ນໍ້າກັດຢໍລະປ່າ

Author:

Category:

spot_img

ອອກສະຖານທີ່ພັກຜ່ອນອັນງຽບສະຫງົບທ່າມກາງປ່າລຶກລັບຂອງລາວ
ນໍ້າກັດຢໍລະປ່າຖືເປັນແຫຼ່ງທ່ອງທ່ຽວທີ່ມີຄວາມລຶກລັບເລັກໜ້ອຍ. ສະຖານທີ່ພັກຜ່ອນອັນງຽບສະຫງົບໃນປ່າແຫ່ງນີ້ຕັ້ງຢູ່ບໍ່ໃກ້ບໍ່ໄກ ເຊິ່ງຫ່າງຈາກສະຖານີລົດໄຟເມືອງໄຊພຽງແຕ່ 25 ນາທີເມື່ອເດີນທາງດ້ວຍລົດຍົນ. ຖືໄດ້ວ່າເປັນສະຖານທີ່ພັກຜ່ອນຢ່ອນໃຈອັນແສນພິເສດໃນຊ່ວງວັນພັກທ້າຍອາທິດ ເນື່ອງຈາກແຫຼ່ງທ່ອງທ່ຽວແຫ່ງນີ້ຕັ້ງຢູ່ຫ່າງຈາກຫຼວງພະບາງ ໂດຍໃຊ້ເວລາເດີນທາງພຽງ 45 ນາທີເທົ່ານັ້ນ.
ເຖິງແມ່ນວ່າຈະລີ້ຊ້ອນຢູ່ໃນປ່າໄມ້ອັນຕຶບໜາ, ແຕ່ກໍມີທຸກຢ່າງຄົບ ນັບແຕ່ພູລວິນລາ (ເຮືອນພັກທີ່ມາພ້ອມກັບສະລອຍນໍ້າສ່ວນຕົວ) ທີ່ສວຍງາມ ຕະຫຼອດເຖິງຫ້ອງພັກທີ່ໄດ້ມາດຕະຖານພ້ອມເອື້ອອໍານວຍຄວາມສະດວກສະບາຍ. ແລ້ວກໍ່ຍັງມີທາງຍ່າງອັນຄົດໂຄ້ງທີ່ໜ້າຫຼົງໄຫຼ ລອດຜ່ານຕົ້ນໄມ້ທີ່ຂຽວກະຈີເຊື່ອມຕໍ່ໄປຍັງບັນດາເຮືອນພັກຕາກອາກາດທີ່ເຮັດດ້ວຍໄມ້ທຸກຫຼັງ ເຊິ່ງສາມາດແນມເຫັນແມ່ນໍ້າກັດໄຫຼກະຈາຍຈົນເກີດຟອງສີຂາວດັ່ງນວນຝ້າຍ.
ຜູ້ຂຽນເດີນທາງມາເຖິງແບບສົດໆຮ້ອນໆດ້ວຍຖ້ຽວລົດໄຟໃນຕອນເຊົ້າ. ອາກາດອັນບໍລິສຸດເທິງພູສູງປຽບເໝືອນຢາຫອມລະເຫີຍສົ່ງກິ່ນອາຍເຂົ້າສູ່ປອດ. ສະຖານທີ່ທີ່ໄດ້ຮັບການດູແລ ແລະ ອອກແບບອັນແສນງົດງາມຕະການຕາທ່າມກາງປ່າເລິກແຫ່ງນີ້ ຖືເປັນສິ່ງລໍ້ຕາລໍ້ໃຈແບບຄາດບໍ່ເຖິງ. ຫ້ອງໂຖງຂອງນໍ້າກັດຢໍລະປ່າຖືໄດ້ວ່າເປັນງານປະດິດສ້າງຂະໜາດໃຫຍ່ທີ່ໜ້າຕື່ນເຕັ້ນ ເຊິ່ງອອກແບບໂດຍນັກສະຖາປານິກຈາກນະຄອນຫຼວງວຽງຈັນ. (ນັກສະຖາປານິກຄົນດຽວກັນນີ້ ຍັງໄດ້ອອກແບບທີ່ພັກໃນເຄືອ ພາຍໃຕ້ຊື່ “ນໍ້າປ່ຽນຢໍລະປ່າ”, ເຊິ່ງຕັ້ງຢູ່ບໍລິເວນຕີນພູຂອງອຸດທະຍານແຫ່ງຊາດພູເຂົາຄວາຍ, ໃຊ້ເວລາເດີນທາງດ້ວຍລົດຍົນຈາກນະຄອນຫຼວງວຽງຈັນໄປເຂດດັ່ງກ່າວປະມານສອງຊົ່ວໂມງ.)

