ຄົ້ນພົບຄວາມສະຫງ່າງາມທີ່ໂຣສ໌ວູດ ຫຼວງພະບາງ

Author:

Category:

spot_img

ຄວາມກົມກືນແຫ່ງວັດທະນະທໍາ ບວກກັບຄວາມສະດວກ
ສະບາຍທີ ສະບາຍທີ່ມອບໃຫ້ໂດຍ ໂຮງແຮມ ໂຣສ໌ວູດ ຫຼວງພະບາງ

 

ຫຼວງພະບາງຖືເປັນສະຖານທີ່ເຊື່ອມປະສານລະຫວ່າງວັດທະນະທໍາກັບການພັກຜ່ອນຢ່ອນອາລົມ, ເຊິ່ງການປາກົດອອກມາໃນນາມຈຸດໝາຍປາຍທາງອັນຫຼູຫຼາໃນລະດັບຊັ້ນນໍາ ກໍໄດ້ກາຍເປັນການຄົ້ນພົບທີ່ສໍາຄັນແຫ່ງການຮັບຮູ້ຕາມການເລົ່າຂານກັນສືບມາ. ຕົວເມືອງທີ່ເຕັມໄປດ້ວຍມົນສະເໜ່ແຫ່ງນີ້ຕັ້ງຢູ່ເທິງພູເຂົາທີ່ມີປ່າໄມ້ສີຂຽວກະຈີປົກຫຸ້ມເປັນຊັ້ນໆ ໂດຍສາມາດແນມເຫັນແມ່ນໍ້າຂອງອັນກວ້າງໃຫຍ່, ຕົວເມືອງດັ່ງກ່າວໄດ້ຖືກຮັບຮອງເປັນມໍລະດົກໂລກໂດຍອົງການອຸຍເນັສໂກ ໃນປີ 1995, ຄວາມມີສະເໜ່ຂອງຕົວເມືອງໄດ້ເປັນຕົວດຶງດູດເອົາລູກຄ້າຜູ້ມີວິໄສທັດກວ້າງໄກທີ່ກໍາລັງຊອກຫາການປະສົມປະສານແບບລົງໂຕກັນລະຫວ່າງມໍລະດົກ ແລະ ຄວາມງຽບສະຫງົບ. ເຖິງແມ່ນວ່າຕົວເມືອງແຫ່ງນີ້ຈະມີສະຖານທີ່ພັກໃນແບຫຼູຫຼາເພີ່ມຂຶ້ນ, ແຕ່ກໍຍັງມີບ່ອນວ່າງສໍາລັບອັນຍະມະນີອີກຊິ້ນໜຶ່ງ ເຊິ່ງກໍແມ່ນ ໂຮງແຮມ ໂຣສ໌ວູດ ຫຼວງພະບາງນັ້ນເອງ.

 

ບ່ອນນັ່ງຮັບປະທານອາຫານ ຈິບກາເຟ ຢູ່ ເດີເດຣດເຮົາສ໌

ຜົນງານການອອກແບບຊັ້ນຍອດຂອງ ບິນ ເບນລີ (Bill Bensley)

ໂຮງແຮມ ໂຣສ໌ວູດ ຫຼວງພະບາງ ຕັ້ງຢູ່ເທິງເນີນພູລຽບຕາມແຄມແມ່ນໍ້າດົງທີ່ໄຫຼຄ່ອຍໆເປັນສາຍຍາວ ເຊິ່ງຫ່າງຈາກຕົວເມືອງຫຼວງພະບາງພຽງເລັກໜ້ອຍ. ທ່ານ ບິນ ເບນລີ ເປັນນັກສະຖາປານິກລະດັບໂລກ ຊາວອາເມລິກາທີ່ມີຊື່ສຽງໃນດ້ານການອອກແບບທີ່ໂດດເດັ່ນ ແລະ ແປກຕາ ເຊິ່ງໄດ້ມອບອັດສະລິຍະພາບໃນການສ້າງສັນຜົນງານຂອງຕົນໃຫ້ກັບໂຄງການອັນແສນພິເສດນີ້.
ທຸກພື້ນທີ່ສໍາລັບທ່ານເບນລີລ້ວນແຕ່ມີເລື່ອງເລົ່າ ແລະ ໂຣສ໌ວູດ ຫຼວງພະບາງກໍເຕັມໄປດ້ວຍເລື່ອງເລົ່າທີ່ໜ້າສົນໃຈເຊັ່ນກັນ. ສະຖານທີ່ພັກແຫ່ງນີ້ຖືກສ້າງຂຶ້ນເພື່ອລະນຶກເຖິງ ໂອກຸສ ປາວີ ແລະ ນັກສໍາຫຼວດຜູ້ອື່ນໆ ໃນຊ່ວງສະຕະວັດທີ 19 ທີ່ໄດ້ດໍາເນີນການສໍາຫຼວດປະເທດລາວຄັ້ງທໍາອິດ, ດ້ວຍການເກັບຮວບຮວມເອົາຈິດວິນຍານທາງວັດທະນະທໍາ ແລະ ປະຫວັດສາດອັນອຸດົມຮັ່ງມີຂອງເມືອງຫຼວງພະບາງ ມາເຊື່ອມປະສານກັນລະຫວ່າງປະຊາຊົນຫຼາກຫຼາຍຊົນເຜົ່າໃນເຂດພູດອຍກັບບັນດານັກສໍາຫຼວດອື່ນໆ.

