ເຂົ້າ

Author:

Category:

spot_img

ຍ້ອນຫຍັງ “ເຂົ້າ” ຈິ່ງເປັນໄດ້ຫຼາຍກວ່າອາຫານໃນລາວ

ບົດ ແລະ ຮູບໂດຍ: ມິກ ຊິບເພັນ
ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

ຖືເປັນອາຫານຫຼັກຂອງຄົນລາວ. ເປັນເມັດພືດທີ່ຫຼໍ່ຫຼອມພູມມີທັດ ແລະ ວັດທະນະທໍາຂອງຊາດ. ຄວາມສໍາຄັນຂອງເຂົ້າທີ່ມີຕໍ່ຊີວິດຄົນລາວສະແດງອອກຢ່າງເດັ່ນຊັດໃນຄໍາເວົ້າ, ພາສາ ແລະ ສໍານວນທີ່ໃຊ້ໃນຊີວິດປະຈໍາວັນ. ຄໍາວ່າເຂົ້າບໍ່ໄດ້ເປັນສະເພາະພາສາພຽງຢ່າງດຽວ ແຕ່ຍັງເປັນອາຫານນໍາອີກ. ຍ້ອນແນວນີ້, ຈິ່ງບໍ່ແມ່ນເລື່ອງແປກ ເມື່ອພິຈາລະນາໂດຍສະເລ່ຍແລ້ວ ຄົນລາວບໍລິໂພກເຂົ້າປະມານ 171 ກິໂລກຼາມຕໍ່ຄົນ/ປີ, ເຊິ່ງກວມເກືອບ 70% ຂອງປະລິມານແຄລໍຣີ ແລະ ໂປຣຕີນທີ່ບໍລິໂພກເຂົ້າບໍ່ວ່າຈະເປັນເຂົ້າສຸກ ຫຼື ເຂົ້າປະເພດເສັ້ນ ລ້ວນແຕ່ປາກົດໃນພາເຂົ້າທຸກໆຄາບຂອງຄົນລາວໃນແຕ່ລະວັນ. 

 

ປະເທດລາວຕັ້ງຢູ່ໃກ້ເຂດພາກພື້ນທີ່ມີຊື່ສຽງໃນເລື່ອງຕົ້ນກໍາເນີດ ແລະ ການປູກເຂົ້າ ໂອໄຣຊາ ຊາຕິວາ (Oryza sativa), ຫຼື ເຂົ້າອາຊີ (ຊ່ວງປະມານ 6,000 ປີກ່ອນ), ແລະ ຍັງເປັນຕົ້ນກໍາເນີດຂອງເຂົ້າໜຽວ. ປັດຈຸບັນ, ລາວສາມາດຜະລິດເຂົ້າໄດ້ຫຼາຍກວ່າ 3 ລ້ານໂຕນຕໍ່ປີ,  ໂດຍໃຊ້ພື້ນທີ່ເພາະປູກຂະໜາດບໍ່ເກີນ 2 ເຮັກຕາ. ປະເທດລາວຍັງຂຶ້ນຊື່ວ່າມີຈໍານວນພັນເຂົ້າພື້ນເມືອງຫຼາຍທີ່ສຸດໃນໂລກ. ນັບແຕ່ປີ 1995 ຮອດ 2000, ມີການເກັບຕົວຢ່າງເຂົ້າຈໍານວນ 13,193 ຕົວຢ່າງ ເຊິ່ງເປັນຕົວແທນຂອງພັນເຂົ້າທັງໝົດ 3,160 ສາຍພັນທີ່ແຕກຕ່າງກັນໃນລາວ, ເຮັດໃຫ້ລາວກາຍເປັນບ່ອນເກັບກໍາເຂົ້າປູກທີ່ກວ້າງຂວາງຫຼາຍທີ່ສຸດ. ຄວາມຈິງແລ້ວ, ລາວໄດ້ປະກອບສ່ວນສະໜັບສະໜູນທະນາຄານເຊື້ອພັນເຂົ້າສາກົນ (International Rice Genebank) ເປັນອັນດັບສອງຂອງໂລກ. 

