ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່

Author:

Category:

spot_img

ເທດສະການສະເຫຼີມສະຫຼອງທີ່ຍາວນານທີ່ສຸດຂອງຊາວລາວ!

ໃນເດືອນເມສາຂອງທຸກໆປີ, ປະເທດລາວຈະມີການຈັດງານຕາມທ້ອງຖະໜົນທີ່ໃຫຍ່ທີ່ສຸດ ແລະ ປຽກຊຸ່ມທີ່ສຸດຂອງປີ. ​ງານດັ່ງກ່າວແມ່ນ​ບຸນປະເພນີ ​ວັນ​ຊາດລາວ ແລະ​ ຈະຖືກຈັດຂຶ້ນຢ່າງຍິ່ງ​ໃຫຍ່​ອະລັງການ ໂດຍ​ສະ​ເພາະແມ່ນ​ຢູ່​ແຂວງ​ຫຼວງ​ພະ​ບາງ.
ໃນຊ່ວງໄລຍະຂອງວັນບຸນດັ່ງກ່າວຈະມີການຈັດພິທີທາງສາສະໜາ ຕາມຮີດຄອງຂອງລາວ ໂດຍສະເພາະແມ່ນການໃຊ້ນໍ້າເພື່ອມາຫົດສົງ ແລະ ປັດເປົ່າຄວາມໂຊກຮ້າຍຂອງປີເກົ່າອອກໄປ. ຜູ້ຄົນສ່ວນໃຫຍ່ຈະພາກັນໃຊ້ ໂອຕັກນໍ້າມາຫົດສົງໃຫ້ກັນພ້ອມກ່າວອວຍພອນປີໃໝ່. ດັ່ງນັ້ນ, ຫາກທ່ານຈະຖືກຂໍຫົດນໍ້າ ກໍ່ບໍ່ຄວນປະຕິເສດເດ! ເກັບເຄື່ອງຂອງທ່ານໄວ້ໃນຖົງຢາງໃຫ້ຄັກແນ່ ເພາະວັດຖຸມີຄ່າອາດຈະປຽກນໍ້າໄດ້, ຫໍ່ກ້ອງຖ່າຍຮູບໄວ້ໃນຖົງທີ່ກັນນໍ້າມິດຊິດ ແລ້ວພ້ອມປຽກເຕັມທີ່ໄປເລີຍ! ເດືອນເມສາເປັນເດືອນທີ່ຮ້ອນທີ່ສຸດຂອງປີ, ການທີ່ມີຄົນມາຫົດນໍ້າເຢັນໆໃສ່ພ້ອມກັບກ່າວອວຍພອນ ສະບາຍດີປີໃໝ່ ເປັນຄວາມຮູ້ສຶກທີ່ສົດຊື່ນອີ່ຫຼີ.

