7 ເລື່ອງຂອງ ພະນັກງານຕ້ອນຮັບ ເທິງເຮືອບິນ ທີ່ອາດເຮັດໃຫ້ ທ່ານແປກໃຈ

Author:

Category:

spot_img

ພະນັກງານຕ້ອນຮັບເທິງເຮືອບິນເປັນອາຊີບໃນຝັນຂອງຫຼາຍຄົນ ເພາະໄດ້ໄປທ່ອງທ່ຽວ, ຊື້ເຄື່ອງ, ເລາະຊີມອາຫານຢູ່ຫຼາຍໆປະເທດ ໂດຍທີ່ບໍ່ຕ້ອງເສຍຄ່າເດີນທາງ ແລະ ຍັງໄດ້ແຕ່ງໂຕຈົບງາມ ຈົນສະກົດສາຍຕາທຸກຄູ່ ທຸກຄັ້ງທີ່ລາກກະເປົ໋າຍ່າງຜ່ານຝູງຊົນໃນເດີ່ນບິນ.

ອາຊີບທີ່ເປັນຕາອິດສານີ້ ບໍ່ແມ່ນວ່າຈະຫຼູຫຼາສວຍງາມ, ສະດວກສະບາຍ ຄືດັ່ງທີ່ເຮົາຄິດ. ກວ່າຈະໄດ້ເປັນພະນັກງານຈຸຫ້ອງໂດຍສານ ກໍ່ຕ້ອງໄດ້ຜ່ານການຝຶກຝົນທີ່ລະອຽດ ແລະ ເຂັ້ມງວດ ໃນຫຼາຍດ້ານ ເພື່ອກຽມພ້ອມແກ້ໄຂສະຖານະການຕ່າງໆ ທີ່ເກີດຂຶ້ນໃນເຮືອບິນ. ເຂົາຕ້ອງເປັນໄດ້ທັງໝໍ, ຊ່າງແປງຈັກ, ຜູ້ຊ່ວຍນັກບິນ, ແລະ ທູດວັດທະນະທຳ.

ສິ່ງທີ່ທ່ານຈະໄດ້ອ່ານຕໍ່ໄປນີ້ ແມ່ນ 7 ສິ່ງທີ່ທ່ານອາດຈະຍັງບໍ່ຮູ້ ກ່ຽວກັບພະນັກງານຈຸຫ້ອງໂດຍສານ ຂອງການບິນລາວ:

1.ກຽມພ້ອມຮັບມືກັບ ເຫດການສຸກເສີນ
ພະນັກງານທຸກຄົນຕ້ອງເຂົ້າໃຈລາຍລະອຽດຂອງເຮືອບິນ ແລະ ຮູ້ວ່າອຸປະກອນອັນໃດຢູ່ບ່ອນໃດ, ເຊິ່ງຈະແຕກຕ່າງກັນໄປ ຕາມແຕ່ລະລຸ້ນ. ກໍລະນີທີ່ເຮືອບິນປະສົບບັນຫາ ພວກເຂົາຕ້ອງ ພ້ອມທີ່ຈະນຳພາ ຜູ້ໂດຍສານໄປໃນບ່ອນທີ່ປອດໄພ. ນອກຈາກນັ້ນ ຍັງຕ້ອງຮູ້ຈັກໃຊ້ອຸປະກອນສຸກເສີນ ເຊັ່ນ: ບັ້ງດັບເພີງ, ຖັງອັອກຊີເຈັນ, ເຮືອຊູຊີບ, ເຄື່ອງປຳ້ຫົວໃຈ ແລະ ອຸປະກອນການແພດອື່ນໆ ຢູ່ເທິງເຮືອບິນ.

2.ພວກເຂົາປຽບສະເໝືອນ ແພດສະໜາມເທິງອາກາດ
ທ່ານເຄີຍຈະອາດເຄີຍເຫັນໃນຮູບເງົາເວລາມີເຫດ ຄົນເຈັບສຸກເສີນລະມັກມີຄົນຮ້ອງວ່າ “ມີແພດຢູ່ເທິງເຮືອບິນບໍ່?” ຄວາມຈິງແລ້ວມັນເປັນ ໜ້າທີ່ຂອງພະນັກງານຕ້ອນຮັບເທິງເຮືອບິນ ທີ່ຕ້ອງ ຮູ້ວິທີປະຖົມພະຍາບານ, CPR ແລະ ຊ່ວຍເຫຼືອ
ຜູ້ໂດຍສານທີ່ບາດເຈັບຈົນກວ່າຍົນຈະລົງ.

