ແມ່ຍິງຕົ້ນແບບແຫ່ງອຸດສະຫະກໍາ

Author:

Category:

spot_img

ຕໍ່າແຜ່ນແພເພື່ອຫາລ້ຽງຊີບ

ໃນໝູ່ບ້ານຫຼາຍແຫ່ງທີ່ຕັ້ງຢູ່ຫ່າງໄກສອກຫຼີກຂອງປະເທດລາວ, ຍັງມີກຸ່ມແມ່ຍິງ ເຊິ່ງກໍແມ່ນແມ່ເຖົ້າ, ແມ່, ລູກສາວ, ເອື້ອຍ-ນ້ອງສາວ, ແລະ ເມຍ ທີ່ເປັນຜູ້ຊອກຫາ, ປູກ ແລະ ກະກຽມຝ້າຍທໍາມະຊາດ, ປ່ານ, ປໍສາ ແລະ ເສັ້ນຝ້າຍ/ໄໝ ສໍາລັບໃຊ້ເຂົ້າໃນການຕໍ່າຫູກທີ່ບໍລິສັດ Marcelline & San (M&S) ພາຍໃຕ້ “Fabric for Life” ເຊິ່ງເປັນເຮືອນຕໍ່າຫູກໃນວຽງຈັນ ແລະ ວັງວຽງ. ກຸ່ມແມ່ຍິງທີ່ມີສີມືດ້ານການຕໍ່າຫູກເຫຼົ່ານີ້ ຖືເປັນສ່ວນໜຶ່ງຂອງແນວຄິດລິເລີ່ມໂຄງການ M&S ທີ່ເລີ່ມຕົ້ນດໍາເນີນງານເພື່ອຈຸດປະສົງໃນການປົກປັກຮັກສາປະເພນີອັນເກົ່າແກ່ ແລະ ເພື່ອເປັນການພັດທະນາອຸດສາຫະກໍາຫັດຖະກໍາ ໃນຂະແໜງການຕໍ່າຫູກທີ່ເປັນເອກະລັກຂອງລາວ.

M&S ເປັນທຸລະກິດຜ້າແພທີ່ຕໍ່າດ້ວຍມື ຂອງບໍລິສັດ ລັນຈານ ໂຮນດິ້ງ ໂຊລ ຈໍາກັດ (Lanjan Holdings Sole), ສ້າງຕັ້ງຂຶ້ນໃນປີ 2016 ໂດຍທ່ານ Jeetendra Marcelline ເຊິ່ງເປັນຄົນລາວທີ່ກໍາເນີດໃນສີລັງກາ. ຄວາມຫຼົງໄຫຼໃນມໍລະດົກການຕໍ່າຫູກຂອງທ່ານ Jeetendra ເລີ່ມຕົ້ນມາຈາກການເດີນທາງມາຢ້ຽມຢາມປະເທດລາວຄັ້ງທໍາອິດໃນປີ 2013. ໃນ​ໄລຍະທີ່ມີການ​ເດີນ​ທາງໄປຫຼາຍພື້ນທີ່ໃນເຂດ​ພູ​ດອຍ​ທາງ​ພາກ​ເໜືອ, ເພິ່ນກໍເກີດມີຄວາມຮູ້ສຶກເພິ່ງພໍໃຈກັບສີມືການຕໍ່າຫູກຂອງປະຊາຊົນໃນບັນດາບ້ານດັ້ງເດີມຫຼາຍແຫ່ງ.

ຄວາມງົດງາມ, ຄວາມໜຽວໝັ້ນທົນທານ ແລະ ຄວາມອ່ອນຕົວຂອງເສັ້ນຝ້າຍ/ໄໝທໍາມະຊາດ ໄດ້ຈຸດປະກາຍຄວາມຄິດສ້າງສັນແກ່ທ່ານ Jeetendra ບວກກັບການໄດ້ຮັບແຮງບັນດານໃຈໃນການອອກແບບແຜ່ນແພ ທີ່ນໍາໃຊ້ເສັ້ນຝ້າຍທໍາມະຊາດປະສົມກັບສີຍ້ອມແບບທໍາມະຊາດ. ຜ່ານການສັງເກດວິຖີຊີວິດ ແລະ ຮູບແບບການດໍາລົງຊີວິດໃນປະເທດລຸ່ມແມ່ນໍ້າຂອງ, ລວມທັງອິນເດຍ, ສີລັງກາ, ຍີ່ປຸ່ນ, ອີຢິບ, ເປີເຊຍ, ເອີຣົບ ແລະ ອາເມລິກາເໜືອ ໂດຍສະເພາະກໍແມ່ນຈາກໂລກບູຮານ ແລະ ຍຸກຈິດຕະນິຍົມສະໄໝໃໝ່ ແລະ ຈາກຄຣິກເກັດ, ທາງບໍລິສັດ M&S ຈິ່ງໄດ້ສ້າງສັນຄໍເລັກຊັ່ນແສງ, ໄວເທິ ເສດ ອອຟເພລ (ສີຂາວຈົນຊີດ), ປາລັງຄວິນ, ແມ່ນໍ້າຂອງ, ວຽງຈັນ ແລະ ສະຫວັນ.

