Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ການບິນລາວ

ຕາມກຳນົດຂອງເວລາ

posted by Yuki
Nov 2, 2017 11234 2 0
Share

ເຈາະເລິກວຽກຂອງຊ່າງສ້ອມບຳລຸງຮັກສາເຮືອບິນ ທີ່ບໍ່ສາມາດຜິດພາດໄດ້ພຽງຂັ້ນຕອນດຽວ

ເມື່ອຄິດເຖິງພາບຊ່າງແປງລົດ ຫຼື ຊ່າງແປງເຄື່ອງຈັກທີ່ເຮົາເຄີຍເຫັນ ມັກຈະມີຮອຍນຳ້ມັນເຄື່ອງຕິດຕາມເຄື່ອງນຸ່ງ, ມີເຄື່ອງສ້ອມແປງຢູ່ໃນມື, ງົມຢູ່ນຳຈັກເພື່ອຊອກຫາບ່ອນທີ່ເປ່ເພ; ແຕ່ສຳລັບເຮືອບິນແລ້ວ, ວຽກງານການສ້ອມບຳລຸງຮັກສາຕ່າງຈາກພາບທີ່ເຮົາຄິດຫຼາຍ.

ທ່ານ ສຸດສາຄອນ ລຸນແສງຈັນ, ຊ່າງສ້ອມບຳລຸງຮັກສາເຮືອບິນຂອງ ບໍລິສັດ ວິສະວະກຳການບິນລາວ (ວສກບລ)  ເລົ່າໃຫ້ພວກເຮົາຟັງວ່າການສ້ອມບຳລຸງຮັກສາເຮືອບິນ ຈະຕ້ອງເປັນໄປຕາມຂັ້ນຕອນທີ່ກຳນົດໄວ້ຢ່າງເຂັ້ມງວດ ແລະ ນຳໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝໃນການກວດກາແຕ່ລະຄັ້ງ. ສະນັ້ນ, ວຽກນີ້ຈຶ່ງຕ້ອງໃຊ້ບຸກຄະລາກອນທີ່ຜ່ານການຝຶກອົບຮົມມາໂດຍສະເພາະ.

ອູ່ສ້ອມແປງບຳລຸງຮັກສາເຮືອບິນທີ່ ສະຫນາມບິນວັດໄຕ ສາມາດຮອງຮັບເຮືອບິນຫລາຍຊະນິດ ທີ່ຈະເຂົ້າມາສ້ອມເຊັ່ນ: Airbus 320, Airbus 330, Boeing 737, ATR42/72 ມີເຄື່ອງມືອຸປະກອນຮັບໃຊ້ເຂົ້າໃນການສ້ອມບຳລຸງຮັກສາຢ່າງຄົບຊຸດເຊັ່ນ: ຂັນໄດສຳລັບຫົວຈັກ, ສຳລັບລຳໂຕ ຫົວ-ທ້າຍ, ກ້ອງປີກ ແລະ ເຄື່ອງຍົກນໍ້າຫນັກ, ພ້ອມນີ້ກໍຍັງມີຕູ້ເຄື່ອງມືທີ່ຮັບໃຊ້ເຂົ້າໃນການສ້ອມບຳລຸງທີ່ຄົບຊຸດ, ສະອາດ ແລະ ຮັບຮອງມາດຕະຖານອາຍຸການໃຊ້ງານ.

ນີ້ແມ່ນບາງສ່ວນໃນການສ້ອມບໍາລຸງຮັກສາເຮືອບິນ ໃນອູ່ສ້ອມເຮືອບິນຂອງບໍລິສັດ ວິສະວະກຳການບິນລາວ, ເຊີ່ງແຕ່ລະຫນ້າວຽກຕ້ອງໄດ້ຖືກກວດສອບຢ່າງລະອຽດ ແລະ ປະຕິບັດຄົບທຸກຂໍ້ຕາມເອກະສານທີ່ລະບຸໄວ້ ຂອງແຕ່ລະປະເພດເຮືອບິນ. ຫຼັງຈາກຈົບປະລິນຍາຕຣີ ຄະນະສຶກສາສາດ ພາກວິຊາ: ຄູພາສາອັງກິດ, ທ່ານ ສຸດສາຄອນ ກໍ່ເປັນຄູສອນພາສາອັງກິດຫຼາຍປີ ກ່ອນຈະມາເຮັດວຽກກັບ ບໍລິສັດ ວິສະວະກຳ ສາຍການບິນລາວ. 

