Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທ່ອງທ່ຽວ

ສະຖານທີ່ໂດດເດັ່ນຂອງ ໄຊຍະບູລີ

posted by Billy
Mar 15, 2023 454 0 0
Share

ການຄົ້ນພົບເຄື່ອງປະດັບນິລະນາມແຫ່ງພາກເໜືອ
ການປະສົມປະສານລະຫວ່າງເລື່ອງເລົ່າຜ່ານຄວາມເປັນຈິງ ປະສົມກັບເລື່ອງເລົ່າຜ່ານນິທານພື້ນເມືອງທີ່ມີສີສັນ ໄດ້ເຜີຍໃຫ້ເຫັນອະດີດຂອງແຂວງໄຊຍະບູລີ, ທີ່ຍ້ອນກັບໄປປະມານ 700 ປີຄືນຫຼັງ. ສະຖານທີ່ທ່ອງທ່ຽວທາງສາສະໜາ ແລະ ທໍາມະຊາດສ່ວນໃຫຍ່ ລ້ວນແຕ່ມີປະຫວັດຄວາມເປັນມາທີ່ໜ້າສົນໃຈ ເຊິ່ງເຕັມໄປດ້ວຍບັນດາຕໍານານຕ່າງໆ. ຄວາມຫຼາກຫຼາຍຂອງບັນດາຊົນເຜົ່າຕ່າງໆ ຍັງບົ່ງບອກເຖິງຕົວຕົນຂອງໄຊຍະບູລີ ລວມທັງບັນດາຊຸມຊົນກຸ່ມນ້ອຍທີ່ບໍ່ຄ່ອຍພົບເຫັນໄດ້ງ່າຍ ເຊັ່ນ ຊົນເຜົ່າໄປຣ ແລະ ອິວມຽນ.
ການເດີນທາງເພື່ອມຸ່ງໜ້າໄປສູ່ແຂວງໄຊຍະບູລີ ອາດຈະຖືເປັນການທົດສອບປະສົບການໃໝ່ເລີຍກໍວ່າໄດ້, ແຕ່ຖ້າໄດ້ພົບຄວາມເປັນລາວແບບແທ້ຈິງນັ້ນແລ້ວ ກໍ່ຈະມອບຄວາມຊົງຈໍາໃຫ້ແກ່ທ່ານຕະຫຼອດໄປແບບບໍ່ມີວັນລືມ. ໄຊຍະບູລີ ກາຍເປັນທີ່ຮູ້ຈັກກັນດີຈາກ ງານມະຫາກຳບຸນຊ້າງ ທີ່ຈັດຂຶ້ນໃນຊ່ວງກາງເດືອນກຸມພາຂອງທຸກໆປີ ແລະ ສູນອະນຸລັກຊ້າງ. ແຕ່ຄວາມຈິງແລ້ວ, ແຂວງດັ່ງກ່າວມີແຫຼ່ງທ່ອງທ່ຽວຫຼາກຫຼາຍແຫ່ງທີ່ໜ້າສົນໃຈ.
ບາງຄັ້ງກໍເປັນທີ່ຮູ້ຈັກກັນດີໃນນາມ ບຸນຜີ ໂດຍສະເພາະກໍແມ່ນ ງານບຸນປະເພນີແຫ່ຜີຕາໂຂນ ເຊິ່ງເປັນຊື່ທີ່ຊາວບ້ານເອີ້ນກັນທົ່ວໄປໃນກຸ່ມງານບຸນປະເພນີທີ່ຈັດຂຶ້ນຢູ່ເມືອງປາກລາຍ, ແຂວງໄຊຍະບູລີ, ປະເທດລາວ ແລະ ຈັງຫວັດເລີຍ, ປະເທດໄທ. ງານປະເພນີດັ່ງກ່າວຈັດຂຶ້ນເປັນເວລາສາມວັນ ໂດຍຈັດຂຶ້ນໃນຊ່ວງເດືອນມີນາ ຫາເດືອນເມສາ ເຊິ່ງກໍແມ່ນຜູ້ເຖົ້າຜູ້ແກ່ທີ່ມີຄວາມຮູ້ດ້ານພິທີກໍາ ເປັນຜູ້ເລືອກມື້ເລືອກຍາມໃນການຈັດງານບຸນດັ່ງກ່າວ. ປະເພນີແຫ່ຜີຕາໂຂນ ມີຄຽງຄູ່ກັບປະເພນີບຸນພະເຫວດ ເຊິ່ງເປັນສ່ວນໜຶ່ງຂອງງານບຸນປະເພນີທີ່ຊາວພຸດທະສາສະໜາປະຕິບັດສືບທອດກັນມາແຕ່ດົນນານ. ໃນມື້ທໍາອິດຂອງງານບຸນປະເພນີແຫ່ຜີຕາໂຂນ, ບັນດາຊາວບ້ານຊາວເມືອງຈະມີການຈັດພິທີຂໍພອນຈາກຜີຕາໂຂນ ເຊິ່ງເຊື່ອວ່າເປັນດວງວິນຍານແຫ່ງດວງຕາທີ່ຈະຊ່ວຍປົກປັກຮັກສາບ້ານເມືອງໃຫ້ຢູ່ດີມີສຸກ. ຈາກນັ້ນກໍມີການຈັດກິດຈະກຳໃຫ້ຫຼິ້ນຢ່າງມ່ວນຊື່ນ ແລະ ເຂົ້າຮ່ວມໃນຂະບວນແຫ່ຜີຕາໂຂນ ໂດຍໃສ່ໜ້າກາກທີ່ເຮັດຈາກເຟືອງແຫ້ງ ຫຼື ໃບພ້າວ ພ້ອມດ້ວຍໝວກທີ່ເຮັດຈາກຫວດໜຶ້ງເຂົ້າ ແລະ ເສື້ອຜ້າຫຼາຍສີທີ່ຫຍິບຕິດຕໍ່ກັນ. ຜູ້ທີ່ແຕ່ງໂຕເປັນຜີຕາໂຂນຍັງພາກັນຫ້ອຍກະດິ່ງ ແລະ ໄມ້ທີ່ເປັນຮູບອະໄວຍະວະເພດ ເພື່ອເພີ່ມຄວາມມ່ວນຊື່ນເຮຮາຕື່ມອີກ. ໃນມື້ທີສອງຂອງງານບຸນນັ້ນ ແມ່ນຈະມີການລວມເອົາອົງປະກອບຂອງງານບຸນບັ້ງໄຟເຂົ້າໃສ່ນຳ, ບວກກັບການປະກວດເຄື່ອງແຕ່ງກາຍ ແລະ ການຟ້ອນລໍາ ແລະ ຂະບວນແຫ່ອື່ນໆ. ໃນ​ມື້ທີສາມເຊິ່ງເປັນມື້​ສຸດ​ທ້າຍ, ຊາວ​ບ້ານຈະພາກັນໄປວັດເພື່ອ​ຮັບ​ຟັງທໍາມະ​ເທ​ສະ​ໜາ​ຈາກ​ພະສົງ.