 

ແຜ່ນພົມຕ່ອມຕຸ້ມແຫ່ງປະສົບການ

ເດິເກຣດເຮົາສ໌ ຖືເປັນໝາກຫົວໃຈຫຼັກຂອງຣີສອດແຫ່ງນີ້ ເຊິ່ງຖືກນໍາໃຊ້ເປັນຫ້ອງອາຫານທີ່ສໍາຄັນ ແລະ ເປັນຫ້ອງໂຖງສໍາລັບຮອງຮັບແຂກ, ໂດຍໄດ້ຮັບແຮງບັນດານໃຈຈາກເຮືອນພັກຂອງ ໂອກຸສປາວີ, ນັກພະຈົນໄພ ແລະ ນັກການທູດ ຜູ້ທີ່ມີຄວາມສະຫຼຽວສະຫຼາດໃນການເຈລະຈາຈົນກາຍເປັນທີ່ໂປດປານຂອງເຈົ້າຊີວິດລາວໃນຄາວນັ້ນ ໂດຍຊ່ວຍໃຫ້ພວກເຂົາສາມາດເອົາຕົວລອດໄດ້ຢ່າງປອດໄພຈາກການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ. ອີງຕາມການເລົ່າຂານກັນໃນທ້ອງຖິ່ນ, ໂອກຸສ ປາວີ ເປັນຜູ້ມັກຄວາມງຽບສະຫງົບ ແລະ ຄວາມເປັນທໍາມະຊາດຂອງສະຖານທີ່ແຫ່ງນີ້ ພ້ອມທັງໃຫ້ການບົວລະບັດຮັກສາເຮືອນພັກຂອງຕົນເຊິ່ງກໍແມ່ນ ເດິເກຣດເຮົາສ໌ທີ່ຕັ້ງເດັ່ນສະຫງ່າໃນປັດຈຸບັນ.

ວິນລາ ແລະ ຫ້ອງພັກແຕ່ລະແຫ່ງລ້ວນແຕ່ເປັນເຄື່ອງບັນນາການອັນໜ້າຫຼົງໄຫຼສໍາລັບນັກສໍາຫຼວດພື້ນທີ່ແມ່ນໍ້າຂອງ ໃນຊ່ວງທ້າຍປີ 1800, ເຊິ່ງເຕັມໄປດ້ວຍເຄື່ອງລະນຶກ ແລະ ສິ່ງປະດິດທີ່ປຽບເໝືອນແຜ່ນພົມແຫ່ງປະຫວັດສາດ ແລະ ວັດທະນະທໍາ ໂດຍຫໍ່ຫອມຕອມຕຸ້ມເອົາບັນດາແຂກຜູ້ມາຢ້ຽມຢາມ ດ້ວຍປະສົບການແຫ່ງການຮຽນຮູ້ທີ່ຫຼາກຫຼາຍ. ຈຸດເດັ່ນທີ່ໜ້າຄົ້ນຫາຫຼາຍທີ່ສຸດຂອງໂຣສ໌ວູດ ຫຼວງພະບາງນັ້ນກໍຄື ຫ້ອງພັກແບບເຕັນ 6 ຫຼັງທີ່ຕັ້ງເທິງຈອມພູ, ເຊິ່ງແຕ່ລະຫຼັງລ້ວນແຕ່ເປັນຕົວກໍານົດລັກສະນະຂອງກຸ່ມຊົນເຜົ່າໃນພື້ນທີ່ ໂດຍປະດັບປະດາດ້ວຍຜ້າແພທີ່ຕໍ່າດ້ວຍມື ແລະ ເຄື່ອງວັດຖຸບູຮານຂອງຊົນເຜົ່າທີ່ໂດດເດັ່ນ.