ອາຊີບຊ່າງສ້ອມບຳລຸງຮັກສາເຮືອບິນ ຈະຕ້ອງມີຄວາມຮູ້ທາງດ້ານເຕັກນິກສະເພາະ ແລະ ຕ້ອງສື່ສານພາສາອັງກິດໄດ້ເປັນຢ່າງດີ. ສະນັ້ນ, ທ່ານ ສຸດສາຄອນ ຈື່ງເລີ່ມຈາກຕຳແໜ່ງ ຜູ້ຊ່ວຍຊ່າງສ້ອມບຳລຸງເຮືອບິນ ເປັນເວລາ 2 ປີ. ຫຼັງຈາກນັ້ນ, ເພິ່ນຕ້ອງໄດ້ສຳເລັດການຮຽນ ຫລື ຝຶກອົບຮົມຂັ້ນພື້ນຖານດ້ານເຮືອບິນ ຈຳນວນຫລາຍກວ່າ 200 ຊົ່ວໂມງ. ແຕ່ເນື່ອງຈາກວ່າ ປະເທດລາວບໍ່ທັນມີສະຖາບັນການສຶກສາໃດ ທີ່ໃຫ້ການສິດສອນ ຫລື ຝຶກອົບຮົມດ້ານພື້ນຖານການສ້ອມບຳລຸງເຮືອບິນໄດ້,​ ເພິ່ນຈຶ່ງໄດ້ໄປສຶກສາທີ່ປະເທດຫວຽດນາມ. ຫຼັງຈາກນັ້ນ, ເພິ່ນກໍໄດ້ສືບຕໍ່ຮຽນ ແລະ ຝຶກອົບຮົມພາກວິຊາອື່ນໆຢູ່ປະເທດສິງກະໂປ, ເຢຍລະມັນ, ແລະ ປະເທດໄທ ເປັນຕົ້ນ. ແລະ ກໍ່ໄດ້ເຮັດວຽກໃນລະດັບພະນັກງານສ້ອມບຳລຸງ Cat:B1 ກັບບໍລິສັດຮ່ວມທຶນລະຫວ່າງບໍລິສັດ CIT-MRO ແລະ ລັດວິສະຫະກິດການບິນລາວໃນປະຈຸບັນ.

ໃນປະຈຸບັນ, ເພິ່ນເປັນໜຶ່ງໃນຈຳນວນ 70 ຄົນ ສັງກັດຢູ່ພະແນກເຕັກນິກ, ຂະແຫນງ ສ້ອມບຳລຸງເຮືອບິນ ທີ່ສາມາດຮັບຜິດຊອບໃນການສ້ອມທັງເຮືອບິນ ແອບັສ A320 ແລະ ເຮືອບິນ ATR72-500/600, ແລະ ເພິ່ນກໍເປັນໜຶ່ງໃນຄົນຈຳນວນບໍ່ຫລາຍທີ່ສາມາດຮັບຜິດຊອບໃນການສ້ອມບຳລຸງຮັກສາເຮືອບິນໄດ້ທັງສອງຊະນິດ.