ສິ່ງມະຫັດສະຈັນອີກຢ່າງໜຶ່ງຂອງແຂວງໄຊຍະບູລີນັ້ນກໍຄື ອຸດທິຍານແຫ່ງຊາດນໍ້າປຸຍ, ເຊິ່ງເປັນບ່ອນຢູ່ອາໄສຂອງຊ້າງປ່າທີ່ໃຫຍ່ເປັນອັນດັບສອງຂອງປະເທດລາວ, ແລະ ຍັງເປັນປ່າສະຫງວນທີ່ມີຄວາມອຸດົມສົມບູນໄປດ້ວຍຊີວະນານາພັນ. ນ້ຳປຸຍເປັນປ່າສະຫງວນແຫ່ງຊາດພຽງແຫ່ງດຽວຂອງລາວ (NPA) ທີ່ຕັ້ງຢູ່ທາງທິດຕາເວັນຕົກຂອງແມ່ນໍ້າຂອງ. ເຂດດັ່ງກ່າວກວມເອົາເນື້ອທີ່ 1,912 ກມ2 ຂອງເມືອງພຽງ, ເມືອງປາກລາຍ, ແລະ ເມືອງທົ່ງມີໄຊ ຂອງແຂວງໄຊຍະບູລີ ເຊິ່ງເຂດຕອນກາງຂອງແຂວງດັ່ງກ່າວແມ່ນຕັ້ງຢູ່ລຽບຕາມຊາຍແດນຂອງປະເທດໄທ. ພ້ອມກັນນັ້ນກໍຍັງມີພູທີ່ສູງຊັນ ເຊິ່ງສ່ວນໃຫຍ່ເປັນຫີນຊາຍ ຫຼື ຫີນດິນດານໃນຍຸກມີໂຊໂຊອິກ, ໂດຍມີຫີນປູນໂຜ່ຂຶ້ນຢູ່ຕາມຖານ ເຊິ່ງສະແດງໃຫ້ເຫັນເຖິງລັກສະນະທາງພູມສັນຖານຂອງປ່າສະຫງວນແຫ່ງຊາດ, ໂດຍມີຈອມພູທາງທິດຕາເວັນຕົກສູງເຖິງ 1,790 ແມັດ.
ນັກຄົ້ນຄວ້າໄດ້ຄົ້ນພົບຫຼັກຖານຂອງສັດລ້ຽງລູກດ້ວຍນໍ້ານົມເຖິງ 50 ສາຍພັນ ໃນເຂດ NPA ລວມທັງຊ້າງປ່າປະມານ 60 ເຊືອກ, ເຊິ່ງເປັນປະຊາກອນທີ່ອາໄສຢູ່ຮ່ວມກັນຫຼາຍທີ່ສຸດເປັນອັນດັບສອງຂອງລາວ, ພ້ອມກັນນັ້ນກໍຍັງມີ ກະທິງ, ເສືອໂຄ່ງ, ໝາໄນ, ເຍືອງ ແລະ ໝີຄວາຍ. ນໍ້າປຸຍຍັງເປັນບ່ອນຢູ່ອາໄສຕອນເໜືອສຸດຂອງ ຕະລຸງ ແລະ ທະນີມືຂາວ.
ເຂດອ້ອມຮອບຂະໜາດນ້ອຍໃນພື້ນທີ່ປ່າສະຫງວນແຫ່ງຊາດນໍ້າປຸຍ ໂດຍສະເພາະໃນເຂດເມືອງທົ່ງມີໄຊ ກໍຍັງສາມາດນໍາສະເໜີໃຫ້ເຫັນກ່ຽວກັບທິວທັດທໍາມະຊາດໄດ້ຢ່າງພຽງພໍ, ລວມທັງບັນດາບ້ານຕ່າງໆໃນເຂດຊົນນະບົດ, ວັດວາອາຮາມທີ່ເກົ່າແກ່, ແລະ ພື້ນທີ່ສໍາລັບການປູກຝັງ, ທັງໝົດນີ້ເຊື່ອມຕໍ່ຫາກັນດ້ວຍເສັ້ນທາງດິນແດງທີ່ເຕັມໄປດ້ວຍຂີ້ຝຸ່ນ. ເມືອງທົ່ງມີໄຊ ໄດ້ຮັບການຂະໜານນາມວ່າ ເປັນດິນແດນ “ທາງຍຸດທະສາດ” ມາແຕ່ດົນນານ ເນື່ອງຈາກໃນຊ່ວງປີ ຄສ 1980, ເຂດດັ່ງກ່າວໄດ້ກາຍເປັນພື້ນທີ່ຂອງການປະທະກັນລະຫວ່າງ ລາວ ແລະ ໄທ, ເຊິ່ງໃນເວລານັ້ນ ຝ່າຍໄທໄດ້ມີການອ້າງສິດກ່ຽວກັບຝັ່ງຂວາຂອງແມ່ນໍ້າຂອງ. ຕໍ່ກັບຄວາມບໍ່ລົງລອຍກັນນັ້ນ, ຝ່າຍລາວເຖິງວ່າຈະມີກອງກໍາລັງທະຫານທີ່ດ້ອຍກວ່າກໍຕາມ, ແຕ່ກໍສາມາດຂັບໄລ່ຜູ້ຮຸກຮານໃຫ້ຖອນກໍາລັງອອກຈາກປະເທດຂອງຕົນໄດ້. ໄຊຊະນະດັ່ງກ່າວນັ້ນຍັງດັງກ້ອງກັງວານໃນບັນດາ​ຊາວ​ເມືອງ​ທົ່ງມີ​ໄຊ ນັ້ນກໍຄື “​ນາເຂົ້າ​ແຫ່ງ​ໄຊຊະນະ”.