ແຕ່ລະຫ້ອງພັກມີກາຕົບແຕ່ງຢ່າງເປັນເອກະລັກ

ອາຫານຊາວວັງ ແລະ ບຣິດຈ໌ບາ

ການຮັບປະທານອາຫານໃນເດິເກຣດເຮົາສ໌ ເປັນການເປີດທາງສູ່ການລິ້ມລອງລົດຊາດອາຫານໃນພະລາຊະວັງອັນເກົ່າແກ່ ພາຍໃຕ້ການດູແລຢ່າງພິຖີພິຖັນໂດຍເຊຟປະຈໍາໂຮງແຮມ ແລະ ເນັ້ນການຮັບປະທານແບບເສີບຄວາມສົດໃໝ່ຈາກຟາມສູ່ຈານອາຫານຂອງທ່ານ ເຊິ່ງເມນູດັ່ງກ່າວໄດ້ນໍາສະເໜີລົດຊາດຂອງອາຫານລາວທີ່ຫຼາກຫຼາຍ ຜ່ານການປຸງແຕ່ງດ້ວຍວັດຖຸດິບຕາມລະດູການຂອງທ້ອງຖິ່ນ. ລອງສໍາຜັດອາຫານຄໍ່າດ້ວຍອາຫານຊາວວັງແບບລາວໆທີ່ໜ້າປະທັບໃຈ ເຊິ່ງເສີບເທິງຖາດທີ່ມີກາພະຍານາກນໍ້າຂະໜາດໃຫຍ່.

ອິລີເຟ່ນບຣິດຈ໌ບາ (ບາຊ້າງ) ເປັນອີກໜຶ່ງປະສົບການທີ່ບໍ່ຄືໃຜໃນຣີສອດແຫ່ງນີ້, ເຊິ່ງຕັ້ງຢູ່ເໜືອຂົວເຊື່ອມຕໍ່ລະຫວ່າງສອງຟາກຝັ່ງຂອງແມ່ນໍ້າດົງ. ໃນຂະນະທີ່ທ່ານກໍາລັງຍ່າງຂ້າມແມ່ນໍ້າເພື່ອມຸ່ງໜ້າສູ່ຫ້ອງພັກ, ທ່ານສາມາດແວ່ຊີມເຄື່ອງດື່ມ ທ່າມກາງການຕົກແຕ່ງດ້ວຍຮູບຊ້າງ ທີ່ເປັນການສະແດງຄວາມເຄົາລົບຕໍ່ປະຫວັດສາດຂອງຊາດ ໃນຖານະ “ດິນແດນລ້ານຊ້າງ”. ຮ້ານບາແຫ່ງນີ້ໃຫ້ບໍລິການຄ໊ອກເທວສູດພິເສດດ້ວຍວິການປະສົມທີ່ສ້າງສັນໂດຍນໍາໃຊ້ສະໝຸນໄພ ແລະ ເຄື່ອງເທດໃນທ້ອງຖິ່ນ ເຊິ່ງປຸງແຕ່ງໂດຍບາເທນເດີຄົນລາວທີ່ມີຊື່ສຽງໃນລະດັບສາກົນ.

ເຖິງສະຖານທີ່ແຫ່ງນີ້ຈະບໍ່ມີສູນອອກກໍາລັງກາຍ, ແຕ່ແຂກທີ່ມາພັກເຊົາກໍສາມາດເພີດເພີນກັບສະລອຍນໍ້າທີ່ສວຍງາມແຄມແມ່ນໍ້າ ພ້ອມທັງຍ່າງເລາະລຽບຕາມເສັ້ນທາງອັນຮົ່ມເຢັນເປັນສາຍຍາວຜ່ານຣີສອດ. ເນື່ອງຈາກຣີສອດແຫ່ງນີ້ມີລັກສະນະເປັນສ່ວນຕົວ, ແຜນການທ່ອງທ່ຽວຈິ່ງໄດ້ຮັບການປັບແຕ່ງໃຫ້ແທດເໝາະກັບຄວາມຕ້ອງການຂອງແຂກແຕ່ລະຄົນ ເປັນການຊ່ວຍໃຫ້ແຂກທີ່ມາພັກເຊົາສາມາດດື່ມດໍາກັບວັດທະນະທໍາທ້ອງຖິ່ນ, ທ່ຽວຊົມນໍ້າຕົກຕາດ, ຍ່າງປ່າ, ລ່ອງເຮືອໃນແມ່ນໍ້າຂອງ, ຍ່າງຫຼິ້ນກັບຊ້າງໃນປ່າ ຫຼື ຮຽນຮູ້ວິທີການນັ່ງສະມາທິແບບພຸດທະສາສະໜາ.

