ບົດຄວາມໂດຍ: ອານິຕາ ເພຣສຕັ້ນ
ຮູບພາບໂດຍ: ອານິຕາ ເພຣສຕັ້ນ / ອີເວັນຊອງຟິມີ
ແປ ແລະ ຮຽບຮຽງໂດຍ: ວັນນະແສງ ອິນສານ

ທ່ານ ນາງ ມາກເກີຣິດ ດູຣາ ເກີດທີ່ ເມືອງ ໄຊງ່ອນ (ນະຄອນ ໂຮຈິມິນ) ໃນປີ 1914 ເຊິ່ງເປັນລູກຫຼ້າຂອງນາຍຄູທີ່ຍົກຍ້າຍມາຈາກເຂດຊົນນະບົດຂອງປະເທດຝຣັ່ງ ເພິ່ນເປັນເດັກທີ່ສະຫຼາດສະຫຼຽວ, ມີໄຫວພິບດີ, ແລະ ຮຽນຮູ້ໄວ. ເລື່ອງລາວຂອງເພິ່ນໄດ້ຖືກບັນທຶກໄວ້ຜ່ານບົດປະພັນຊີວະປະຫວັດຫຍໍ້ລະດັບລາງວັນບົດປະພັນກ໋ອງກ້ວກ (Goncourt) ທີ່ມີຊື່ວ່າລາມ້ອງຫຼື ເດິ ເລິບເວີ້ The Lover ໃນພາສາອັງກິດ) ແລະ ຖືກນໍາມາສ້າງເປັນຮູບເງົາໃນເວລາຕໍ່ມາ. ບົດປະພັນດັ່ງກ່າວໄດ້ເລົ່າເລື່ອງລາວ ຄອບຄົວຂອງຍິງສາວຄົນໜຶ່ງທີ່ເບິ່ງຂ້າມຄວາມສຳພັນຕ່າງໄວກັບຊາຍຊາວຈີນຖານະຮັ່ງມີທີ່ມີອາຍຸໂຕນກັນຫຼາຍ ເພາະພວກເຂົາ ສົນໃຈພຽງຊັບສິນເງິນທອງຂອງລາວ. ຊີວິດຂອງ ທ່ານ ນາງ ມາກເກີຣິດ ບໍ່ແມ່ນເລື່ອງງ່າຍເລີຍ, ເພິ່ນເຕີບໃຫຍ່ຢູ່ໃນຄອບຄົວທີ່ບໍ່ສົມບູນ ຕ້ອງຮັບມືກັບແມ່ທີ່ເປັນໝ້າຍ ແລະ ມີພາວະຊຶມເສົ້າ, ອ້າຍໃຫຍ່ທີ່ຕິດຝິ່ນ ແລະ ນ້ອງຊາຍທີ່ເປັນເດັກພິເສດ (ອໍທິສຕິກ).
ເມືອງທີ່ມີຄວາມໃກ້ຊິດກັບ ທ່ານ ນາງ ມາກເກີຣິດ ທີ່ສຸດໃນຫວຽດນາມແມ່ນ ເມືອງ ຊາເດັກ (Sa Dec) ທີ່ຕັ້ງຢູ່ເຂດປາກແມ່ນ້ຳຂອງ. ໃນບົດປະພັນ ເດິ ເລິບເວີ້, ທ່ານ ນາງ ມາກເກີຣິດ ໄດ້ພົບຮັກກັບຄົນຮັກທີ່ລໍ້າລວຍເທິງເຮືອທີ່ກໍາລັງແລ່ນຈາກ ຊາເດັກ ໄປ ໄຊງ່ອນ ໃນລະຫວ່າງທີ່ເພິ່ນກໍາລັງເດີນທາງກັບຄືນໄປໂຮງຮຽນກິນນອນທີ່ເພິ່ນສຶກສາຢູ່. ແມ່ຂອງ ທ່ານ ນາງ ມາກເກີຣິດ ເປັນຄູສອນຢູ່ໂຮງຮຽນທ້ອງຖິ່ນດັ່ງກ່າວ ເຊິ່ງປັດຈຸບັນໄດ້ກາຍມາເປັນໂຮງຮຽນປະຖົມ ຈຶງ ເວືອງ (Trung Vuong). ຮ່ອງຮອຍສີສັນໃນອະດີດຂອງອະນານິຄົມຝຣັ່ງຍັງຄົງສໍາຜັດໄດ້ຜ່ານຮູບຊົງຂອງປ່ອງຢ້ຽມ ແລະ ຫຼັງຄາທີ່ມຸງດ້ວຍກະເບື້ອງສີແດງ. ແຕ່ເຮືອນທີ່ພວກເຂົາເຄີຍອາໄສຢູ່ປັດຈຸບັນແມ່ນບໍ່ຫຼົງເຫຼືອຢູ່ແລ້ວ.
