Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ການບິນລາວ

ມຸມມອງສຸດຂອບຟ້າ

posted by Mai
Nov 6, 2018 5919 1 0
Share

ວາລະສານຈໍາເມືອງລາວໄດ້ເຂົ້າສຳພາດ ທ່ານ ບຸນມາ ຈັນທະວົງສາ ຜູ້ອຳນວຍການຂອງລັດວິສາຫະກິດການບິນລາວຄົນໃໝ່ ກ່ຽວກັບທິດທາງຂອງທ່ານກ່ຽວກັບການພັດທະນາສາຍການບິນລາວ.

 

ຢາກໃຫ້ທ່ານເລົ່າປະຫວັດຄວາມເປັນມາຂອງທ່ານໃຫ້ຟັງແນ່?

ຂ້າພະເຈົ້າສັງກັດຢູ່ການບິນແຕ່ເລີ່ມເຂົ້າຮຽນວິຊາຊີບ ຮັບໃຊ້ທະຫານອາກາດ ແຕ່ປີ 1972, ໃນໄລຍະນັ້ນ, ກໍຖືກສົ່ງໄປຮຽນຕໍ່ຢູ່ອະດີດສະຫະພາບໂຊວຽດທາງດ້ານວິສະວະກຳ ແລະ ກັບມາຮັບໃຊ້ທະຫານອາກາດ; ຈົນເຖິງທ້າຍປີ 2001 ຂ້າພະເຈົ້າໄດ້ຖືກແຕ່ງຕັ້ງໃຫ້ມາຮັບຜິດຊອບບໍລິສັດນ້ອຍໆແຫ່ງໜື່ງທີ່ລົ້ມລະລາຍແລ້ວ ຊື່ບໍລິສັດ ອາກາດລາວ (ແອຣ໌ລາວ) ເຊິ່ງເຄື່ອນໄຫວມາໄລຍະໜຶ່ງ ແຕ່ບໍ່ປະສົບຜົນສຳເລັດ, ຂ້າພະເຈົ້າໄດ້ດຳເນີນການພັດທະນາຈົນກາຍມາເປັນບໍລິສັດ ລາວເດີນອາກາດ ໃນປະຈຸບັນ.

 

ທ່ານເຮັດວຽກກ່ຽວກັບການບິນມາດົນປານໃດແລ້ວ?

ຂ້າພະເຈົ້າໃຊ້ຊີວິດກັບການບິນມາຕະຫຼອດໄລຍະ 40 ປີແລ້ວ.

 

ທ່ານຄິດວ່າຈະນໍາພາການບິນລາວໄປໃນທິດທາງໃດໃນອະນາຄົດ?

ໃນຖານະທີ່ເປັນສາຍການບິນແຫ່ງຊາດ ຂ້າພະເຈົ້າຈະສືບຕໍ່ພາລະກິດຂອງການບິນລາວຕໍ່ໄປ ຮັບໃຊ້ສັງຄົມທັງພາຍໃນປະເທດ ແລະ ຕ່າງປະເທດໃຫ້ກາຍເປັນສາຍການບິນຄົບສູດ ທີ່ມີເອກະລັກຂອງຄວາມເປັນລາວ ແລະ ສາມາດແຂ່ງຂັນ ແລະ ເຊື່ອມໂຍງກັບສາຍການບິນອື່ນໆໄດ້ ນັ້ນຄືເປົ້າໝາຍຂອງຂ້າພະເຈົ້າ.

 

ທ່ານນາຍົກເປັນຄົນມອບຕໍາແໜ່ງນີ້ໃຫ້ທ່ານເອງເລີຍບໍ?

ຖືກຕ້ອງແລ້ວຂ້າພະເຈົ້າຖືກທາບທາມມາກ່ອນໜ້ານີ້ເກືອບປີແລ້ວ ແຕ່ວ່າງຽບໄປ ບໍ່ມີຄວາມແນ່ນອນວ່າຈະໄດ້ມາຮັບຕໍາແໜ່ງແທ້ ຫຼື ບໍ່. ທ່ານນາຍົກມີຂໍ້ຕົກລົງອອກມາໃນວັນທີ 14/09/2018 ແລະ ມີພິທີເຊັນຮັບຕໍາແໜ່ງໃນວັນຈັນ ວັນທີ 24/09/2018 ເຮັດໃຫ້ຂ້າພະເຈົ້າຕັ້ງຕົວບໍ່ທັນ ແລະ ຕື່ນເຕັ້ນທີ່ສຸດເພາະວ່າໜ້າທີ່ປະທານຂອງສາຍການບິນລາວກໍເປັນໜ້າທີ່ໃຫຍ່ ແລະ ທ້າທາຍຫຼາຍ.

 

ທ່ານມີການວາງແຜນປະຕິບັດງານໃນປະຈຸບັນແນວໃດ?