ທ່ານ ສຸດສາຄອນກ່າວວ່າ ຍັງໄດ້ກ່າວຕື່ມອີກວ່າ: ຊ່າງສ້ອມບຳລຸງຮັກສາເຮືອບິນແມ່ນມີຄວາມແຕກຕ່າງຈາກ ຊ່າງສ້ອມແປງລົດໃຫຍ່ໃນອູ່ ແລະ ຊ່າງແປງລົດຈັກຕາມຮ້ານສ້ອມແປງ, ເຊີ່ງພວກເຮົາຕ້ອງໄດ້ປະຕິບັດການສ້ອມບຳລຸງຕາມຂັ້ນຕອນ ແລະ ເອກະສານທີ່ທາງໂຮງງານເຈົ້າຂອງເຮືອບິນ ແລະ ເຈົ້າຫນ້າທີ່ ທີ່ກ່ຽວຂ້ອງກຳນົດໃຫ້ຢ່າງລະອຽດ ແລະ ທຸກໆເອກະສານທີ່ໃຊ້ເປັນບ່ອນອີງໃນການສ້ອມບຳລຸງ ກໍຕ້ອງໄດ້ມີການເຊັນ ແລະ ຈໍ້າກາອານຸຍາດສ້ອມບຳລຸງທຸກຄັ້ງເປັນຈຳນວນຫລາຍ.

“ມັນເປັນຫນ້າວຽກທີ່ມີຄວາມຮັບຜິດຊອບສຸງ ສຳລັບນາຍຊ່າງສ້ອມບຳລຸງຮັກສາເຮືອບິນທຸກຄົນ ເພາະທຸກໆຄັ້ງທີ່ມີການກວດກາ ແລະ ສ້ອມບໍາລຸງ, ນາຍຊ່າງຕ້ອງຫມັ້ນໃຈ ແລະ ຮັບປະກັນວ່າຫນ້າວຽກນັ້ນຖືກຕ້ອງ ແລະ ມີຄວາມປອດໄພສຸງກ່ອນຈະປ່ອຍເຮືອບິນໃຫ້ການບໍລິການ.​ ຖ້າຫນ້າວຽກໃດຫນື່ງບໍ່ຖືກຕ້ອງ ຫລື ບໍ່ຜ່ານ, ເອກະສານກໍບໍ່ຖືກເຊັນ ແລະ ເຮືອບິນກໍຕ້ອງໄດ້ຈອດ, ບໍ່ສາມາດໄປບິນໄດ້.

 

ຂຽນໂດຍ: Sally Pryor

ຮູບພາບ: ພູນຊັບ ເທວົງສາ

Share

Previous

[:en]The lap of Luang Prabang luxury[:]

Next

[:en]ENDURING SINHS[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເສັ້ນດ້າຍ ແຫ່ງວັດທະນະທໍາ
  • ປ່ອຍໃຈໃຫ້ໄຫຼ ໄປກັບສາຍນ້ຳ
  • 5 ແຫຼ່ງທ່ອງທ່ຽວ ທີ່ພາດບໍ່ໄດ້ໃນການທ່ອງທ່ຽວ ແຂວງກວາງ​ນາມ, ຫວຽດນາມ
  • ການກວດສອບເຮືອບິນ C Check
  • ຄວາມຊົງຈຳທີ່ຍັງຄົງສຳຜັດໄດ້

ບົດຄວາມ

  • Art
  • ທຸລະກິດ
  • Café
  • Environment
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

[contact-form-7 404 "Not Found"]

You Might Also Like

ການບິນລາວ
Jun 3, 2019

ສະບາຍດີ ຍີ່ປຸ່ນ!

ມື້ນີ້ເຮົາໄດ້ຮັບໂອກາດພິເສດມາສຳພາດ ທ່ານ ຟູມິຢາຊຸ ຊາກາຕະ ທີ່ປຶກສາພິເສດຈາກປະເທດຍີ່ປຸ່ນ...

Read More
0 0
ການບິນລາວ
May 1, 2017

7 ເລື່ອງຂອງ ພະນັກງານຕ້ອນຮັບ ເທິງເຮືອບິນ ທີ່ອາດເຮັດໃຫ້ ທ່ານແປກໃຈ

ພະນັກງານຕ້ອນຮັບເທິງເຮືອບິນເປັນອາຊີບໃນຝັນຂອງຫຼາຍຄົນ ເພາະໄດ້ໄປທ່ອງທ່ຽວ, ຊື້ເຄື່ອງ, ເລາະຊີມອາຫານຢູ່ຫຼາຍໆປະເທດ...

Read More
3 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top