3.ເປັນນັກບິນສຳຮອງ
ເມື່ອມີເຫດການສຸກເສີນເກີດຂຶ້ນກັບນັກບິນ, ເຖິງວ່າ ຈະຂັບຍົນແທນບໍ່ໄດ້, ແຕ່ພວກເຂົາຕ້ອງສາມາດເຮັດໜ້າທີ່ຜູ້ຊ່ວຍນັກບິນແທນ. ສະນັ້ນຈຶ່ງຕ້ອງຮູ້ຈັກນຳໃຊ້ອຸປະກອນທຸກຢ່າງ ພາຍໃນຫ້ອງນັກບິນ.

4.ຕ້ອງມີຄວາມຮູ້ພື້ນຖານ ກ່ຽວກັບເຮືອບິນ
ພະນັກງານຈຸຫ້ອງໂດຍສານ ຕ້ອງຮູ້ພື້ນຖານການ ເຮັດວຽກຂອງເຮືອບິນ, ຮູ້ຂັ້ນຕອນການເອົາຍົນຂຶ້ນ-ລົງ ແລະ ຮູ້ວ່າແຮງກົດອາກາດພາຍນອກ ແລະ ໃນຫ້ອງໂດຍສານຕ້ອງຢູ່ໃນເກນໃດ ເປັນຕົ້ນ.

5.ພວກເຂົາມີສະມາທິສູງ
ໃນຂະນະທີ່ເຮືອບິນຂຶ້ນ ແລະ ລົງ, ເຖິງແມ່ນວ່າ ພະນັກງານຈຸຫ້ອງໂດຍສານຈະເບິ່ງຄືວ່າກຳລັງນັ່ງ ລ້າໆ, ແຕ່ໃນໃຈພວກເຂົາກຳລັງກວດກາສະພາບ ລວມເທິງເຮືອບິນ ເຊັ່ນ ຈຳນວນຜູ້ໂດຍສານ, ແຜນ ຮັບມືໃນກໍລະນີສຸກເສີນ ລວມເຖິງຄວາມເປັນລະບຽບ ຮຽບຮ້ອຍຂອງຜູ້ໂດຍສານເພື່ອໃຫ້ໝັ້ນໃຈວ່າ ທຸກຢ່າງ ດຳເນີນໄປຢ່າງປົກກະຕິ.

6.ເປັນທູດວັດທະນະທຳ
ພະນັກງານຕ້ອນຮັບເທິງເຮືອບິນຂອງ ການບິນລາວ ປຽບເໝືອນທູດວັດທະນາທຳ ທີ່ມີຄວາມຮູ້ເລື່ອງຮີດຄອງປະເພນີຂອງລາວ, ໃຊ້ພາສາລາວໃຫ້ຖືກ, ແຕ່ງໂຕສຸພາບ ແລະ ປະພຶດໂຕໃຫ້ເໝາະສົມກັບ ການເປັນໃບໜ້າໃບຕາຂອງຄົນໃນປະເທດ.

7.ພວກເຂົາໄດ້ຮັບສິດພິເສດ
ອາຊີບນີ້ມາພ້ອມກັບສິດພິເສດຕ່າງໆເຊັ່ນ: ເດີນທາງ ໂດຍບໍ່ຕ້ອງມີວີຊາເຂົ້າປະເທດທີ່ກຳລັງບິນໄປ, ໄດ້ປີ້ຍົນ ແລະ ທີ່ພັກຟີ, ລວມເຖິງມີສິດຊື້ປີ້ຍົນ ໃນລາຄາພິເສດໃຫ້ຕົນເອງ ແລະ ຄອບຄົວ ໃນກໍລະນີເດີນທາງ ສ່ວນຕົວ.

 

ຮູບໂດຍ: Xayyaphone Thammavongsa

Read More

Related Articles