ແມ່ຍິງຖືເປັນຫົວໃຈສໍາຄັນຂອງປະເພນີການຕໍ່າຫູກ. ນັບແຕ່ມື້ສ້າງຕັ້ງບໍລິສັດ, ທາງທີມງານກໍໄດ້ເດີນທາງໄປຍັງເຂດຫ່າງໄກສອກຫຼີກໃນຫຼາຍແຫ່ງ ແລະ ໄດ້ຮຽນຮູ້ເຖິງຂໍ້ຈໍາກັດ ແລະ ຄວາມທ້າທາຍທີ່ຊ່າງຕໍ່າຫູກໄດ້ປະເຊີນ. ທາງທີມງານ ຮ່ວມກັບຊາວບ້ານ ໄດ້ເລີ່ມຕົ້ນດໍາເນີນໂຄງການ ເພື່ອຮັບປະກັນການຕອບສະໜອງ ແລະ ການສ້າງຄວາມອາດສາມາດ. ໃນການດໍາເນີນການນັ້ນ, ບໍລິສັດ M&S ໄດ້ກໍາຈັດບັນຫາຄວາມສ່ຽງດ້ານເຕັກນິກ, ການເງິນ ແລະ ການຄ້າ ທີ່ຜູ້ປູກຝ້າຍ ແລະ ຜູ້ຕໍ່າຫູກມັກປະເຊີນ ທັງຊ່ວຍເສີມສ້າງລາຍຮັບແກ່ຄົວເຮືອນ.

ໂຄງການການຜະລິດຕາມສັນຍາຂອງ M&S ໃນຫຼວງພະບາງ ແລະ ຫົວພັນ ໄດ້ຊ່ວຍສະໜັບສະໜູນຄູ່ຮ່ວມງານໃນດ້ານເງິນທຶນໝູນວຽນລ່ວງໜ້າ ແລະ ການຮັບຊື້ເສັ້ນຝ້າຍທັງໝົດໃນລາຄາທີ່ໄດ້ຕົກລົງກັນໄວ້. ໂຄງການເຮືອນຕໍ່າຫູກຂອງ M&S ໄດ້ຮັບການອອກແບບ ໂດຍມີຈຸດປະສົງ ເພື່ອຈັດຊື້ກີ່ຕໍ່າຫູກ, ເສັ້ນຝ້າຍ, ແລະ ການຝຶກແອບຕໍ່າຫູກຢູ່ເຮືອນ ເຊິ່ງມີອິດສະຫຼະໃນການເຮັດວຽກໃນແຕ່ລະວັນ. ເພື່ອຮັບປະກັນດ້ານຄຸນນະພາບ, ຂະບວນການນີ້ໄດ້ຮັບການຊ່ວຍເຫຼືອໂດຍການສາທິດທາງວິດີໂອຄໍ ແລະ ການລົງຢ້ຽມຢາມເປັນປະຈໍາ.

M&S ໄດ້ສ້າງແຮງຈູງໃຈແກ່ພະນັກງານຂອງຕົນ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວທັງສາຍອາຊີບ ແລະ ຊີວິດສ່ວນຕົວ. ທີມງານທຸກຄົນ ລ້ວນແຕ່ໄດ້ຮັບໂອກາດໃນການພັດທະນາຝີມື, ຮຽນຮູ້ພາສາຕ່າງປະເທດ, ແລະ ສ້າງສັນສິ່ງໃໝ່ໆ. ມີການທັດສະນະສຶກສາໃນເຂດທີ່ເປັນແຫຼ່ງມໍລະດົກເປັນປະຈໍາ ເພື່ອຮຽນຮູ້ກ່ຽວກັບມໍລະດົກການຕໍ່າຫູກ ແລະ ປັບປຸງການອອກແບບ.

