນທ່ານມາກິນ “ຫິມະ” ທີ່ຮ້ານນີ້ໄດ້ເລີຍ.

ຮ້ານ ໂຕກຽວ ເຄັກ: ເປັນຮ້ານທີ່ເສີບເຄັກຍີ່ປຸ່ນແທ້ໆ ເຊິ່ງເຮັດໂດຍຊ່າງເຮັດເຄັກຄົນຍີ່ປຸ່ນ. ລູກຄ້າສ່ວນຫຼາຍແມ່ນຕິດໃຈກັບເຄັກຟອງນໍ້າ ເຊິ່ງເປັນສັນຍາລັກຂອງຮ້ານ ທີ່ມີຄວາມນຸ້ມ, ເບົາ ແລະ ລົດຫວານແບບພໍດີຂອງວິປຄຣີມ, ແຕ່ງດ້ວຍໝາກໄມ້ສົດ ເຊິ່ງຈະເຮັດໃຫ້ທ່ານຮູ້ສຶກສົດຊື່ນຂຶ້້ນທັນທີ.​ ນອກຈາກນັ້ນ, ທາງຮ້ານກໍຍັງມີພຸດດິ້ງນົມຄັດສະຕາດແບບຍີ່ປຸ່ນ ແລະ ມູດໝາກໄມ້.

ຮ້ານກະແລ້ມ

ຮ້ານກະແລ້ມ ອາແປະ: ເປັນຮ້ານກະແລ້ມນ້ອຍໆ ຕັ້ງຢູ່ແຄມທາງເຈົ້າອານຸ ທີ່ມີກະແລ້ມກະທິດັ້ງເດີມໃສ່ເຂົ້າໜຽວໃນຈວຍກອບ ຫຼື ຖ້ວຍເຫຼັກທີ່ເຮົາຄຸ້ນເຄີຍເປັນຢ່າງດີ. ເຈົ້າຂອງຮ້ານຍັງໄດ້ເອົາເຜືອກ ແລະ ຊັອກໂກແລັດມາເພີ່ມຄວາມຫຼາກຫຼາຍໃຫ້ກັບລູກຄ້າ.

ຮ້ານກະແລ້ມ ສະວີດມູ: ຕັ້ງຢູ່ຂ້າງນໍ້າພຸ ແລະ ມີສາຂາຢູ່ວຽງຈັນເຊັນເຕີ້. ຮ້ານຕົບແຕ່ງດ້ວຍໄຟສີເຫຼືອງ ຕັດກັບການຕົບແຕ່ງແບບເຣໂທຣສີດຳ ເຊິ່ງໃຫ້ບໍລິການຂອງຫວານ ແລະ ກະແລ້ມຫຼາກຫຼາຍລົດຊາດ. ຂໍແນະນໍາໃຫ້ທ່ານລອງ ຮັນນີ້ໂທດ ຫຼື ເຂົ້າຈີ່ກອບໃສ່ນຳ້ເຜິ້ງ, ໝາກກ້ວຍ ແລະ ກະແລ້ມ.

 ຮ້ານກະແລ້ມ ເລີບ ໄລ້: ເປັນຮ້ານທີ່ຂາຍເຄັກ, ຂວງຫວານ ແລະ ກະແລ້ມ. ກ່ອນທີ່ຈະເປີດຮ້ານຄາເຟ່, ເພິ່ນໄດ້ເຮັດກະແລ້ມ ແລະ ສົ່ງຂາຍໃຫ້ບັນດາຮ້ານຢູ່ວຽງຈັນ ຕັ້ງແຕ່ປີ 2012. ຂອງຫວານທີ່ທາງຮ້ານແນະນໍາແມ່ນ ເລດີ ເບີລີ້ ຊັນເດ, ເຊິ່ງແມ່ນກະແລ໋ມເບີລີ້ ຕົກແຕ່ງດ້ວຍວິບຄີມ, ຄຸກກີ້ລົດຊັອກໂກແລັດ ແລະ ຊອດສະຕໍເບີລີ້ ທີ່ມີຍອດຂາຍສູງສຸດໃນຮ້ານ.

ຮ້ານ ເຈເຣມີ ຄາເຟ່: ເປັນຮ້ານຄາເຟ່ຂອງຊ່າງເຮັດເຂົ້າໜົມຊື່ດັງ, ເຈເຣມີ ເຮີຊັອກ. ເພິ່ນໄດ້ສັນສ້າງ ແລະ ເລີ່ມຕົ້ນອົບເຂົ້າຈີ່ ແລະ ເຄັກ ທີ່ມີຄວາມເປັນເອກະລັກ ແລະ ແປກຕາ ເຊິ່ງເປັນທີ່ຖືກຕາ ຕ້ອງໃຈຄົນລາວ, ແລະ ຄົນຕ່າງປະເທດ. ເຂົ້າໜົມທີ່ຄົນມັກຊື້ຫຼາຍທີ່ສຸດແມ່ນ choux pastry ແລະ ເອແຄ ລົດຊັອກໂກແລັດ

ຮ້ານເບເກີລີ້ ບາຍ ບໍຣີດ: ເປັນຄາເຟ່ເປີດໃໝ່ໃນວຽງຈັນ ເຊິ່ງເຈົ້າຂອງຮ້ານມີເຊື້ອສາຍລາວ-ຝຣັ່ງ. ທາງຮ້ານຂາຍເຂົ້າໜົມອົບແບບຝຣັ່ງ, ຄຸກກີ້, ເຄັກຟອງນໍ້າ, ເມີແຣງ ແລະ ເຄັກຕ່າງໆ. ຮ້ານນີ້ມີບັນຍາກາດຮົ່ມເຢັນ ແລະ ງຽບສະຫງົບ ເໝາະແກ່ການໄປລົມວຽກ ຫຼື ພົບປະກັບໝູ່ເພື່ອນ.

ທີ່ວຽງຈັນຍັງມີຮ້ານເຄັກ ແລະ ຮ້ານຂອງຫວານອີກຫຼາຍຮ້ານທີ່ລໍຖ້າໃຫ້ທ່ານໄປລິ້ມລອງ. ເມື່ອທ່ານອ່ານຈົບແລ້ວ ຂໍເຊີນທ່ານໄປເລືອກເພີ່ມຄວາມຫວານໃຫ້ຊີວິດທ່ານໄດ້ເລີຍ!

Read More

Related Articles