ຈະຕ້ອງສືກສາຫາສາເຫດທີ່ແທ້ຈິງຂອງບັນຫາທີ່ມີຢູ່ໃນປະຈຸບັນເຊິ່ງບັນຫາຕົ້ນຕໍແມ່ນວິກິດທາງການເງິນ. ເພື່ອແກ້ໄຂບັນຫາດັ່ງກ່າວຈຶ່ງຫາວິທີຫຼຸດລາຍຈ່າຍລົງ ແລະ ເພີ່ມລາຍຮັບຂຶ້ນ, ເນັ້ນປະສິດທິພາບຂອງບຸກຄະລາກອນ, ການຈັດຕັ້ງພາຍໃນ ແລະ ລະບົບການບໍລິຫານລາຍຈ່າຍ. ສ່ວນລາຍຮັບ ແມ່ນຈະແກ້ໄຂຂອດການບໍລິການໃຫ້ມີຄຸນນະພາບດີກວ່າເກົ່າເຮັດແນວໃດໃຫ້ສາຍການບິນຢູ່ໃນໃຈຂອງຜູ້ໂດຍສານ, ຫັນຄູ່ແຂ່ງມາເປັນຄູ່ຮ່ວມມື ແລະ ຫັນວິກິດໃຫ້ເປັນໂອກາດ ໂດຍຊອກຫາຄູ່ຮ່ວມມື ແລະ ຊອກຜູ້ສະໜັບສະໜູນໃນທຸກດ້ານ.

 

ທ່ານຄິດວ່າຈຸດແຂງຂອງການບິນລາວນີ້ແມ່ນມີແນວໃດແນ່?

ຂ້າພະເຈົ້າຄິດວ່າ ຄວາມສາມາດຂອງການບິນລາວນີ້ມີຄວາມສາມາດບົ່ມຊ້ອນພາຍໃນຫຼາຍເຊັ່ນ: ມີພະນັກງານທີ່ມີຄວາມຮູ້, ຄວາມສາມາດ ແລະ ປະສົບການຫຼາຍ, ມີພາຫະນະທີ່ທັນສະໄໝ ແລະ ມີລະບົບ, ມີເສັ້ນບິນ, ມີມາດຕະຖານຄວາມປອດໄພລະດັບສາກົນ. ນອກນັ້ນຄົນລາວເຮົາມີເອກະລັກ ເຮົາມີຮອຍຍິ້ມທີ່ໜ້າຮັກ ສະນັ້ນ ຂ້າພະເຈົ້າຈິ່ງຄິດວ່າຈະດຶງເອົາຄວາມສາມາດນີ້ມານໍາໃຊ້ຢ່າງເຕັມທີ່ຈິ່ງຢາກຂໍໃຫ້ສັງຄົມຊ່ວຍໃນການໃຫ້ຄໍາເຫັນວ່າຢາກເຫັນສາຍການບິນລາວນີ້ແບບໃດ ແລະ ຈະເອົາຈຸດນັ້ນມາປັບປຸງ.

 

ໃນນາມສ່ວນຕົວ ຕາມເສັ້ນທາງທີ່ການມີລາວບິນໄປເຖິງ ສະຖານທີ່ໃດທີ່ທ່ານມັກໄປຢ້ຽມຢາມຫຼາຍທີ່ສຸດ?

ຂ້າພະເຈົ້າມັກຊຽງຂວາງເພາະເປັນບ້ານເກີດຂອງຂ້າພະເຈົ້າ ເວົ້າຄວາມຈິງວ່າຊຽງຂວາງຍັງເປັນແຂວງທີ່ຍັງບໍ່ມີການທ່ອງທ່ຽວ ແຕ່ໃນທັດສະນະຂອງຂ້າພະເຈົ້າຄິດວ່າ ຊຽງຂວາງນີ້ມີສະຖານທີ່ທ່ອງທ່ຽວຫຼາຍ ອາດຈະຫຼາຍກວ່າຫຼວງພະບາງດ້ວຍຊໍ້າ ແຕ່ວ່າຈຸດດຶງດູດການທ່ອງທ່ຽວຍັງບໍ່ໄດ້ຂຸດຄົ້ນອອກມາ ຍັງບໍ່ໄດ້ມີການໂຄສະນາ. ຊຽງຂວາງມີຈຸດເດັ່ນໜຶ່ງ ແມ່ນອາກາດດີ, ທຳມະຊາດສວຍງາມ,ມິວັດທະນະທຳທີ່ເປັນເອກະລັກຂອງຊຽງຂວາງ, ເປັນແຫຼ່ງປະຫວັດສາດ, ມີຫຼາກຫຼາຍຊົນເຜົ່າ ແລະ ອາຫານແຊບ ມີໃຫ້ເລືອກຫຼາກຫຼາຍ  ສະນັ້ນການທ່ອງທ່ຽວນີ້ມີຄົບທຸກດ້ານ. ແຕ່ຖ້າເວົ້າເລື່ອງເສັ້ນທາງຕ່າງປະເທດກໍຍັງບໍ່ມີບ່ອນໃດທີ່ຂ້າພະເຈົ້າມັກເປັນພິເສດ. ແຕ່ວ່າ, ຖ້າເລືອກໄປທ່ຽວ ມັກໄປທ່ຽວທະເລຫຼາຍກວ່າ.