ສິ່ງອໍານວຍຄວາມສະດວກຕ່າງໆ ໄດ້ຮັບການພັດທະນາ ພາຍຫຼັງມີການປຶກສາຫາລືກັນ ໂດຍໄດ້ເລືອກເອົາຫໍຕໍາຮັກ ເປັນສະຖານທີ່ຕໍ່າຫູກ ໂດຍຄໍານຶງເຖິງໄລຍະທາງສໍາລັບການທຽວໄປວຽກ ເພື່ອຮັບປະກັນເວລາທີ່ໃຊ້ໃນການເດີນທາງໄປຍັງບ່ອນເຮັດວຽກບໍ່ເກີນສາມສິບນາທີ.

ຜ້າແພປຽບເໝືອນງານປະດິດ, ທັງເປັນສັນຍະລັກ, ຄວາມເຊື່ອ, ປະເພນີ, ຄວາມເປັນຕົວຕົນ ແລະ ເອກະລັກ. ທ່ານ Jeetendra ໄດ້ກ່າວວ່າ: “ການປົກປັກຮັກສາທໍາມະຊາດ, ວັດທະນະທໍາ ແລະ ຮີດຄອງປະເພນີ ຖືເປັນແຮງກະຕຸ້ນທີ່ສໍາຄັນໃນການດໍາເນີນກິດຈະກໍາຂອງພວກເຮົາ. ຜ້າແພທີ່ຕໍ່າດ້ວຍມືຂອງພວກເຮົາ ຍັງສື່ເຖິງມູນມັງທີ່ເປັນຮູບປະທໍາ ແລະ ນາມມະທໍາຂອງປະເທດລາວ, ມັນເປັນຊັບສິນທາງປັນຍາ ແລະ ມູນມໍລະດົກທີ່ມະນຸດມີຮ່ວມກັນ”. ຄ່ານິຍົມທີ່ເຊື່ອງຊ້ອນເຫຼົ່ານີ້ໄດ້ຖືກປູກຝັງໄວ້ກັບທີມງານ ໂດຍມີຂໍ້ກໍານົດເບື້ອງຕົ້ນກ່ຽວກັບຄວາມຫຼົງໄຫຼ ແລະ ຄວາມພາກພູມໃຈກັບຜົນງານໃນທຸກຂັ້ນຕອນ.

ເພື່ອຕອບສະໜອງຕໍ່ການການຊົມໃຊ້ທຸກປະເພດ, ສາມາດຕໍ່າລວດລາຍທີ່ເໝາະສົມ ທັງລາຄາບໍ່ແພງໄດ້ ເຊິ່ງເປັນສ່ວນໜຶ່ງຂອງຫຼັກຈັນຍາບັນການດໍາເນີນທຸລະກິດ. ວິທີການປະດິດ ແມ່ນໄດ້ມຸ່ງເນັ້ນໃສ່ຮູບແບບທີ່ຊັດເຈນ ດ້ວຍການປະສົມປະສານເສັ້ນຝ້າຍ/ໄໝທໍາມະຊາດ ແລະ ນໍາໃຊ້ເຕັກນິກທີ່ຖືກຕ້ອງ ເຮັດໃຫ້ເກີດເປັນນະວັດຕະກໍາ, ການປັບຕົວ ແລະ ຄວາມສາມາດໃນການຂະຫຍາຍຂະໜາດ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າ.

ພື້ນຜິວ ແລະ ລວດລາຍທັງໝົດ ໄດ້ຮັບການພັດທະນາປັບປຸງເປັນເວລາຫຼາຍປີ ດ້ວຍການສຶກສາຢ່າງພິຖີພິຖັນ. ການທົດສອບທີ່ຫ້ອງທົດລອງສາກົນ ຈະດໍາເນີນການໃນຫຼາຍໆຄັ້ງ ໃນຂະບວນການທັງໝົດນີ້ ເພື່ອຮັບປະກັນວ່າ ຄວາມທົນທານຕໍ່ການຈີກຂາດ ແລະ ການຫົດຕົວທັງໝົດຂອງເສັ້ນຝ້າຍ/ໄໝນັ້ນ ກົງກັບເກນມາດຕະຖານ ຫຼື ເກີນມາດຕະຖານທາງອຸດສາຫະກໍາ ຫຼື ບໍ່.

