ອາຫານຈານສຸດທ້າຍຂອງ ຮ້ານໂດຍຂະນ້ອຍ

Author:

Category:

spot_img

ເສັ້ນທາງປຶ້ມຕໍາລາຄົວກິນຂອງແມ່ຄົວຄົນລາວ ທີ່ກາຍເປັນມໍລະດົກຕົກທອດສໍາຄັນ

ບົດໂດຍ: ເຈສັນ ໂຣລັນ

ພາບໂດຍ:  ມິກ ຊິບເພັນ

ແປ ແລະ ຮຽບຮຽງໂດຍ:   ໄພບູນ ທະນະບົວສີ 

 

ແມ່ຄົວ ພອຍໄພລິນ ແກ້ວດວງດີ ຫຼື ຮູ້ຈັກກັນດີໃນຊື່ “ນ້ອຍ” ຜູ້ສ້າງປະຫວັດສາດໜ້າໃໝ່ໃຫ້ແກ່ຮ້ານອາຫານໃນລາວ ເມື່ອຮ້ານອາຫານ ໂດຍຂະນ້ອຍ ທີ່ແມ່ຄົວພອຍໄພລິນເປັນເຈົ້າຂອງ ເຊິ່ງຕັ້ງຢູ່ນະຄອນຫຼວງວຽງຈັນ ໄດ້ຖືກຄັດເລືອກໃຫ້ຕິດອັນດັບ 50 ຮ້ານອາຫານທີ່ດີທີ່ສຸດຂອງອາຊີ. ແມ່ຄົວນ້ອຍ ໄດ້ຮັບກຽດເຂົ້າຮ່ວມພິທີມອບ-ຮັບລາງວັນທີ່ເມືອງເຊອຸນດ້ວຍຄວາມພາກພູມໃຈ. ແຕ່ຫຼາຍເດືອນຕໍ່ມາ, ແມ່ຄົວໄວ 45 ປີ ໄດ້ເສຍຊີວິດກະທັນຫັນ ແລະ ຮ້ານອາຫານຂອງລາວກໍໄດ້ປິດໂຕລົງຕະຫຼອດການ.

ຫນ້າເສຍດາຍທີ່ ນ້ອຍ ເສຍຊີວິດຕອນຍັງໄວໜຸ່ມ, ແຕ່ປຶ້ມຂອງນາງໄດ້ສືບທອດມໍລະດົກທີ່ຈະມີຊີວິດຢູ່ຕໍ່ໄປ.

 

ຄວາມຫຼົງໄຫຼໃນອາຫານລາວ

ຮ້ານອາຫານ ໂດຍຂະນ້ອຍ (Doi Ka Noi) ເປັນຮ້ານທີ່ມີຊື່ສຽງດ້ານອາຫານລາວດັ້ງເດີມ ໂດຍມີຫຼາຍເມນູທີ່ປ່ຽນແປງເປັນປະຈໍາຕາມຊ່ວງລະດູການຕ່າງໆ. ແມ່ຄົວນ້ອຍ ນໍາໃຊ້ສູດອາຫານທີ່ຖ່າຍທອດຈາກແມ່ເຖົ້າ ແລະ ຄົນອື່ນໆທີ່ຕົນໄດ້ຮູ້ຈັກຮັກແພງ ໃນຊ່ວງເດີນທາງທ່ອງທ່ຽວໄປຍັງໝູ່ບ້ານຕ່າງໆທີ່ຕັ້ງຢູ່ເຂດຫ່າງໄກສອກຫຼີກຂອງລາວ.

ອາຫານລາວ ແມ່ນໃຊ້ສ່ວນປະສົມຂອງສະໝຸນໄພແບບສົດໃໝ່, ລວມທັງນໍ້າປາແດກ ແລະ ເຂົ້າໜຽວ. ອາຫານລາວຖືເປັນອັນຍະມະນີອັນລໍ້າຄ່າ ທີ່ເຊື່ອງຊ້ອນໄວ້ໃນດິນແດນອາຊີຕາເວັນອອກສ່ຽງໃຕ້. ແມ່ຄົວນ້ອຍ ມີຄວາມຕັ້ງໃຈທີ່ຈະແບ່ງປັນສູດຕໍາລາຄົວກິນຂອງຕົນໃຫ້ກັບຄົນທົ່ວໂລກ. ນອກຈາກນີ້, ລາວຍັງເປັນຄົນລາວຜູ້ທໍາອິດທີ່ເປັນສະມາຊິກອົງກອນ Slow Food (ສະໂລ ຟູດ) ເຊິ່ງເຮັດວຽກເພື່ອປົກປັກຮັກສາວັດທະນະທໍາອາຫານແບບດັ້ງເດີມ.