 

ຕໍ່ກັບຂໍ້ຕົກລົງຂອງລັດຖະບານລາວ ແລະ ຍີ່ປຸ່ນ ທີ່ມີຮ່ວມກັນວ່າຈະເປີດເສັ້ນບິນ ວັດໄຕ-ນາລີຕະ ແມ່ນມີຄວາມເປັນໄປໄດ້ບໍ?

ຂ້າພະເຈົ້າຄິດວ່າຈະສືບຕໍ່ຄົ້ນຄວ້າ ແລະ ສຶກສາຄວາມເປັນໄປໄດ້ຂອງການເປີດເສັ້ນບິນຈາກວຽງຈັນໄປຍີ່ປຸ່ນ ແລະ ອາດເປັນໄປໄດ້ວ່າຈະບິນຈາກ ວຽງຈັນ ໄປເມືອງ ຟຸກຸໂອກະກ່ອນ. ສ່ວນວຽງຈັນ-ນາຣິຕະ ອາດຈະເປັນໄລຍະຕໍ່ໄປ. ນອກນັ້ນ, ຄິດວ່າຈະວາງແຜນເສັ້ນບິນໄປປະເທດໃກ້ຄຽງກໍຄື ໄຕ້ຫວັນ, ຮົງກົງ ແລະ ເພີ່ມເສັ້ນບິນໃນຈີນແຜ່ນດິນໃຫຍ່, ຈະສືບຕໍ່ຮັກສາບັນດາເສັ້ນບິນຂອງການບິນລາວທີ່ມີຢູ່ໃນປະຈຸບັນ.

 

ທ່ານຄິດວ່າໃນອະນາຄົດຈະໄດ້ມີການຮ່ວມງານລະຫວ່າງສາຍການບິນລາວເດີນອາກາດ ແລະ ການບິນລາວຫຼາຍຂຶ້ນບໍ່?

ນີ້ເປັນຄໍາຖາມທີ່ດີຫຼາຍ ທັງສອງສາຍການບິນນີ້ເປັນລັດວິສາຫະກິດ ເປັນບໍລິສັດຂອງລັດທັງສອງ; ສະນັ້ນຂ້າພະເຈົ້າຄິດວ່າ ຈະໃຫ້ສອງບໍລິສັດນີ້ຈັບມືກັນ ແບ່ງຂົງເຂດຮັບໃຊ້ ເພາະວ່າຈຸດພິເສດຂອງລາວເດີນອາກາດ ກໍມີພາລະກິດຕ່າງຫາກ  ແລະ ໃນໃກ້ໆນີ້ຂ້າພະເຈົ້າຈະຈັດກອງປະຊຸມລະຫວ່າງສອງບໍລິສັດ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືກັນໃນອະນາຄົດ.

 

Bounma ChanthavongsaການບິນລາວNew StrategyNew VisionPresident
Share

Previous

[:en]The Wilds of Xe Champhone[:]

Next

[:en]Life & Nature in Luang Namtha[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ສ້າງມືອາຊີບລຸ້ນໃໝ່ດ້ານການທ່ອງທ່ຽວແກ່ປະເທດລາວ
  • ອະນາຄົດໃໝ່ທີ່ມອບໃຫ້ແກ່ມໍລະດົກອັນເກົ່າແກ່
  • 9 ມື້, 9 ແຂວງ, 2999ກມ
  • ຫ້ອງພັກທີ່ມາພ້ອມກັບທິທັດຕະການຕາ
  • ຄວາມລັບຢູ່ອີກແມ່ນ້ຳຂອງ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

ການບິນລາວ, New, ທ່ອງທ່ຽວ
May 2, 2019

48 ຊົ່ວໂມງທີ່ຊຽງໄຮ້

ສາຍສຳພັນອັນຍາວນານຂອງຕາເວັນອອກ ແລະ ຕາເວັນຕົກໄດ້ສ້າງໃຫ້ຊຽງໄຮ້ ເປັນສູນລວມແຫ່ງອະນາຄົດ...

Read More
0 0
ການບິນລາວ
Mar 14, 2018

ຟັງຜ່ານສາຍ ຮັບດ້ວຍໃຈ

ຄວາມກ້າວໜ້າ ແລະ ທັນສະໄໝຂອງເຕັກໂນໂລຢີໃນປະຈຸບັນໄດ້ເຮັດໃຫ້ຄວາມຕ້ອງການໃນການຕອບສະໜອງ...

Read More
45 3
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top