 

ການປູກເຂົ້າ

ໃນລະບົບກະສິກໍາ ສາມາດປູກເຂົ້າໄດ້ 3 ປະເພດ ຄື: ການເຮັດນາປີ, ນາແຊງ ແລະ ການເຮັດໄຮ່ ເນື່ອງຈາກເຂົ້າເປັນພືດທີ່ເຕີບໂຕໄວ. ການເຮັດນາປີ ຈະເລີ່ມຕົ້ນໃນຊ່ວງລະດູຝົນ ໂດຍສະເພາະຊ່ວງເດືອນພຶດສະພາ ຫາ ມິຖຸນາ ແລະ ເກັບກ່ຽວເຂົ້ານາປີຊ່ວງເດືອນຕຸລາ ຫາ ພະຈິກ ໂດຍຂຶ້ນຢູ່ກັບຄວາມສຸກຂອງພັນເຂົ້າທີ່ປູກ. ສໍາລັບການເຮັດນາແຊງ, ແມ່ນປູກເຂົ້າໃນຮອບສອງຂອງຊ່ວງເດືອນທັນວາ ເພື່ອໃຫ້ທັນເວລາເກັບກ່ຽວໃນເດືອນເມສາ ຫຼື ພຶດສະພາ. ສ່ວນການເຮັດໄຮ່, ຈະປູກເຂົ້າໃນເດືອນພຶດສະພາ ໃນພື້ນທີ່ຮາບພຽງ ແລະ ເນີນສູງທີ່ມີລັກສະນະເປັນຊັ້ນຂັ້ນໄດ ແລະ ເກັບກ່ຽວໃນເດືອນກັນຍາ ຫາ ຕຸລາ.

 

ເຂົ້າ ແລະ ວັດທະນະທໍາ 

ເຂົ້າສໍາລັບຄົນລາວ ບໍ່ໄດ້ເປັນພຽງອາຫານທີ່ຊ່ວຍຫຼໍ່ລ້ຽງຊີວິດ, ແຕ່ຍັງມີບົດບາດສໍາຄັນໃນພິທີທາງສາສະໜາ ແລະ ພິທີການໃນຊີວິດປະຈໍາວັນຕ່າງໆ.

 

ການຕັກບາດ

ພິທີໃສ່ບາດປະຈໍາວັນ ຫຼື ເອີ້ນກັນວ່າຕັກບາດຍັງຖືກປະຕິບັດກັນຢ່າງກວ້າງຂວາງໃນທົ່ວປະເທດລາວ. ພະສົງ-ສາມະເນນ ຈະທະຍອຍອອກຈາກວັດແຕ່ 5.30 ໂມງເຊົ້າ ແລະ ຍ່າງບິນທະບາດຕາມເສັ້ນທາງສາຍຕ່າງໆ. ຄົນສ່ວນໃຫຍ່ຈະນໍາເຂົ້າໜຽວມາໃສ່ບາດ ໂດຍສະເພາະເຂົ້າສຸກ, ສ່ວນເຂົ້າສານແມ່ນປາກົດເຫັນໃນພິທີກໍາທາງສາສະໜາອື່ນໆ. 

ການບາສີສູ່ຂວັນ

ພິທີການໃນຊີວິດປະຈໍາວັນທີ່ມັກພົບເຫັນເປັນປະຈໍາໃນລາວກໍແມ່ນ ພິທີບາສີສູ່ຂວັນ ຫຼືການເອີ້້ນຂວັນເຊິ່ງເປັນພິທີກໍາທີ່ປະສົມປະສານລະຫວ່າງ ຄວາມເຊື່ອກ່ຽວກັບຈິດວິນຍານ (ຂວັນ) ແລະ ຄວາມເຊື່ອເລື່ອງຜີ ເຂົ້າກັບສາສະໜາພຸດ. ຈຸດປະສົງຂອງພິທີບາສີສູ່ຂວັນ ກໍເພື່ອສ້າງຄວາມສາມັກຄີ ແລະ ປຸກລະດົມນໍ້າໃຈສາມັກຄີໃຫ້ແກ່ບຸກຄົນ, ກຸ່ມຄົນ ຫຼື ຊຸມຊົນ. ໃນລະຫວ່າງພິທີກໍາດັ່ງກ່າວ, ຜູ້ເຂົ້າຮ່ວມທຸກຄົນຈະຈັບເຊືອກຝ້າຍຂາວເຂົ້າກັນ, ຂະນະທີ່ໝໍພອນ (ຜູ້ອາວຸໂສທີ່ຜູ້ຄົນເຄົາລົບນັບຖື) ຈະທ່ອງບົດສູ່ຂວັນ-ບາສີ ເພື່ອເອີ້ນຂວັນໃຫ້ມາຢູ່ກັບເນື້ອກັບຄີງ. ພາຍຫຼັງທ່ອງບົດສູ່ຂວັນ-ບາສີສໍາເລັດແລ້ວ, ກໍຈະມີການຊິດນໍ້າມົນໃສ່ຜູ້ຄົນທີ່ເຂົ້າຮ່ວມ ພ້ອມຫວ່ານເມັດເຂົ້າສານຂຶ້ນເທິງອາກາດ, ກ່ອນທີ່ເຂົ້າສານຈະຟົ້ງກະເດັນຕົກລົງມາແບບກະແຈກກະຈາຍປານຫ່າຝົນໃສ່ຜູ້ຄົນໃນພິທີ.  

