ຈຸດເຊື່ອມຈອດລະຫວ່າງປະເພນີກັບແຟຊັ່ນ

Author:

Category:

spot_img

ເລື່ອງເລົ່າກ່ຽວກັບເຜົ່າໂອມາ,

ໃນເມືອງມໍລະດົກໂລກອັນເກົ່າແກ່ເຊັ່ນຫຼວງພະບາງ, ສູນສິລະປະພື້ນເມືອງ ແລະ ຊົນເຜົ່າ (TAEC) ໄດ້ເປີດງານວາງສະແດງ ເພື່ອຄົ້ນຫາປະສົບການໃໝ່ ພາຍໃຕ້ຫົວຂໍ້ “ການຟື້ນຟູສິດທິ: ຊາວຊ່າງຫັດຖະກໍາ, ວັດທະນະທໍາ ແລະ ການຫັນເປັນທຸລະກິດ” ໂດຍເຈາະເລິກເຖິງຈຸດເຊື່ອມຈອດອັນຊັບຊ້ອນ ຂອງຄວາມຊາບຊຶ້ງໃນຄຸນຄ່າ ແລະ ການຈັດສັນພາຍໃນອຸດສາຫະກໍາແຟຊັ່ນລະດັບໂລກ. ຫົວໃຈສໍາຄັນຂອງງານວາງສະແດງດັ່ງກ່າວ ກໍເພື່ອສະທ້ອນໃຫ້ເຫັນເຖິງເຫດການໃນຊີວິດຈິງທີ່ກ່ຽວຂ້ອງກັບຊົນເຜົ່າໂອມາ.
ໂອມາ ເປັນກຸ່ມຊົນເຜົ່ານ້ອຍ ທີ່ກ່ຽວຂ້ອງກັບຊົນເຜົ່າອາຂ່າ, ອາໄສຢູ່ເທິງພູດອຍຫ່າງໄກສອກຫຼີກທາງພາກເໜືອຂອງລາວ. ດ້ວຍຈໍານວນປະກອນພຽງ 2,800 ຄົນ ພາຍໃນ 7 ບ້ານ, ຈິ່ງບໍ່ມີຊົນເຜົ່າໂອມາໃດໆດໍາລົງຊີວິດຢູ່ນອກປະເທດລາວ. ເນື່ອງຈາກຈໍານວນຕົວເລກມີພຽງເທົ່ານີ້, ທ່ານອາດຈະຄາດຄະເນໄວ້ວ່າ ການອອກແບບລວດລາຍພື້ນເມືອງຈະຄ່ອຍໆຈາງຫາຍໄປຈາກປະຫວັດສາດຕາມການເວລາ, ແຕ່ຊໍ້າພັດພົບເຫັນວ່າ ມີການລອກຮຽນແບບໂດຍແບຣນເສື້ອຜ້າລະດັບໄຮເອນດ໌ຈາກອີຕາລີ ແລະ ຖືກກັອບປີ້ແບບບໍ່ມີເຄຣດິດ ຫຼື ໄດ້ຮັບຄວາມຍິນຍອມ.

ສູນສິລະປະພື້ນເມືອງ ແລະ ຊົນເຜົ່າແຂວງຫຼວງພະບາງ ໄດ້ເຮັດວຽກຮ່ວມກັບປະຊາຊົນຊາວເຜົ່າໂອມາບ້ານນານໍ້າ ມາແຕ່ປີ 2010, ດັ່ງນັ້ນພວກເຂົາຈິ່ງມີຄວາມສໍາພັນມາຍາວນານ ແລະ ສາມາດໃຫ້ຄວາມໄວ້ເນື້ອເຊື່ອໃຈກັນໄດ້. ເມື່ອທີມງານ TAEC ເດີນທາງໄປບ້ານນານໍ້າ ເພື່ອອະທິບາຍກ່ຽວກັບສິ່ງທີ່ເກີດຂຶ້ນ, ສະມາຊິກໃນຊຸມຊົນຕ່າງກໍສະແດງອາລົມຄວາມຮູ້ສຶກທີ່ປ່ຽນໄປ ມີທັງຄວາມຫວາດຫວັ່ນ, ສັບສົນ ແລະ ຂຸ່ນໝອງໃຈ. ຊາວເຜົ່າໂອມາ ໄດ້ຫຍິບປັກ ແລະ ຕິດລວດລາຍດອກດວງທີ່ເປັນເອກະລັກດ້ວຍມືຂອງຕົນ ໃສ່ເທິງຜືນຜ້າທີ່ພວກເຂົາປັ່ນ, ຕໍ່າ ແລະ ຍ້ອມສີດ້ວຍຕົນເອງ ທັງໝົດນີ້ລ້ວນແຕ່ເປັນສັນຍະລັກ ທີ່ສະແດງເຖິງຄວາມເປັນຕົວຕົນຂອງພວກເຂົາ.