ນອກຈາກມີຊ້າງບ້ານ 70 ເຊືອກ ເຊິ່ງເປັນໜຶ່ງໃນຝູງຊ້າງທີ່ໂຮມຕົວກັນຫຼາຍທີ່ສຸດໃນປະເທດລາວແລ້ວ, ເມືອງດັ່ງກ່າວຍັງເປັນຈຸດພັກຕາມລະດູການຂອງຊ້າງປ່າໂຕຜູ້ທີ່ເຂົ້າມາປະສົມພັນກັບຊ້າງໂຕແມ່ ເຊິ່ງເຄີຍຜູກມັດໄວ້ຕາມແຄມປ່າໃນຊ່ວງລະດູໜາວ. ສາມາດເວົ້າໄດ້ວ່າ, ຊ້າງນ້ອຍທຸກໂຕທີ່ເກີດຢູ່ໃນເມືອງທົ່ງມີໄຊນັ້ນ ລ້ວນແຕ່ມີພໍ່ພັນເປັນຊ້າງປ່າ. ປັດຈຸບັນນີ້, ຊ້າງປ່າທັງໝົດໃນເຂດນໍ້າປຸຍ ແມ່ນໄດ້ຮັບການຕິດຕາມດູແລ ແລະ ປົກປ້ອງຄຸ້ມຄອງຈາກສູນອະນຸລັກຊ້າງ (ECC) ແລະ ພວກເຂົາກໍໄດ້ປ່ອຍຊ້າງຈໍານວນ 4 ເຊືອກເຂົ້າສູ່ປ່າ ໃນເດືອນມີນາ 2019, ເຊິ່ງຖືເປັນຄັ້ງທຳອິດທີ່ມີການປ່ອຍຊ້າງເຂົ້າສູ່ປ່າໃນລາວ.
ເທດສະບານເມືອງທົ່ງມີໄຊແມ່ນຕັ້ງຢູ່ທາງຕອນໃຕ້ຂອງເມືອງ ແລະ ສາມາດເຂົ້າເຖິງໄດ້ງ່າຍທີ່ສຸດ ພຽງແຕ່ລ້ຽວລົດໄປທາງທິດຕາເວັນຕົກທີ່ເມືອງປາກລາຍ. ເສັ້ນທາງແມ່ນມີການເຊື່ອມຕໍ່ຜ່ານບັນດາບ້ານນ້ອຍໆຫຼາຍແຫ່ງ ທີ່ໄດ້ສະແດງໃຫ້ເຫັນພາບທິວທັດທົ່ວໄປຂອງເຂດຊົນນະບົດຂອງລາວ ກ່ອນທີ່ຈະເດີນທາງໄປເຖິງເມືອງທົ່ງມີໄຊໂດຍໃຊ້ເວລາປະມານ 1.5 ຊົ່ວໂມງ.