ຄວາມໂດດເດັ່ນສະດຸດຕາ ລວມທັງທັດສະນີຍະພາບຂອງຫ້ອງໂຖງນ້ຳກັດຢໍລະປ່າ ເຮັດໃຫ້ຂ້າພະເຈົ້າເກືອບລືມຫາຍໃຈ. ບໍລິເວນທາງເຂົ້າຫ້ອງໂຖງແຫ່ງນີ້ແຈ້ງສະຫວ່າງດ້ວຍໂຄມໄຟຂະໜາດມະຫຶມາ ທີ່ເຮັດຈາກລໍາໄມ້ໄຜ່ຫ້ອຍຢ່ອນລົງມາເປັນສາຍຍາວ. ຢູ່ດ້ານເທິງພະແນກຕ້ອນຮັບ, ກໍມີຜ້າແພຍາວຜືນບາງໆຫຼາຍຮ້ອຍຜືນແຂວນເປັນສາຍຄືສີຮຸ້ງ. ສິ່ງດັ່ງກ່າວຖືໄດ້ວ່າເປັນ​ສິ​ລະ​ປະ​ທີ່​ໜ້າ​ຕື່ນຕາ ແລະ ຫຼົງໄຫຼແບບຫາເບິ່ງໄດ້ຍາກ. ທາງອອກຂອງຫ້ອງໂຖງກໍກວ້າງຂວາງຈົນສາມາດເບິ່ງເຫັນທິວທັດຂອງສະລອຍນ້ຳໄຮ້ຂອບສີຂຽວອ່ອນ ທີ່ຕັ້ງຢູ່ເໜືອແມ່ນໍ້າພ້ອມປ່າໄມ້ອັນດົກໜາ. ຍ້ອນທັດສະນີຍະພາບເປັນໃຈບວກກັບແສງແດດທີ່ແຜດເຜົາ ເຮັດໃຫ້ຂ້າພະເຈົ້າຄິດຢາກກະໂດດລົງໄປສະນໍ້າຫວັງເພື່ອຜ່ອນຄາຍໃນຊົ່ວຂະນະ.
ໃນການກັບໄປຍັງຫ້ອງພັກຫຼັງຜ່ອນຄາຍຈາກການໄດ້ລົງລອຍນໍ້າຫຼິ້ນແລ້ວ, ຂ້າພະເຈົ້າສາມາດເລືອກທີ່ຈະຍ່າງຜ່ານຫ້ອງຟິດເນັດ ແລະ ສູນໂຍຄະ ທີ່ຕັ້ງຢູ່ຕິດກັບສະລອຍນໍ້າ ຫຼື ສາມາດຖອຍກັບຄືນເລັກນ້ອຍກໍໄດ້ ເພື່ອຈະໄດ້ຍ່າງຕາມເສັ້ນທາງອັນຄົດໂຄ້ງເລາະລຽບຕາມສາຍນໍ້າຂະໜາດນ້ອຍ ໂດຍອາໄສຂົວໄມ້ຫຼັງກ່ອມອັນງົດງາມເປັນບ່ອນຂ້າມນໍ້າແຕ່ລະຈຸດ. ໂດຍສ່ວນໃຫຍ່ແລ້ວ, ຂ້າພະເຈົ້າມັກເລືອກເສັ້ນທາງສາຍນີ້ ເພາະມັນໃຫ້ຄວາມຮູ້ສຶກຄືກັບວ່າ ໄດ້ຍ່າງອ້ອມຜ່ານວິມານແດນສະຫວັນອັນຄົດໂຄ້ງກໍປານນັ້ນ.
ຂັ້ນໄດໄມ້ທີ່ແນບຂ້າງດ້ວຍບັນດາຕົ້ນກ້ວຍທີ່ກ້ຽວພັນກັນຢ່າງຫຍຸ້ງເຫຍີງ ແລະ ດອກປັກສາສະຫວັນສີສົ້ມ ໄດ້ເປັນຜູ້ນໍາພາທາງແກ່ຂ້າພະເຈົ້າຍ່າງໄປຈົນຮອດປະຕູເຮືອນມຸງຫຼັງຄານ້ອຍໆທີ່ມີປະຕູບານສະວິງຂັ້ນໄວ້. ຖັດຈາກປະຕູບານສະວິງ ກໍມີຂັ້ນໄດເພື່ອຍ່າງຂຶ້ນໄປຍັງບັງກະໂລຂອງຂ້າພະເຈົ້າ. ພາຍໃນຫ້ອງສ່ວນຕົວຂອງຂ້າພະເຈົ້າ ກໍສາມາດແນມເຫັນທິວທັດຂອງສາຍນໍ້າຜ່ານປະຕູແກ້ວບານເລື່ອນອັນຕັ້ງສະຫງ່າຈາກພື້ນຫ້ອງຈົນຈໍາແພດານ. ສໍາລັບລະບຽງສ່ວນຕົວ ກໍມຸງດ້ວຍຫຼັງຄາລາດອ່ຽງທີ່ຕັ້ງຢູ່ເທິງໂງ່ນຫີນຂະໜາດໃຫຍ່ຕິດແປະແມ່ນໍ້າ, ມີປ່າໄມ້ໄຜ່ຂຽວກະຈີຢູ່ຟາກກົງກັນຂ້າມ. ຫ້ອງນອນຂອງຂ້າພະເຈົ້າ ມີຂະໜາດກວ້າງຂວາງ ແລະ ມີຫຼາຍຢ່າງທີ່ສ້າງຈາກໄມ້ໄຜ່ດ້ວຍຮູບແບບທີ່ເປັນເອກະລັກ ບໍ່ວ່າຈະເປັນຫົວຕຽງ, ໂຄມໄຟ, ເຟີນີເຈີ, ແລະ ຂອບແວ່ນໃນຫ້ອງນໍ້າ.

