ຕົວເມືອງທີ່ເຄີຍຖືກລືມ (ແລະພວກເຮົາດີໃຈທີ່ໄດ້ເຫັນການປ່ຽນແປງ)

Author:

Category:

spot_img

ສະຫວັນນະເຂດເປັນໄດ້ຫຼາຍກວ່າທາງຜ່ານທີ່ໃຊ້ເພື່ອແວ່ພັກເຊົາຊົ່ວຄາວ

ເມື່ອກ່ອນ ສະຫວັນນະເຂດ ເຄີຍຖືກເບິ່ງຂ້າມວ່າ ເປັນພຽງສະຖານທີ່ແວ່ພັກຊົ່ວຄາວຕາມທ້ອງຖະໜົນ ສໍາລັບຜູ້ເດີນທາງຈາກນະຄອນຫຼວງວຽງຈັນສູ່ປາກເຊ ເຊິ່ງຂະນະນີ້ໄດ້ມີການປ່ຽນແປງຢ່າງໜ້າຊື່ນຊົມ. ຂົວມິດຕະພາບ ດ້ວຍຄວາມຍາວ 1.6 ກິໂລແມັດ ທີ່ຕັ້ງຢູ່ທາງທິດເໜືອຂອງຕົວເມືອງ ໄດ້ເປັນເສັ້ນທາງເຊື່ອມຕໍ່ລະຫວ່າງລາວກັບໄທ. ເຖິງແມ່ນວ່າຕົວເມືອງດັ່ງກ່າວຈະເປັນເສັ້ນທາງການຄ້າທີ່ສໍາຄັນ, ແຕ່ການຄາດຫວັງໃນດ້ານຄວາມຈະເລີນຮຸ່ງເຮືອງຂອງສະຫວັນນະເຂດ ແມ່ນຍັງບໍ່ແນ່ນອນ, ເຮັດໃຫ້ສະຖານທີ່ແຫ່ງນີ້ ກາຍເປັນຊັບສົມບັດອັນລໍ້າຄ່າທີ່ເຊື່ອງຊ້ອນໄວ້ສໍາລັບນັກທ່ອງທ່ຽວ ທີ່ຕ້ອງການຊອກຄົ້ນຫາມົນສະເໜ່ທີ່ເປັນເອກະລັກຂອງຕົວເມືອງ.

ສະຖານທີ່ທ່ອງທ່ຽວທີ່ສໍາຄັນຂອງເມືອງສະຫວັນນະເຂດນັ້ນກໍຄື ເຂດເມືອງເກົ່າ, ເຊິ່ງມີຕຶກອາຄານເກົ່າແກ່ທີ່ສ້າງຂຶ້ນໃນຍຸກອານານິຄົມຂອງຝຣັ່ງເສດ ໂດຍມີອາຍຸເກືອບເທົ່າກັນກັບຫຼວງພະບາງ. ສະຫວັນນະເຂດ ມີຄວາມແຕກຕ່າງຈາກເມືອງເໜືອທີ່ໄດ້ຮັບການອະນຸລັກຢ່າງເອົາໃຈໃສ່ຂອງອົງກາອຸຍເນສໂກ ເນື່ອງຈາກມີອາຍຸເກົ່າແກ່ແຕ່ຍັງຄົງຄວາມງົດງາມ. ອາຄານຮ້ານຄ້າທີ່ມີລະບຽງຕັ້ງລຽນລາຍກັນຢູ່ບໍລິເວນເຂດຕະຫຼາດເກົ່າ ເຊິ່ງເອີ້ນກັນວ່າ ຕະຫຼາດເຢັນ, ໄດ້ສະແດງໃຫ້ເຫັນເຖິງຮູບແບບສະຖາປັດຕະມະກໍາຝຣັ່ງເສດ ໂດຍປັດສາຈາກການແຊກແຊງຂອງອົງການອຸຍເນສໂກ. ສາມາດເວົ້າໄດ້ວ່າ ສິ່ງທີ່ທ່ານໄດ້ເຫັນໃນຕົວເມືອງສະຫວັນນະເຂດນັ້ນລ້ວນແຕ່ແມ່ນສິ່ງປຸກສ້າງຕົວຈິງ ແລະຍັງບໍ່ໄດ້ຮັບການແຕະຕ້ອງດ້ວຍຮູບການກໍ່ສ້າງແບບສະໄໝໃໝ່ແຕ່ຢ່າງໃດ.