ເມືອງພຽງ
ເທດສະການບຸນກອງເຂົ້າໃຫຍ່
ເທດສະການບຸນກອງເຂົ້າໃຫຍ່ ແມ່ນຈັດຂຶ້ນໃນທ້າຍເດືອນມັງກອນຂອງທຸກໆປີ ທີ່ບ້ານສົມສະຫວັນ, ເມືອງພຽງ ເຊິ່ງຕັ້ງຢູ່ຫ່າງຈາກເມືອງໄຊຍະບູລີໄປທາງທິດໃຕ້ປະມານ 37 ກິໂລແມັດ. ງານບຸນດັ່ງກ່າວປະກອບມີຫຼາຍກິດຈະກຳ ເຊັ່ນ: ງານວາງສະແດງ ແລະ ຂາຍສິນຄ້າ, ຂະບວນແຫ່ເຂົ້າເປືອກເຂົ້າສານ, ການແຂ່ງຂັນຕີກອງ, ການແຂ່ງຂັນນັກຮ້ອງສຽງດີ, ການສະແດງສິລະປະວັນນະຄະດີ, ແລະ ກິດຈະກໍາອື່ນໆຫຼາຍຢ່າງ ທີ່ຈັດຂຶ້ນເພື່ອສະເຫຼີມສະຫຼອງການເກັບກ່ຽວເຂົ້າໃນເຂດພື້ນທີ່ດັ່ງກ່າວ ເຊິ່ງເປັນເຂດໜຶ່ງທີ່ມີຊື່ສຽງດ້ານຄວາມສໍາຄັນໃນການເປັນອູ່ເຂົ້າອູ່ປາ.