ເມືອງ ຊາເດັກ ປຽບດັ່ງນະຄອນຫຼວງແຫ່ງດອກໄມ້ຂອງປະເທດຫວຽດນາມ. ພື້ນທີ່ເຂດຕະຫຼາດເກົ່າໃນເມືອງນີ້ມີເນື້ອທີ່ຍາວໄປຫຼາຍຊ່ວງຕຶກໂດຍມີດອກໄມ້ສົດ ແລະ ກະຖັງຕົ້ນໄມ້ຫຼາກຫຼາຍສີລຽນກັນຍາວໄປຕາມທາງ. ໃນທີ່ນີ້ທ່ານຈະເຫັນພໍ່ຄ້າແມ່ຄ້າມາຂາຍບັນມີ່ (bánh mì) ເມນູທີ່ເຮັດຈາກເຂົ້າຈີ່ບາແກັດກອບໆສີຂາວອັນເປັນມໍລະດົກຕົກທອດທີ່ໄດ້ຮັບອິດທິພົນຈາກຝຣັ່ງ. ກິ່ນຫອມຂອງຊີ້ນໝູປາດບາງໆປີ້ງໃສ່ເຕົາຖ່ານໝັກດ້ວຍຫົວສິງໄຄ ແລະ ນ້ຳປາ ຫອມກຸ້ມໄປນໍາອາກາດ ເຊິ່ງຈະເສີບໃຫ້ລີ້ມລອງພ້ອມກັບເຂົ້າຮາງ (ເກີ່ມຕໍາ cơm tấm). ນອກນີ້ ທ່ານຈະໄດ້ພົບເຫັນໝາກໄມ້ ແລະ ຜັກສົດທີ່ອຸດົມສົມບູນສີສັນສວຍງາມວາງຂາຍຢູ່ຕາມແຜງຮ້ານ ເພາະດິນຢູ່ເຂດປາກແມ່ນ້ຳຂອງນີ້ອຸດົມໄປດ້ວຍສານອາຫານ.
ເຮືອນຂອງຄົນຮັກໃນຊີວິດຈິງຂອງ ທ່ານ ນາງ ມາກເກີຣິດ ກໍ່ຄື ທ່ານຮຶງທຸຍເລ (Huynh Thuy Le) ແມ່ນຫຼັງທີ່ມຸງດ້ວຍກະເບື້ອງສີຟ້າເຊິ່ງຢູ່ຕິດກັບຕະຫຼາດແຫ່ງນີ້. ພາຍໃນເຂດເຮືອນປະດັບປະດາດ້ວຍດອກກ້ວຍໄມ້ທີ່ອ່ອນຊ້ອຍ ແລະ ມີສີສັນ ບວກກັບຕົ້ນບອນໄຊທີ່ສວຍງາມທີ່ກະຈາຍຢູ່ທົ່ວສວນ ແລະ ໃນຕົວເຮືອນ, ຢູ່ຕາມຝາຜະໜັງຈະມີຮູບຖ່າຍຂອງເພິ່ນແຂວນຢູ່ ເຊິ່ງເບິ່ງແລ້ວອາດຈະບໍ່ໄດ້ມີມາດຊົງຫຼໍ່ເຫຼົາເທົ່ານັກສະແດງ Tony Leung ທີ່ມາຮັບບົດຂອງລາວພໍປານໃດ. ຮູບເງົາດັ່ງກ່າວໄດ້ຖືກຖ່າຍທຳຢູ່ຫວຽດນາມ ໃນປີ 1992 ໂດຍມີສາກຂອງແມ່ນໍ້າຂອງເຮັດໃຫ້ເຫັນຮ່ອງຮອຍຂອງອະນານິຄົມໄຊງ່ອນ ແລະ ປາກແມ່ນໍ້າຂອງຢ່າງຊັດເຈນ ເຊິ່ງພາເຮົາຍ້ອນກັບໄປຕອນທີ່ຫວຽດນາມຫາກໍ່ເປີດປະຕູສູ່ໂລກ ແລະ ໃນຊ່ວງທີ່ບູຮານວັດຖຸຈໍານວນຫຼາຍໆຂອງອະນານິຄົມເກົ່າທີ່ຍັງຄົງຢູ່.
ຮູບເງົາເລື່ອງນີ້ບໍ່ສາມາດໃຊ້ເຮືອນຂອງທ່ານ ຮຶງທຸຍເລ ເປັນສາກຖ່າຍທໍາໄດ້ເພາະໃນເວລານັ້ນ ເຮືອນຫຼັງດັ່ງກ່າວໄດ້ຖືກປ່ຽນເປັນສະຖານີຕຳຫຼວດໄປແລ້ວ ເພາະຄອບຄົວຂອງເພິ່ນໄດ້ຍົກຍ້າຍໄປຢູ່ຝຣັ່ງໃນຊຸມປີ 1970. ເຮືອນຫຼັງດັ່ງກ່າວແມ່ນການປະສົມປະສານລະຫວ່າງການໃຊ້ດິນຈີ່ແບບອິນດູຈີນ, ໄມ້ສັກຈີນ ແລະ ປະດໍາປະດາດ້ວຍແຜ່ນຄໍາເປວ ແລະ ປູພື້ນກະໂລ້ຕາມຫຼັກຮວງຈຸ້ຍ. ດ້ານຫຼັງຂອງເຮືອນມີຮ້ານຂາຍເຄື່ອງທີ່ລະນຶກຂະໜາດນ້ອຍທີ່ຂາຍເຄື່ອງຍ່ອຍທົ່ວໄປ ແລະ ແນ່ນອນທີ່ຂາດບໍ່ໄດ້ແມ່ນໝວກຊົງແຟໂດຣາ (fedoras) ທີ່ ທ່ານ ນາງ ມາກເກີຣິດ ມັກໃສ່ ເຊິ່ງຢູ່ບ່ອນໃດກໍ່ເຫັນຂາຍ ຫາກທ່ານຢາກລອງແຕ່ງໂຕແບບ ທ່ານ ນາງ ມາກເກີຣິດ.
ຕາມເຮືອບັນທຸກສິນຄ້າລຳໃຫຍ່ຫຼາຍໆລໍາກັບເຄື່ອງໝາຍຄໍາວ່າໂຊກດີທີ່ຫົວເຮືອຈະມີກັບຕັນທີ່ເປັນມິດເອີ້ນ ແລະ ໂບກມືທັກທາຍສະບາຍດີຢູ່ສະເໝີຕາມແມ່ນໍ້າ ໂດຍທີ່ທ້ອງເຮືອແຕ່ລະລໍາຈະເຕັມໄປດ້ວຍເປືອກເຂົ້າທີ່ໃຊ້ເພື່ອຈູດເປັນເຊື້ອເພີງໃນປ່ອງດິນເຜົາ. ນອກນີ້ ຊາເດັກ ຍັງເປັນເມືອງຕະຫຼາດທີ່ມີຄວາມຈະເລີນຮຸ່ງເຮືອງ ແລະ ເທິງແມ່ນ້ຳກໍ່ເຕັມໄປດ້ວຍເຮືອຈະລາຈອນໄປມາຄ້າຂາຍຢູ່ເຕັມໄປໝົດ. ຫາກເບິ່ງໄປທາງທິດເໜືອຂອງຕະຫຼາດຈະເຫັນຂົວເຫຼັກທີ່ງົດງາມ ຕາມແຄມນໍ້າກໍ່ລາຍລ້ອມໄປດ້ວຍອາຄານເກົ່າຈາກສະໄໝອະນານິຄົມ. ແຕ່ລະຫຼັງຕົບແຕ່ງໃນໂທນສີຟ້າ ແລະ ສີເຫຼືອງພາສເທວ ເຊິ່ງປັດຈຸບັນໄດ້ຖືກດັດແປງເປັນຮ້ານກາເຟສຸດຮິດທີ່ໃຫ້ບໍລິການ ກາເຟເສືອ (cà phê sữa) ເຊິ່ງເປັນກາເຟດຣິບສະຕາຍຫວຽດນາມທີ່ກິນພ້ອມກັບນົມຂົ້ນຫວານ. ຫັນໜ້າເຂົ້າຕະຫຼາດຈະມີເກາະນ້ອຍໆສອງເກາະ ສ່ວນອີກຝັ່ງໜຶ່ງຂອງເກາະແມ່ນຈຸດທີ່ແມ່ນ້ຳຂອງໄຫຼຜ່ານເປັນວົງກວ້າງ. ຢູ່ບ່ອນນີ້ມີທັງຜັກຕົບລອຍໄປມາເປັນກຸ່ມໃຫຍ່ໄຫຼໄປຕາມສາຍນໍ້າລົງສູ່ມະຫາສະໝຸດທີ່ຫ່າງອອກໄປ 100 ກິໂລແມັດ. ປັດຈຸບັນ ມີຂົວຂະໜາດໃຫຍ່ມາໃຫ້ໃຊ້ທົດແທນເຮືອບັກຂ້າມນໍ້າ ເຊິ່ງເຮືອທີ່ ທ່ານ ນາງ ມາກເກີຣິດ ເຄີຍໃຊ້ລ່ອງຈາກ ຊາເດັກ ໄປຫາ ວິງ ລອງ (Vinh Long) ດຽວນີ້ກໍ່ບໍ່ມີແລ້ວ.
