ສ້າງມາເພື່ອຮູບເງົາ

Author:

Category:

spot_img

ບຸນມະໂຫລານຮູບເງົາຫຼວງພະບາງ ໄດ້ກ້າວເຂົ້າເປັນສ່ວນໜຶ່ງຂອງວັດທະນະທຳສາກົນແລ້ວ

ທ່ານໃດທີ່ເຄີຍໄປຫຼວງພະບາງ, ບໍ່ວ່າຈະເປັນຕອນບຸນປີໃໝ່ລາວ ຫຼື ບຸນອອກພັນສາ, ກໍ່ຈະຮູ້ວ່າເມືອງຫຼວງພະບາງ ຈັດງານໄດ້ບໍ່ຄືບ່ອນອື່ນອີ່ຫຼີ – ອາດຍ້ອນເປັນເມືອງທີ່ນ້ອຍພໍດີກັບການເຕົ້າໂຮມຄົນ ພາໃຫ້ ເສັ້ນທາງທີ່ເຄີຍງຽບສະຫງົບ ກາຍເປັນບ່ອນທີ່ເຕັມໄປດ້ວຍຊີວິດຊີວາ.

ຍ້ອນແນວນັ້ນ ເມືອງນີ້ ຈຶ່ງເປັນບ່ອນທີ່ເໝາະທີ່ສຸດສຳລັບບຸນມະໂຫລານຮູບເງົາ. ແລະງານນີ້ກໍບໍ່ແມ່ນເທສະການຮູບເງົາທົ່ວໄປ, ແຕ່ເປັນງານວັດທະນະທຳທີ່ກຳລັງຂະຫຍາຍຕົວຢ່າງໄວວາ ທີ່ໄດ້ກາຍເປັນມາດຕະຖານ ອັນໜຶ່ງສຳລັບນັກສ້າງຮູບເງົາອາຊີຕາເວັນອອກສຽງໃຕ້, ແລະ ກາຍເປັນງານວັດທະນະທຳອັນໜຶ່ງທີ່ຄົນຮັກຮູບເງົາ ທົ່ວພາກພື້ນ ຕ້ອງໄດ້ໝາຍໄວ້ໃນປະຕິທິນການທ່ອງທ່ຽວຂອງຕົນ.

ບຸນມະໂຫລານຮູບເງົາຫຼວງພະບາງ ປີນີ້ຈະໄດ້ຈັດເປັນປີທີ 8 ແລ້ວ, ເຊິ່ງເປັນງານທີ່ຫຼາຍຄົນຄອງຄອຍ, ເປັນງານທີ່ ຈະນຳເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດນັບພັນ ເຂົ້າສູ່ເມືອງຫຼວງເກົ່າແຫ່ງນີ້.

ເກບຣຽວ ຄູເປີແມນ, ຜູ້ກໍ່ຕັ້ງ ແລະ ຜູ້ບໍລິຫານບຸນມະໂຫລານ ກ່າວວ່າ: “ຄວາມຈິງ ເຮົາເຫັນຕັ້ງແຕ່ຕົ້ນແລ້ວ ວ່າຫຼວງພະບາງຈະເປັນບ່ອນທີ່ເໝາະສົມ ທີ່ສຸດສຳລັບບຸນມະໂຫລານປະເພດນີ້. ໃນຕົວເມືອງເຕັມໄປດ້ວຍ ວັດທະນະທຳ, ສະຖາປັດຕະຍາກຳທີ່ໜ້າສົນໃຈ, ແລະ ຄວາມງົດງາມທາງທຳມະຊາດ. ຕົວເມືອງມີຂະໜາດນ້ອຍ ແລະ ໃຫ້ຄວາມຮູ້ສຶກໃກ້ຊິດ ສະໜິດສະໜົມ, ຊ່ວຍໃຫ້ຜູ້ມາຢ້ຽມຢາມສາມາດສັນຈອນໄປຕາມສະຖານທີ່ຈັດງານແຕ່ລະຈຸດໄດ້ງ່າຍ”

ບຸນມະໂຫລານ ເຊິ່ງເປັນໂຄງການພາຍໃຕ້ການຄຸ້ມຄອງຂອງລັດຖະບານນີ້ ໄດ້ຮັກສາແນວຄວາມຄິດ ອັນເກົ່າຕັ້ງແຕ່ຕົ້ນ, ນັ້ນກໍ່ຄືການສາຍຮູບເງົາຈາກ 10 ປະເທດອາຊຽນ ແລະ ຍັງມີການສອນວິທີສ້າງຮູບເງົາ, ແລະ ລາຍການບັນເທີງສ້າງສັນອື່ນໆ ຕະຫຼອດໄລຍະ 5 ວັນ.