ພາບລວມຂອງແຂວງໄຊຍະບູລີ
ທີ່ຕັ້ງ: ພາກຕາເວັນຕົກສ່ຽງເໜືອ ຂອງປະເທດລາວ
ເນື້ອທີ່ທັງໝົດ: 16,389 km2
ປະຊາກອນ: 374,000 ຄົນ
ປະກອບມີ 11 ຕົວເມືອງ ໄດ້ແກ່: ໄຊຍະບູລີ,
ເມືອງຄອບ, ຫົງສາ, ເມືອງເງິນ, ຊຽງຮ່ອນ, ເມືອງພຽງ, ປາກລາຍ, ແກ່ນທ້າວ, ໄຊສະຖານ, ບໍ່ແຕນ & ທົ່ງມີໄຊ


www.tourismsayaboury.org

2 “ເສັ້ນທາງ” ການທ່ອງທ່ຽວແບບໃໝ່ສໍາລັບນັກທ່ອງທ່ຽວສາຍພະຈົນໄພ
ເສັ້ນທາງເຊື່ອມຕໍ່ຕາມສາຍພູຈາກເໜືອ-ໃຕ້

ຫາກທ່ານກໍາລັງເດີນທາງອອກຈາກເຂດສາມຫຼ່ຽມຄໍາ ເພື່ອມຸ່ງໜ້າໄປສູ່ແຂວງຫຼວງພະບາງ, ທ່ານອາດຈະລອງຂຶ້ນເຮືອທີ່ປາກແບ່ງ (ແຂວງອຸດົມໄຊ) ແລ້ວຂຶ້ນລົດຕູ້ເພື່ອເດີນທາງໄປຍັງເມືອງຫົງສາ ໂດຍຜ່ານເມືອງໄຊຍະບູລີ ກ່ອນຈະຮອດປາກລາຍ. ພາຍຫຼັງອອກຈາກປາກລາຍແລ້ວ, ທ່ານຍັງສາມາດເດີນທາງຕໍ່ເພື່ອໄປຍັງນະຄອນຫຼວງວຽງຈັນກໍໄດ້. ຫຼືອີກທາງເລືອກໜຶ່ງ, ທ່ານຍັງສາມາດມຸ່ງໜ້າໄປທາງຕອນໃຕ້ຂອງເມືອງແກ່ນທ້າວ ແລະ ບໍ່ແຕນ ເພື່ອເດີນທາງໄປຍັງເຂດ “ນິລະນາມ” ທີ່ໜ້າຕື່ນເຕັ້ນ!

ເຖິງແມ່ນຈະເປັນການພະຈົນໄພຕາມເສັ້ນທາງທີ່ບໍ່ຄຸ້ນເຄີຍແດ່ກໍຕາມ, ເມືອງປາກລາຍຍັງມີຖໍ້າສາມແຫ່ງທີ່ຕັ້ງຢູ່ຕິດແປະກັນ ລວມທັງບໍ່ນໍ້າຮ້ອນ ເຊິ່ງທ່ານອາດຈະໃຊ້ເວລາພຽງໜຶ່ງວັນເພື່ອຢ້ຽມຊົມສະຖານທີ່ດັ່ງກ່າວ, ພ້ອມກັນນັ້ນ ກໍຍັງມີນໍ້າຕົກຕາດຮໍາໃນຕໍານານ ທີ່ເດີນທາງໄປໄດ້ງ່າຍ ເຊິ່ງຕັ້ງຢູ່ເຂດພູແດງ ໃກ້ກັບເທສະບານເມືອງບໍ່ແຕນ.

