Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ການບິນລາວ

ຄວາມຝັນຈາກແດນໄກ

posted by Mai
Jul 1, 2018 5051 1 0
Share

ເວລາທີ່ເຮົາເດີນທາງໄປກັບການບິນລາວ, ເຮົາກໍອາດຈະຄິດວ່າພະນັກງານຕ້ອນຮັບເທິງເຮືອບິນ ຫຼືທີ່ເຮົາມັກເອີ້ນກັນວ່າ ສາວແອ-ບ່າວແອ ເປັນຄົນລາວທັງໝົດ. ແຕ່ວ່າ ທີ່ສາຍການບິນລາວ ມີສາວແອຄົນໜຶ່ງທີ່ເປັນຄົນຕ່າງປະເທດທີ່ອາໄສຢູ່ລາວເພື່ອເຮັດວຽກກັບການບິນລາວ.

ຢຸນ ໂຊຣະ ເປັນໜຶ່ງໃນພະນັກງານຕ້ອນຮັບເທິງເຮືອບິນຂອງການບິນລາວທີ່ເປັນຄົນສັນຊາດເກົາຫຼີແລະ ເປັນພະນັກງານຕ່າງຊາດຄົນດຽວທີ່ອາໄສຢູ່ລາວເປັນປະຈໍາເພື່ອຮັບໃຊ້ຜູ້ໂດຍສານຢູ່ເທິງເຮືອບິນ. ຄອບຄົວຂອງໂຊຣະ ຍ້າຍມາຢູ່ລາວໃນປີ 2000 ເນື່ອງຈາກພໍ່ຂອງລາວໄດ້ຖືກຍ້າຍມາປະຈໍາການຢູ່ລາວ. ມັນຄ່ອນຂ້າງທີ່ຈະເປັນເລື່ອງຍາກສຳລັບເດັກນ້ອຍເກົາຫຼີຄົນໜຶ່ງທີ່ຈະປັບຕົວສູ່ສະພາບແວດລ້ອມໃໝ່ທີ່ບໍ່ມີຫຍັງຄ້າຍຄືບ່ອນເກົ່າເລີຍ.

“ມັນແຕກຕ່າງຈາກບ້ານເກີດຂອງຂ້ອຍຫຼາຍ. ວັດທະນະທຳຕ່າງກັນ, ການກິນການຢູ່ກໍຕ່າງກັນ ແລະ ຂ້ອຍບໍ່ສາມາດສື່ສານກັບໃຜໄດ້. ແລະ ໃນຕອນນັ້ນ, ຄົນເກົາຫຼີກໍບໍ່ຮູ້ຈັກປະເທດລາວເລີຍ” ກ່າວໂດຍ ໂຊຣະ.

ແຕ່ຫຼັງຈາກທີ່ຢູ່ໄປດົນໆ ໂຊຣະກໍສາມາດປັບຕົວໄດ້. ໂຊຣະໄດ້ເຂົ້າຮຽນໃນໂຮງຮຽນລາວ, ໂຮງຮຽນ ມັດທະຍົມສົມບູນວຽງຈັນ ແລະ ຮຽນລະດັບປະລິນຍາຕໍ່ທີ່ມະຫາວິທະຍາໄລແຫ່ງຊາດ.​ ຕອນນີ້, ໂຊຣະສາມາດເວົ້າອອກມາໄດ້ເຕັມປາກວ່າປະເທດລາວຄືບ້ານຂອງລາວຢ່າງແທ້ຈິງ. ລາວພູມໃຈທີ່ໄດ້ມາຢູ່ທີ່ລາວ ແລະ ລາວກໍໄດ້ສ້າງຄວາມພູມໃຈໃຫ້ຕົນເອງ ແລະ ຄອບຄົວໄດ້ອີກເມື່ອລາວໄດ້ຖືກເລືອກເປັນພະນັກງານຕ້ອນຮັບເທິງເຮືອບິນຂອງສາຍການບິນລາວ.

“ມັນເປັນຄວາມຝັນຂອງຜູ້ຍິງທຸກຄົນທີ່ຢາກເປັນສາວແອ. ຕອນທີ່ຂ້ອຍໄດ້ຍິນວ່າການບິນລາວເປີດເສັ້ນທາງບິນໃໝ່ໄປອິນຊອນ (ເກົາຫຼີ),​ ຂ້ອຍກໍເລີຍໄປສະໝັກທັນທີ.” ກ່າວໂດຍ ໂຊຣະ.