 

ສໍາລັບເມນູອາຫານທີ່ປຸງແຕ່ງພາຍໃນຮ້ານ ແມ່ນນໍາໃຊ້ສ່ວນປະສົມແບບສົດໃໝ່ທີ່ຫາຊື້ຕາມທ້ອງຕະຫຼາດໃນທ້ອງຖິ່ນ ເຮັດໃຫ້ຜູ້ຮັບປະທານອາຫານສາມາດສໍາພັດເຖິງລົດຊາດອັນແຊບຊ້ອຍຂອງອາຫານແບບລາວໆ.

 

ປຶ້ມຕໍາລາອາຫານທີ່ໄດ້ຮັບລາງວັນ

ກ່ອນເສຍຊີວິດ, ແມ່ຄົວນ້ອຍ ໄດ້ຮ່ວມງານກັບທ່ານ ມິກ ຊິບເພັນ, ນັກຂຽນຊາວອັງກິດ ເຊິ່ງກໍແມ່ນສາມີຂອງລາວເອງ ເພື່ອຂຽນປຶ້ມເຫຼັ້ມໃໝ່ ໃນຊື່ “ນາງນ້ອຍ ລູກສາວຂອງທົ່ງນາ ແລະ ສູດຕໍາລາຄົວກິນຂອງລາວ” ຫຼື ‘A Child of the Rice Fields: Recipes from Noi’s Lao Kitchen.’. ປຶ້ມເຫຼັ້ມໜາເຖິງ 500 ໜ້າຫົວນີ້ ໄດ້ຮັບການພິມຈໍາໜ່າຍໃນຊ່ວງທ້າຍປີ 2024.

 

ໃນເດືອນມິຖຸນາ, ປຶ້ມຕໍາລາຄົວກິນດັ່ງກ່າວໄດ້ຮັບການສະເໜີຊື່ເຂົ້າຮັບລາງວັນອອສກ້າອາຫານໂລກ ຫຼື “Gourmand World Cookbook Awards” ທີ່ເມືອງລິສບອນ, ປະເທດປອກຕຸຍການ ເຊິ່ງຖືເປັນງານໂອລິມປິກແຫ່ງການເຜີຍແຜ່ສູດປຸງແຕ່ງອາຫານ. ປຶ້ມເຫຼັ້ມນີ້ຍັງໄດ້ຮັບລາງວັນຊະນະເລີດໃນ “Best Asian Cookbook” ຕາມດ້ວຍ ລາງວັນຮອງຊະນະເລີດໃນ “Best Cookbook in the World” ນໍາອີກ.

 

ທ່ານ ເອັດວາດ ຄອຍໂທຣ (Edouard Cointreau) ຜູ້ຈັດງານມອບລາງວັນ ກ່າວວ່າ “ໂລກພວມຕ້ອງການຄູ່ມືກ່ຽວກັບຕໍາລາປຸງແຕ່ງອາຫານລາວໂດຍແທ້ຈິງ,”.

 

ຜົນງານຕໍ່ເນື່ອງຂອງແມ່ຄົວນ້ອຍ

ປຶ້ມຕໍາລາຄົວກິນເຫຼັ້ມນີ້ສາມາດເຂົ້າເຖິງຜູ້ອ່ານໃນທົ່ວໂລກແລ້ວໃນຂະນະນີ້. ທ່ານ ນິເກນລາ ລໍສັນ (Nigella Lawson) ແມ່ຄົວຜູ້ມີຊື່ສຽງໂດ່ງດັງ ເອີ້ນປຶ້ມເຫຼັ້ມນີ້ວ່າ “ເປັນປຶ້ມເຫຼັ້ມໃຫຍ່ ແລະ ອອກແບບໄດ້ງົດງາມ” ທີ່ຖ່າຍທອດຄວາມຮູ້ໃຫ້ກັບຜູ້ຄົນ ກ່ຽວກັບວັດທະນະທໍາອາຫານລາວ.

 

ທ່ານ ມິກ ຊິບເພັນ ກ່າວໃນພິທີມອບ-ຮັບລາງວັນວ່າ, “ຂ້າພະເຈົ້າຮູ້ສຶກພາກພູມໃຈ ແຕ່ກໍຍັງຮູ້ສຶກເສົ້າເສຍໃຈທີ່ລາວບໍ່ໄດ້ຢູ່ຄຽງຂ້າງຕົນ ເພື່ອຮັບຟັງສຽງຍ້ອງຍໍຊົມເຊີຍໃນຜົນງານຂອງພວກເຮົາທັງສອງ.”; ມິກ ມີແຜນສືບຕໍ່ຂຽນປຶ້ມອີກ 2 ເຫຼັ້ມ ທີ່ທັງຄູ່ຮ່ວມມືກັນຂຽນຂຶ້ນນັ້ນໃຫ້ສໍາເລັດ, ເຊິ່ງເຫຼັ້ມໜຶ່ງແມ່ນເວົ້າກ່ຽວກັບອາຫານລາວພາກເໜືອ ແລະ ອີກເຫຼັ້ມໜຶ່ງແມ່ນກ່ຽວກັບໝາກໄມ້ ແລະ ພືດຜັກຕ່າງໆໃນທ້ອງຖິ່ນ.