ຜ້າປົກຫົວຂອງຊົນເຜົ່າໂອມາ

TAEC ຈິ່ງໄດ້ຮ່ວມມືກັບຊາວເຜົ່າໂອມາ ໃນການສ້າງແບບຈໍາລອງເພື່ອຊ່ວຍປົກປ້ອງມໍລະດົກ ແລະ ຊັບສິນທາງປັນຍາຂອງຕົນເອງ. ວຽກງານດັ່ງກ່າວ ໄດ້ເຮັດໃຫ້ TAEC ມີການເຊື່ອມໂຍງກັບພາກສ່ວນອື່ນໆເພື່ອຊ່ວຍແກ້ໄຂປັນຫາດຽວກັນນີ້ ແລະ ການສວຍໂອກາດທາງວັດທະນະທໍາທີ່ແຜ່ກະຈາຍໄປທົ່ວໂລກກໍປາກົດແຈ້ງແບບຊັດເຈນຂຶ້ນ. ງານວາງສະແດງ ພາຍໃຕ້ຫົວຂໍ້ “ການຟື້ນຟູສິດທິ” ທີ່ໄດ້ວາງສະແດງຜົນງານປະດິດຂອງບັນດາຊາວຊ່າງຫັດຖະກໍາທີ່ໜ້າອັດສະຈັນ ຈາກແມັກຊີໂກ, ຟີລິບປິນ, ເຄນຢາ ແລະ ໂຣມາເນຍ, ເຊິ່ງທັງໝົດນີ້ຖືກນໍາມາໃຊ້ເປັນ “ແຮງບັນດານໃຈ” ໂດຍນັກອອກແບບແຟຊັ່ນລະດັບໄຮເອນດ໌. ງານວາງສະແດງດັ່ງກ່າວ ຖືເປັນເວທີທີ່ດຶງດູດເອົາຄວາມສົນໃຈຈາກຊຸມຊົນທົ່ວໂລກ ໃນການຕໍ່ຕ້ານການສະແຫວງຫາຜົນປະໂຫຍດຈາກເອກະລັກທາງວັດທະນະທໍາຂອງພວກຕົນ.

“ພວກເຮົາຄືປະຊາຊົນຊາວເຜົ່າໂອມາ ແລະ ພວກເຮົາໄດ້ອະນຸລັກຮັກສາວັດທະນະທໍາຂອງຕົນດ້ວຍການຜະລິດ ແລະ ສວມໃສ່ເຄື່ອງນຸ່ງຫົ່ມພື້ນເມືອງທີ່ເປັນເອກະລັກຂອງພວກເຮົາ.”

ງານວາງສະແດງໃນຄັ້ງນີ້ຍັງບໍ່ແມ່ນຈຸດສິ້ນສຸດຂອງເລື່ອງລາວດັ່ງກ່າວ ເຊິ່ງບໍ່ແມ່ນເລື່ອງທີ່ກ່ຽວຂ້ອງກັບການກະທໍາຜິດ ແລະ ຄວາມສິ້ນຫວັງໝົດຫົນທາງແຕ່ຢ່າງໃດ, ແຕ່ເປັນເລື່ອງຂອງການຟື້ນຟູ ແລະ ການເຊື່ອມໂຍງໃນລະດັບໂລກ. ຊົນເຜົ່າໂອມາ ແລະ ຊົນເຜົ່າອື່ນໆ ຕ່າງກໍກໍາລັງຊອກຫາໂອກາດໃນການສະເຫຼີມສະຫຼອງ ແລະ ແບ່ງປັນຮີດຄອງປະເພນີຂອງພວກຕົນໃນເວທີສາກົນ ໂດຍນໍາໃຊ້ລະບົບການເຮັດວຽກຮ່ວມກັນຢ່າງແທ້ຈິງ ເຊິ່ງພວກເຂົາເຈົ້າຄວນຈະສາມາດໄດ້ຮັບຄວາມເຄົາລົບຍົກຍ້ອງ, ລວມທັງໄດ້ຮັບການຍອມຮັບ ແລະ ຕອບແທນດ້ວຍຄວາມຍຸຕິທໍາ.

ຊາວໂອມາເປັນພຽງໜຶ່ງໃນ 50 ຊົນເຜົ່າຂອງລາວທີ່ໄດ້ຮັບການຍອມຮັບຢ່າງເປັນທາງການ, ໂດຍແຕ່ລະກຸ່ມຊົນເຜົ່າລ້ວນແຕ່ມີເລື່ອງລາວທີ່ຈະເລົ່າຂານຢ່າງໜ້າສົນໃຈ. ຖ້າທ່ານມີຄວາມຕ້ອງການຢາກສຶກສາສໍາຫຼວດຄວາມຫຼາກຫຼາຍທາງວັດທະນະທໍາອັນອຸດົມສົມບູນຂອງປະເທດລາວ, ທ່ານສາມາດເຂົ້າທ່ຽວຊົມໄດ້ທີ່ສູນສິລະປະພື້ນເມືອງ ແລະ ຊົນເຜົ່າ ແຂວງຫຼວງພະບາງ.

ທ່ານສາມາດເຂົ້າຊົມງານວາງສະແດງ ພາຍໃຕ້ຫົວຂໍ້ “ການຟື້ນຟູສິດທິ: ຊາວຊ່າງຫັດຖະກໍາ, ວັດທະນະທໍາ ແລະ ການຫັນເປັນທຸລະກິດ” ທີ່ສູນສິລະປະພື້ນເມືອງ ແລະ ຊົນເຜົ່າ ແຂວງຫຼວງພະບາງ ເວລາ 9:00 ໂມງເຊົ້າ ຫາ 6:00 ໂມງແລງ, ວັນອັງຄານ ເຖິງ ວັນອາທິດ. ລາຄາປີ້ເຂົ້າຊົມແມ່ນ 30,000 ກີບ.

ຮ້ານ TAEC ບູຕິກ ເປີດໃຫ້ບໍລິການທຸກວັນ ເລີ່ມແຕ່ 9:00 ໂມງເຊົ້າ ຫາ 9:00 ໂມງແລງ.

ຄົນໂອມາຮຽນຮູ້ກ່ຽວກັບການປ້ອງກັນຊັບສິນທາງປັນຍາຂອງຊົນເຜົ່າ

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ສູນສິລະປະພື້ນເມືອງ ແລະ ຊົນເຜົ່າແຂວງຫຼວງພະບາງ

 

Read More

Related Articles