ສິ່ງສຳຄັນທີ່ສຸດທີ່ແຕກຕ່າງຈາກເທສະການຮູບເງົາທົ່ວໄປ ກໍ່ຄື ການສາຍຮູບເງົາ ແລະ ກິດຈະກຳຕ່າງໆ ແມ່ນເປີດໃຫ້ທຸກຄົນເຂົ້າຮ່ວມໂດຍບໍ່ເກັບຄ່າໃດໆ. ທ່ານ ເກບຣຽວ ກ່າວວ່າ: “ພວກເຮົາຢາກໃຫ້ຄົນລາວ ໄດ້ມີສ່ວນຮ່ວມ ບໍ່ວ່າຈະເປັນການເຂົ້າຮ່ວມໃນລັກສະນະໃດກໍ່ຕາມ. ພວກເຮົາສ້າງບຸນນີ້ຂຶ້ນໃນປະເທດລາວ, ປະເທດທີ່ຄົນສ່ວນຫຼາຍບໍ່ໄດ້ມີລາຍຮັບເຫຼືອກິນເຫຼືອໃຊ້, ຂ້ອຍຈຶ່ງຢາກໃຫ້ບຸນນີ້ ເປີດຮັບທຸກຄົນໃຫ້ໄດ້ຫຼາຍທີ່ສຸດ.”

ທ່ານ ເກບຣຽວ ແລະ ທີມງານ ຈັດບຸນມະໂຫລານນີ້ໂດຍບໍ່ຫວັງຜົນກຳໄລ ເຊິ່ງອາໄສງົບປະມານຈາກຜູ້ສະໜັບສະໜູນ ເປັນຕົ້ນແມ່ນ ບໍລິສັດ ເບຍລາວ, ເປບຊີ. ນອກນັ້ນແລ້ວ, ງານດັ່ງກ່າວແມ່ນບໍ່ມີງົບປະມານທີ່ແນ່ນອນເລີຍ.

ດັ່ງນັ້ນ, ການຈະຈັດງານແຕ່ລະປີ ຈຶ່ງເທົ່າກັບການເລີ່ມໃໝ່ທຸກຄັ້ງ. ແຕ່ເມື່ອທ່ານ ເກບຣຽວ ກາຍມາເປັນຄົນດັງທາງ ເຟສບຸກ ດ້ວຍນາມ ຝລັງ ຊື່ ສົມຈັນ ມັນໄດ້ຊ່ວຍໃຫ້ຜູ້ຄົນຫັນມາສົນໃຈບຸນນີ້ຫຼາຍຂຶ້ນ.

ນອກນັ້ນ, ທ່ານ ເກບຣຽວ ຍັງເອົາ ວີດີໂອກ່ຽວກັບຊີວິດ ແລະ ການທ່ອງທ່ຽວຂອງເພິ່ນລົງໃນເຟສບຸກ ແລະ ກໍ່ພະຍາຍາມດຶງເຂົ້າມາກ່ຽວກັບງານບຸນສະເໝີ.

“ອ້າຍ ສົມຈັນ” ກ່າວວ່າການຕັ້ງເພຈ ຂຶ້ນມານັ້ນ ແມ່ນເພື່ອໃຫ້ຄົນລາວເຂົ້າໃຈວ່າງານນີ້ ແມ່ນງານຂອງທ້ອງຖິ່ນ, ບໍ່ແມ່ນງານທີ່ຈັດມາເພື່ອຄົນຕ່າງປະເທດເທົ່ານັ້ນ. ການທີ່ຈະເຂົ້າເຖິງຄົນທ້ອງຖິ່ນໄດ້, ເຮົາກໍ່ຕ້ອງເວົ້າພາສາລາວ.

“ຂ້ອຍຮູ້ສຶກວ່າ ຂ້ອຍຢາກໄດ້ວິທີການດຶງເອົາຄົນລາວ ມາມີສ່ວນຮ່ວມກັບງານບຸນຫຼາຍຂຶ້ນ. ຢາກໃຫ້ຫຼາຍຄົນຮູ້ກ່ຽວກັບວຽກທີ່ເຮົາເຮັດ, ກິດຈະກຳການສຶກສາທີ່ເຮົາຈັດ, ແລະ ອື່ນໆ. ຂ້ອຍບໍ່ເຄີຍຄິດເລີຍວ່າຂ້ອຍຈະມີ ຄົນຕິດຕາມຫຼາຍປານນີ້. ເວລາໃດທີ່ມີຄົນເອີ້ນຂ້ອຍຢູ່ຕາມທາງ ຫຼື ມີຄົນມາຂໍຖ່າຍຮູບກັບຂ້ອຍ ຂ້ອຍກໍຍັງຮູ້ສຶກແປກໆຢູ່. ແຕ່ສິ່ງນີ້ ກໍ່ເປັນຜົນພອຍໄດ້ອັນໜຶ່ງທີ່ຂ້ອຍສາມາດສະເໜີ ແລກປ່ຽນໃຫ້ກັບຜູ້ສະໜັບສະໜູນຂອງເຮົາ, ເຂົາເຈົ້າຢາກ ໂຄສະນາຜ່ານເພຈ ຂອງຂ້ອຍ. ເພຈ ຝລັ່ງ ຊື່ ສົມຈັນ ມີຄົນຕິດຕາມເຖິງ 225,000 ຄົນ.” ກ່າວໂດຍ ທ່ານ ເກບຣຽວ.

