ບົດໂດຍ: ເຈສັນ ໂຣລັນ
ຮູບໂດຍ: ພູນຊັບ ເທວົງສາ ແລະ ອານິຕາ ເພຣສຕັນ ເອເວັນຊອງຟິມ
ແປ ແລະ ຮຽບຮຽງໂດຍ: ວັນນະແສງ ອິນສານ




ເປັນອີກມື້ໜຶ່ງທີ່ຮຸ່ງອາລຸນຍາມເຊົ້າສຸດແສນຈະຮ້ອນອົບເອົ້າໃນນະຄອນຫຼວງພະບາງ ແຕ່ຢາດເຫື່ອທີ່ໄຫຼໃຄທີ່ຍ້ອຍຈະຖືກຊໍາລະລ້າງໃຫ້ຫາຍໄປກັບຄວາມປຽກຊຸ່ມຮົ່ມເຢັນໃນທົ່ວຕົວເມືອງຂອງບຸນປະເພນີປີໃໝ່ລາວທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ. ທ່ານຈະສໍາຜັດໄດ້ຢ່າງເດັ່ນຊັດຜ່ານສີໜ້າຮອຍຍີ້ມຂອງຊາວລາວທີ່ມີແຕ່ຄວາມຍີ້ມແຍ້ມຈົນແກ້ມບານອອກເປັນພິເສດ, ທ່ານຈະໄດ້ເຫັນແວວຕາຄວາມສຸກຄວາມເບີກບານຂອງຜູ້ເຖົ້າຜູ້ແກ່ ແລະ ໃນອີກບໍ່ດົນບັນດາຄົນແປກໜ້າຕົນໂຕປຽກຊຸ່ມຈາກທົ່ວທຸກສາລະທິດ ຈະມາເຕົ້າໂຮມກັນໃນບຸນປະເພນີທີ່ຄຶກຄື້ນດັ່ງກ່າວ. ໃນສັບພາສາທ້ອງຖິ່ນ ຜູ້ຄົນມັກຈະເອີ້ນກັນວ່າບຸນຫົດນໍ້າ ເຊິ່ງເປັນການເອີ້ນທີ່ສຸພາບນຸ້ມນວນແຕກຕ່າງຢ່າງສີ້ນເຊິງກັບການຫຼີ້ນນໍ້າໃນຕົວຈິງທີ່ປ່ຽນໃຫ້ເມືອງງຽບໆກາຍເປັນດັ່ງສະໜາມຮົບການສາດນໍ້າໃສ່ກັນຢ່າງມວນຊື່ນຄື້ນເຄງຕາມຖະໜົນສາຍຫຼັກເປັນເວລາແກ່ຍາວເຖິງສາມວັນ.
ຫາກເບິ່ງເຜີນໆກໍ່ຈະເຫັນແຕ່ຄວາມປຽກຊຸ່ມໄປທົ່ວທຸກຫົນແຫ່ງ ແຕ່ເລິກລົງໄປແລ້ວໝາກຫົວໃຈຫຼັກຂອງບຸນປີໃໝ່ແມ່ນຮີດຄອງປະເພນີອັນດີງາມທີ່ມີຄວາມຊັບຊ້ອນເລິກເຊີ່ງສື່ໃຫ້ເຫັນເຖິງຟ້າໃໝ່ປີໃໝ່ຂອງຊາວລາວທຸກປວງຊົນ. ພຣະສົງຍັງຄົງສືບຕໍ່ບິນທະບາດຢ່າງງຽບໆທ່າມກາງສາຍໝອກໃນຍາມເຊົ້າ ຂະນະດຽວກັນຄອບຄົວຊາວລາວກໍ່ຈະພາກັນເຕົ້າໂຮມເຮັດບາສີສູ່ຂວັນ ຂໍ້ມືສອງກໍ້າເຕັມໄປດ້ວຍຝ້າຍຜູກແຂນພ້ອມຄໍາອວຍພອນທີ່ຮັກແພງສົ່ງຕໍ່ໃຫ້ແກ່ກັນ. ກິ່ນຫອມຂອງປິ້ງປາ ແລະ ພືດຜັກສະໝູນໄພສົດໆຫອມກຸ້ມຢູ່ຫ້ອງນັ່ງຫຼີ້ນ, ສຽງແມ່ຕູ້ເອີ້ນໃສ່ລູກຫຼານໃຫ້ຕໍາໝາກເຜັດ ແລະ ບີບໝາກນາວໃສ່ລາບຫຼອນຂຶ້ນມາເປັນບາດ. ໃນອີກມຸມໜຶ່ງ ພຸດທະສາສະນິກຄະຊົນທີ່ນຸ່ງເຄື່ອງໄໝອັນສວຍສົດງົດງາມ ກໍ່ປ່ຽນຜຽນວຽນກັນມາສົງພຣະດ້ວຍນໍ້າຫອມກິ່ນດອກມະລິເພື່ອເອົາໂຊກເອົາໄຊ ພ້ອມສຽງສວດມົນດັງກ້ອງໄປທົ່ວວັດວາອາຣາມ. ບຸນປະເພນີດັ່ງກ່າວນີ້ເປັນກາລະໂອກາດທີ່ຄວາມສັກສິດ ແລະ ການລະຫຼີ້ນມາບັນຈົບພົບກັນ ໃນຄາວໜຶ່ງທ່ານອາດຈະໄດ້ຮັບຄໍາອວຍພອນປີໃໝ່ຈາກຜູ້ເຖົ້າຜູ້ແກ່ ແຕ່ພຽງພິບຕາກໍ່ອາດຈະຖືກເດັກນ້ອຍພາກັນທັງສີດປືນນໍ້າ ທັງສາດນໍ້າເຕັມຄຸໃສ່ດ້ວຍຄວາມມ່ວນຊື່ນເປັນຕາອອນຊອນ ແລະ ເມື່ອເບິ່ງຄັກໆແລ້ວ ທັງໝົດທັງມວນນີ້ເປັນການສະເຫຼີມສະຫຼອງທີ່ສົມເຫດສົມຜົນ ແລະ ເໝາະເຈາະກັບຊ່ວງທີ່ອາກາດຮ້ອນອົບເອົ້າທີ່ສຸດຂອງປະເທດລາວຢ່າງແທ້ຈິງ.