ຢູ່ທີ່ເກາະແຫ່ງນີ້, ທ່ານສາມາດແນມເຫັນເຮືອນທີ່ໃຊ້ເປັນສາກໃນຮູບເງົາໄດ້ຢ່າງງ່າຍດາຍ ໂດຍສະເພາະໃນສາກທີ່ພະເອກຄົນຈີນໄປຮ້ອງຂໍໃຫ້ພໍ່ຂອງຕົນອະນຸຍາດໃຫ້ແຕ່ງງານກັບມາກເກີຣິດ ລາວກໍ່ໄດ້ຂ້າມນໍ້າສາຍນີ້ດ້ວຍເຮືອຈາກເຂດຕະຫຼາດໄປຫາເຮືອນສີຟ້າທີ່ຢູ່ອີກຟາກໜຶ່ງ. ເຊິ່ງທຽບແຕ່ກ່ອນແມ່ນບໍ່ມີຫຍັງປ່ຽນແປງເລີຍນອກຈາກສີຂອງເຮືອນທີ່ກາຍເປັນສີເຫຼືອງໄປແລ້ວ ແລະ ດຽວນີ້ກໍ່ເປີດໃຫ້ນັກທ່ອງທ່ຽວເຂົ້າຊົມໄດ້. ການໄດ້ມາເລາະທັງສອງເກາະເປັນສິ່ງທີ່ໜ້າສົນໃຈສຸດໆ ເພາະເສັ້ນທາງແຄບໆລະຫວ່າງເກາະເຕັມໄປດ້ວຍສະຖາປັດຕະຍະກຳອັນງົດງາມຫຼາຍແຫ່ງໃຫ້ຄົ້ນພົບ. ອາຄານໂຮງໝໍເກົ່າທີ່ຢູ່ໃກ້ກັບສະຖານີລົດເມປັດຈຸບັນກາຍເປັນອາຄານສີເຫຼືອງສະແດງໃຫ້ເຫັນເຖິງຄວາມງາມຈາກອະນານິຄົມຝຣັ່ງທີ່ເກົ່າແກ່.
ແນະນໍາໃຫ້ທ່ານລອງໄປທ່ຽວປາກແມ່ນໍ້າຂອງເບິ່ງຈັກສອງສາມມື້. ບອກເລີຍວ່າທັງອຸດົມສົມບູນ ທັງຂຽວອຸ່ມທຸ່ມ ແລະມີຊີວິດຊີວາແຮງ ດັ່ງກັບສະຫວັນເຂດຮ້ອນເລີຍກໍ່ວ່າໄດ້ເປັນເຂດທີ່ມີຄວາມຊ້າໆຊິວໆຖ້າທຽບໃສ່ບ່ອນອື່ນຂອງຫວຽດນາມການໃຊ້ຊີວິດກໍ່ຈະຊ້າກວ່າແລະ ມີຄວາມເປັນມິດກວ່າ. ບໍ່ຕ້ອງແປກໃຈເດີ ເພາະຈະມີຄົນແປກໜ້າຮ້ອງຖາມວ່າສະບາຍດີ, ເຈົ້າມາແຕ່ໃສໃນເວລາທີ່ໄປທ່ຽວ. ພຽງຂີ່ລົດເມບໍ່ໄກຈາກ ນະຄອນໂຮ່ຈີມິນ ກໍ່ສາມາດຊົມທິວທັດບັນດາໝູ່ບ້ານທີ່ງົດງາມຕາມປາກແມ່ນໍ້າຂອງພ້ອມກັບເລື່ອງເລົ່າທາງປະຫວັດສາດທີ່ທ່ານສາມາດໃຊ້ເວລາຫຼາຍອາທິດໃນການສຳຫຼວດທ່ຽວຊົມ.
ການເດີນທາງ:
ສາຍການບິນລາວ ມີຖ້ຽວບິນປະຈໍາຈາກ ນະຄອນຫຼວງວຽງຈັນ ໄປ ນະຄອນໂຮ່ຈີມິນ ສໍາລັບຕໍ່ລົດໄປ ເມືອງ ຊາເດັກ