ສໍາລັບຜູ້ມັກດື່ມກາເຟເປັນຊີວິດຈິດໃຈ ກໍສາມາດຊອກບ່ອນຜ່ອນຄາຍໄດ້ດ້ວຍຕົນເອງທີ່ ເລີ ກ໊ອກໂບບາຣ໌ (Le Corbeau) ເຊິ່ງເປັນຮ້ານກາເຟ ແລະ ບາຣ໌ຄັອກເທວທີ່ມີເອກະລັກ ໂດຍຕັ້ງຢູ່ຕຶກອາຄານເກົ່າແກ່ອາຍຸຫຼາຍສິບປີ. ອາຄານແຫ່ງນີ້ໄດ້ຮັບການຕົກແຕ່ງພາຍໃນຢ່າງມີສະເໜ່ເໜືອການເວລາ, ມີເພດານສູງ, ປະຕູປ່ອງຢ້ຽມບານເກັດ, ແສງບັນຍາກາດ ແລະ ສີຝາຜະໜັງອັນແຫ້ງລອກ. ທ່ານສາມາດເພີດເພີນກັບການດື່ມກາເຟຊັ້ນເລີດໃນຕອນກາງເວັນ ແລະ ດື່ມດໍ່າກັບລົດຊາດຂອງຄັອກເທວໃນຕອນກາງຄືນ ທ່າມກາງຄວາມງົດງາມທີ່ຄ່ອຍຈາງຫາຍໄປຕາມຄວາມມືດມິດ. ພະລັງແຫ່ງຄວາມເຍົາໄວຂອງສະຫວັນນະເຂດ ຍັງປະກົດໃຫ້ເຫັນໄດ້ຢ່າງຊັດເຈນຜ່ານສິລະປະ ເທິງຝາຜະໜັງ ທີ່ເຫັນໄດ້ຕາມຂ້າງຖະໜົນ ຫົນທາງ ມີຕັ້ງແຕ່ພາບຂອງວິຖີຊິວິດປະຈໍາວັນໄປຈົນເຖິງລວດລາຍຂອງໄດໂນເສົາຂະໜາດໃຫຍ່.

ສໍາລັບນັກຊີມທັງຫຼາຍ ອາດຈະພົບວ່າ ອາຫານລາວຂ້ອນຂ້າງຫາຍາກໃນສະຫວັນນະເຂດ ເນື່ອງຈາກຮ້ານອາຫານຫຼາຍແຫ່ງລ້ວນແຕ່ໃຫ້ບໍລິການອາຫານໄທ ແລະ ຫວຽດນາມເປັນສ່ວນໃຫຍ່. ເມື່ອເວົ້າເຖິງອາຫານເຊົ້າອັນແຊບຊ້ອຍ ຂໍແນະນໍາຮ້ານອາຫານແມ່ງາ (Nga’s Pepperlunch) ທີ່ເສີບທັງໄຂ່, ໝູ ແລະ ລູກຊີ້ນຊີໝ້າຍຮ້ອນໆ ບວກກັບເຂົ້າຈີ່ກອບໆ ກັບນໍ້າຊາ. ໃນຊ່ວງຕອນແລງກໍມີຮ້ານອາຫານລາວວິວ (Riverfront Restaurant) ທີ່ໃຫ້ບໍລິການອາຫານໄທ, ຂະນະທີ່ຮ້ານອາຫານວັນສົມ (Restaurant Chez Van Som) ກໍໃຫ້ບໍລິການອາຫານຝຣັ່ງເສດ. ນອກຈາກນັ້ນຍັງມີຮ້ານກາເຟ, ບາຣ໌ ແລະ ຮ້ານອາຫານອື່ນໆທີ່ຢູ່ອ້ອມຮອບບໍລິເວນຕະຫຼາດເຢັນ, ລວມທັງໂຮງຮູບເງົາເກົ່າ ລາວຈະເລີນຣາມາ ທີ່ໄດ້ມອບປະສົບການສໍາລັບການລິ້ມລອງກັບລົດຊາດຂອງອາຫານທີ່ຫຼາກຫຼາຍ. ຂະນະທີ່ຕະຫຼາດກາງຄືນ ແລະ ຮ້ານເບຍສົດ Bang Bar ຍອດນິຍົມ ກໍໄດ້ຊ່ວຍເພີ່ມສີສັນໃນຍາມຄໍ່າຄືນໃຫ້ມີຊີວິດຊີວາໄດ້.

