ລາວສຸດຍອດ

Author:

Category:

spot_img

ລວມສິ່ງສຸດຍອດໃນລາວໄວ້ທີ່ແຫ່ງດຽວ

ເຮົາມັກຈະໄດ້ຍິນຄໍາຖາມຈາກຄົນຕ່າງປະເທດທີ່ມາຢ້ຽມຢາມເມືອງລາວວ່າ ເຂົາເຈົ້າຈະຊື້ຫຍັງດີ ເພື່ອເປັນຂອງຕ້ອນກັບເມືອປະເທດຂອງເຂົາ ແລະ ຊື້ໄດ້ຢູ່ໃສ?  ຄໍາຖາມນີ້ໄດ້ສ້າງແຮງບັນດານໃຈໃຫ້ເອື້ອຍລັດສະໝີ ເວດສະພົງ ສ້າງທຸລະກິດທີ່ຄົນລາວ ແລະ ຄົນຕ່າງປະເທດສາມາດເລືອກຊື້ສິ່ງສຸດຍອດຈາກແຕ່ລະແຂວງໃນປະເທດລາວໄວ້ທີ່ບ່ອນດຽວຄືຮ້ານ ລາວສຸດຍອດ (Lao Best).

ຍ້ອນກັບໄປປະມານ 5 ປີກ່ອນ, ເອື້ອຍລັດສະໝີໄດ້ລົມກັບໝູ່ຄົນຕ່າງປະເທດທີ່ມາເມືອງລາວ ເຂົາເຈົ້າຖາມລາວວ່າເຂົາເຈົ້າຢາກຊື້ອາຫານທີ່ເຄີຍກິນຕອນຢູ່ລາວ ແຕ່ບໍ່ຮູ້ວ່າຈະຊື້ບ່ອນໃດ. ແລະອີກຄົນກໍບອກລາວວ່າ ເວລາຊື້ຂອງຕ້ອນກັບໄປ (ໂດຍສະເພາະອາຫານ), ແນວຫຸ້ມຫໍ່ອາຫານກໍບໍ່ສວຍງາມປານໃດ.​ ລາວຈຶ່ງມາຄິດວ່າລາວຢາກເຂົ້າໄປຊ່ວຍໃນເລື່ອງນີ້ ແລະ ຕັດສິນໃຈຄົ້ນຄວ້າກ່ຽວກັບອາຫານທີ່ເປັນເອກະລັກຂອງແຕ່ລະແຂວງໃນລາວ. ລາວກ່າວວ່າ: “ເວລາຄົນໄປຫຼວງພະບາງ, ເຂົາເຈົ້າມັກຊື້ຫຍັງເປັນຂອງຕ້ອນ? ສ່ວນຫຼາຍສິ່ງທີ່ເຮົາມັກໄດ້ຍິນກໍຄື ໄຄແຜ່ນ”. ບໍ່ແມ່ນພຽງແຕ່ຄົນຕ່າງປະເທດເທົ່ານັ້ນທີ່ມັກຊື້, ຄົນລາວເຮົາກໍມັກຊື້ເປັນຂອງຕ້ອນເຊັ່ນກັນ. “ລາວເປັນປະເທດທີ່ນ້ອຍ, ແຕ່ບາງຄົນທີ່ຢູ່ທາງເໜືອກໍບໍ່ຮູ້ຈັກອາຫານຂອງພາກໃຕ້, ແລະຄົນຢູ່ທາງໃຕ້ບາງຄົນກໍບໍ່ຮູ້ວ່າມີອາຫານຫຍັງແນ່ຢູ່ທາງເໜືອ”.

ເພິ່ນໄດ້ເລີ່ມຮວບຮວມຜະລິດຕະພັນທີ່ຂຶ້ນຊື່ຢູ່ແຕ່ລະແຂວງ ຕັ້ງແຕ່ເມັດກາເຟ, ນໍ້າເຜິ້ງປ່າ, ໄຄແຜ່ນ ໄປຈົນເຖິງແຈ່ວສໍາເລັດຮູບທີ່ບັນຈຸໃນຂວດແກ້ວທີ່ສວຍງາມ ເຂົ້າມາຈໍາໜ່າຍທີ່ຮ້ານຂອງເພິ່ນ. ເອື້ອຍລັດສະໝີກ່າວວ່າ: “ດ້ວຍພາຊະນະບັນຈຸທີ່ສວຍງາມ ແລະ ເໝາະສົມ ພ້ອມກັບການໂຄສະນາທີ່ມີປະສິດທິພາບ, ເຮົາຈະສາມາດບອກເລົ່າເລື່ອງກ່ຽວກັບວັດທະນະທຳການກິນຂອງເຮົາສູ່ສາກົນ, ເຊິ່ງເປັນອາຫານທີ່ແຕກຕ່າງໃນແຕ່ລະທ້ອງຖິ່ນ ແລະ ວິທີເຮັດທີ່ເປັນເອກະລັກ”.