ການອອກແບບ, ການປູກຝ້າຍ, ການຈັດຊື້, ການກະກຽມ, ການປັ່ນຝ້າຍ (ເຂັນຝ້າຍ), ການຕໍ່າຜ້າ ແລະ ການຕົກແຕ່ງຕ່ອງໂສ້ຄຸນຄ່າອັນລະອຽດອ່ອນນັ້ນ ຂຶ້ນຢູ່ກັບການຈັດການແບບຮັດກຸມໃນທຸກຂັ້ນຕອນ, ຄຽງຄູ່ກັບການໃຫ້ຄໍາແນະນໍາ ແລະ ການຕິດຕາມຄຸ້ມຄອງຢ່າງໃກ້ຊິດ. ນາງ ຍົມ, ຫົວໜ້າຊ່າງຕໍ່າຫູກ ທີ່ໄດ້ຮັບການສະໜັບສະໜູນຈາກທ່ານ Jeetendra ໄດ້ມີສ່ວນຮ່ວມໃນຂະບວນການນີ້ທຸກຂັ້ນຕອນ. ການທີ່ມີສາຍຕາຄ່ອງແຄ້ວ, ຈິດໃຈທຸ່ນທ່ຽງ ແລະ ສອງມືທີ່ວ່ອງໄວ ຈະສາມາດຜະລິດຜືນຜ້າໄດ້ຕົງຕາມຄຸນນະພາບ ທັງມີຄວາມທົນທານ ແລະ ມີສະໄຕລທີ່ຕ້ອງການ.

ວິໄສທັດຂອງ M&S ໄດ້ຢຶດໝັ້ນໃນຫຼັກການທີ່ວ່າ ເພື່ອຄວາມຢູ່ລອດ ແລະ ການເຕີບໂຕ, ການສ້າງອຸດສາຫະກໍາຄົວເຮືອນ ດ້ວຍການສະໜອງປະສິດທິພາບ ແລະ ການປະຢັດຕໍ່ຂະໜາດຖືເປັນສິ່ງສໍາຄັນ. ການຮັບປະກັນການສະໜອງວັດຖຸດິບຢ່າງສະໝໍ່າສະເໝີ ຄຽງຄູ່ກັບການຜະລິດທີ່ທັນກັບເວລາ ແມ່ນມີຄວາມສໍາຄັນຕໍ່ການສ້າງທຸລະກິດທີ່ມີການແຂ່ງຂັນ, ມີກໍານົດເວລາ, ແລະ ຂັບເຄື່ອນຕາມວົງຈອນຂອງຕະຫຼາດສາກົນ.

ການປ່ຽນແປງດ້ານປະຊາກອນສາດ ແລະ ວິຖີການດໍາລົງຊີວິດ ຖືເປັນໄພຄຸກຄາມຕໍ່ມໍລະດົກຜ້າແພທີ່ຕໍ່າດ້ວຍມື. ໃນຂະນະທີ່ປະເທດລາວ ກໍມີການປ່ຽນແປງຢ່າງວ່ອງໄວຈາກປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດທີ່ເປັນສູນກາງການເຊື່ອມໂຍງໃນອະນຸພາກພື້ນ, ເຊິ່ງຂະແໜງການຕ່າງໆຕ້ອງໄດ້ປະເຊີນໜ້າກັບການປ່ຽນແປງ ທີ່ເກີດຈາກການເພີ່ມຂຶ້ນທາງດ້ານການຄ້າ, ລວມທັງເສັ້ນຝ້າຍ/ໄໝ ແລະ ຜ້າແພສັງເຄາະທີ່ມີລາຄາຖືກລົງ, ຄ່າຂົນສົ່ງທີ່ເພີ່ມຂຶ້ນ, ອັດຕາເງິນເຟີ້ຕາມຄ່າຈ້າງ, ແລະ ການແຂ່ງຂັນຈາກທຸລະກິດທີ່ມີການຈັດການທີ່ດີຂຶ້ນ. ເນື່ອງຈາກຄົນຮຸ່ນໃໝ່ ໄດ້ສະແຫວງຫາໂອກາດໃນການຊອກເຮັດວຽກທີ່ມີລາຍຮັບຫຼາຍຂຶ້ນ ທັງໃນລາວ ແລະ ພາກພື້ນ, ກະສວຍຕໍ່າຫູກຈຶ່ງບໍ່ໄດ້ຮັບການຖ່າຍທອດໄປສູ່ຄົນລຸ້ນຫຼັງໄດ້.