ໃນຕອນທຳອິດ, ໂຊຣະບໍ່ໄດ້ຖືກຄັດເລືອກຍ້ອນວ່າ ສາຍການບິນລາວຕ້ອງການພະນັກງານສັນຊາດລາວເທົ່ານັ້ນ, ແຕ່ໃນເວລາຕໍ່ມາ ເມື່ອການບິນລາວໄດ້ລະບຸວ່າຕ້ອງການພະນັກງານສັນຊາດເກົາຫຼີ, ລາວກໍເລີຍໄປສະໝັກອີກຄັ້ງ ແລະ ໄດ້ຖືກບັນຈຸເຂົ້າເປັນພະນັກງານເທິງເຮືອບິນ.

“ຝັນຂ້ອຍກາຍເປັນຈິງເມື່ອຂ້ອຍໄດ້ຍິນວ່າຂ້ອຍຖືກຄັດເລືອກ.” ກ່າວໂດຍ ໂຊຣະ.

ປະຈຸບັນ, ພະນັກງານສັນຊາດເກົາຫຼີແຫ່ງສາຍການບິນລາວມີຢູ່ 4 ຄົນ, ເຊິ່ງໂຊຣະກໍເປັນໜຶ່ງໃນນັ້້ນ ແຕ່ແຕກຕ່າງຢູ່ບ່ອນວ່າ ພະນັກງານຄົນອື່ນອາໄສຢູ່ເກົາຫຼີ ມີພຽງໂຊຣະຄົນດຽວທີ່ອາໄສຢູ່ໃນລາວ. ໂຊຣະເຮັດວຽກກັບສາຍການບິນລາວມາເປັນເວລາ 3 ປີ ແລ້ວ ແລະ ສາມາດເວົ້າພາສາອັງກິດ, ພາສາເກົາຫຼີ ແລະ ພາສາລາວໃນລະດັບດີຫຼາຍ, ດັ່ງເຈົ້າຂອງພາສາເອງ,  ເຮັດໃຫ້ລາວສາມາດໃຫ້ບໍລິການໄດ້ທັງເສັ້ນທາງບິນພາຍໃນ ແລະ ຕ່າງປະເທດ.

“ສິ່ງທີ່ຂ້ອຍມັກທີ່ສຸດໃນການເຮັດວຽກອາຊີບນີ້ກໍຄືການໄດ້ໄປທ່ອງທ່ຽວຫຼາຍໆບ່ອນ ແລະ ໄດ້ພົບກັບຜູ້ຄົນທີ່ມາຈາກຫຼາຍໆປະເທດ. ສະຖານທີ່ໆຂ້ອຍມັກທີ່ສຸດໃນລາວແມ່ນຫຼວງພະບາງ. ຂ້ອຍຮູ້ສຶກວ່າຫຼວງພະບາງເປັນສະຖານທີ່ສະຫງົບ ສວຍງາມ ແລະ ຄົນຫຼວງພະບາງກໍເປັນມິດຫຼາຍ.” ກ່າວໂດຍ ໂຊຣະ.

ແລະ ເມື່ອເຮົາຖາມໂຊຣະວ່າໃນອະນາຄົດເພິ່ນວາງແຜນຈະລົງຫຼັກປັກຖານຢູ່ໃສ, ເພິ່ນກໍຕອບວ່າ: “ຂ້ອຍວາງແຜນຈະຢູ່ທີ່ລາວເລີຍ ເພາະລາວຖືເປັນບ້ານຂອງຂ້ອຍແລ້ວ.”

 

ຂຽນໂດຍ​ CAMERON DARKE

ແປ ແລະ ຮຽບຮຽງໂດຍ ລັດສະໝີ ພອນວິໄລ

ຮູບໂດຍ ພູນຊັບ ເທວົງສາ

Lao Airlines flight attendantLaosSeoulSouth Korea
Share

Previous

[:en]Village Life in Northern Laos[:]

Next

[:en]Pachyderm’s Paradise[:la]ສະຫວັນຂອງຊ້າງ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ຂົວເຊື່ອມຕໍ່ບັນດາປະເທດ, ການສ້າງຝັນຮ່ວມກັນ
  • ຖ້ຳເລິກຜາຊັນ
  • ກ້າວໄປເທື່ອລະກ້າວສູ່ລາວຍືນຍາວ
  • ຊ່ວຍສັດປ່າເທົ່າກັບຊ່ວຍຊີວິດຂອງພວກເຮົາ
  • ຍິນດີຕ້ອນຮັບກັບຄືນສູ່ປະເທດລາວ!

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Save Wildlife
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

ການບິນລາວ, New
Sep 4, 2020

ບິນສຸດຂອບຟ້າ

ລົບກວນທ່ານແນະນໍາຕົນເອງຕໍ່ກັບບັນດາຜູ້ອ່ານຂອງພວກເຮົາ?...

Read More
0 0
ການບິນລາວ
Jan 15, 2018

(English) Lao Airlines launches mobile app

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
97 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top