ບຸນເຂົ້າຈີ່

ໃນຊ່ວງກາງເດືອນກຸມພາຂອງທຸກໆປີ, ປະຊາຊົນທ້ອງຖິ່ນຈະມີການຈັດງານບຸນເຂົ້າຈີ່. ໃນຕອນເຊົ້າຂອງມື້ບຸນ, ບັນດາຮ້ານຂາຍຂອງກິນສຸກໃນຕະຫຼາດ ຈະເຕັມໄປດ້ວຍເຂົ້າໜຽວທີ່ປັ້ນເປັນກ້ອນ ໂດຍສຽບເຄິ່ງກາງດ້ວຍໄມ້ໄຜ່ທີ່ເຫຼົາລະອຽດດີ ກ່ອນຈະນໍາໄປປະສົມກັບໄຂ່ໄກ່ທີ່ປຸງລົດຊາດດ້ວຍນໍ້າປາແດກ ແລ້ວນໍາໄປປີ້ງເທິງເຕົາຖ່ານທີ່ພວມຕິດໄຟແດງໆ. ໃນເມື່ອກ່ອນ, ຜູ້ຄົນສ່ວນໃຫຍ່ຈະເຮັດເຂົ້າຈີ່ປະເພດນີ້ຢູ່ເຮືອນຂອງໃຜລາວ. ເຂົ້າຈີ່ທີ່ປີ້ງສຸກດີແລ້ວ ຈະນໍາໄປໃສ່ບາດຢູ່ວັດ ເພື່ອອຸທິດບຸນກຸສົນແກ່ບັນພະບຸລຸດຜູ້ລ່ວງລັບ ທີ່ຖ່າຍທອດຄວາມຮູ້ກ່ຽວກັບການປູກເຂົ້າ. ປະເພນີບຸນເຂົ້າຈີ່ ສືບເນື່ອງມາຈາກນິທານຄໍາສອນກ່ຽວກັບພຸດທະສາສະໜາ ໂດຍເລົ່າວ່າ ແຕ່ກີ້ແຕ່ກ່ອນມີແມ່ຍິງທຸກຍາກຄົນໜຶ່ງເຊິ່ງກິນເຂົ້າຈີ່ທຸກມື້, ເຖິງຈະທຸກຍາກລໍາບາກແຕ່ແມ່ຍິງຄົນນັ້ນກໍຍັງແບ່ງເຂົ້າຈີ່ໄປໃສ່ບາດໃຫ້ພະພຸດທະເຈົ້ານໍາ.

ບຸນປີໃໝ່ລາວ

ໃນຊ່ວງກາງເດືອນເມສາ, ກໍຈະມີງານບຸນປີໃໝ່ລາວ ເຊິ່ງສະເຫຼີມສະຫຼອງກັນຢ່າງຄຶກຄື້ນໃນທົ່ວປະເທດ ດ້ວຍການຫົດນໍ້າກັນຢ່າງມ່ວນຊື່ນຕັ້ງແຕ່ເຊົ້າຮອດຄໍ່າເປັນເວລາສາມວັນ. ບຸນປີໃໝ່ລາວ ຍັງເປັນຊ່ວງເວລາແຫ່ງການທໍາຄວາມສະອາດບ້ານເຮືອນ, ການລ້າງທໍາຄວາມສະອາດພະພຸດທະຮູບທັງຢູ່ເຮືອນ ແລະ ຢູ່ວັດ. ໃນການສະເຫຼີມສະຫຼອງງານບຸນດັ່ງກ່າວ, ຈະມີການສ້າງພະທາດຊາຍພາຍໃນບໍລິເວນວັດ ແລະ ແຄມຝັ່ງແມ່ນໍາ້ຂອງ. ມີຄວາມເຊື່ອວ່າ ເມັດຊາຍຈະຊ່ວຍປັດເປົ່າສິ່ງບໍ່ດີທັງມວນໃຫ້ຫາຍໜີໄປ. ມີການຕັກບາດ ແລະ ບູຊາດ້ວຍເຂົ້າໜຽວ ເຊິ່ງມັກຈະນໍາມາວາງໄວ້ທີ່ບໍລິເວນພະບາດຂອງພະພຸດທະຮູບ.

