ການຊ່ວຍເຫຼືອໝີ ທີ່ບໍ່ແມ່ນເລື່ອງນ້ອຍໆ. ສູນຊ່ວຍເຫຼືອໝີ Free the Bears (FTB) ທີ່ຕາດກວາງຊີ, ຫຼວງພະບາງໄດ້ຖືກສ້າງຂຶ້ນໃນປີ 2003. ປັດຈຸບັນມີໝີດຳ ຫຼື moon bear ຫຼາຍກວ່າ 30 ໂຕ, ນັບແຕ່ໝີອາຍຸນ້ອຍ ຈົນເຖິງ ໝີທີ່ໃຫຍ່ເຕັມໄວ. ໃນປະເທດລາວ, ຈຳນວນໝີຫຼຸດລົງຢ່າງໄວວາ ຈາກການເພີ່ມຂຶ້ນຂອງຟາມໝີ...