ໄລຍະກໍານົດການຈັດງານປີໃໝ່ລາວຢ່າງເປັນທາງການແມ່ນຖືກຢູ່ສາມວັນນັບຈາກ ວັນທີ 14 ຫາ 16 ຂອງເດືອນເມສາ, ແຕ່ຫາກໄລ່ໄລຍະເວລາການສະເຫຼີມສະຫຼອງແທ້ໆແລ້ວສ່ວນຫຼາຍຈະໃຊ້ເວລາປະມານໜຶ່ງອາທິດເລີຍ. ຕາມຄວາມ​ເຊື່ອ​ຂອງຊາວ​ທ້ອງ​ຖິ່ນ ວັນ​ທຳ​ອິດ​ຂອງ​ການ​ສະ​ເຫຼີມ​ສະ​ຫຼອງປີໃໝ່ (ວັນສັງຂານລ່ວງ) ຖືເປັນມື້​ສຸດ​ທ້າຍ​ຂອງ​ປີ​ເກົ່າ, ວັນ​ຖັດມາ (ວັນສັງຂານເນົາ) ແມ່ນມື້ເຄິ່ງກາງລະ​ຫວ່າງ​ປີເກົ່າ ແລະ ປີໃໝ່, ແລະ ວັນ​ສຸດ​ທ້າຍ​ (ສັງຂານຂຶ້ນ) ຖືເປັນມື້​ທຳ​ອິດ​ຂອງ​ປີ​ໃໝ່.
ທີ່ແຂວງຫຼວງພະບາງ, ໃນມື້ວັນ​ທີ 13 ​ເມສາ​, ໜຶ່ງ​ມື້​ກ່ອນ​ວັນ​ງານຢ່າງ​ເປັນ​ທາງ​ການ ຈະມີການຈັດພິທີແຫ່ຊ້າງຮຽງເກີຍໃນ​ຕອນ​ເຊົ້າ​ຈາກ​ວັດ​ໃໝ່ ໄປທີ່ ​ວັດ​ຊຽງ​ທອງ. ຊ້າງ ​ມີ​ຄວາມ​ສຳຄັນ​ຕໍ່​ປະຫວັດສາດ​ຂອງ​ປະ​ເທດ​ລາວ ​ແລະ ​ພິທີດັ່ງກ່າວແມ່ນຖືເປັນ​ສັນຍາ​ລັກອັນສໍາຄັນ ທີ່ສື່ໃຫ້ເຫັນເຖິງ​ການ​ຝຶກ​ສອນບັນດາຊ້າງເພື່ອໄປສູ້ເສິກ. ຕະຫຼອດໄລຍະນີ້, ຜູ້ຄົນຍັງຈະພາກັນໄປຢ້ຽມຢາມເລາະລຽບຕາມບັນດາວັດວາອາຣາມໃນທ້ອງຖິ່ນ ເພື່ອຫົດສົງພຣະພຸດທະຮູບ, ສ້າງບຸນກຸສົນ ແລະ ທັງມີການເຕົ້າໂຮມພົບປະຄອບຄົວຢູ່ຕາມຈຸດຕ່າງໆເຊັ່ນ: ນ້ຳຕົກຕາດກວາງຊີ ເປັນຕົ້ນ.
​ໃນ​ວັນທໍາອິດຂອງການສະເຫຼີມສະຫຼອງຢ່າງເປັນທາງການກໍ່ຄືວັນ​ທີ 14 ​ເມສາ​, ງານ​ວາງສະ​ແດງຕາມທ້ອງຖະໜົນຈະຖືກຈັດຂຶ້ນທີ່ຖະໜົນ​ສາຍ​ຫຼັກຂອງຕົວເມືອງ ​ເຊິ່ງ​ທ່ານ​ຈະໄດ້ເຫັນ ຖົງ​ກັນ​ນ້ຳ, ແວ່ນ​ຕາ​ກັນ​ແດດ, ເສື້ອລາຍ​ດອກ​ໄມ້, ປືນ​ນ້ຳ, ​ພ້ອມທັງບັນດາເຄື່ອງ​ໃຊ້ສອຍຕ່າງໆສໍາລັບ​ງານບຸນປະເພນີຖືກວາງຂາຍຢູ່ທີ່ນີ້. ຕໍ່ມາໃນຕອນບ່າຍຂອງມື້ດັ່ງກ່າວ, ຜູ້ຄົນຈະພາກັນຍ້າຍໄປທີ່ແມ່ນໍ້າຂອງ, ຂຶ້ນເຮືອໄປທີ່ດອນຊາຍ ເພື່ອຕົບພະທາຍ (ຕົບພະທາດຊາຍ) ທີ່ຖືກປະດັບປະດາໄປດ້ວຍດອກໄມ້ ແລະ ທຸງ. ພິທີການດັ່ງກ່າວແມ່ນອ້າງອີງມາຈາກວັນນະຄະດີຂອງສາສະໜາພຸດທີ່ກ່າວໄວ້ວ່າ ດິນຊາຍທຸກເມັດທີ່ຖືກໃຊ້ມາຕົບພະທາດຊາຍຈະຊ່ວຍປັດເປົ່າບາບກໍາໄດ້.

ໃນ​ຕອນບ່າຍຂອງມື້​ທີ​ສອງ​ຈະມີ​ການແຫ່ຫ​ວໍ່ ຕາມ​ຖະ​ໜົນ​ສາຍຫຼັກລົງ​ໄປທີ່ ​ວັດ​ຊຽງ​ທອງ​. ​ຂະ​ບວນ​ແຫ່ທີ່​ມີ​ຊີວິດ​ຊີວາດັ່ງກ່າວຈະປະກອບ​ມີຜູ້ຄົນຈາກຊົນເຜົ່າ​ຕ່າງໆທີ່ແຕ່ງຊຸດປະຈໍາເຜົ່າຂອງຕົນ, ບັນດາ​ອົງການ​ທຸລະ​ກິດ, ​ພະສົ​ງ, ປູ່ເຍີ ແລະ ຍ່າເຍີ ທີ່ເປັນດວງວິນຍານບັນພະບູລຸດຂອງຊາວຫຼວງພະບາງ, ພ້ອມທັງມີບັນດານັກຟ້ອນໂຂນຈາກ ໂຮງລະຄອນ ພະລັກພະລາມ ເຂົ້າຮ່ວມຂະບວນຟ້ອນລໍາຕີກອງ ແລະ ເສບດົນຕີ ໂດຍມີຜູ້ຄົນເກືອບ​ໝົດເມືອງພາກັນ​ເຂົ້າມາເບິ່ງມາ​ຊົມ ​ແລະ ຫົດ​ນ້ຳ​ໃສ່ຜູ້​ທີ່ເຂົ້າ​ຮ່ວມຂະບວນແຫ່.
ໃນແຕ່ລະປີ, ບັນດາສາວງາມຈາກທ້ອງຖິ່ນຈະພາກັນເຂົ້າຮ່ວມແຂ່ງຂັນປະກວດ ນາງສັງຂານ ເຊິ່ງຖືເປັນຕົວແທນໃຫ້ແກ່ໜຶ່ງໃນບັນດາລູກສາວທັງເຈັດຂອງພະຍາກະບິນລະພົມ ແລະ ໃນປີນີ້ແມ່ນຖືກຜຽນຂອງ ນາງ ກິຣິນີເທວີ ທີ່ແຕ່ງກາຍດ້ວຍເຄື່ອງປະດັບແກ້ວມໍລະກົດ, ມືຂວາຖືຂໍ, ມືຊ້າຍຖືປືນ ແລະ ປະທັບເທິງຫຼັງຊ້າງ. ຫຼັງ​ຈາກ​ສິ້ນສຸດຂະ​ບວນ​ແຫ່​, ຜູ້​ຄົນສ່ວນຫຼາຍກໍ່ຈະພາກັນແຍກຍ້າຍ​​ໄປ​ຫຼິ້ນ ໄປ​ຢາມ​ເຮືອນ​ໝູ່ເຮືອນຄູ່ຂອງຕົນ​ເພື່ອຫຼິ້ນ​ນ້ຳ, ​ອວຍພອນປີໃໝ່ ແລະ ມ່ວນຊື່ນສັງສັນ.

