Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ອາຫານ, New

ບອກເລົ່າຜ່ານອາຫານ

posted by Thanouphet
May 1, 2020 1996 0 0
Share

ເຊື່ອມຄວາມສຳພັນຜ່ານອາຫານບ້ານເກີດ.

ອາຫານຖືເປັນອີກໜຶ່ງຫົວໃຈສຳຄັນໃນການຈັດງານສັງສັນຕ່າງໆ ບໍ່ວ່າຈະເປັນງານລ້ຽງພາຍໃນຄອບຄົວ ຫຼື ງານລ້ຽງກັບໝູ່ຄູ່. ອາຫານຊ່ວຍໃຫ້ຜູ້ອົບພະຍົບທີ່ພັດພາກ
ຈາກດິນແດນບ້ານເກີດຮູ້ສຶກເຖິງຄວາມອົບອຸ່ນ ແລະ ວັດທະນະທຳຂອງຖານຖິ່ນກຳເນີດໄດ້. ເມື່ອຕັ້ງຖິ່ນຖານຢູ່ສະຖານທີ່ແຫ່ງໃໝ່, ຜູ້ອົບພະຍົບຫຼາຍຄົນກໍ່ເລືອກທີ່ຈະເປີດຮ້ານອາຫານ ເພື່ອນໍາສະເໜີວັດຖຸດິບ, ລົດຊາດທີ່ແປກໃໝ່ພ້ອມທັງວິທີການກິນທີ່ເປັນເອກະລັກ ແກ່ສັງຄົມໃໝ່ທີ່ຕົນອາໄສຢູ່.

ບັນດາຜູ້ອົບພະຍົບທີ່ມີພອນສະຫວັນໃນການປຸງແຕ່ງອາຫານ ເມື່ອໄດ້ຍ້າຍໄປຕັ້ງຖິ່ນຖານໃໝ່ຢູ່ອາເມລິກາ ກໍໄດ້ເລືອກທີ່ຈະເປີດຮ້ານອາຫານໄທ ເພາະໃນຂະນະນັ້ນ ປະເທດລາວ ຫຼື ອາຫານລາວຍັງບໍ່ເປັນທີ່ຮູ້ຈັກເທື່ອ. ແຕ່ໃນຫຼາຍທົດສະວັດຜ່ານມາ, ວັດທະນະທຳການກິນ ແລະ ການປຸງແຕ່ງອາຫານຂອງລາວກໍ່ໄດ້ຟື້ນຄືນ ຂຶ້ນມາອີກຄັ້ງໃນຊຸມຊົນຄົນລາວໃນປະເທດອາເມລິກາ. ພວກເຂົາໄດ້ບອກເລົ່າຄວາມພາກພູມໃຈໃນຄວາມເປັນເອກະລັກ ແລະ ຄວາມແຊບຊ້ອຍຂອງອາຫານລາວຜ່ານແຮສແທັກ #laoandproud (ເປັນຄົນລາວ ແລະ ພູມໃຈຫຼາຍ).