ສໍາລັບການເດີນທາງລະຫວ່າງວຽງຈັນ ຫາ ຫຼວງພະບາງນີ້, ທ່ານສາມາດວາງແຜນໄວ້ໄດ້ເລີຍໃນການພະຈົນໄພ ໂດຍອາດຈະໃຊ້ເວລາປະມານສອງ ຫຼື ສາມວັນໃນການທ່ອງທ່ຽວເລາະລຽບຕາມສາຍພູສູງຊັນຈາກເໜືອເຖິງໃຕ້ຂອງແຂວງໄຊຍະບູລີນີ້.

ຫຼວງພະບາງ – ໄຊຍະບູລີ – ຫຼວງພະບາງ
ທ່ານສາມາດເຂົ້າຮ່ວມການເດີນທາງດ້ວຍລົດຈັກ ເຊິ່ງໃຊ້ເວລາປະມານ 2 ຫາ 3 ວັນ ໂດຍເລີ່ມຕົ້ນອອກເດີນທາງຈາກຫຼວງພະບາງ ພ້ອມມຸ່ງໜ້າໄປທາງທິດຕາເວັນຕົກເພື່ອຢ້ຽມຊົມນໍ້າຕົກຕາດກວາງຊີ ແລ້ວເລາະລຽບຕາມແຄມແມ່ນໍ້າຂອງເພື່ອເຂົ້າສູ່ເມືອງນານ, ຈາກນັ້ນລ້ຽວຂວາໄປເມືອງໄຊຍະບູລີ ແລະ ເຂົ້າທ່ຽວຊົມສູນອະນຸລັກຊ້າງ (ຕ້ອງໄດ້ຈອງກ່ອນລ່ວງໜ້າ). ຈາກນັ້ນ, ສືບຕໍ່ເດີນທາງໄປຕາມຖະໜົນເລກ 4 ເໜືອ ເພື່ອກັບຄືນສູ່ຫຼວງພະບາງ.

ການເດີນທາງ
ເດີນທາງດ້ວຍ ສາຍການບິນລາວ ທີ່ໃຫ້ບໍລິການຖ້ຽວບິນໄປຍັງຫຼວງພະບາງທຸກໆວັນ ແລະ ສາມາດເດີນທາງຕໍ່ດ້ວຍທາງລົດເພື່ອມຸ່ງໜ້າໄປສູ່ແຂວງໄຊຍະບູລີ.

ມີລົດໂດຍສານປະຈໍາທາງ ແລະ ລົດຕູ້ອອກຈາກສະຖານີຂົນສົ່ງສາຍໃຕ້ຂອງຫຼວງພະບາງ (ເຊິ່ງໃຊ້ເວລາໃນການເດີນທາງ 2.5 ຊົ່ວໂມງ) ແລະ ສະຖານີຂົນສົ່ງສີໄຄ ແລະ ສະຖານີຂົນສົ່ງສາຍເໜືອ, ນະຄອນຫຼວງວຽງຈັນ (ໃຊ້ເວລາໃນການເດີນທາງ 6 ຊົ່ວໂມງ ຜ່ານຊະນະຄາມ ແລະ ປາກລາຍ).

ສາມາດເດີນທາງໄປເຂດເມືອງໄຊຍະບູລີ ດ້ວຍເສັ້ນທາງ​ຈາກ​ວັງ​ວຽງ ​ແລະ​ ຫົງສາ (ຜ່ານ​ປາກ​ແບ່ງ).

ຈາກປະເທດໄທ ແມ່ນຜ່ານດ່ານຊາຍແດນສາກົນ ເມືອງເງິນ.

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ Albert Leeflang / Mike Larder

 