ວັນ​ທີ 16 ​ເມສາ​, ເຊິ່ງເປັນມື້​ສຸດ​ທ້າຍຂອງງານ ແມ່ນຈະ​ເລີ່​ມຕົ້ນຕັ້ງແຕ່ຕອນເຊົ້າໆ​ ດ້ວຍ​ການໃສ່​ບາດ​ໃຫ້​ແກ່​ພະ​ສົງ​ທີ່ຍ່າງບິນທະບາດ​ຜ່ານຕາມຕົວ​ເມືອງ. ຈາກ​ນັ້ນ​ຜູ້​ຄົນຈະພາກັນ​ຂຶ້ນ​ໄປທີ່​ຍອດ​ພູ​ສີ​ເພື່ອ​ຖວາຍ​ເຂົ້າ​ໜຽວ​ໃຫ້ແກ່ດວງ​ວິນ​ຍານທີ່ລ່ວງລັບ. ໃນຕອນບ່າຍ, ຂະບວນແຫ່ຈະຖືກແຫ່ກັບຄືນອອກຈາກ ວັດຊຽງທອງ ໄປສູ່ຖະໜົນສາຍຫຼັກ, ໂດຍຈະຍັງມີການສືບຕໍ່ຫຼິ້ນນໍ້າ ແລະ ຄົບງັນສັງສັນໃນເຮືອນຂອງໃຜລາວ, ພ້ອມທັງຈັດພິທີບາສີສູ່ຂວັນເອົາໂຊກເອົາໄຊມາສູ່ປີໃໝ່. ໃນຕອນແລງ ຂະບວນແຫ່ໂຄມໄຟລົງຈະຖືກແຫ່ລົງຈາກພູສີໃນຊ່ວງຕາເວັນຕົກດິນ, ໂດຍມີນັກຟ້ອນໂຂນມາສະແດງລະຄອນພະລັກພະລາມໃຫ້ປະຊາຊົນໄດ້ເບິ່ງໄດ້ຊົມ.
ໃນມື້ຖັດມາ ຖືເປັນມື້ຂອງການຈັດກິດຈະກໍາສະບາຍໆຢ່າງງຽບສະຫງົບ. ເຊິ່ງມື້ດັ່ງກ່າວນີ້ ຈະມີພິທີອາລາດທະນາ ອັງເຊີນ ພະບາງ ຈາກຫໍພະບາງ ມາປະດິດສະຖານໄວ້ທີ່ ວັດໃໝ່ ສຸວັນນະພູມມາລາມ, ໂດຍມີການຕັ້ງຫໍຂຶ້ນສະເພາະ ເພື່ອປົກປັກຮັກສາ ພະບາງ ທີ່ປະດິດສະຖານດ້ວຍຄໍາໄວ້. ​ໃນ​ສາມວັນນັບຈາກນັ້ນ, ບັນດາຊາວເມືອງ​ທ້ອງ​ຖິ່ນ ​ແລະ ​ນັກ​ທ່ອງ​ທ່ຽວຈະພາກັນມາ​ຖວາຍ​ດອກ​ໄມ້, ໄຕ້​ທຽນ, ຈັດຕັ້ງພິທີຫົດສົງຕາມຮີດຄອງປະເພນີ ​ແລະ ​ອະທິຖານ​ຂໍ​ພອນ. ຢ່າລືມແຕ່ງຕົວໃຫ້ເໝາະສົມເດ, ແມ່ຍິງຄວນນຸ່ງ ສິ້ນ ແລະ ທຸກຄົນຕ້ອງບ່ຽງແພກ່ອນເຂົ້າຮ່ວມພິທີການສ້າງບຸນກຸສົນໃຫ້ແກ່ປີທີ່ຈະມາເຖິງໃນຕໍ່ໜ້າ.

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ
ຮູບໂດຍ Anita Preston / Evensong Film

Read More

Related Articles