ໜຶ່ງໃນຜູ້ບຸກເບີກການຟື້ນຄືນອາຫານລາວທີ່ອາເມລິກາກໍຄື ເຊບ ແສງ ຫຼວງຣາດ. ແສງ ຫຼົງໄຫຼໃນການປຸງແຕ່ງອາຫານ ຕັ້ງແຕ່ຕອນຢູ່ຄ້າຍອົບພະຍົບທີ່ນະຄອນພະນົມ ປະເທດ ໄທ ເຊິ່ງເປັນບ່ອນທີ່ເພິ່ນໄດ້ຮຽນທັກສະການປຸງແຕ່ງອາຫານ. ມາໃນປີ 2010, ແສງ ກໍໄດ້ເປີດຮ້ານອາຫານໄທຊື່ວ່າ Bangkok Golden ທີ່ລັດ ວໍຊິງຕັນ ດີຊີ ໂດຍໄດ້ຮັບການສະໜັບສະໜູນຈາກໝູ່ເພື່ອນແລະ ຄອບຄົວ. ເຖິງຈະປະສົບຜົນສຳເລັດໃນທຸລະກິດຮ້ານອາຫານໄທ, ແຕ່ ແສງ ກໍຍັງມີຄວາມຕ້ອງການທີ່ຈະສ່ອງສະປອດໄລ້ໄປຍັງອາຫານບ້ານເກີດ. ແລະ ລາວກໍຄິດວ່າມັນເຖິງເວລາແລ້ວ. ຜູ້ຄົນເລີ່ມອອກເດີນທາງຫຼາຍຂຶ້ນ ແລະ ເລີ່ມຍອມຮັບປະສົບການກິນອາຫານແບບໃໝ່ໆ. ແລະ ນອກຈາກນັ້ນ, ຄົນລາວລຸ້ນໃໝ່ທີ່ອາໄສຢູ່ອາເມລິກາກໍມີຄວາມຕ້ອງການທີ່ຈະຫວນຄືນ ຊອກຫາເອກະລັກຂອງຊາດຕົນ. ແລ້ວແມ່ນຫຍັງຈະດີໄປກວ່າການຄົ້ນຫາຄວາມເປັນລາວຜ່ານອາຫານ?

ແສງ ໄດ້ເລີ່ມສ້າງຕັ້ງ Lao Food Movement ເຊິ່ງມີຈຸດປະສົງເພື່ອໃຫ້ຄວາມຮູ້ແກ່ຄົນອາເມລິກາທີ່ຕ້ອງການຮຽນຮູ້ກ່ຽວກັບປະເທດລາວ ແລະ ອາຫານລາວ ໂດຍການນໍາໃຊ້ສື່ສັງຄົມອອນລາຍ ເພື່ອເປັນປະຕູໃຫ້ຊາວໂລກໄດ້ເຂົ້າມາຮຽນຮູ້ກ່ຽວກັບລາວ ແລະ ໃນປະຈຸບັນ ກໍມີຜູ້ຕິດຕາມເຖິງ 17.000 ຄົນໃນອິນສະຕາແກຣມ (Instagram). ສິ່ງທີ່ສຳຄັນຍິ່ງກວ່າສຳລັບ ເຊບ ແສງ ຄືການຕັດສິນໃຈປ່ຽນຮ້ານ Bangkok Golden ມາເປັນ ຮ້ານອາຫານ Padaek ເພື່ອນໍາສະເໜີອາຫານລາວໃນແບບຂອງເພິ່ນ.

ອີກໜຶ່ງຄວາມໜ້າປະທັບໃຈໄດ້ເກີດຂຶ້ນໃນປີຜ່ານມາ ເມື່ອ ເຊບ ແສງ ໄດ້ພົບກັບ ຈັນນະພາ ຄໍາວົງສາ ນັກສ້າງແຮງບັນດານໃຈ ແລະ ຜູ້ກໍ່ຕັ້ງ Legacies of War (ມໍລະດົກຈາກສົງຄາມ) ເຊິ່ງເປັນອົງກອນບໍ່ສະແຫວງຫາຜົນກຳໄລ ໃນ ລັດວໍຊິງຕັນ ດີຊີ ເຊິ່ງສ້າງຕັ້ງຂຶ້ນເຜີຍແຜ່ວຽກງານກ່ຽວກັບປະຫວັດສາດ ແລະ ຜົນກະທົບຂອງລະເປີດບໍ່ທັນແຕກຢູ່ສປປ ລາວໃນປາງສົງຄາມ. ແສງ ແລະ ຈັນນະພາ ຕ້ອງການສ້າງພື້ນທີ່ໃຫ້ນັກສ້າງສັນອາຫານລາວທັງຫຼາຍ ຮ່ວມແບ່ງປັນແນວຄິດກ່ຽວກັບຄຸນຄ່າຂອງອາຫານໃນຊີວິດ, ວັດທະນະທຳ ແລະ ເສດຖະກິດຂອງຄົນລາວໃນທຸກແຫ່ງທົ່ວໂລກ.