ສວນຊາເທິງພູ ແລະ ກຸ່ມຊົນເຜົ່າ
ການຄົ້ນເປົ້າໝາຍຄືເມືອງໄຊສະຖານ

ເມືອງໄຊສະຖານ ຕັ້ງຢູ່ທາງທິດຕາເວັນອອກຂອງແຂວງ ໄຊຍະບູລີ, ເມືອງດັ່ງກ່າວຖືກປົກຄຸມໄປດ້ວຍສາຍພູສູງຊັນ, ລວມທັງໝູ່ບ້ານຊົນນະບົດ, ແລະ ສວນຊາພື້ນເມືອງ. ເທສະບານເມືອງໄຊສະຖານທີ່ແມ່ນຕັ້ງຢູ່ຢ່າງໂດດເດັ່ນເທິງສັນພູສູງຍາວຢຽດອັນໄຮ້ຂອບເຂດ ເຊິ່ງຫ່າງຈາກເມືອງໄຊຍະບູລີປະມານ 70 ກິໂລແມັດ.
ເທິງເສັ້ນທາງທີ່ປູລາດດ້ວຍຢາງໝາກຕ໋ອຍ ເພື່ອເຊື່ອມຕໍ່ໄປສູ່ເມືອງໄຊສະຖານ ເຊິ່ງເປັນເສັ້ນທາງອັນຄົດໂຄ້ງຜ່ານຈອມພູຫຼາຍສາຍ, ທັງຜ່ານຫຼາຍໝູ່ບ້ານທີ່ມີທິວທັດງົດງາມຕາມແບບຊົນນະບົດ. ໃນລະຫວ່າງການເດີນທາງ, ນັກທ່ອງທ່ຽວຈະພົບກັບຫຼາຍເຫດການຊີວິດທີ່ເກີດຂຶ້ນຢູ່ລຽບແຄມທາງ ເປັນຕົ້ນກໍແມ່ນ: ຊາວບ້ານກໍາລັງເຮັດກິດຈະວັດປະຈໍາວັນ, ຊາວສວນກໍາລັງແບກລໍາໄມ້ໄຜ່ລຳໃຫຍ່, ເດັກນ້ອຍກໍາລັງພາກັນຍ່າງເປັນກຸ່ມໄປໂຮງຮຽນທີ່ຢູ່ໃກ້ຄຽງ, ແລະ ຍິງສາວກໍາລັງພາກັນຊັກເຄື່ອງຢູ່ຕາມແມ່ນໍ້າທີ່ຢູ່ນອກເຂດໝູ່ບ້ານ. ສ່ວນພູຜາອັນສູງຊັນ ກໍຖືກປົກຫຸ້ມດ້ວຍຕົ້ນໄມ້ນ້ອຍໆຫຼາຍສິບຕົ້ນ ລວມທັງພື້ນທີ່ເພາະປູກຂອງປະຊາຊົນ. ສິ່ງທີ່ທ່ານໄດ້ພົບເຫັນທັງໝົດນີ້ລ້ວນແຕ່ແມ່ນດິນແດນທີ່ມີຊື່ສຽງເລື່ອງຊາພູເຂົາ. ກ່ອນຈະເດີນທາງເຂົ້າສູ່ເທສະບານເມືອງໄຊສະຖານ, ທ່ານສາມາດແວ່ຊົມ “ຊາໄຊສະຖານ” ແລະ ທ່ຽວຊົມໂຮງງານຂະໜາດນ້ອຍ ທີ່ມີເຄື່ອງຈັກທີ່ໃຊ້ສໍາລັບການຕາກ, ຊອຍ, ແລະ ມ້ວນໃບຊາ. ລອງຈິບຊາຂຽວທີ່ຫາກໍຕົ້ມໃໝ່ໆຮ້ອນໆຈັກຈອກເທິງພູແຫ່ງນີ້ ພ້ອມເພີດເພີນກັບທິວທັດທໍາມະຊາດອັນກວ້າງໄກສຸດສາຍຕາ, ແລ້ວຈິນຕະນາການວ່າ ຕົນເອງກໍາລັງນັ່ງຢູ່ບ່ອນສູງເທິງໂລກໜ່ວຍນີ້. ເມືອງໄຊສະຖານ, ທີ່ຕັ້ງຢູ່ເທິງສັນພູສູງແຫ່ງນີ້ ຖືເປັນເມືອງໜຶ່ງທີ່ໜ້າຢູ່ ແລະ ມີຄວາມງາມອັນໂດດເດັ່ນໃນຕົວ, ມີຖະໜົນຫົນທາງທີ່ອໍານວຍຄວາມສະດວກໃນການໄປມາ ພ້ອມບ້ານເຮືອນທີ່ສ້າງຂຶ້ນຢ່າງເປັນລະບຽບ. ນອກນັ້ນຍັງມີຕຶກອາຄານຫ້ອງການສຳນັກງານຂອງລັດທີ່ຕັ້ງຢູ່ອ້ອມຮອບຕົວເມືອງ.


