Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ອາຫານ

ຕຳນານຮັກ ປານາງ

posted by Yuki
Sep 20, 2017 3639 0 0
Share

ເປັນຫຍັງປານາງຈຶ່ງມີກະດູກຂ້າງແຕ່ເບື້ອງດຽວ?

ຢູ່ໃນວົງການອາຫານລາວ ປານາງແມ່ນອາຫານທີ່ສາມາດພົບເຫັນໄດ້ທົ່ວໄປເທິງພາເຂົ້າ ມັນມີລັກສະນະພົ້ນເດັ່ນທີ່ບໍ່ຄືໃຜຄື ມັນສາມາດມີຊີວິດຢູ່ມີໄດ້ເຖິງວ່າຈະມີກ້າງພຽງເຄິ່ງໂຕ ນັກວິທະຍາສາດເພິ່ນອາດຈະສາມາດຫາຄຳອະທິບາຍມາເພື່ອພິສູດປາກົດການນີ້ໄດ້

ແຕ່ວ່ນິທານທີ່ຖືກເລົ່າຂານໂດຍປູ່ຍ່າຕາຍາຍຂອງເຮົາແມ່ນເປັນສິ່ງທີ່ໜ້າ ສົນໃຈກວ່າ ແຕ່ເມື່ອປາງກ່ອນມີເຈົ້າຍິງອົງໜຶ່ງທີ່ມີສິລິໂສມງົດງາມຫາໃຜປຽບບໍ່ໄດ້ເຊື່ອກັນວ່າດິນແດນໃດທີ່ໄດ້ ນາງໄປປະດັບບາລະມີຈະເຮັດໃຫ້ບ້ານເມືອງມີຄວາມຈະເລີນຮຸ່ງເຮືອງ ແລະ ຈະນຳຄວາມອຸດົມສົມບູນມາສູ່ໄພ່ຟ້າປະຊາຊົນ ດ້ວຍເຫດນັ້ນເຈົ້າຍິງອົງນີ້ຈຶ່ງເປັນທີ່ໝາຍປອງຂອງອົງຊາຍສອງອົງທີ່ມາກລິດເດດ ໃນສອງອານາຈັກຍິ່ງໃຫຍ່ໃນສະໄໝນັ້ນເມື່ອອົງຊາຍທັງສອງຕ່າງຮູ້ວ່າອີກຝ່າຍຕັ້ງໃຈຈະໄປສູ່ຂໍເອົາເຈົ້ານາງຜູ້ນັ້ນມາເປັນເມຍ ກໍຈຶ່ງໄດ້ຍົກທັບໄປເພື່ອຫວັງທຳລາຍອີກຝ່າຍໃຫ້ແພ້ຜ່າຍເພື່ອທີ່ຈະໄດ້ຄອບຄອງນາງແຕ່ພຽງຜູ້ດຽວ.

ເມື່ອເຈົ້າຍິງໄດ້ຮູ້ຂ່າວວ່າຊາຍທັງສອງນັ້ນໝາຍເອົາຊີວິດກັນ ແລະ ກັນພຽງເພື່ອຫວັງຊິງນາງກໍ່ຄິດເຫັນຊີວິດຂອງທະຫານ ແລະ ປະຊາຊົນທີ່ຈະຕ້ອງລົ້ມຕາຍຍ້ອນນາງເປັນຕົ້ນເຫດ ຈຶ່ງຍອມເສຍສະຫຼະຊີວິດຂອງຕົນເພື່ອຍຸຕິສົງຄາມ.ກ່ອນທີ່ນາງຈະຕັດສິນໃຈແນວນັ້ນ ນາງໄດ້ສັ່ງຄວາມນຳໄພ່ພົນຄົນສະໜິດໃຫ້ຜ່າແຍກຮ່າງກາຍນາງອອກເປັນສອງສ່ວນແລ້ວມອບແຕ່ລະສ່ວນໃຫ້ອົງຊາຍແຕ່ລະຄົນໃນການຈາກໄປຂອງນາງ

ນາງກໍໄດ້ຝາກສານສຸດທ້າຍໃຫ້ກັບອົງຊາຍທັງສອງຂອງນາງວ່າ: “ນ້ອງຂໍມອບຮ່າງກາຍທັງໝົດຂອງນ້ອງໃຫ້ແກ່ພວກອ້າຍທັງສອງ ແລະ ໃນທ້າຍທີ່ສຸດນີ້ ນ້ອງຂໍໃຫ້ພວກອ້າຍຈົ່ງນຳເອົາຮ່າງ ກາຍທີ່ນ້ອງແບ່ງໃຫ້ໄປໂຍນລົງແມ່ນ້ຳໃນດິນແດນຂອງ ພວກອ້າຍຫວັງວ່ານ້ອງຈະສາມາດນຳເອົາຄວາມອຸດົມຮັ່ງມີມາສູ່ບ້ານເມືອງຂອງພວກອ້າຍໄດ້”