ຣີສອດແຫ່ງນີ້ຕັ້ງຢູ່ທ່າມກາງຊຸມຊົນເຜົ່າກຶມມຸ ແລະ ພະນັກງານທີ່ເຮັດວຽກໃນເຂດແຫ່ງນີ້ ແມ່ນອາໄສຢູ່ໃນໝູ່ບ້ານທີ່ຕັ້ງຢູ່ຕິດກັນ ເຊິ່ງເປັນໝູ່ບ້ານຊົນເຜົ່າກຶມມຸທີ່ຫາກໍສ້າງຂຶ້ນໃໝ່ ໂດຍມີຕູບຫຼາຍຫຼັງທີ່ໃຊ້ເສົາຍົກພື້ນ ເຊິ່ງຜູ້ຄົນສາມາດຍ່າງຜ່ານກ້ອງຕູບໄດ້. ສະຖານທີ່ດັ່ງກ່າວ ຖືເປັນບ່ອນຢູ່ທີ່ງຽບສະຫງົບ ໂດຍມີທົ່ງນາອັນກວ້າງຂວາງສໍາລັບໃຊ້ເປັນບ່ອນປູກເຂົ້າຂອງຊາວບ້ານ. ພະນັກງານທີ່ເຮັດວຽກໃນນໍ້າກັດຢໍລະປ່າປະມານ 50 ເປີເຊັນ ກໍແມ່ນມາຈາກຊຸມຊົນທ້ອງຖິ່ນ; ຂະນະທີ່ອີກ 49 ເປີເຊັນແມ່ນມາຈາກເຂດໃກ້ຄຽງຂອງແຂວງອຸດົມໄຊ.
ສະຖານທີ່ພັກຜ່ອນໃນເຂດຫ່າງໄກແຫ່ງນີ້, ມີບໍລິການທ່ອງທ່ຽວຫຼາກຫຼາຍທີ່ສາມາດເຮັດໃຫ້ບັນດານັກທ່ອງທ່ຽວຫາເວລາວ່າງໄດ້ຍາກ. ທ່ານສາມາດລອງຂີ່ສະລິງ, ປີນໜ້າຜາ, ຫ້ອຍໂຫນ, ຂີ່ລົດເອທີວີ, ຫຼື ໄປທ່ຽວນໍ້າຕົກຕາດ ແລະອື່ນໆ. ຂ່າວດີນັ້ນກໍຄື ບັນດາກິດຈະກໍາເຫຼົ່ານີ້ຕັ້ງຢູ່ຂ້ອນຂ້າງໄກຈາກທີ່ພັກ, ດັ່ງນັ້ນຈິ່ງບໍ່ເປັນການລົບກວນຄວາມງຽບສະຫງົບພາຍໃນຫ້ອງພັກເລີຍ, ລວມທັງສະລອຍນໍ້າ ແລະ ຮ້ານອາຫານແຕ່ຢ່າງໃດ. ຄວາມຈິງແລ້ວ, ສະຖານທີ່ແຫ່ງນີ້ງຽບສະຫງົບຈົນສາມາດຮຽກເອີ້ນບັນດານົກຊະນິດຕ່າງໆມາຊຸມນຸມກັນ ເຊິ່ງຂ້າພະເຈົ້າເອງກໍບໍ່ເຄີຍເຫັນແຫ່ງໃດມາກ່ອນໃນປະເທດລາວ. ທີ່ຈິງແລ້ວ, ຖ້າທ່ານໄດ້ເຂົ້າເບິ່ງເວັບໄຊ ebird.org ເພື່ອເບິ່ງນົກຍອດນິຍົມ ທ່ານຈະສາມາດຄົ້ນພົບໄດ້ວ່າ ບໍລິເວນແຫ່ງນີ້ຖືເປັນຈຸດຍອດນິຍົມສໍາລັບນັກເບິ່ງນົກ ທີ່ຈະມີໂອກາດໄດ້ເຫັນຄວາມສວຍງາມດັ່ງກ່າວ ບໍ່ວ່າຈະເປັນ ນົກແຊວສະຫວັນ ຫລື ນົກແຊວຫາງໝາກ ຫຼື ນົກກິນປີຫາງຍາວຄໍສີຟ້າເປັນຕົ້ນ.
ໃນຂະນະທີ່ກໍາລັງນັ່ງຮັບປະທານອາຫານທ່ຽງຢ່າງແຊບຊ້ອຍທີ່ລະບຽງຮ້ານອາຫານເຊິ່ງຕໍ່ເປັນແຖວຍາວໄປທາງແມ່ນໍ້າ, ຂ້າພະເຈົ້າບັງເອີນເຫຼືອບເຫັນນົກກາງເຂນຫົວຂາວທ້າຍແດງໂຕໜຶ່ງກໍາລັງບິນເຈີ້ຍເຈີດໄປມາໂດຍປັດສາຈາກສິ່ງກີດຂວາງໃດໆ. ຂ້າພະເຈົ້າຮູ້ສຶກອີ່ມເອີບໃຈເປັນຢ່າງຍິ່ງທີ່ໄດ້ນັ່ງຊົມນົກນ້ອຍໂຕນັ້ນ. ແສງແດດທີ່ອາບເອ້, ບວກກັບສາຍລົມພັດເບົາໆ, ແລະ ມີສຽງນໍ້າໄຫຼຄ່ອຍໆ ຊ່າງເປັນບັນຍາກາດທີ່ເຂົ້າກັນດີກັບຄາບອາຫານຂອງຂ້າພະເຈົ້າໃນມື້ນັ້ນ.
ສະຖານທີ່ທ່ອງທ່ຽວແຫ່ງນີ້ມີໃຫ້ບໍລິການອາຫານປະເພດຕ່າງໆຫຼາກຫຼາຍ ນັບແຕ່ອາຫານລາວ, ໄທ ຈົນເຖິງອາຫານຕາເວັນຕົກ. ສິ່ງໜຶ່ງທີ່ຜູ້ຂຽນປະທັບໃຈທີ່ສຸດນັ້ນກໍຄື ການເສີບນໍ້າເຜິ້ງປ່າຫາທີ່ກໍຍ້ອຍອອກຈາກຮັງໃໝ່ໆ ພ້ອມຕັ້ງໄວ້ເທິງໜ້າໂຕະໃນຕອນເຊົ້າ.