 

ບຸນບັ້ງໄຟ

ໃນຊ່ວງເດືອນພຶດສະພາ ແລະ ມິຖຸນາ, ບັນດາຊາວນາໃນທົ່ວປະເທດລາວ ຈະພາກັນຈັດງານສະເຫຼີມສະຫຼອງບຸນບັ້ງໄຟ. ກ່ອນເລີ່ມງານບຸນເປັນເວລາຫຼາຍວັນ, ຊາວບ້ານຈະມາເຕົ້າໂຮມກັນເພື່ອປະສົມດິນປືນ ແລະ ສ້າງບັ້ງໄຟຂະໜາດຕ່າງໆ ເຊິ່ງບາງອັນກໍມີຄວາມຍາວຫຼາຍແມັດ. ໃນອະດີດ, ວັດຖຸລະເບີດ (ດິນປືນ) ຈະຖືກບັນຈຸໃສ່ໃນບັ້ງໄມ້ໄຜ່ ກ່ອນທີ່ບັ້ງໄຟຈະຖືກຍິງຂຶ້ນຟ້າ ໂດຍມີຄວາມເຊື່ອທີ່ວ່າ ຈະຊ່ວຍແຈ້ງເຕືອນພະຍາຟ້າແຖນໃຫ້ສົ່ງນໍ້າຝົນລົງມາຍັງໂລກມະນຸດໃຫ້ທັນຕາມລະດູເຮັດນາ ເພື່ອຊ່ວຍໃຫ້ການເກັບກ່ຽວເຂົ້ານາປີໄດ້ຮັບໝາກຜົນດີ. 

ບຸນຫໍ່ເຂົ້າປະດັບດິນ 

ຄໍາວ່າຫໍ່ເຂົ້າປະດັບດິນໝາຍເຖິງ ການຫໍ່ເຂົ້າແລ້ວນໍາມາຢາຍຕາມພື້ນດິນ. ງານບຸນຫໍ່ເຂົ້າປະດັບດິນ ຈັດຂຶ້ນໃນເດືອນ 9 ດັບ (ເດືອນລາວ) ເຊິ່ງບາງປີກົງກັບຊ່ວງທ້າຍເດືອນສິງຫາ ຫຼື ຕົ້ນເດືອນກັນຍາ, ການເຮັດບຸນຫໍ່ເຂົ້າປະດັບດິນກໍເພື່ອເປັນການສະແດງຄວາມເຄົາລົບ ຫຼື ລ້ຽງອາຫານແກ່ພູດຜີປີສາດຜູ້ຫິວໂຫຍທີ່ຖືກປ່ອຍອອກມາຍັງໂລກມະນຸດໃນຄໍ່າຄືນເດືອນເກົ້າດັບນັ້ນ. ເພື່ອເຮັດໃຫ້ພູດຜີຜູ້ຫິວໂຫຍໄດ້ກິນອາຫານສົມໃຈຢາກ, ບັນດາຍາດຕິພີ່ນ້ອງທີ່ຍັງມີຊີວິດ ຈະອອກມາຢາຍຫໍ່ເຂົ້າຕາມເຂດບ້ານເຮືອນ ແລະ ວັດ ໂດຍໃຊ້ໃບຕອງຂະໜາດນ້ອຍ ພ້ອມອາຫານເຊັ່ນໄຫວ້ປະເພດຕ່າງໆ ເຊັ່ນ ເຂົ້າສຸກ, ຊີ້ນ-ປາ, ໝາກໄມ້, ເຂົ້າໜົມ ແລະ ອື່ນໆ. 

 

ບຸນເຂົ້າສະຫຼາກ

 ງານບຸນດັ່ງກ່າວຈັດຂຶ້ນເພື່ອເປັນການອຸທິດບຸນກຸສົນໃຫ້ແກ່ຍາດພີ່ນ້ອງຜູ້ລ່ວງລັບໄປແລ້ວ ແລະ ເປັນງານບຸນສໍາຄັນທີ່ສຸດທີ່ຖືກກໍານົດໄວ້ໃນປະຕິທິນລາວ. ບຸນເຂົ້າສະຫຼາກ ຈັດຂຶ້ນໃນເດືອນ 10 ເພັງ (ເດືອນລາວ) ເຊິ່ງມັກກົງກັບເດືອນກັນຍາຂອງທຸກໆປີ. ໂດຍທົ່ວໄປ, ຈະມີເຄື່ອງເຊັ່ນໄຫວ້ຕ່າງໆ ເຊັ່ນ ເຂົ້າຕົ້ມກ້ວຍ, ຊີ້ນ, ປາແຫ້ງ, ໝາກໄມ້, ຄໍາໝາກ-ຢາສູບ, ເຂົ້າໜົມ ແລະ ອື່ນໆຫຼາຍຢ່າງ. ຄອບຄົວທີ່ຈະອອກຢາຍຫໍ່ເຂົ້າສະຫຼາກໃຫ້ແກ່ຍາດພີ່ນ້ອງຜູ້ລ່ວງລັບ ຍັງມີການກະກຽມອາຫານທີ່ຍາດພີ່ນ້ອງຜູ້ລ່ວງລັບຂອງຕົນມັກກິນນໍາອີກ.

Read More

Related Articles