ໃນມື້ຕໍ່ມາອົງຊາຍອົງສອງກໍໄດ້ປະຕິບັດຕາມທີ່ ເຈົ້າຍິງຂອງຕົນກ່າວໄວ້ຢ່າງຊໍ້າໃຈທັນທີທີ່ສົບຂອງນາງຈົມລົງນໍ້າແລ້ວຮ່າງກາຍຂອງນາງກໍໄດ້ຄ່ອຍໆກາຍເປັນປາຢ່າງໜ້າອັດສະຈັນ ແລະ ຊັດເຈນທີ່ສຸດກໍແມ່ນເປັນປາທີ່ມີກະດູກຂ້າງພຽງເບື້ອງດຽວ ເຖິງອົງຊາຍທັງສອງບໍ່ໄດ້ມີເຈດຕະນາທີ່ຈະທຳຮ້າຍຍິງສາວ ແຕ່ພວກເຂົາພັດໄດ້ຖືກມົນຄວາມຮັກບັງຕາຈົນແນມບໍ່ເຫັນພວກເຂົາຈະຄິດຢູ່ຕະຫຼອດເວລາວ່າ

““ຖ້າຂ້ອຍບໍ່ໄດ້ແຕ່ງກັບນາງ ຜູ້ອື່ນກໍຢ່າຫວັງ” ໃນທ້າຍສຸດນາງກໍໄດ້ເຮັດຕາມຄຳໝັ້ນສັນຍາຂອງນາງ ທີ່ໄດ້ກາຍເປັນປາມາຊ່ວຍເຮັດໃຫ້ແມ່ນໍ້າມີຄວາມອຸດົມສົມບູນ ແລະ ນຳເອົາຄວາມຮັ່ງມີມາສູ່ໄພ່ຟ້າປະຊາຊົນໃຫ້ມີແຕ່ຄວາມສຸກຕະຫຼອດໄປ ປານາງຈຶ່ງໄດ້ກາຍມາເປັນອາຫານຄຽງຄູ່ພາເຂົ້າຂອງຄົນລາວສືບຕໍ່ກັນມາຫຼາຍຮຸ່ນຄົນປານາງເປັນປາທີ່ມີ ຊີ້ນອ່ອນບໍ່ມີເກັດຍ້ອນມີໜັງທີ່ບາງລະອຽດ

ການປີ້ງປານາງໃຫ້ສຸກສະເໝີບໍ່ຂາດຈຶ່ງຕ້ອງ ອາໄສຄວາມຊຳນານ ແລະໃຈເຢັນກວ່າປາຊະນິດອື່ນ ນອກຈາກປີ້ງປານາງກໍ່ນິຍົມເອົາມາປຸງເປັນຕົ້ມປາແດກ ຫຼື ຈືນ

ທ່ານສາມາດມາລອງສຳພັດເມນູປານາງທີ່ສົດໃໝ່ໄດ້ທີ່ຮ້ານອາຫານຄົວລາວ ແລະ ຢ່າລືມສັງເກດເບິ່ງກ້າງ ປານາງວ່າມີພຽງແຕ່ເຄິ່ງດຽວແທ້ບໍ່

Share

Previous

[:en]Destined for greatness: Laos’ first Jaguar[:la]ລິຂິດມາເພື່ອຄວາມຍິ່ງໃຫຍ່: ລົດຈາກົວ ຄັນທຳອິດຂອງລາວ[:]

Next

[:en]Northern Soul Food[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເພີ່ມພູນຊີວິດການເປັນຢູ່ໃຫ້ດີທີ່ສຸດ
  • ຄວາມສວຍງາມຂອງລາວໃຕ້
  • ສຸດຍອດແຫ່ງຄວາມເປັນເລີດຂອງອັງກິດໃນລາວ
  • (English) Helping the Planet in Style
  • (English) Sacred Stones of the South

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

ທຸລະກິດ, ອາຫານ
Feb 13, 2020

ດັ່ງຄົນໃນຄອບຄົວ

ສົ່ງມອບຄວາມຮູ້ສຶກດີໆໃນບັນຍາກາດແບບຄອບຄົວ. “ທາງຮ້ານນໍ້າຊາ ເຮົາຢາກ...

Read More
0 0
ອາຫານ
Jul 29, 2020

(English) Ant Egg Salad

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top