 

ສະລອຍນ້ຳສີຂຽວມໍລະກົດຂອງໂຮງແຮມ

 

ເດິເຊນສ໌ສະປາ: ສະຖານທີ່ຜ່ອນຄາຍເພື່ອການຟື້ນຟູ

ສະຖານບໍລິການໂຣສ໌ວູດຈະບໍ່ສາມາດສົມບູນແບບໄດ້ຖ້າຂາດສະປາລະດັບໂລກ , ເຊິ່ງໂຣສ໌ວູດ ຫຼວງພະບາງກໍເຊັ່ນກັນ. ເດິເຊນສ໌ສະປາ ປະກອບມີເຕັນ 3 ຫຼັງທີ່ຕັ້ງຢູ່ເໜືອສາຍນໍ້າ ເຊິ່ງສາມາດແນມເຫັນວິວແມ່ນໍ້າໄດ້ຢ່າງຊັດເຈນ. ແຜ່ນແກ້ວໃສອັນແໜ້ນໜາທີ່ປູຕິດກັບພື້ນຫ້ອງຊ່ວຍໃຫ້ແຂກມີໂອກາດໄດ້ຊື່ນຊົມກັບກະແສນໍ້າໄຫຼຢູ່ເບື້ອງລຸ່ມ ຂະນະທີ່ກໍາລັງເພີດເພີນກັບການບໍາບັດເພື່ອຜ່ອນຄາຍ. ສະປາແຫ່ງນີ້ ໃຫ້ບໍລິການບໍາບັດຫຼາຍປະເພດ ລວມທັງການບໍາບັດແບບລາວບູຮານ ໂດຍນໍາໃຊ້ສະໝຸນໄພ ແລະ ພືດທີ່ສໍາຄັນໃນທ້ອງຖິ່ນ.

ໂຮງແຮມ ໂຣສ໌ວູດ ຫຼວງພະບາງ ເປັນໄດ້ຫຼາຍກວ່າທີ່ພັກຕາກອາກາດອັນຫຼູຫຼາ; ເນື່ອງຈາກເປັນປະສົບການອັນດື່ມດໍາທີ່ຊ່ວຍດຶງດູດຈິດໃຈຂອງແຂກ ພ້ອມຄົ້ນພົບຜືນພົມອັນອຸດົມສົມບູນຂອງປະຫວັດສາດ, ວັດທະນະທໍາ ແລະ ຄວາມງົດງາມຂອງທໍາມະຊາດ ທີ່ເປັນຕົວກໍານົດຈຸດໝາຍປາຍທາງອັນໜ້າຫຼົງໄຫຼແຫ່ງນີ້. ໂຮງແຮມດັ່ງກ່າວ, ໄດ້ກາຍເປັນຈຸດເຊື່ອມຕໍ່ລະຫວ່າງອະດີດກັບປັດຈຸບັນໃຫ້ປະຄົບກັນຢ່າງກົມກືນ, ພ້ອມນໍາສະເໜີເອກະລັກແຫ່ງການປະສົມປະສານລະຫວ່າງສິ່ງທີ່ເປັນມໍລະດົກ ແລະ ຄວາມຫຼູຫຼາ ເພື່ອມອບໃຫ້ແກ່ນັກທ່ອງທ່ຽວຍຸກໃໝ່.

 

ສາຍການບິນລາວ ໃຫ້ບໍລິການຖ້ຽວບິນໄປຫຼວງພະບາງທຸກວັນ ໂດຍເດີນທາງຈາກນະຄອນຫຼວງວຽງຈັນ, ຮ່າໂນ່ຍ, ກຸງເທບ ແລະ ຊຽງໃໝ່.

 

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ

ຮູບໂດຍ ໂຮງແຮມ ໂຣສ໌ວູດ ຫຼວງພະບາງ

Read More

Related Articles