ບົດຮຽນທີ່ໄດ້ຮັບຜ່ານ “ຮຽນຮູ້ຈາກການກະທໍາ” ແມ່ນມີຫຼາຍຊ່ອງທາງ. ທ່ານ Jeetendra ໄດ້ແບ່ງປັນໃຫ້ຮູ້ຕື່ມວ່າ “ການຕໍ່າຜ້າເພື່ອຄວາມຢູ່ລອດ ແລະ ການເຕີບໂຕນັ້ນ ມີຫຼາຍສິ່ງຢ່າງທີ່ຕ້ອງໄດ້ລົງມືເຮັດ. ເປົ້າໝາຍສໍາຄັນ ຄວນຈະເປັນການເສີມຂະຫຍາຍຂະແໜງການຕໍ່າຫູກຂອງລາວ ໂດຍໃຫ້ການສະໜັບສະໜູນການລົງທຶນໄລຍະຍາວ ແລະ ສະໜັບສະໜູນຄູ່ຮ່ວມງານທັງໝົດ ໃນຊ່ວງປີຂອງການເລີ່ມຕົ້ນກໍ່ຕັ້ງ. ສິ່ງຈູງໃຈທາງການເງິນ ເຊັ່ນ: ການເຂົ້າເຖິງທຶນ ເພື່ອການຝຶກອົບຮົມ ແລະ ທຶນໝູນວຽນ ຖືເປັນມາດຕະການທາງນະໂຍບາຍບາງຢ່າງ ທີ່ຈະສາມາດຊ່ວຍໄດ້ຢ່າງຫຼວງຫຼາຍ. ການຈົດທະບຽນເຄື່ອງໝາຍການຄ້າ ແລະ ການຢັ້ງຢືນຊັບສິນທາງປັນຍາ ທີ່ເປັນຕົວບົ່ງຊີ້ທາງພູມສາດ ຈະຊ່ວຍເພີ່ມເຄື່ອງໝາຍການຄ້າ “Made in Laos” ໄດ້ ເຊິ່ງຈະຊ່ວຍປົກປ້ອງຄວາມໄດ້ປຽບໃນການແຂ່ງຂັນຕາມທຳມະຊາດ, ແລະ ສ້າງມູນຄ່າຂອງຜ້າແພທີ່ຕໍ່າດ້ວຍມືໄດ້ສູງຂຶ້ນ. ການຕິດສະຫຼາກແບບມີຈັນຍາບັນ ແລະ ຖືກຕ້ອງ ຈະສ້າງຄວາມໄວ້ເນື້ອເຊື່ອໃຈທັງໃນຕະຫຼາດພາຍໃນ ແລະ ຕ່າງປະເທດ ແລະ ຍັງສະແດງໃຫ້ເຫັນເຖິງຄວາມຖືກຕ້ອງຢ່າງແທ້ຈິງ. ການຍົກເວັ້ນພາສີ ແລະ ອາກອນບາງລາຍການ ຈະຊ່ວຍຫຼຸດຜ່ອນຂໍ້ຈຳກັດດ້ານງົບປະມານ ແລະ ເພີ່ມເງິນທຶນໝູນວຽນໃຫ້ແກ່ທຸລະກິດຕໍ່າຫູກທຸກລາຍ, ພ້ອມກັນນັ້ນ ຍັງຈະຊ່ວຍໃຫ້ພວກເຂົາສາມາດສະໜັບສະໜູນຜູ້ຕໍ່າຫູກ ແລະ ຜູ້ປູກຝ້າຍໃນລະດັບຮາກຖານໄດ້.”

ສຸພາສິດລາວບົດໜຶ່ງກ່າວໄວ້ວ່າ “ອົດສົ້ມຈຶ່ງໄດ້ກິນຫວານ ອົດທົນທານວຽກງານຈຶ່ງແລ້ວ” ເຊິ່ງບໍລິສັດ M&S ໄດ້ກ້າວຜ່ານສິ່ງທ້າທາຍຫຼາຍຢ່າງນັບແຕ່ມື້ເລີ່ມຕົ້ນດໍາເນີນທຸລະກິດ. ປັດຈຸບັນ, ບໍລິສັດ M&S ຢູ່ໃນຊ່ວງທີ່ຈະຂະຫຍາຍທຸລະກິດ ໂດຍໃຫ້ການສະໜັບສະໜູນການດໍາລົງຊີວິດຂອງບັນດາຄູ່ຮ່ວມງານທັງໝົດ ແລະ ສະໜັບສະໜູນມໍລະດົກການຕໍ່າຜ້າຂອງປະເທດລາວທີ່ບໍ່ມີແຫ່ງໃດທຽບໄດ້ ທ່າມກາງສຽງກະທົບກັນຂອງໄມ້ຟືມຂອງຊ່າງຕໍ່າຫູກອັນໜ້າອັດສະຈັນທີ່ຫໍຕໍາຮັກ ແລະ ໃນໝູ່ບ້ານຕ່າງໆ ດ້ວຍປະສົບການຮ່ວມກັນລະຫວ່າງພະນັກງານ ແລະ ຄູ່ຮ່ວມງານຂອງບໍລິສັດ ລວມທັງແມ່ຍິງກວ່າ 30 ຄົນ.

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ພູນຊັບ ເທວົງສາ & ສຸກສຳລານ ລາລາເດດ

Read More

Related Articles