ຂ້າພະເຈົ້າໃຊ້ເວລາສອງສາມວັນທີ່ນໍ້າກັດຢໍລະປ່າໃນການຍ່າງຂຶ້ນພູເຂົາທີ່ສູງສຽດຟ້າ. ທຸກຄັ້ງທີ່ກັບຄືນຫ້ອງພັກໃນແຕ່ລະວັນ ພາຍຫຼັງເດີນທາງໄກ ເພື່ອທ່ຽວຊົມໝູ່ບ້ານຊົນເຜົ່າມົ້ງ, ກຶມມຸ, ແລະ ອາຂ່າ, ຂ້າພະເຈົ້າມັກຈະລົງແຊ່ຕົວໃນອ່າງນໍ້າອຸ່ນຂະໜາດໃຫຍ່ເປັນເວລາດົນ ພ້ອມຈອງບໍລິການນວດນໍ້າມັນກັບໝໍນວດປະຈໍາຣີສອດ. ທັງໝົດນັ້ນລ້ວນແຕ່ແມ່ນຄວາມສຸກທີ່ຫາໄດ້ຍາກ ແຕ່ນີ້ຄືສິ່ງທີ່ນໍາກັດມອບໃຫ້ ເຊິ່ງທ່ານສາມາດເລືອກເຮັດກິດຈະກໍາຫຼາຍໜ້ອຍໄດ້ຕາມທີ່ໃຈຕົນເອງຕ້ອງການ. ບໍ່ມີແຮງກົດດັນໃດໆທີ່ຈະຫຼິ້ນກິດຈະກຳ 21 ປະເພດເພື່ອກະຕຸ້ນຮໍໂມນອະດີນາລິນ ແລະ ບໍ່ຕ້ອງອາຍທີ່ຈະຍ່າງຫຼິ້ນອ້ອມຮອບ, ເບິ່ງປາຄາບທີ່ກໍາລັງລອຍຫຼິ້ນໃນສະນໍ້າ, ຍິ້ມຫົວຂະນະນັ່ງຢູ່ເກົ້າອີ້ອາບແດດ, ແລະ ເຮັດກິດຈະກໍາເລັກໆນ້ອຍໆຕາມອັດທະຍາໄສ.

ຂໍ້ມູນເພີ່ມເຕີມ
ສາມາດເຂົ້າເບິ່ງທີ່ເວັບໄຊ www.namkatyorlapa.com

ການເດີນທາງ
ດ້ວຍສາຍການບິນລາວ ເຊິ່ງມີຖ້ຽວບິນປະຈໍາທີ່ເດີນທາງສູ່ຫຼວງພະບາງ ຈາກນະຄອນຫຼວງວຽງຈັນ, ກຸງເທບ, ຊຽງໃໝ່ ແລະ ຮາໂນ່ຍ. ສາມາດເດີນທາງດ້ວຍລົດໄຟລາວ-ຈີນ ໂດຍມຸ່ງໜ້າຈາກຫຼວງພະບາງ ໄປສູ່ແຂວງອຸດົມໄຊເຊິ່ງຢູ່ໃກ້ກັນໄດ້.

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ Phoonsab Thevongsa

Read More

Related Articles