ຮ້ານຂອງເພິ່ນຢູ່ນະຄອນຫຼວງວຽງຈັນເປີດໄດ້ສອງເດືອນແລ້ວ,​ ແລະ ເອື້ອຍລັດສະໝີກໍໄດ້ມີແຜນການໃນການເປີດສາຂາຢູ່ຕ່າງແຂວງ, ໜຶ່ງຮ້ານໃນແຕ່ລະແຂວງໃນປະເທດລາວ. ນອກຈາກນັ້ນ, ເພິ່ນຍັງໄດ້ເລີ່ມສົ່ງຜະລິດຕະພັນຂອງເພິ່ນໄປຂາຍຢູ່ຮ້ານສະດວກຊື້ຕ່າງໆ, ເປັນຕົ້ນແມ່ນຮ້ານ Jiffy, ເຊິ່ງເປັນເຟຣນຊາຍຮ້ານສະດວກຊື້ຈາກປະເທດໄທ. ເພິ່ນຫວັງວ່າເພິ່ນຈະສາມາດສ້າງຄວາມສະດວກສະບາຍໃຫ້ນັກທ່ອງທ່ຽວຈາກຕ່າງປະເທດໃນການຫາຊື້ຂອງຕ້ອນຈາກປະເທດລາວກັບເມື່ອບ້ານໄດ້.

ຈາກພື້ນຖານການເຮັດທຸລະກິດນໍາເຂົ້າ-ສົ່ງອອກ, ເຊິ່ງເປັນອີກທຸລະກິດໜຶ່ງຂອງເພິ່ນ ເອື້ອຍລັດສະໝີກໍມີແຜນການໃນການສົ່ງອອກຜະລິດຕະພັນລາວອອກສູ່ສາກົນ. ເພິ່ນໄດ້ກ່າວວ່າ:

“ຕອນນີ້ພວກເຮົາກຳລັງທົດລອງເບິ່ງວ່າຜະລິດຕະພັນໃດທີ່ມີຄວາມເປັນໄປໄດ້ສູງສຸດໃນການສົ່ງອອກ”, ເພິ່ນໄດ້ເສີມຕື່ມວ່າ: “ພວກເຮົາໄດ້ທົດລອງສົ່ງອອກຊີ້ນຕາກແຫ້ງ ເຊິ່ງເປັນອາຫານທີ່ທຸກຄົນໃນໂລກກິນ, ຊີ້ນຕາກແຫ້ງຂອງເຮົາແມ່ນມາຈາກສະຫວັນນະເຂດ ເຮັດຈາກຊີ້ນງົວ ແລະ ຊີ້ນໝູ, ພວກເຮົາກຳລັງສຶກສາວິທີທີ່ຈະສົ່ງອອກ ແລະ ຊອກຫາຕະຫຼາດທີ່ດີທີ່ສຸດ”.

ໃນໄລຍະເວລາທີ່ເພິ່ນໄດ້ຊອກຫາສິ່ງສຸດຍອດຕ່າງໆ, ເພິ່ນໄດ້ສັງເກດວ່າຄົນໃນທ້ອງຖິ່ນເຊິ່ງເປັນຜູ້ຜະລິດອາຫານ ແລະ ເຄື່ອງສີມືຕ່າງໆນັ້ນສ່ວນໃຫຍ່ແມ່ນໄດ້ຮັບຄວາມຊ່ວຍເຫຼືອຈາກອົງການຊ່ວຍເຫຼືອຂອງລັດ ແລະ ອົງກອນຊ່ວຍເຫຼືອອື່ນໆ. ເຖິງຢ່າງໃດກໍຕາມ,​ໂຄງການເຫຼົ່ານັ້ນແມ່ນມີຂີດຈໍາກັດທາງດ້ານເວລາ ແລະ ມີມື້ສິ້ນສຸດ. ເພິ່ນກ່າວວ່າ “ເຂົາເຈົ້າຮູ້ວ່າເຂົາຈະບໍ່ໄດ້ຮັບການຊ່ວຍເຫຼືອຕະຫຼອດໄປ,​ ແຕ່ສ່ວນຫຼາຍເຂົາເຈົ້າກໍບໍ່ໄດ້ວາງແຜນວ່າຈະເຮັດຫຍັງຕໍ່ໄປ”. ເພິ່ນກ່າວຕື່ມວ່າ: “ເຂົາເຈົ້າຕ້ອງການຄົນກະຕຸ້ນ, ຊຸກຍູ້ໃຫ້ເຂົາຜະລິດສິນຄ້າຕໍ່ໄປ ແລະ ໃຫ້ຄໍາແນະນໍາທາງດ້ານການຕະຫຼາດແກ່ເຂົາເຈົ້າ, ເຊິ່ງນັ້ນແມ່ນສິ່ງທີ່ເອື້ອຍພະຍາຍາມຈະເຮັດ”.

ໃນຕອນນີ້, ເອື້ອຍລັດສະໝີຕັ້ງໃຈຈະພັດທະນາທຸລະກິດຂອງລາວ ແລະ ຊອກຫາຜະລິດຕະພັນທີ່ຫຼາກຫຼາຍເຂົ້າຕື່ມໃນຮ້ານ, ຖ້າຫາກຜູ້ໃດມີຄວາມສົນໃຈທີ່ຈະນໍາສະເໜີສິນຄ້າ ຫຼື ສອບຖາມຂໍ້ມູນ ແມ່ນສາມາດຕິດຕໍ່ໄດ້ທີ່ເຟສບຸກຂອງ Lao Best ດັ່ງລາຍລະອຽດດ້ານລຸ່ມ.

Facebook: Lao Best

Read More

Related Articles