 

“ພວກເຮົາໄດ້ຂຽນສູດອາຫານສໍາລັບປຶ້ມສໍາເລັດກາຍເຄິ່ງ, ເຖິງມັນຈະຫຍຸ້ງຍາກເມື່ອນ້ອຍບໍ່ໄດ້ຢູ່ນໍາແລ້ວ ແຕ່ຂ້າພະເຈົ້າຕ້ອງເຮັດໃຫ້ໄດ້ເພື່ອຄວາມຝັນຂອງນ້ອຍ,” ມິກກ່າວ. “ເມື່ອລາວຈາກໄປ, ຄວາມຮູ້ຫຼາຍຢ່າງກໍສູນຫາຍໄປ.”

 

ຜົນໄດ້ຮັບທີ່ຍືນຍົງ

ປຶ້ມຕໍາລາຄົວກິນເຫຼັ້ມນີ້ ຖືກສົ່ງໄປປະເທດຕ່າງໆ ເຊັ່ນ ອົດສະຕາລີ, ໂປແລນ, ສະວິດເຊີແລນ ແລະ ໄຕ້ຫວັນ. ສໍາລັບຜູ້ອ່ານຫຼາຍໆທ່ານ ແມ່ນຖືວ່າ ເປັນຄັ້ງທໍາອິດທີ່ພວກເຂົາໄດ້ລິ້ມລອງກັບລົດຊາດຂອງອາຫານລາວແບບດັ້ງເດີມແທ້ຈິງ. ມິກ ກ່າວວ່າ, “ນ້ອຍ ພະຍາຍາມເຮັດວຽກໜັກຫຼາຍກວ່າຄົນອື່ນ ເພື່ອສົ່ງເສີມອາຫານລາວໃຫ້ເປັນທີ່ຮູ້ຈັກຂອງຄົນທົ່ວໂລກ,”. ລາວກ່າວຕື່ມວ່າ “ຂ້າພະເຈົ້າໄດ້ຮັບຂໍ້ຄວາມຫຼາຍຮ້ອຍລາຍການຈາກຜູ້ຄົນທີ່ແບ່ງປັນຄວາມຊົງຈໍາດີໆກ່ຽວກັບນ້ອຍ ແລະ ຮ້ານອາຫານແຫ່ງນີ້.”

 

ດ້ວຍຊື່ສຽງຂອງຮ້ານອາຫານ ແລະ ປຶ້ມຕໍາລາຄົວກິນເຫຼັ້ມນີ້, ແມ່ຄົວນ້ອຍ ສາມາດໝັ້ນໃຈໄດ້ວ່າ ທັງເລື່ອງລາວ ແລະ ປະເພນີອາຫານລາວ ຈະສືບຕໍ່ເຂົ້າເຖິງຜູ້ຄົນໃນທຸກພື້ນທີ່. ຜົນງານຂອງລາວ ຍັງຊ່ວຍປົກປັກຮັກສາວັດທະນະທໍາອາຫານຂອງຊາດ ໃຫ້ຄົງຢູ່ສືບຕໍ່ໄປສໍາລັບຄົນລຸ້ນຫຼັງໃນອະນາຄົດ.

 

ມິກ ກ່າວອີກວ່າ, “ຫາກອາຫານລາວໄດ້ຮັບຄວາມນິຍົມໄປທົ່ວໂລກ ແມ່ນສາມາດເວົ້າໄດ້ວ່າ ເປັນເພາະແມ່ຄົວນ້ອຍ,”. “ຂ້າພະ

ເຈົ້າຮູ້ສຶກພູມໃຈ ແຕ່ກໍເສຍໃຈທີ່ລາວບໍ່ໄດ້ຢູ່ເພື່ອຊື່ມຊົມຜົນສໍາເລັດທີ່ຕົນສ້າງຂຶ້ນມາກັບມື.”

ສໍາລັບຂໍ້ມູນເພີ່ມຕື່ມ ຫຼື ຕ້ອງການສັ່ງຊື້ປຶ້ມໃນລາວ, ສາມາດຕິດຕໍ່ 

Doi Ka Noi: fb.com/DoiKaNoiVientiane.

Read More

Related Articles