ການອະນຸລັກຊ້າງ ຖືເປັນວຽກທີ່ສຳຄັນຢ່າງໃຫຍ່ຫຼວງ. ບໍລິເວນແຄມແມ່ນໍ້າຕຽນ, ໃນເຂດຫ່າງໄກສອກຫຼີກ ທາງພາກເໜືອຂອງປະເທດ ມີສະຖານທີ່ ທີ່ຖືໄດ້ວ່າເປັນສະຫວັນຂອງຊ້າງ, ຊ້າງສ່ວນໃຫຍ່ແມ່ນໄດ້ຮັບການກູ້ໄພມາຈາກວຽກງານລາກແກ່ໄມ້ທີ່ໜັກໜາສາຫັດ. ຢູ່ທີ່ນີ້, ພວກມັນບໍ່ຕ້ອງເຮັດວຽກໜັກ ໄດ້ກິນ, ໄດ້ຍ່າງຫຼິ້ນ, ໄດ້ອາບນໍ້າ...