ໃນເດືອນກຸມພາ 2020, ບັນດານັກສ້າງສັນອາຫານແລະ ນັກສ້າງແຮງບັນດານໃຈທັງຫຼາຍຈາກທັງພາຍໃນ ແລະ ຕ່າງປະເທດໄດ້ມາຮວມຕົວກັນຄັ້ງທໍາອິດທີ່ ຫຼວງພະບາງ ເພື່ອເຂົ້າຮ່ວມໂຄງການມູນນິທິອາຫານລາວເຊິ່ງຈັດຂຶ້ນເພື່ອສົ່ງເສີມ ແລະ ຮັກສາ ວັດທະນະທຳອາຫານຂອງລາວ ເປັນໄລຍະເວລາ 7 ວັນ. ໃນໂອກາດຄັ້ງນີ້, ພວກເຂົາໄດ້ແບ່ງປັນແລກປ່ຽນປະສົບການ ແລະ ແນວຄວາມຄິດ, ທັດສະນະສຶກສາ ທີ່ຟາມ ແລະ ແຫຼ່ງຜະລິດອາຫານຕ່າງໆ, ລວມເຖິງໄດ້ແຕ່ງກິນ ແລະ ຮັບປະທານອາຫານຮ່ວມກັນອີກດ້ວຍ.

ມູນນິທິອາຫານລາວ ຈະເກີດຂຶ້ນບໍ່ໄດ້ຖ້າຂາດນັກປຸງແຕ່ງອາຫານ. ຜູ້ເຂົ້າຮ່ວມຈາກຕ່າງປະເທດໄດ້ແກ່ ເຊບ ສຸໄລເພັດເພັດຊູເວເດີ້ ຈາກຮ້ານ ຄີໂຢ ໃນນິວຢອກ, ເຊບ ແອນ ອາເມັດ ຜູ້ຊະນະລາງວັນ Lat14 ເຈົ້າຂອງຮ້ານອາຫານ ເລມອນກຣາສ ໃນ ມິນນິໂຊຕາ, ເຊບ ເດດ ໄກ່ອາພອນ ຜູ້ມີບ້ານເກີດໃນແຂວງ ສະຫວັນນະເຂດ ແຕ່ໄປເຕີບໃຫຍ່ທີ່ ຄາລິຟໍເນຍ. ເຊບ ເດດກ່າວວ່າ: ຂ້າພະເຈົ້າຮູ້ສຶກໂຊກດີທີ່ໄດ້ເຕີບໃຫຍ່ຂຶ້ນມາດ້ວຍອາຫານຂອງພໍ່ກັບແມ່ ເຊິ່ງເປັນອາຈານສອນເຮັດອາຫານຜູ້ທຳອິດ. ທຸກມື້ນີ້, ຂ້າພະເຈົ້າພະຍາມຍາມທີ່ຈະຍົກສູງປະເພນີຂອງການປຸງແຕ່ງອາຫານລາວໂດຍປະສົມປະສານກັບນະວັດຕະກຳຮ່ວມສະໄໝນອກຈາກນັ້ນ, ອິດສະຫຼະ ອຸ່ນນະລາດ ຜູ້ກໍ່ຕັ້ງ ໂຮງງານເຫຼົ້າໄທເກີ້ ກໍ່ໄດ້ເຂົ້າຮ່ວມ ແລະ ກໍຍັງມີ Ava Bruin ຈາກເພຈແລະ ແສງ ດວງດາລາ ຈາກເພຈເຊິ່ງເປັນເພຈກ່ຽວກັບການນໍາສະເໜີອາຫານລາວ ໃນສັງຄົມອອນລາຍ Instagram ແລະ Youtube ທີ່ມີຜູ້ຕິດຕາມລວມກວ່າ 30.000 ຄົນ. 