ນັກທ່ອງທ່ຽວສາມາດສຶກສາສໍາຫຼວດກ່ຽວກັບປະຫວັດສາດອັນຍາວນານຂອງສະຫວັນນະເຂດ ດ້ວຍການເຂົ້າຢ້ຽມຊົມອະນຸສອນສະຖານ ປະທານໄກສອນພົມວິຫານ, ນາຍົກລັດຖະມົນຕີຄົນທໍາອິດຂອງລາວ ແລະ ພິພິທະພັນຂະໜາດນ້ອຍ ທີ່ເກັບຮັກສາຟອສຊິລຊາກກະດູກໄດໂນເສົາ ທີ່ຄົ້ນພົບໂດຍທ່ານ Josué Heilman Hoffe, ນັກບູຮານຊາວຝຣັ່ງເສດ. ພິພິທະພັນແຫ່ງນີ້ໄດ້ຮັບການດູແລໂດຍ ທ່ານ ວາດ ທີ່ມີປະສົບການໂດຍກົງກ່ຽວກັບຟອສຊິລ ແລະ ເສດກະດູກທີ່ຄົ້ນພົບ.

ສະຖານທີ່ທ່ອງທ່ຽວທີ່ເປັນຈຸດເດັ່ນທາງວັດທະນະທໍາ ໄດ້ແກ່ ວັດໄຊຍະພູມ ເຊິ່ງເປັນວັດທີ່ໃຫຍ່ທີ່ສຸດ ທັງມີສີສັນງົດງາມທີ່ສຸດໃນສະຫວັນນະເຂດ ແລະ ຮູບປັ້ນພະຍານາ​ກ​ແຄມ​ແມ່​ນ້ຳ​ທີ່​ສະຫງ່າງາມ. ເມື່ອຂັບລົດມຸ່ງໜ້າໄປຍັງພະທາດອີງຮັງ ດ້ວຍໄລຍະທາງພຽງ 15 ກິໂລແມັດ ຈະພົບກັບພະທາດເກົ່າແກ່ບູຮານ ທີ່ໄດ້ຮັບການບູລະນະປະຕິສັງຂອນຄືນໃໝ່ໃນຊ່ວງກາງສັດຕະວັດທີ 16. ສະຖານທີ່ດັ່ງກ່າວຖືເປັນສະຖານທີ່ສັກສິດໂດຍມີພະພຸດທະຮູບຫຼາຍສິບອົງ, ເປັນທີ່ຮູ້ກັນດີວ່າ ເປັນບ່ອນທີ່ພະພຸດທະເຈົ້າມາພັກຜ່ອນ ແລະ ຮັບບິນທະບາດ. ປະຊາຊົນທ້ອງຖິ່ນໄດ້ມີການຈັດງານບຸນພະທາດອີງຮັງເປັນປະຈໍາໃນຊ່ວງເດືອນທັນວາຂອງທຸກໆປີ. ຖ້າທ່ານອອກເດີນທາງໄກ 15 ກິໂລແມັດຂຶ້ນໄປ, ທ່ານສາມາດຮັບປະທານອາຫານໄດ້ທີ່ເຊໂນ ເຊິ່ງເປັນອີກເມືອງໜຶ່ງທີ່ມີຊື່ສຽງໃນເລື່ອງປີ້ງໄກ່ ໂດຍມີແມ່ຄ້າຂາຍປີ້ງໄກ່ກວ່າ 60 ລາຍ ທີ່ປະຊັນສີມືເພື່ອທົດສອບຕ່ອມຮັບລົດຊາດຈາກທ່ານ.

ສະຫວັນນະເຂດປັດຈຸບັນໄດ້ກາຍເປັນເມືອງທີ່ມີຄ່າຫຼາຍກວ່າທີ່ຈະເປັນພຽງຈຸດແວ່ພັກ. ລອງສັງເກດເບິ່ງລັກສະນະສະເພາະທີ່ເປັນເອກະລັກໃນຕົວ, ແລະ ອີກບໍ່ດົນທ່ານຈະເອີ້ນເມືອງແຫ່ງນີ້ວ່າ “ສະຫວັນ” ຄືກັບຄົນທ້ອງຖິ່ນທີ່ໃຊ້ເອີ້ນກັນແນ່ນອນ.

ການເດີນທາງ
ການບິນລາວມີບໍລິການຖ້ຽວບິນຈາກນະຄອນຫຼວງວຽງຈັນ ຫາ ສະຫວັນນະເຂດທຸກມື້.

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ Mick Shippen

Read More

Related Articles