ໃນທີ່ນີ້, ທ່ານສາມາດທ່ຽວຊົມໝູ່ບ້ານຊົນເຜົ່າອື່ນໆທີ່ຕັ້ງຢູ່ເທິງສັນພູສູງໃນບໍລິເວນໃກ້ຄຽງ ແລະ ຍ່າງຫຼິ້ນອ້ອມຮອບພ້ອມລອງຊີມລົດຊາດອາຫານພື້ນບ້ານ ພ້ອມຢ້ຽມຢາມຜູ້ຄົນໃນທ້ອງຖິ່ນ. ເວົ້າໄດ້ວ່າ, ປະສົບການນີ້ຄຸ້ມຄ່າຈົນບໍ່ສາມາດອະທິບາຍອອກມາໄດ້. ໃນເມືອງໄຊສະຖານແຫ່ງນີ້, ທ່ານສາມາດພັກຄ້າງຄືນໄດ້ທີ່ເຮືອນພັກທີ່ແສນລຽບງ່າຍ ແຕ່ມີຄວາມສະອາດຈົບງາມ ເຊິ່ງຕັ້ງຢູ່ໃຈກາງເມືອງ ທັງເປັນບ້ານພັກແຫ່ງດຽວຂອງເມືອງໄຊສະຖານ. ຫາກທ່ານເດີນທາງດ້ວຍລົດຈັກ ທ່ານຈະພົບກັບເສັ້ນທາງດິນແດນຕະຫຼອດເສັ້ນທາງໃນເມືອງຫົງສາ. ເສັ້ນທາງເຂດຊົນນະບົດ, ທາງຍາກລຳບາກ ແລະ ຍາວໄກນີ້ ສ່ວນໃຫຍ່ຕ້ອງໄດ້ຜ່ານພູມສັນຖານຂອງພູຜາປ່າໄມ້ ເຊິ່ງເປັນບ່ອນທີ່ຫຼາຍຄົນຍັງບໍ່ເຄີຍສໍາຜັດມາກ່ອນ ແຕ່ເຕັມໄປດ້ວຍຄວາມງົດງາມ.

ການເດີນທາງ
ສາມາດເດີນທາງດ້ວຍລົດ ຜ່ານເສັ້ນທາງໃນເມືອງໄຊຍະບູລີ ແລ້ວມຸ່ງໜ້າໄປທາງທິດຕາເວັນຕົກສ່ຽງເໜືອດ້ານຫຼັງຂອງສະໜາມບິນ. ເສັ້ນທາງສາຍນີ້ແມ່ນຈະຜ່ານພູຜາອັນສູງຊັນ ດ້ວຍໄລຍະທາງ 65 ກິໂລແມັດກ່ອນຈະຮອດເມືອງໄຊສະຖານ.

Xayaboury Laos
Share

Previous

[:en]New Year Lao Style[:la]ບຸນປະເພນີ ປີໃໝ່ລາວ[:]

Next

[:en]SAYABOURY’S ELEVEN DISTRICT[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ນໍ້າກັດຢໍລະປ່າ
  • ສູດອາກາດບໍລິສຸດໃຈກາງເມືອງ
  • ທ່ຽວຊົມທິວທັດຝັ່ງນໍ້າຄານ
  • ງານສິລະປະຂ້າງຖະໜົນເພີ່ມສີສັນໃຫ້ຕົວເມືອງ ສະຫວັນນະເຂດ
  • ກັບຄືນມາຟັງສຽງ ທໍາມະຊາດທີ່ຈຸດຊົມວິວ ພູຜາມ່ານ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • May 2023
  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

ວິຖີຊີວິດ, Outdoors, ທ່ອງທ່ຽວ
May 17, 2018

(English) Village Life in Northern Laos

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
ທ່ອງທ່ຽວ
Feb 10, 2020

ກັບສູ່ທຳມະຊາດ

ໃຫ້ຊ້າງໄດ້ເດີນຕາມວິຖີຊີວິດຂອງຊ້າງ. ໃນປ່າໄມ້ສັກແຫ່ງໜຶ່ງ ໃກ້ໆກັບເມືອງວງພະບາງ,...

Read More
1 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top