ຜູ້ເຂົ້າຮ່ວມຈາກປະເທດລາວມີ ພອນໄພລິນ “ນ້ອຍ” ແກ້ວດວງດີ, ເຊບ ແລະ ເຈົ້າຂອງຮ້ານອາຫານ ໂດຍຂະນ້ອຍ ທີ່ ນະຄອນຫຼວງວຽງຈັນແລະ ຜູ້ຊ່ວຍຂອງເພິ່ນເຕ້ແກ້ວສຸວັນ. ນອກຈາກນີ້, ຍັງມີບັນດາເຊບແລະເຈົ້າຂອງຮ້ານອາຫານຕ່າງໆເຂົ້າຮ່ວມງານເຊັ່ນ: ວັນວິສາແອັດເດິຟໍສ, ຄົວລາວ, ລາວເດີມເລີປາແດກ, ແບມຍູທຣີແທມເມີຣີນ, ອອກພົບຕົກ, ສວນປູກຜັກອິນຊີ ປັນຍານິເວດ ແລະ  ກໍ່ຍັງໄດ້ຮັບກຽດເຂົ້າຮ່ວມງານໂດຍທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດອາເມລິກາ ປະຈໍາ ສປປ ລາວ ຄົນໃໝ່ ພ້ອມດ້ວຍພັນລະຍາ ທ່ານ ນາງ ດຸດສະດີ. 

ຜູ້ເຂົ້າຮ່ວມຫຼາຍກວ່າ 20 ທ່ານ ລ້ວນແລ້ວແຕ່ມີຄວາມເບີກບານມ່ວນຊື່ນ, ມີຂໍ້ມູນຄວາມຮູ້ໃໝ່ໆແລະ ປະສົບການທີ່ເປັນແຮງບັນດານໃຈໄປນໍາໃຊ້ຕໍ່ໃນທຸລະກິດຂອງຕົນ. ນອກນີ້, ຍັງເປັນການສ້າງເຄືອຂ່າຍ ແລະ ມິດຕະພາບຂອງນັກສ້າງສັນອາຫານລາວອີກດ້ວຍ.

 

ຂໍ້ມູນເພີ່ມເຕີມ

ມູນນິທິອາຫານລາວ: 

Instagram: @laofoodfoundation

Lao Food Movement:
Instagram: @laofoodmovement 

ຫຼວງພຣະບາງ ໄບໂອ ແບມບູ: luangprabang-biobamboo.com

ຮ້ານອາຫານ ໂດຍຂະນ້ອຍ: 

Facebook: DoiKaNoi / Instagram: @doikanoi

ຮ້ານອາຫານ ຄິໂຢ: 

kheyo.com / Instagram: @khe-yo on 

Cooking Out Lao: 

Instagram: @cookingoutlao

ແສງ ດວງດາລາ: 

Instagram: @iamsaeng

 ໂຮງງານເຫຼົ້າ ໄທເກີ້: wtigerd.com

 

ແປ ແລະ ຮຽບຮຽງໂດຍ ວະ​ທິດາ ພອນ​ແກ້ວ

ຮູບໂດຍ Mick Shippen

foodThe Lao Food Foundation
Share

Previous

[:en]Growing Relationships[:la]ຄວາມສໍາພັນທີ່ກໍາລັງເຕີບໃຫຍ່ [:]

Next

[:en]The Secret Lives of Islands[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເພີ່ມພູນຊີວິດການເປັນຢູ່ໃຫ້ດີທີ່ສຸດ
  • ຄວາມສວຍງາມຂອງລາວໃຕ້
  • ສຸດຍອດແຫ່ງຄວາມເປັນເລີດຂອງອັງກິດໃນລາວ
  • (English) Helping the Planet in Style
  • (English) Sacred Stones of the South

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

ອາຫານ
Jul 1, 2018

(English) The National Dish of Laos

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
ທຸລະກິດ, ອາຫານ
Feb 13, 2020

ບິນລັດຟ້າຈາກນິວຢອກມາສວນມອນ

ຄວາມສຸກທີ່ໄດ້ຊິມອາຫານທີ່ແຊບທີ່ສຸດ, ຢູ່ໃກ້ກວ່າທີ່ທ່ານຄິດ. ທ່ານ Tyson Ophaso, ກັບຊົງຜົມທີ່ທັນສະໄໝ, ຮອຍຍິ້ມ ແລະ...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top