ບຸນມະໂຫລານປີນີ້ ຄາດວ່າຈະຍິ່ງໃຫຍ່ກວ່າທຸກປີ, ໂດຍມີຮູບເງົາກວ່າ 30 ເລື່ອງເຂົ້າສາຍ ເຊິ່ງຄັດເລືອກມາສະເພາະ ໂດຍທ່ານ ເກບຣຽວ ແລະ ບັນດາຊ່ຽວຊານດ້ານຮູບເງົາຈາກທັງ 10 ປະເທດ.

“ຊ່ຽວຊານຂອງພວກເຮົາ ມີທັງນັກຜະລິດຮູບເງົາ ແລະ ນັກວິຈານ, ມີທັງນັກຂ່າວ ແລະ ນັກວິຊາການ, ຜູ້ທີ່ຮູ້ປະຫວັດສາດຂອງຮູບເງົາໃນປະເທດຂອງຕົນ, ກະແສກ່ຽວກັບຮູບເງົາໃນປະຈຸບັນ, ແລະ ໂອກາດການ ຂະຫຍາຍຕົວຂອງຮູບເງົາໃນປະເທດນັ້ນໆ” ກ່າວໂດຍ ທ່ານ ເກບຣຽວ.

ນອກເໜືອຈາກວັດທະນະທຳອັນເກົ່າແກ່ ແລະ ສວຍງາມຂອງເມືອງຫຼວງພະບາງແລ້ວ, ບຸນມະໂຫລານ ໄດ້ຊ່ວຍສ້າງຊື່ສຽງໃຫ້ກັບຫຼວງພະບາງ ໃນມຸມມອງຂອງສາກົນເພີ່ມຂຶ້ນອີກ.

“ບຸນມະໂຫລານ ໄດ້ຂະຫຍາຍຕົວຂຶ້ນທຸກປີ, ໂດຍມີນັກສ້າງຮູບເງົາຈາກທົ່ວພາກພື້ນເຂົ້າຮ່ວມຫຼາຍຂຶ້ນ, ພາໃຫ້ມີຜົນຕໍ່ການສ້າງຊຸມຊົນຮູບເງົາອາຊີຕາເວັນອອກສຽງໃຕ້. ທັງເປັນເວທີໃຫ້ນັກສ້າງຮູບເງົາໃນພາກພື້ນ ໄດ້ຮູ້ຈັກກັນ ເພື່ອແລກປ່ຽນຄວາມຄິດ, ແບ່ງປັນຄວາມຮູ້ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ”

 

ຮູບເງົາທີ່ບໍ່ຄວນພາດໃນງານບຸນມະໂຫລານຮູບເງົາຫຼວງພະບາງ ປີ 2017 ນີ້

ປຶ້ມເລື່ອງພະມ້າ Burma Storybook (ຈາກປະເທດພະມ້າ)

ຜູ້ກຳກັບ: Petr Lom & Corinne van Egeraat

 

 

 

ພໍ່ ແລະ ລູກຊາຍ Father and Son (ຫວຽດນາມ)

ຜູ້ກຳກັບ: Luong Dinh Dung

 

 

ແຫກຄຸກ

 Jailbreak  (ກຳປູເຈຍ)

ຜູ້ກຳກັບ: Jimmy Henderson

 

 

ສັນຕິ-ວີນາ Santi-Vina (ໄທ)

ຜູ້ກຳກັບ: Thavi Na Bangchang

 

 

 

ປົກປ້ອງ ແຊລລີ້ Saving Sally (ຟີລິປິນ)

ຜູ້ກຳກັບ: Avid Liongoren

 

 

 

ຂຽນໂດຍ: Sally Pryor

ຮູບພາບ:​ ຈາກເທສະການຮູບເງົາຫຼວງພະບາງ

ແລະ ພູນຊັບ ເທວົງສາ

Read More

Related Articles